ເບິ່ງແຍງນັກຮຽນບັນດາເຜົ່າສ່ວນໜ້ອຍຢູ່ເມືອງກາວຟອງແຂວງ ຮວ່າບິ່ງ

(VOVWORLD) -ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 22 ປີ, ຄືວັນທີ 10 ສິງຫາປີ 2002. ເຖິງວ່າ ໂຮງຮຽນສະຫງວນສະເພາະໃຫ້ແກ່ນັກຮຽນບັນດາເຜົ່າສ່ວນໜ້ອຍຢູ່ເຂດປະສົບກັບຄວາມຫຫຍຸ້ງຍາກພິເສດກໍ່ຕາມ, ແຕ່ພາຍຫຼັງ 20 ກວ່າປີ, ໂຮງຮຽນໄດ້ກາຍເປັນໜຶ່ງໃນບັນດາຈຸດທີ່ສະຫວ່າງສະໄຫວຂອງຂະແໜງການສຶກສາ ແລະ ບຳລຸງກໍ່ສ້າງແຂວງ ຮວ່າບິ່ງ
ເບິ່ງແຍງນັກຮຽນບັນດາເຜົ່າສ່ວນໜ້ອຍຢູ່ເມືອງກາວຟອງແຂວງ ຮວ່າບິ່ງ - ảnh 1ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງ

     ສົກຮຽນທຳອິດ (2003 - 2004) ໂຮງຮຽນສາມັນກິນນອນຊົນເຜົ່າເມືອງກາວຟອງມີສອງຫ້ອງຮຽນຂັ້ນມັດທະຍົມຕອນຕົ້ນດ້ວຍນັກຮຽນ 60 ຄົນ. ສົກຮຽນ 2018- 2019, ໂຮງຮຽນໄດ້ປ່ຽນຊື່ເປັນໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງ. ມາຮອດປັດຈຸບັນທາງໂຮງຮຽນໄດ້ພັດທະນາທັງທາງດ້ານຈຳນວນແລະຄຸນນະພາບ. ລະບົບໂຮງຮຽນຫ້ອງຮຽນໃຫຍ່ໂຕໂອໂຖງ ປະກອບດ້ວຍຫ້ອງຮຽນ, ເຮືອນຄົວແລະບາງກິດຈະກຳອື່ນໆ. ສົກຮຽນປີ 2022-2023, ໂຮງຮຽນມີ 11 ຫ້ອງໃນນັ້ນມີ 8 ຫ້ອງມັດທະຍົມຕອນຕົ້ນແລະ 3 ຫ້ອງມັດທະຍົມຕອນປາຍດ້ວຍນັກຮຽນລວມທັງໝົດ 290 ຄົນ. ອ້າຍຄູ ເຈິ່ນກວາງຕ໊ວນ ຫົວໜ້າອຳນວຍການໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງໃຫ້ຮູ້ວ່າ:

     “ນັກຮຽນໃນໂຮງຮຽນສ່ວນຫຼາຍແມ່ນຊາວເຜົ່າເມື່ອງ, ພວກນ້ອງກໍ່ຢູ່ເຂດຫ່າງໄກສອກຫຼີກ.ຍ້ອນມີນະໂຍບາຍໜູນຊ່ວຍຂອງລັດ,  ດັ່ງນັ້ນພວກນ້ອງນັກຮຽນໄດ້ຮັບນະໂຍບາຍບຸລິມະສິດອັນໄດ້ຊ່ວຍໃຫ້ພວກນ້ອງມີເງື່ອນໄຂຮ່ຳຮຽນໃຫ້ດີມີນັກຮຽນຫຼາຍຄົນໄດ້ຮັບລາງວັນນັກຮຽນເກັ່ງຂັ້ນແຂວງ ແລະ ສາມາດເສັງໄດ້ຄະແນນເຂົ້າມະຫາວິທະຍາໄລ”.

    ປັດຈຸບັນໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງມີກວ່າ 95% ແມ່ນຊາວເຜົ່າສ່ວນໜ້ອຍ, ໃນນັ້ນສ່ວນຫຼາຍແມ່ນເຜົ່າເມື່ອງ, ຈຳນວນໜ້ອຍແມ່ນເຜົ່າຢ້າວແລະເຜົ່າກິງ.  ນ້ອງຈິ້ງເຮືອງຢາງຊາວເຜົ່າເມື່ອງສັງກັດໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງໃຫ້ຮູ້ວ່າ:

     “ພວກນ້ອງໄດ້ຊົມໃຊ້ນະໂຍບາຍຂອງລັດຢ່າງຄົບຖ້ວນ. ຍົກຕົວຢ່າງຄືຮັບໃຊ້ການຮ່ຳຮຽນດີ, ໄດ້ຮຽນໂດຍບໍ່ເສຍຄ່າ. ໄດ້ຮັບປຶ້ມອຸປະກນການຮຽນຈາກໂຮງຮຽນໂດຍບໍ່ເສຍຄ່າ. ໃນພາຍພາກໜ້ານ້ອງມີຄວາມໄຝ່ຝັນຢາກກາຍເປັນຜູ້ນຳທ່ຽວເພື່ອແນະນຳບ້ານເກີດເມືອງນອນຂອງຕົນປະກອບສ່ວນໂຄສະນາກ່ຽວກັບແຂວງ ຮວ່າບິ່ງໃຫ້ແກ່ເພື່ອນມິດໃນທົ່ວໂລກ”.

      ນອກຈາກການຮັບປະກັນເງື່ອນໄຂການຮ່ຳຮຽນໃຫ້ແກ່ພວກນ້ອງນັກຮຽນນັ້ນ, ທາງໂຮງຮຽນຍັງເອົາໃຈໃສ່ເຖິງການເຄື່ອນໄຫວນອກລະບົບ. ອ້າຍຄູເຈິ່ນກວາງຕ໊ວນ ຫົວໜ້າອຳນວຍການໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງ ໃຫ້ຮູ້ຕື່ມອີກວ່າ:

    “ໂຮງຮຽນກໍ່ໄດ້ເປີດບັນດາສະໂມສອນເພື່ອໃຫ້ພວກນ້ອງມີເງື່ອນໄຂໄດ້ພົບປະແລກປ່ຽນ. ຍົກຕົວຢ່າງຄືສະໂມສອນຮັກສາສີສັນວັດທະນະທຳເຜົ່າເມື່ອງ. ຜ່ານສະໂມສອນນີ້ ພວກນ້ອງໄດ້ເພີ່ມທະວີການນຳໃຊ້ພາສາເຜົ່າເມື່ອງ, ນຳໃຊ້ເຄື່ອງດົນຕີພື້ນເມືອງ. ນັກຮຽນບັນດາເຜົ່າທີ່ນອນໃນໂຮງຮຽນ ຍ້ອນຢູ່ໄກບ້ານ, ດັ່ງນັ້ນທາງໂຮງຮຽນໄດ້ເພີ່ມທະວີການຈັດຕັ້ງການເຄື່ອນໄຫວກ່ຽວກັບທັກສະການດຳລົງຊີວິດ. ການເຄື່ອນໄຫວນອກລະບົບພ້ອມກັບການເຄື່ອນໄຫວສັງຄົມເພື່ອຊ່ວຍພວກນ້ອງພັດທະນາຢ່າງຮອບດ້ານ”.

      ຍ້ອນນັກຮຽນສ່ວນຫຼາຍນອນໃນໂຮງຮຽນ, ຢູ່ໄກບ້ານ ດັ່ງນັ້ນພວກນ້ອງກໍ່ຄິດຮອດຄິດເຖິງຄອບຄົວ ແຕ່ພວກອ້າຍເອື້ອຍຄູໃນໂຮງຮຽນໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງນັກຮຽນ. ເອື້ອຍຄູ ດ່າວທູຮ່າ ຮອງຫົວໜ້າອຳນວຍການໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງໃຫ້ຮູ້ວ່າ:

     “ໂດຍໄດ້ເຂົ້າໃຈດ້ານຈິດຕະຂອງພວກນັກຮຽນ, ບັນດາອ້າຍເອື້ອຍຄູໄດ້ແບ່ງປັນຄຳປຶກສາ ລະດົມກຳລັງໃຈ ໃຫ້ແກ່ພວກນ້ອງນັກຮຽນຄືດັ່ງຜູ້ເປັນພໍ່ເປັນແມ່ຂອງພວກເຂົາ. ໃນໂຮງຮຽນ ບັນດາອ້າຍເອື້ອຍຄູເກືອບທັງໝົດກໍ່ລ້ວນແຕ່ຮູ້ພາສາຊົນເຜົ່າ. ແລະໄດ້ນຳໃຊ້ພາສາຊົນເຜົ່າເພື່ອແລກປ່ຽນແບ່ງປັນກັບພວກນ້ອງ”.

    ສົກຮຽນ 2013-2014 ໂຮງຮຽນໄດ້ຮັບໃບຍ້ອງຍໍຈາກຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ຍ້ອນເປັນໂຮງຮຽນຢືນອັນດັບທີສອງໃນກຸ່ມບັນດາໂຮງຮຽນກິນນອນຊົນເຜົ່າແຂວງ ຮວ່າບິ່ງ. ຮອດສົກຮຽນ 2022- 2023 ໂຮງຮຽນກໍ່ໄດ້ຮັບໃບຍ້ອງຍໍຈາກສະມາຄົມສົ່ງເສີມການຮຽນເມືອງກາວຟອງຍ້ອນມີຜົນງານດີເດັ່ນໃນຂະບວນການສົ່ງເສີມການຮ່ຳຮຽນສົ່ງເສີມຜູ້ທີ່ມີຄວາມເກັ່ງກ້າສາມາດ, ການສ້າງສັງຄົມຮ່ຳຮຽນ. ດ້ວຍຄວາມພະຍາຍາມສູ້ຊົນຂອງພວກອ້າຍເອື້ອຍຄູແລະນັກຮຽນ, ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງກາວຟອງໄດ້ຮັບການຮັບຮອງຈາກແຂວງ ຮວ່າບິ່ງ ແມ່ນໂຮງຮຽນບັນລຸມາດຕະຖານແຫ່ງຊາດ. ຈາກໂຮງຮຽນແຫ່ງນີ້, ມີນັກຮຽນຫຼາຍຄົນສາມາດເສັງໄດ້ຄະແນນເຂົ້າມະຫາວິທະຍາໄລ ແລະ ໄດ້ກາຍເປັນຜູ້ປະສົບຜົນສຳເລັດໃນໜ້າທີ່ການງານເພື່ອອຸທິດສ່ວນໃຫ້ແກ່ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ