ເຜົ່າຢ້າວເຄົາ - ໝວດທີ່ດີເດັ່ນໃນວົງຄະນາຍາດຊົນເຜົ່າຢ້າວ


(vovworld) - ຊາວ​ເຜົ່າ​ຢ້າ​ວ​ເຄົາ​ຫຼື​ເອື້ນວ່າກິມມ່ຽນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໝວດ​ເຜົ່າ​ຢ້າ​ວທີ່​ຍ້າຍ​ມາ​ຫວຽດນາມ​ກ່ອນໝູ່, ດັ່ງ​ນັ້ນ​ເຂົາ​ເຈົ້າ​ຈຶ່ງໄດ້​ຮັບ​ຖື​ວ່າ​ແມ່ນ​ໝວດ​ຕົ້ນຕໍຂອງ​ຊົນເຜົ່າ​ຢ້າ​ວ. ​

ເຜົ່າຢ້າວເຄົາ - ໝວດທີ່ດີເດັ່ນໃນວົງຄະນາຍາດຊົນເຜົ່າຢ້າວ - ảnh 1

ຊາວ​ເຜົ່າ​ຢ້າ​ວ​ເຄົາ
(ພາບ: ອິນເຕີແນດ)

        ຍ້ອນ​ເງື່ອນ​ໄຂ​ປະຫວັດສາດ, ຊາວ​ເຜົ່າ​ຢ້າ​ວ​ເຄົາ​ຈຶ່ງ​ຍ້າຍ​ມາອາ​ໄສ​ຢູ່​ແຂວງລາ​ຍ​ເຈົາ ​ແລະ ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຢູ່​​ຕາ​ແສງຕ່າງ​ໆໃນເມືອງ​ສິ່ນ​ໂຮ່​ຄື: ຕາ​ຜີ່​ນ, ພັງ​ໂຊ​ລິນ, ຕາ​ຫງາ​ວ, ລ່າງ​ໂມ, ຫ້ວຍ​ຫຼວງ. ອະທິບາຍ​ກ່ຽວ​ກັບ​ຊື່​ເອີ້ນ​ຂອງ​ຊົນ​ເຜົ່າ​ຕົນ, ປ້າ ​ເຕິ໋ນມີ້​ຫວານ ຢູ່​ຕາ​ແສງ​ຕ່າ​ຜີ່​ນ​ເວົ້າວ່າ:

        ”​ໃນ​ເມື່ອ​ກ່ອນ​ຊາວ​ເຜົ່າ​ຂອງ​ຕົນ​ບໍ່ຮູ້ຕຳ່​ຜ້າ ​ແລະ ຜະລິດ​ເສັ້ນ​ໄໝ, ພຽງ​ແຕ່​ຊື້​ຜ້າ​ແພ, ​ເສັ້ນ​ໄໝ​ຂອງ​ຊາວ​ເຜົ່າ​ຜູ້​ໄທ, ຊາວ​ເຜົ່າ​ລຶ, ຊາວ​ເຜົ່າ​ລ້ານ​ແຕນມາ​ຫຍິບໂສ້ງ, ​ເສື້ອ, ສິ້ນ​ເທົ່າ​ນັ້ນ. ດັ່ງ​​ນັ້ນຈຶ່ງ​ເອີ້ນ​ວ່າ​ເຄົາ (ພາສາ​ຫວຽດນາມ​ແມ່ນຫຍິບ) ”.

        ຕາມ​ການ​ຄົ້ນ​ຄ້ວາ​ຂອງ​ ດຮ ວີ​ວັນ​ອານ, ຫົວໜ້າ​ຫ້ອງ​ຄົ້ນ​ຄ້ວາ, ຮຽບຮຽງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສັງກັດ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ​ແລ້ວ, ຊາວ​ເຜົ່າ​ຢ້າ​ວ​ເຄົາຄວາມ​ຈິງ​ແມ່ນ​ຊາວ​ເຜົ່າ​ຢ້າ​ວ​ແດງ.

        “​ເຂົາ​ເຈົ້າ​ອະທິບາຍ​ວ່າ, ຊາວ​ເຜົ່າ​ຢ້າ​ວຢູ່​ທີ່​ນີ້​ມີ​ແຕ່​ຫຍິບ​ໂສ້ງ​ເສື້ອຕະຫຼອດ​ວັນ. ​ເຂົາ​ເຈົ້າ​ຖືກ​ຈັດ​ໃນ​ໝວດ​ຊາວ​ເຜົ່າ​ຢ້າ​ວ​ແດງ. ​ເສື້ອ​ຂອງ​ຜູ້ຍິງ​ຍາມ​ໃດ​ກໍ່​ມີ​ລາຍ​ດອກ​ສີ​ແດງ. ​ແຕ່​ເມື່ອ​ຈັດ​ເປັນ​ໝວດ​ເຂົາ​ເຈົ້າ​ພັດບໍ່​ຮັບຮອງ​​ຕົນ​​ເອງ​ແມ່ນຊົນ​ເຜົ່າ​ຢ້າ​ວ​ແດງ, ຫາກ​ແມ່ນ​ເຜົ່າຢ້າ​ວ​ເຄົາ ​ຫຼື​ເອີ້ນ​ວ່າ​ກິມມ່ຽນ, ໝາຍ​ຄວາມ​ວ່າໝວດ​ເຜົ່າ​ຢ້າ​ວທີ່​ຍ້າຍ​ມາ​ຫວຽດນາມ​ກ່ອນໝູ່“.

ເຜົ່າຢ້າວເຄົາ - ໝວດທີ່ດີເດັ່ນໃນວົງຄະນາຍາດຊົນເຜົ່າຢ້າວ - ảnh 2

ຊາວ​ເຜົ່າ​ຢ້າ​ວ​ເຄົາ
(ພາບ: ອິນເຕີແນດ)

        ​ເມືອງ​ຊິ່ນ​ໂຮ່, ​ແຂວງ​ລາຍ​ເຈົາ ​ແມ່ນ​ແຫ່ງ​ທີ່​ມີ​ຊາວ​ເຜົ່າ​ຢ້າ​ວຫຼາຍ​ຄົນດຳລົງ​ຊີວິດ, ພິ​ເສດ​ແມ່ນ​ຊາວ​ເຜົ່າ​ຢ້າວ​ເຄົາ. ຕາມ​ພາສາ​ທ້ອງ​ຖີ່​ນ,​ ສິ່ນ​ໂຮ່ໝາຍ​ຄວາມ​ວ່າ​ແຫ່ງ​ມີ​ຫ້ວຍ​ຫຼາຍ​ລຳ. ​ໂດຍ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ສູງ, ​ແຕ່​ມີ​ແຫຼ່ງນຳ້​ຫຼວງ​ຫຼາຍ, ດັ່ງ​ນັ້ນ​ປະ​ເພນີ​ດຳລົງ​ຊີວິດ, ທຳ​ການ​ຜະລິດ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເຄົາ​ກໍ່​ແຕກ​ຕ່າງ​ກັບ​ໝວດ​ເຜົ່າ​ຢ້າ​ວອື່ນໆ. ​ໃນ​ມື້ໜຶ່ງ​ອາກາດ​ຢູ່​ສິ່ນ​ໂຮ່ ມີ 4 ລະດູ​ຄື: ລະດູບານ​ໃໝ່, ລະດູ​ຮ້ອນ, ລະດູ​ໃບ​ໄມ້​ຫຼົ່ນ ​ແລະ ລະດູ​ໜາວ. ອຸນຫະພູມ​ສະ​ເລ່ຍ​ໃນ​ປີ​ແມ່ນ 22 ອົງສາ. ​ແຕ່​ອາກາດ​ຢູ່​ທີ່​ນີ້​ພັດ​ຮ້າຍ​ແຮງ​ຍ້ອນມີນຳ້ໝອກ, ​ເຝື້ອ​ໝອກ​ໃນ​ລະດູ​ຮ້ອນ ​ແລະ ນຳ້​ແກ່ງ​ໃນ​ລະດູຝົນ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​ປຸກ​ສ້າງ​ເຮືອນ, ​ເຂົາ​ເຈົ້າ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງວັດຖຸ ​ແລະ ​ວິທີ​ເຮັດ. ດຮ ວີ​ວັນ​ອານ, ​ໃຫ້​ຮູ້​ວ່າ:

        “ວັດຖຸ​ກໍ່ສ້າງ​ເຮືອນ​ແມ່ນ​ໄມ້, ​ໄມ້​ໄຜ່ ​ແລະ ຫຼັງຄາ​ມຸງ​ດ້ວຍ​ຫຍ້າ. ​ເຮືອນ​ຕຳ່, ປ່ອງຢ້ຽມ​ບໍ່​ຫຼາຍ. ປະຈຸ​ບັນຢູ່​ສິ່ນ​ໂຮ່ມີຫຼາຍ​ຄອບຄົວ​ໄດ້​ກໍ່ສ້າງ​ເຮືອນ​ດ້ວຍດິນ​ຈີ່ ​ແລະ ມຸງ​ດ້ວຍໂປຼ​ຊີມັງ, ຫຼື​ດິນຂໍ. ​ແທ່ນ​ບູຊາ​ຕັ້ງ​ຢູ່​ຫ້ອງ​ກາງ. ຖ້າຄອບຄົວ​ໃດ​​ຖື​​ຜີ ຫຼື ໝໍ​ຢາກໍ່​ຕັ້ງ​ແທ່ນ​ບູຊາ​ຜີ ​ແລະ ຜູ້​ສ້າງອາຊີບຕື່ມ​ອີກ​ອັນ​ໜຶ່ງ​ຢູ່​ຕິດ​ກັບ​ແທ່ນ​ບູຊາ​ບັນພະບຸລຸດ“.

ເຜົ່າຢ້າວເຄົາ - ໝວດທີ່ດີເດັ່ນໃນວົງຄະນາຍາດຊົນເຜົ່າຢ້າວ - ảnh 3

ຊາວ​ເຜົ່າ​ຢ້າ​ວ​ເຄົາ
(ພາບ: ອິນເຕີແນດ)

        ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຢູ່​ເມືອງ​ສິ່ນ​ໂຮ່ ກໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ, ​ເສດຖະກິດ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເຄົາ. ຖ້າ​ຫາກ​ບັນດາ​ໝວດ​ຊົນ​ເຜົ່າ​ຢ້າ​ວຖື​ສາລີ​ເປັນ​ແຫຼ່ງທັນ​ຍາ​ຫານ​ຕົ້ນຕໍ, ຊົນ​ເຜົ່າ​ຢ້າ​ວ​ເຄົາ​ພັດ​ຖື​ເຂົ້ານາ​ທາມ​ເປັນ​ຕົ້ນ. ລ້ຽງສັດ​ສ່ວນ​ຫຼາຍ​ແມ່ນ​ງົວ, ຄວາຍ, ພິ​ເສດ​ແມ່ນ​ໂຕ​ແບ້. ບາງ​ຄອບຄົວມີ​ຟາ​ມລ້ຽງ​ແບ້​ນັບ​ຮ້ອຍ​ໂຕ. ​ເຖິງ​ວ່າ​ອາຊີບ​ຕຳ່​ຜ້າ​ບໍ່​ພັດທະນາກໍ່ຕາມ, ​ແຕ່​ຍ້ອນ​ດຳລົງ​ຊີວິດ​ຢູ່​ເຂດ​ທີ່​ມີ​ອາກາດ​ໜາວ​ເຢັນ​ໃນ​ເຂດ​ພູ​ພຽງ​ສິ່ນ​ໂຮ່, ​ຊາວ​ເຜົ່າ​ຢ້າ​ວ​ເຄົາກໍ່​ຮູ້​ປູກ​ຕົ້ນ​ຝ້າຍ ​ແລະ ປັກ​ແສ່ວຢູ່​.

        ​​ເຄື່ອງນຸ່ງ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເຄົາ​ມີ​ສີ​ຄາມ​ເປັນ​ຕົ້ນ. ຜູ້ຍິງ​ຊົນ​ເຜົ່າ​ຢ້າ​ວ​ເຄີຍ​ນຸ່ງ​ເສື້ອ​ຍາວ ​ແລະ ​ຮັດສາ​ຍ​ແອວ, ​ແລະ​ໃຊ້​ຜ້າພັນ​ຫົວ​ສີດຳ, ຍາວ 5 ວາ​ແຂນ, ກວ້າງ​ແຕ່ 25 – 30 cm. ຊີວິດ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເຄົາ​ໃນ​ປະຈຸ​ບັນ​​ເຖິງ​ວ່າໄດ້​ເຊື່ອມ​ໂຍງ​​ເຂົ້າກັບ​ການ​ພັດທະນາ​ຂອງ​ສັງຄົມ, ດ້ວຍ​ການ​ນຳ​ໃຊ້​ເຕັກນິກທີ່​ກ້າວໜ້າ​ໃນ​ການ​ປູກຝັງ ​ແລະ ລຽງ​ສັດ​ແລ້ວ​ກໍ່ຕາມ, ​ແຕ່​ເອື້ອຍ​ນ້ອງ​ຜູ້ຍິງ​ຍັງ​ເມົາ​ມົວ​ກັບ​ການ​ປັກ​ແສ່ວ​ເຄື່ອງນຸ່ງ​ຢູ່. ສິ່ງ​ດັ່ງກ່າວ​ປະກອບສ່ວນ​ຮັກສາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ຢ້າ​ວ​ເວົ້າ​ລວມ ​ແລະ ຊາວ​ເຜົ່າ​ຢ້າ​ວ​ເຄົາ​ເວົ້າ​ສະ​ເພາະ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ