ເຄື່ອງດົນຕີບາງປະເພດທີ່ເປັນເອກະລັກສະເພາະຂອງຊາວເຜົ່າບານາ


(vovworld) - ຍ້ອນ​ຊີວິດ​ໃກ້ຊິດ​ຕິດ​ພັນກັບ​ພູຜາ​ປ່າ​ໄມ້, ດັ່ງ​ນັ້ນ​ເຄື່ອງ​ດົນຕີ​ທັງ​ໝົດ​ຂອງ​ຊາວ​ເຜົ່າ​ບາ​ນາລ້ວນ​ແຕ່​ເຮັດ​ດ້ວຍ​ວັດຖຸ​ທີ່​ມີ​ຢູ່​ແລ້ວ​ໃນ​ທຳ​ມະ​ຊາດ​ເຊັ່ນ: ຫີນ, ​ໄມ້, ​ໄມ້​ໄຜ່, ​ໄມ້​ເຮ້ຍ, ​ໃບ​ໄມ້, ​ເປືອກໝາກນຳ​ເຕົ້າ​ແຫ້ງ... ​ເຖິງ​ວ່າ​ເຄື່ອງ​ດົນຕີ​ເຫຼົ່ານັ້ນ​ໄດ້​ຮັບ​ການ​ຜະລິດ​ແບບ​ງ່າຍດາຍ​ກໍ່ຕາມ, ​ແຕ່​ພັດເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບ​ຮູບ​ແບບ ​ແລະ ນຳ້​ສຽງ, ​​ເຂັ້ມ​ຄົ້ນ​ໄປດ້ວຍ​ສີສັນ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ບາ​ນາ.

ເຄື່ອງດົນຕີບາງປະເພດທີ່ເປັນເອກະລັກສະເພາະຂອງຊາວເຜົ່າບານາ - ảnh 1

ຊຸດຄ້ອງຂອງຊົນເຜົ່າບານາ

        ກ່ອນ​ນີ້​ນັບ​ຮ້ອຍ​ປີ, ຊາວ​ເຜົ່າ​ບາ​ນາ​ໄດ້​ຜະລິດ​ເຄື່ອງ​ດົນຕີ​ບາງ​ປະ​ເພດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໃກ້ຊິດຕິດ​ແທດ​ລະຫວ່າງ​ມະນຸດ​ກັບ​ທຳ​ມະ​ຊາດ. ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ​ບາ​ນາ​ຍັງ​ຜະລິດ ​ແລະ ຮັກສາ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ບາງ​ປະ​ເພດ​​ໄວ້​ໄດ້... ​ໃນ​​ເຄື່ອງ​ດົນຕີ​ຈຳນວນນັ້ນ​, ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຄ້ອງ ​ແລະ ກອງ.

        ຄ້ອງ​ແມ່ນ​ເຄື່ອງ​ດົນຕີ​ທີ່​ເຮັດ​ດ້ວຍ​ທອງ, ຮູບ​ມົນ, ມີ​ເສັ້ນ​ຜ່າ​ກາງ​ແຕ່ 20 – 60 cm. ຄ້ອງ​ຊຸດ​ໜຶ່ງ​ຂອງ​ຊາວ​ເຜົ່າ​ບາ​ນາ​ລວມມີ​ຄ້ອງ​ໃຫຍ່ 3 ໜ່ວຍ, ຢູ່​ໃຈກາງ​ມີຫົວ ​ແລະ ຄ້ອງ​ນ້ອຍ​ປະມານສິບ​ໜ່ວຍ. ​ເມື່ອ​ຕີຄ້ອງ, ຊາວ​ເຜົ່າ​ບາ​ນາ​ເຄີຍ​ເອົາ​ຜ້າພັນ​ໄມ້ຕີ​ເພື່ອ​ລັ່ນ. ຄ້ອງ​ຍິ່ງໃຫຍ່​ເທົ່າ​ໃດ​ສຽງ​ຍິ່ງຕຳ່​ເທົ່າ​ນັ້ນ, ກົງກັນ​ຂ້າມ​ຄ້ອງ​ຍິ່ງ​ນ້ອຍ​ເທົ່າ​ໃດ​ສຽງ​ຍິ່ງ​ສູງ​ເທົ່າ​ນັ້ນ. ​ໃນ​ໂອກາດ​ງານ​ບຸນຕ່າງໆ, ສຽງ​ຄ້ອງ​ຂອງ​ຊາວ​ເຜົ່າ​ບາ​ນາກໍ່​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ຢ່າງ​ຟົດ​ຟື້ນ, ອັນ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ວັດທະນະທຳ​ຄ້ອງ​ໄຕ​ງວຽນອຸດົມສົມ​ບຸນ​ຍິ່ງ​ຂຶ້ນ. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ເພື່ອ​ໃຫ້​ຄະນະ​ກຳມະການ​ວັດທະນະທຳ​ສຶກສາ ​ແລະ ວິທະຍາສາດ​ສະຫະ​ປະຊາ​ຊາດ (unesco) ຮັບຮອງ​ວ່າ​​ເປັນມໍລະດົກ​ວັດທະນະທຳ​ຂອງ​ໂລກ.

        ​ໃນ​ການ​ເຄື່ອນ​ໄຫວ​ດົນຕີ​ຂອງ​ຕົນ, ຊາວ​ເຜົ່າ​ບາ​ນາ​ຍັງ​ຜະລິດ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ປະ​ເພດ​ອີກ​ຄື: ຕຼຶງ, ​ຕິງ​ນິງ, ​ກະ​ນີ, ຫຼື​​ເຄື່ອງ​ດົນຕີ​ດ້ວຍ​ໄມ້ໄຜ່​ໄມ້​ເຮ້ຍ​ຄື: ກຼົງປຸດ, ​ ກຼອງປຸດ, ດິງ​ເຢີ​ງ, ດິງຮໍ... ອ້າຍ​ດ່າວມິ​ງງອກ, ຢູ່​ຫໍພິພິດ​ຕະພັນ​ຊົນ​ເຜົ່າ​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

        “​ເຄື່ອງ​ດົນຕີ​ເຫຼົ່າ​ນັ້ນ​ເຄີຍ​ນຳ​ໃຊ້​ໃນ​ພິທີງານ​ບຸນວັດທະນະທຳ, ​ໃນ​ຄຳ່​ຄືນ​ທີ່​ບ່າວ​ສາວ​ຂັບ​ກ້ຽວກັນ, ມີ​ເຄື່ອງ​ດົນຕີ​ບາງ​ປະ​ເພດ​ແມ່ນໃຊ້​ສະ​ເພາະໃນ​​ໂອກາດ​ຄອບຄົວ, ໝູ່​ເພື​ອ່ນ​ເຕົ້າ​ໂຮມ​ກັນ, ຫຼື​ໃນ​ຄຳ່​ຄືນ​ທີ່​ຜູ້​ເຖົ້າ​ຂັບ​ໃຫ້​ຜູ້​ໜຸ່ມ​ຟັງ​ເທົ່າ​ນັ້ນ.​“

ເຄື່ອງດົນຕີບາງປະເພດທີ່ເປັນເອກະລັກສະເພາະຂອງຊາວເຜົ່າບານາ - ảnh 2

ຊຸດຄ້ອງຂອງຊົນເຜົ່າບານາ

        ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ບາ​ນາ, ຕຼຶງ​ແມ່ນ​ເຄື່ອງ​ດົນຕີ​ທົ່ວ​ໄປ, ທີ່​ເຮັດ​ດ້ວຍລຳ​ໄມ້​ໄຜ່, ​ໄມ້​ເຮ້ຍ, ດ້ວຍຂະໜາດ​ໃຫຍ່​ນ້ອຍທີ່​ແຕກ​ຕ່າງ​ກັນ​ ​​ແລະ ຕິດ​ໃສ່​ກັນດ້ວຍ​ເສັ້ນ​ຫວາຍຕາມ​ລຳດັບ​ຈາກລຳ​ໃຫຍ່ ​ແລະ ຍາວ​ຫາລຳ​ນ້ອຍ ​ແລະ ສັ້ນ.​​​ເມື່ອ​ຫຼິ້ນເຄື່ອງດົນຕີປະ​ເພດ​ນີ້ດ້ວຍ​ໄມ້ຕີ, ມັນ​ຈະ​ອອກສຽງ​ສູງ​ຕຳ່​ທີ່​ແຕກ​ຕ່າງ​ກັນຄື​ດັ່ງສຽງ​ນຳ້​ຫ້ວຍ​ໄຫລ, ສຽງ​ນຳ້ຕົກ​ຕາດ, ສຽງ​ລົມ​ພັດ​ໃສ່​ປ່າ​ໄມ້​ໄຜ່ໄມ້​ເຮ້ຍ. ທ່ານ ອາ​ເງີ, ຊາວ​ເຜົ່າ​ບາ​ນາ​ຢູ່​ແຂວງ​ດັກ​ລັກ, ​ໃຫ້​ຮູ້​ວ່າ:

​ເຄື່ອງ​ດົນຕີ ຕຼຶງ ບໍ່​ໃຊ້​ໃນ​ຄອບ​ຄົວ, ຫາກ​ພຽງແຕ່​ໃຊ້ ກຼົງປຸດ​ເທົ່າ​ນັ້ນ. ເຄື່ອງ​ດົນຕີ ຕຼຶງກ່ອນ​ນີ້​ຖືກ​ປະກອບ​ດ້ວຍ​ລຳ​ໄມ້​ໄຜ່, ​ໄມ້​ເຮ້ຍ​ພຽງ 7 – 8 ລຳ​, ​ແຕ່​ປະຈຸ​ບັນ​​ພັດປະກອບ​ດ້ວຍ​ຫຼາຍ​ລຳ, ດັ່ງ​ນັ້ນຈຶ່ງ​ສາມາດ​ເສບ​ດົນຕີ​ຫຼາຍ​ບົດ​ໄດ້ “.

ເຄື່ອງດົນຕີບາງປະເພດທີ່ເປັນເອກະລັກສະເພາະຂອງຊາວເຜົ່າບານາ - ảnh 3

ເຄື່ອງດົນຕີ ກຼົງປຸດ

​ໃນ​ເຄື່ອງ​ດົນຕີ​ປະ​ເພດ​ຕ່າງໆ​ຂອງ​ຊາວ​ເຜົ່າ​ບາ​ນາ, ຕິງ​ນິງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຄື່ອງ​ດົນຕີ​ພິ​ເສດສະ​ເພາະ​ທີ່​ສຸດ. ຕິງ​ນິງ​ເຮັດ​ດ້ວຍ​ໄມ້​ໄຜ່ລຳ​ດຽວ, ຫົວ​ທັງ​ສອງ​ເບ​ື້ອງລ້ວນ​ແຕ່​ມີ​ຂໍ້​ປິດ, ​ເຊິ່ງປະກອບ​ດ້ວຍ​ເຊືອກ​ແຕ່ 10 – 18 ສາຍ. ກ່ອນ​ນີ້​ຊາວ​ເຜົ່າ​ບາ​ນາ​ໃຊ້​​​​ໃຍ​ໄໝຖູ​ຂີ້​ເຜິ້ງ​​​ເຮັດເປັນ​ເຊືອກ. ​ເພື່ອ​​ເຮັດໃຫ້​ເຄື່ອງ​ດົນຕີ​ປະ​ເພດ​ນີ້​ມີ​ສຽງ​ດັງ​ກ້ອງກວ່າ, ນັກ​ສິລະ​ປະກຳ​ບາງ​ທ່ານ​ໄດ້ນຳ​​ໝາກ​ນຳ​ເຕົ້າແຫ້ງເຄິ່ງໜ່ວຍ ຕິດ​ໃສ່ຕື່ມ​ອີກ. ສຽງ​ຕິງ​ນິງສູງ ​ແລະ ບໍ່​ຟົດ​ຟື້ນ​ຄື​ສຽງ ຕຼືງ ​ແລະ ຜູ້​ຊາຍ​ຊາວ​ເຜົ່າ​ບາ​ນາ​ເຄີຍ​​ໃຊ້​ຕິງ​ນິງ​ໃນ​ຍາມ​ຄຳ່​ຄືນ​ເພື່ອ​ນັດ​ພົບ​ກັນ​ກັບ​ຜູ້​ສາວ.

​ໃນ​ວິວັດ​ແຫ່ງ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ ​ແລະ ພິຊິດ​ທຳ​ມະ​ຊາດ, ຊາວ​ເຜົ່າ​ບາ​ນາ ຍັງ​ຜະລິດ​ເຄື່ອງ​ດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະຫຼາຍ​ປະ​ເພດອີກ​ເຊັ່ນ ​ເປີ​ແຈ​ດ, ​ແຣງ​ແຮ​ວ. ນີ້​ແມ່ນ​ເຄື່ອງ​ດົນຕີ​ເຮັດ​ດ້ວຍ​ໄມ້​ໄຜ່​ໄມ້​ເຮ້ຍ​ໃຊ້​​ແຮງ​ນຳ້, ​ແຮງ​ລົມ​ເພື່ອ​ສ້າງ​ເປັນ​ສຽງ. ນອກ​ນັ້ນ​ເຂົາ​ເຈົ້າ​ຍັງ​ມີ​ຂຸ່ຍຫຼາຍ​ປະ​ເພດ​ຄື: ດິງບຸດ​, ດິງ​ເຢີ​ງ, ດິງຮໍ...ອີກ.

​ເມື່ອ​ມາ​ຢ້ຽມຢາມ​ບ້ານ​ຕ່າງໆ​ຂອງ​ຊາວ​ເຜົ່າ​ບາ​ນາ​ໃນ​ໂອກາດ​ງານ​ບຸນ​ລະດູບານ​ໃໝ່, ​ໃນ​ບັນຍາກາດ​ພູຜາ​ປ່າ​ໄມ້​ທີ່​ກວ້າງ​ໃຫຍ່​ໄພສານ​ນັ້ນ, ​ເພື່ອນ​ຈະ​ໄດ້​ຮັບຊົມ ​ແລະ ​ຟັງດົນຕີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ບາ​ນາ. ບັນຍາກາດ​ງານ​ບຸນ​ເຫຼົ່າ​ນັ້ນ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ສີສັນ​ຊົນ​ເຜົ່າ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ຄວາມ​ໜຸ່ມ​ແໜ້ນ, ຄວາມ​ນິຍົມ​ດົນຕີ, ຄວາມຮັກ​ຊີ​ວິດຂອງ​ຊາວ​​ເຜົ່າບາ​ນາ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ