ເຄື່ອງດົນຕີໃນງານບຸນຕ່າງໆຂອງຊາວເຜົ່າຈຳ

 (vovworld)-  ດົນຕີ ​ແລະ ຟ້ອນລຳ​ທຳ​ເພງມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ດ້ານ​ຈິດ​ໃຈ​ຂອງຊາວ​ເຜົ່າ​ຈຳ. ​ໃນ​ງານ​ບຸນ​ປະ​ເພນີ​ຕ່າງໆ, ການສະ​ແດງ ຟ້ອນລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຈຳ​​, ​​ເຄື່ອງ​ດົນຕີ ຊື່​ງ​ແມ່ນ​ປັດ​ໄຈ​ສ້າງ​ເປັນ​ຈຸດ​ພິ​ເສດສະ​ເພາະ, ​ເຕັມ​ໄປ​ດ້ວຍສີສັນ​ວັດທະນະ​ທຳ​ຊົນ​ເຜົ່າ​ຈຳແມ່ນ​ຂາດ​ບໍ່​ໄດ້. ​ເຄື່ອງ​ດົນຕີ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຈຳ​ມີ​ຄວາມ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ​ຄື: ກອງ​ກີ​ນັງ (Ghi năng), ກອງ​ປາຣານຶງ (Paranung), ​ແຄນ​ຊາຣານາຍ (Sa ra nai), ​ແຄນ​ກາ​ຍີ (Ca nhi)…. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມ ພາກ​ນີ້, ນັກ​ຂ່າວ VOV ຈະ​​ແນະ​ນຳ​ເຄື່ອງ​ດົນຕີ​ຕົ້ນຕໍ​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ຜົ່າຈຳ, ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

 ເຄື່ອງດົນຕີໃນງານບຸນຕ່າງໆຂອງຊາວເຜົ່າຈຳ - ảnh 1

ກອງ​ປາຣານຶງ

(ພາບ: ponagar.blogspot.com)

ໃນ​ບັນດາ​ງານ​ບຸນ​ຂອງ​ຊາວ​ເຜົ່າ​ຈຳ, ສຽງ​ກອງ​ປາຣານຶງ ​ແມ່ນ​ຂາດ​ບໍ່​ໄດ້. ນີ້​ແມ່ນ​ປະ​ເພດ​ກອງ​ມົນ, ໜ້າ​​ເບື້ອງໜຶ່ງ​​ເຮັດ​ດ້ວຍ​ໜັງ, ສຽງກອງ​ປາຣານຶງ ​ເຄີຍ​ ປະສານ​ສຽງ​ພ້ອມ​ກັບ​ສຽງແຄນ​ຊາຣານາຍ ​ແລະ ສຽງກອງ​ກີ​ນັງ. ​ເມື່ອ​ຕີ​ກອງ, ຜູ້​ຕີ​ກອງ​ຈະຕັ້ງກອງ​ຢູ່​ໜ້າ​ທ້ອງ ​ແລະ ​ ​ຕົບມື​ໃສ່​ໜ້າ​ກອງ​​ໃຫ້​ດັ່ງ​ເປັນ​ສຽງດ້ວຍ​ຈັງຫວະ​ຂຶ້ນ​ລົງ​ທີ່​ແຕກ​ຕ່າງ​ກັນ. ຕາມ​ທັດສະນະ​ຂອງ​ຊາວ​ເຜົ່າ​ຈຳ, ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ​ເປັນ​ສັນ​ຍາ​ລັກ​​ໃຫ້​ຄົນ​ຜູ້​ໜຶ່ງ. ທ່ານ​ກວາງ​ຢຶ້ງ (Quảng Dựng) ນັກ​ສິລະ​ປະການສັງກັດ​ສູນ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ເມືອ​ງນິງ​ເຟືອ​ກ ​ແຂວງ​ນິງທ້ວນ ​ໃຫ້​ຮູ້​ວ່າ:

   “​​​ແຄນ​ຊາຣານາຍ​​ເປັນ​ຕົວ​ແທນ​ແກ່​ສົບ, ກອງ​ປາຣານຶງເປັນ​ຕົວ​ແທນ​ໃຫ້​ທ້ອງ ສ່ວນ​ກອງ​ກີ​ນັງ​ແມ່ນ​ສອງ​ຫົວ​ເຂົ່າ. ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ​​ເຄີຍຫຼີ້ນ​ໃນ​ງານບຸນ​ຂອງ​ຊົນ​ເຜົ່າ. ​ສ່ວນແຄນ​ຊາຍຣານາຍ ຍັງ​ຖືກ​ໃຊ້​ໃນ​ງານ​ສົບ​ອີກ. ​ໃນ​ງານ​ບຸນ, ມີ​ແຕ່ໝໍ​ມຶງ​​ໂຕ່ນ​ຈຶ່ງ​ໄດ້ຕີ​ກອງ​ປາຣານຶງ​ເທົ່າ​ນັ້ນ, ສ່ວນແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ​ໃຜ​ຕີ​ກໍ່​ໄດ້ “

​    ​ເມື່ອ​ຕີ​ກອງ​ກີ​ນັງຕ້ອງ​ຕີ​​ເປັນ​ຄູ່ ​ແລະ ຕັ້ງບ່ຽງ​ກັນ, ໜ້າ​ໜຶ່ງ​ຕິດ​ກັບ​ໜ້າດິນ, ໜ້າ​ໜຶ່ງ​ມຸ້ງ​ໄປ​ສູ່​ທ້ອງຟ້າ. ບັນດາ​ຈັງຫວະ​ອັນ​ຟົດຟື້ນຂອງ​ກອງ​ກີ​ນັງ​ໄດ້​ປະກອບ ສ່ວນ​ເຮັດ​ໃຫ້​ບັນ​ຍາ​ກາດ​ໃນ​ງານ​ບຸນ​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ກ່ວາ.

 ເຄື່ອງດົນຕີໃນງານບຸນຕ່າງໆຂອງຊາວເຜົ່າຈຳ - ảnh 2

ງານ​ບຸນ​ລະດູບານ​ໃໝ່​ຂອງ​ຊາວ​ເຜົ່າ​ຈຳ

(ພາບ: baogialai.com.vn)

  ສ່ວນ​ແຄນ​ຊາຣານາຍ​ແມ່ນ​ເຄື່​ອງດົນຕີ​ປະ​ເພດ​ໜຶ່ງ​ໃຊ້​ດ້ວຍ​ວິທີ​ເປົ່າ. ບັນດາ​ນັກ​ສິລະ​ປະການ​ເຄີຍ​ປຽບທຽບ ແຄນ​ຊາຣານາຍ​ແມ່ນ​ພາກສ່ວນ​ທຳ​ອິດຂອງ​ດົນຕີ 3 ປະ​ເພດ​ຄື: ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ຍ້ອນ​ວ່າ: ສຽງ​ແຄນ​ຊາຣານາຍ ​​ເຄີຍ​ເປີດ​ສາກ​ໃຫ້​ແຕ່​ລະບົດ​ເພງ, ວາ​ດຟ້ອນ ຫຼື​ຫັນ​ແຕ່​ທຳນອງ​ນີ້​ໄປສູ່​ທຳນອງ​ອື່ນ.

  ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ​ໄດ້​ສ້າງຄວາມດູດ​ດືມ​​ໃຫ້​ແກ່​ຜູ້​ຟັງທີ່​ສຸດ​ແຕ່​ເພື່ອ​ນຳ​ໃຊ້​ດົນຕີ​ປະ​ເພດ​ເລົ່າ​ນັ້ນ​ບໍ່​ແມ່ນ​ເລື່ອງ​ທີ່​ງ່າຍດາຍ. ນັ້ນ​ແມ່ນ​ບັນດາ​​ເຕັກນິກ​ທີ່​ຍາກ, ຮຽກຮ້ອງ​ໃຫ້​ມີ​ການ​ຝຶກ​​ແອບ​ຢ່າງໝັ້ນພຽນ​ໃນ​ໄລຍະ​ຍາວ. ຜູ້​​ແອບ​ຕີ​ກອງ, ​ເປົ່າ​ແຄນ​ຕ້ອງ​​ແອບ​ຢູ່​ບ່ອນໄກ​ຈາກ​ບ້ານ​ເພື່ອ​ ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງບ້ານ. ທ່ານ ກວາງ​ຢຶ້ງ (Quảng Dựng) ນັກ​ສິລະ​ປະການສັງກັດ​ສູນ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ເມືອ​ງນິງ​ເຟືອ​ກ ​ແຂວງ​ນິງທ້ວນ ​ໃຫ້​ຮູ້​ວ່າ:

   “​​​​ບໍ່​ໄດ້​ຕີ​ກອງ​ປາຣານິງ, ​ເປົ່າ​ແຄນ​ຊາຣານາຍໃນ​ບ້ານ. ​ເມື່ອ​ຮຽນຕີ​ກອງ​ປາຣານິງ, ​ເປົ່າ​ແຄນ​ຊາຣານາຍ ຕ້ອງ​ຮຽນ​ຢູ່​ເຂດໄຮ່​ນາ​ຢູ່​ຫ່າງໄກ, ​ເພື່ອສຽງ​ຂອງ​ມັນ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ເຮັດ​ໃຫ້​ຜູ້​ເຖົ້າຜູ້​ແກ່ຖ້າ​ຕີ​ໃນ​ບ້ານ, ຜີ​ແຖນ​ຈະ​ເຂົ້າບ້ານ“

ຊາວ​ເຜົ່າ​ຈຳ​ຢູ່​ແຂວງ​ບິ່ງ​ທ້ວນ, ນິງທ້ວນບໍ່​ພຽງ​ແຕ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ ການ​ຫຼີ້ນດົນຕີ​ພື້ນ​ເ​ມື​ອງຂອງ​ຊາວ​ເຜົ່າ​ຕົນ​ເທົ່າ​ນັ້ນ, ຫາກ​ເຂົາ​ເຈົ້າຍັງ​ສາມາດ​ຜະລິດກອງ, ​ແຄນ​ອີກ​ດ້ວຍ. ​ເພື່ອ​ຜະລິດຊຸດ​ເຄື່ອງ​ດົນຕີ 3 ປະ​ເພດ​ດັ່ງກ່າວ, ນາຍ​ຊ່າງ​ມີ​ສີມື​ດີ​ກໍ່​ຕ້ອງ​ໃຊ້​ເວລາ​ເຖິງ​ເດືອ​ນໜຶ່ງ. ຢູ່​ນິງທ້ວນ ມີ​ນັກ​ສິລະ​ປະ​ການທຽນ​ແຊງ​ເທ​ມ (Thiên Sanh Thềm) ​ເປັນ​ຜູ້​ສາມາດ​ຫຼີ້ນ ​ແລະ ຜະລິດ​ດົນຕີ​ປະ​ເພດ​ຕ່າງໆ​ໄດ້. ທ່ານ​ເທ​ມ ​ໃຫ້​ຮູ້​ວ່າ: ຜູ້​ທີ່​ສາມາດ​ຫຼີ້ນ ​ແລະ ຜະລິດ​ດົນຕີ​ປະ​ເພດ​ຕ່າງໆ​ໄດ້​ຄື​ທ່ານ​ບໍ່​ມີ​ຫຼາຍ​ອີກ, ສະນັ້ນ, ທ່ານ​ຕ້ອງ​ສຸມ​ໃສ່​ການສອນ​ໃຫ້​ລູກ​ຫຼານ​ເພື່ອ​ໃຫ້​ເຂົາ​ເຈົ້າສືບ​ທອດ​ສິ່ງ​ທີ່​ລຸ່ນ​ພໍ່​ລຸ່ນ​ອ້າຍ​ກຳລັງ​ເຮັດ:

   “​​ຂ້າພະ​ເຈົ້າສອນ​ໃຫ້​ພວກ​ຫຼານ​ໜຸ່ມ​ຈົນ​ຮອດ​​ເວລາ​ໄດ້​ຮັບຜົນ. ປະຈຸ​ບັນ, ບັນດາ​ນັກ​ສິລະ​ປະການທີ່ສາມາດ​ຜະລິດ​ກອງ, ​ແຄນ​ຢູ່ນີ້​ບໍ່​ມີ​ຫຼາຍ​ ​ແລະ ລ້ວນ​ແຕ່​ເປັນ​ຜູ້ເຖົ້າຜູ້​ແກ່​ແລ້​ວ, ສະນັ້ນ, ຂ້າພະ​ເຈົ້າຕ້ອງ​​ເຮັດ​ເພື່ອໃຫ້​ພວກ​ລູກ​ຫຼານສືບ​ທອດ​”.

   ​  ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ​ແມ່​ນຊຸດ​ດົນຕີ​ 3 ປະ​ເພດທີ່​ຂາດ​ບໍ່​ໄດ້​ໃນ​ງານ​ບຸນ​ຕ່າງໆ​ຂອງ​ຊາວ​ເຜົ່າ​ຈຳ. ຊາວ​ເຜົ່າ​ຈຳ​ຈະ​ບໍ​ຫຼີ້ນດົນຕີ​ເມື່ອ​​ເຄື່ອງ​ດົນຕີ​ຖືກ​ຂາດໜຶ່ງ​ໃນ​​ສາມ​ປະ​ເພດ​​ທີ່​ເປັນ​ເອກະລັກສະ​ເພາະດັ່ງກ່າວ.  ກອງ​ປາຣານຶງ, ​ແຄນ​ຊາຣານາຍ ​ແລະ ກອງ​ກີ​ນັງ ພຽງ​ແຕ່ປະກົດ​ຕົວ​ໃນ​ບັນດາ​ງານ​ບຸນ​ເທົ່າ​ນັ້ນ, ບໍ່​ຮັບ​ໃຊ້​​ໃນການ​ດຳ​ເນີນ​ຊີວິດ​ປະຈຳ​ວັນ​ຂອງ ປຊຊ. ນັ້ນ​ແມ່ນ​ບັນດາ​ເຄື່ອງ​ດົນຕີ​ທີ່ສັກສິດ, ຕິດ​ພັນ​ມະນຸດ​ກັບ​​ໂລກ​ເທວະ​ດາ​./.

ຕອບກັບ

ຂ່າວ/ບົດ​ອື່ນ