ເພງພື້ນເມືອງຂອງຊາວເຜົ່າໄຢ໋ - ຂົວຕໍ່ຕິດພັນປະຊາຄົມ


(vovworld) - ຊາວ​ເຜົ່າ​ໄຢ໋ມີ​ສາງສຸພາສິດ, ຄຳ​ຜະຫຍາ, ຄຳທວາຍທີ່​ເປັນ​ເອກະລັກ​ສະ​ເພາະ, ​ທີ່ເລົ່າກ່ຽວ​ກັບ​ເລື່ອງ​ນິທານ ຫຼື​ອະທິບາຍ​ບັນດາ​ປະກົດ​ການ​ໃນ​ທຳ​ມະ​ຊາດ ​ແລະ ສັງຄົມ. ​ໃນ​ສາງ​ວັດທະນະທຳ ສິລະ​ປະ​ທີ່​ອຸດົມສົມ​ບຸນ​ນີ້, ຍັງ​ມີ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຢ໋ອີກ. ຊາວ​ເຜົ່າ​ໄຢ໋ຖື​ວ່າ, ຂັບ​ຮ້ອງ​ເພື່ອ​ຟັງ, ຫາກ​ບໍ່​ແມ່ນ​ເພື່ອ​ຊົມ. ຍ້ອນ​ເຫດ​ນັ້ນ​ການ​ຂັບຮ້ອງ​ຍາມ​ໃດ​ກໍ່​ດຶງ​ດູດ​ຫຼາຍ​ຄົນ​ເຂົ້າ​ຮ່ວມ.

ເພງພື້ນເມືອງຂອງຊາວເຜົ່າໄຢ໋ - ຂົວຕໍ່ຕິດພັນປະຊາຄົມ - ảnh 1

ຊາວເຜົ່າໄຢ໋ສະແດງສິລະປະ

        ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຢ໋ ປະກອບ​ດ້ວຍຫຼາຍ​ຮູບ​ແບບ, ​ແຕ່ລະ​ຮູບ​ແບບມີ​ຫຼາຍ​ບົດ, ຫຼາຍ​ທຳນອງ​ທີ່​ແຕກ​ຕ່າງ​ກັນ, ​ເນື້ອ​ໃນ​ຂອງ​ເພງ​ພື້ນ​ເມືອງ​​ເຄີຍ​ສ່ອງ​ແສງ​ເຖິງ​ຊີວິດ​ການ​ເປັນ​ຢູ່, ດ້ວຍ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​​ເຜົ່າ​ໃນ​ເຂດ​ພູດ​ອຍ, ມີ​ບາງ​ບົດ​ເພງ​ໄດ້ຍ້ອງຍໍ​ທຳ​ມະ​ຊາດ, ຍ້ອງຍໍຄວາມ​ຮັກ​ລະຫວ່າງ​ຄູ່ບ່າວ​ສາວ, ບາງ​ບົດ​ເພງ​​ສຳລັບ​ຄົນ​ຮັ່ງມີ, ບາງ​ບົດ​ເພງ​ສຳລັບຄົນ​ທຸກ​ຍາກ. ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຢ໋ມີ​ສາມ​ຮູບ​​ແບບ​ຕົ້ນຕໍ, ນັ້ນ​ແມ່ນ​ຂັບ​ຂ້າງ​ພາ​ເຫຼົ້າ, ຂັບ​ກ້ຽວ​, ​ແລະ ຂັບ​ສົ່ງ​ກັນ. ​ເຂົາ​ເຈົ້າຂັບ​ເພງ​ພື້ນ​ເມືອງ​ໃນ​ການ​ເຄື່ອນ​ໄຫວ​ສັງຄົມ​ທັງ​ໝົດ​ເຊັ່ນ: ​ໃນ​ງານ​ສົບ, ງານ​ແຕ່ງດອງ, ​ໃນ​ພິທີ​ອວຍພອນ, ​ໃນ​ພິທີ​ງານ​ບຸນ​ຕ່າງໆ, ພິ​ເສດ​ແມ່ນ​ໃນ​ຂະນະ​ທີ່​ບ່າວ​ສາວ​ສະ​ແດງ​ຄວາມ​ຮັກ. ທ່ານ ​ເຊິ່ງຈ໋າງ, ຜູ້​ຄົ້ນ​ຫາ​ບັນດາບົດ​ເພງ​ພື້ນ​ເມືອງ​ບູຮານ​ຂອງ​ຊາວ​ເຜົ່າ​ໄຢ໋, ຢູ່​ຕາ​ແສງຕາ​ວານ​ໄຢ໋, ​ເມືອງ​ຊາ​ປາ, ​ແຂວງ​ລາວ​ກາຍ, ​ໃຫ້​ຮູ້​ວ່າສະພາະ​ໃນ​ງານ​ດອງ​ກໍ່​ມີ​ສາມ​ບົດ​ເພງ​ທີ່​ແຕກ​ຕ່າງ​ກັນ.

        “​ໃນ​ຄາບ​ເຂົ້າ​ກັບ​ໝູ່​ເພື່ອນ​ຢູ່​ຄອບຄົວ​ເຈົ້າ​ສາວ, ໝູ່​​ເພື່ອນຂັບ​ເພື່ອ​ຕັກ​ເຕືອນ​ນາງ​ສາວ​, ຫຼື​ບາງ​ຄົນ​ຂັບ​ຮ້ອງ​ເພື່ອ​ສະ​ແດງ​ຄວາມ​ເສຍດາຍ​ເມື່ອ​ເພື່ອນ​ຂອງ​ຕົນຕ້ອງ​ໄປ​ບ່ອນ​ອື່ນ. ຕໍ່​ມາ, ​ແມ່, ປ້າ, ອາ ຫຼື​ເອື້ອຍ​ເຈົ້າ​ສາວ​ຈະ​ຂັບ​ຕັກ​ເຕືອນ​ນາງ​ສາວ​​ໄປ​ຄອບຄົວ​​ເຈົ້າບ່າວ​ຕ້ອງ​ມີ​ແບບ​ແຜນ​ກິນ​ຢູ່​, ຮັບ​ໃຊ້​ພໍ່​ແມ່, ​ເຮັດ​ວຽກ​ໄຮ່​ການ​ນາຄື​ແນວ​ໃດ…ສ່ວນ​ນາ​ງສາວ​ກໍ່​ຂັບ​ຮ້ອງ​ສະ​ແດງ​ຄວາມ​ຂອບຄຸນ​ຕໍ່ພໍ່​ແມ່, ຜູ້​ທີ່​ໄດ້​ກຳ​ເນີດ ​ແລະ ລ້ຽງ​ດູ​ຕົນ​ເອງ. ​ເມື່ອ​ຄອບຄົວ​ເຈົ້າ​ບ່າວ​ມາ​ຮອດ​ປະຕູ, ​ເຂົາ​ເຈົ້າ​ກໍ່​ຂັບ​ຮ້ອງ​ຂໍ​ໃຫ້​ຄອບຄົວ​ເຈົ້າ​ສາວ​ເປີດ​ປະຕູ​ໃຫ້​ເຂົ້າ​ເຮືອນ. ສ່ວນ​ຄອບຄົວ​ເຈົ້າ​ສາວ​ຈະ​ຖາມ​ຄອບຄົວ​​ເຈົ້າບ່າວ​ມາ​ເຮັດ​ຫຍັງ, ທັງ​ສອງ​ຄອບຄົວ​ຂັບ​ຖາມ​ຕອບ​ກັນ, ຫຼັງ​ຈາກ​ນັ້ນ​ເຂົາ​ເຈົ້າ​ຈຶ່ງ​ເປີດ​ປະຕູ​ໃຫ້​ຄອບຄົວ​ເຈົ້າ​ບ່າວ​ເຂົ້າ.“.

        ຂັບ​ຮ້ອງ​ໃນ​ງານ​ດອງ​ຂອງ​ຊາວ​ເຜົ່າ​ໄຢ໋ ​ແມ່ນ​ປະ​ເພນີ​ທີ່​ດີ​ ​ແລະ ຍັງ​ຄົງ​ຮັກສາ​ໄວ້​ເຖິງ​ປະຈຸ​ບັນ. ບັນດາ​ບົດ​ເພງ​ໃນ​ໂອກາດ​ນີ້​ກໍ່​ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີມ​ນັບ​ມື້​ນັບ​ອຸດົມສົມ​ບຸນ, ​ແທດ​ຈິງ​ກວ່າ​ອີກ. ນີ້​ກໍ່​ແມ່ນ​ຄວາມ​ງາມ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ໄຢ໋.

        “​ໃນ​ໂອກາດ​ບຸນປີ​ໃໝ່, ໝູ່​ເພື​ອ່ນມາ​ຢ້ຽມຢາມ​ກັນ,​ເຂົາ​ເຈົ້າ​ຈັດ​ພາ​ເຂົ້າ​ເຊີນ​ແຂກ. ​ໃນ​ຄາບເຂົ້າ, ​ເຂົາ​ເຈົ້າ​ສາມາດ​ຂັບ​ຮ້ອງ, ລະ​ຫຼິ້ນ, ອວຍພອນ​ກັນ. ​​ເມື່ອ​ດື່ມເຫຼົ້າ​ກໍ່​ຂັບ​ຮ້ອງ​ນຳ​ກັນ​ແຕ່​ກໍ່​ຕ້ອງຕາ​ມລຳດັບ, ທຳ​ອິດ​ຕ້ອງ​ຂັບ​ຮ້ອງ​ຂໍອະນຸຍາດນາຍບ້ານ, ອວຍພອນ​ນາຍບ້ານ, ​ແລ້ວ​ອວຍພອນ​ ຄອບຄົວເຈົ້າ​​ຂອງເຮືອນ​​ໃຫ້ມີ​ສຸ​ຂະພາບ​ເຂັ້ມ​ແຂງ, ມີ​ຄວາມສຸກ, ຫຼັງ​ຈາກ​ນັ້ນ​ຈຶ່ງ​ອວຍພອນ​ໝູ່​ເພື່ອນ, ຍ້ອງຍໍ​ເຫຼົ້າ, ຊີ້ນ ​ແລະ ຍ້ອງຍໍ​ນຳ້​ໃຈ​ເພື​ອ່ນມິດ“.

        ບັນດາ​ບົດ​ເພງ​ພື້ນ​ເມືອງ​ເຄີຍປະກົດໃນ​ພິທີ​ງານ​ບຸນ​ຕ່າງໆ ​ແລະ​ມີ​ທີ່​ຕັ້ງ​ສຳຄັນ​ໃນ​ສາງ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ໄຢ໋. ສຳລັບຊາວ​ເຜົ່າ​ໄຢ໊, ບັນດາ​ບົດ​ເພງ​ພື້ນ​ເມືອງ​ມີ​ການ​ກະທົບ​ຢ່າງ​ແຮງ​ເຖິງ​ຈິດ​ໃຈ​ຂອງ​ແຕ່ລະຄົນ, ​ໃນ​ສາຍ​ພົວພັນ ​ແລະ ​ໃນ​ສະຕິ​ຂອງ​ວົງ​ຄະນາ​ຍາດ. ຜ່ານ​ເພງ​ພື້ນ​ເມືອງ​ແຕ່​ລະ​ບົດ, ​ເຂົາ​ເຈົ້າ​ກໍ່​ຝາກຝັງ​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ຕົນ.

ເພງພື້ນເມືອງຂອງຊາວເຜົ່າໄຢ໋ - ຂົວຕໍ່ຕິດພັນປະຊາຄົມ - ảnh 2

ຖະຫວາຍເຄື່ອງຂອງບູຊາເທວະດາຟ້າແຖນໃນງານບຸນລົງທົ່ງຂອງຊາວເຜົ່າໄຢ໋

        ຂັບ​ເພງ​ພື້ນ​ເມືອງ​ມີ​ຫຼາຍ​ຮູບ​ການ, ​ແຕ່​​ຮູບ​ການ​ທີ່ເຂົາ​ເຈົ້າ​ເຄີຍ​​ໃຊ້ກວ່າ​ໝູ່​, ນັ້ນ​ແມ່ນ​ຂັບ​ກ້ຽວ​ກັນ​ຂອງ​ຄູ່​ບ່າວ​ສາວ. ຊາວ​ເຜົ່າ​ໄຢ໋ຖື​ເປັນ​ສຳຄັນ​ພິທີ​ຂັບກ້ຽວ​ກັນ​​ທີ່​ສຸດ, ​ເພາະວ່າ​ຂັບ​ແບບ​ນີ້​ຄື​ດັ່ງ​ພິທີ​ບັງຄັບ, ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ຂອງ​ໝູ່​ບ້ານ ກໍ່​ຄື​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ບ່າວ​ສາວ​ໃນ​ໝູ່​ບ້ານ, ​ເມື່ອ​ມີ​ເພື່ອນ​ຈາກ​ທາງ​ໄກ​ມາ​ຢາມ. ທ່ານ​ເຊິ່ນ​ຈ໋າງ, ອະທິບາຍ​ວ່າ:

        “​ແຂກ​ມາ​ຢາມ 2, 3 ວັນ, ຖ້າ​ບໍ່​ມີ​ໄຜຂັບ​ຮ້ອງ, ​ເມື່ອ​ກັບ​ເມືອ, ​ເຂົາ​ເຈົ້າ​ຈະ​ຂັບ​ຈົ່ມ​ວ່າ​ໝູ່​ບ້ານ​ບໍ່​ຮັກ​ແພງ​ແຂກ. ​​ເພງ​ພື້ນ​ເມືອງ​ມີ​ແຕ່​ຂັບ​ໃນ​ຍາມ​ກາງຄືນ​ເທົ່າ​ນັ້ນ ​ແລະ ສາມາດ​ຂັບ 2 ຄືນ, 3 ຄືນ​ນຳ​ກັນ, ​ແຕ່​ບໍ່​ຂັບ​ບົດ​ເພງ​ເກົ່າ​ຄືນ​ໃໝ່​ອີກ“.

        ສຽງ​ເພງ​ພື້ນ​ເມືອງ​​ແມ່ນ​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ເຜົ່າ​ໄຢ໋. ​ເຂົາ​ເຈົ້າ​ຂັບ​ຮ້ອງ​​ໃນ​ຍາມ​ໂສກ​ເສົ້າ, ຍາມ​ເບີກບານມ່ວນ​ຊື່ນ, ນັບ​ທັງ​ເວລາ​ກຳລັງ​ເຮັດ​ວຽກ. ​ເມື່ອ​ມີ​ສອງ​ຫຼື​ຫຼາຍ​ຄົນ​ເຂົ້າ​ຮ່ວມ, ​ເຂົາ​ເຈົ້າ​ຍິ່ງ​ຂັບ​ຮ້ອງ​ຫຼາຍ​ກວ່າ​ອີກ. ປ້າ ມ້າ​ທິຫຽນ, ຊາວ​ເຜົ່າ​ໄຢ໋ ຢູ່​ຊາ​ປາ, ​ໃຫ້​ຮູ້​ວ່າ:

        “ພົບ​ກັນ​ຢູ່​ກາງ​ທາງ, ພິ​ເສດ​ແມ່ນ​ພົບ​ກັນຍາ​ມ​ເຊົ້າໃນ​ຕະຫຼາດນັດ​ເຂົາ​ເຈົ້າ​ຈະ​ຂັບ​ຖາມ​ກັນ​ມາ​ແຕ່​ໃສ, ຢູ່​ບ້ານ​ໃດ, ຍາມ​ແລງ​ກັບ​ເມືອ​ບ້ານ​ຈະ​ຂັບ​ສົ່ງກັນ.

        ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ໄຢ໋ບໍ່​ສັບສົນ, ຫາກທຳ​ມະ​ດາ​ງ່າຍດາຍຄື​ດັ່ງ​ຕົວ​ເຂົາ​ເຈົ້າ​ເອງ. ​ໃນ​ບົດ​ເພງມີ​ເມກ, ລົມ, ພະຈັນ, ດວງ​ດາວ, ຕາດ​ນຳ້, ​ໃບ​ຫຍ້າ.... ​ແຕ່​ເວົ້າ​ລວມ​ແລ້ວ​ແມ່ນ​ອີງ​ໃສ່​ທຳ​ມະ​ຊາດ​ເພື່ອ​ເວົ້າ​ເຖິງ​ອາລົມ​ຈິດ​ລະຫວ່າງ​ຄົນ​ກັບ​ຄົນ.

        ຊາວ​ເຜົ່າ​ໄຢ໋ຂັບ​ຮ້ອງ​ໃນ​ຍາມ​ກາງຄືນ, ​ໃນ​ຄາບ​ເຂົ້າ​ທຳ​ມະ​ດາ, ​​ເຊິ່ງ​ແມ່ນເວລາທີ່​ຄອບຄົວ​ເຕົ້າ​ໂຮມ​ກັນ​ເພື່ອ​ສັ່ງສອນ​ລູກ​ເຕົ້າຮູ້ກ່ຽວ​ກັບ​ການ​ປະພຶດ​ຕໍ່, ​ຮູ້ເບິ່ງ​ແຍງ​ພໍ່​ຕູ້​ແມ່ຕູ້, ພໍ່​ແມ່. ນີ້​ແມ່ນ​ວັດທະນະທຳ​ທີ່​ເປັນ​ມູນເຊື້ອ​ມາ​ແຕ່​ດົນ​ນານ, ​ແມ່ນ​ການ​ດຳ​ເນີນ​ຊີວິດ​ທີ່​ເຕັມ​ໄປ​ດ້ວຍ​ວັດທະນະທຳ​ມະນຸດ​ຂອງ​ຊາວ​ເຜົ່າ​ໄຢ໋. ນັ້ນ​ແມ່ນ​ຂົວ​ຕໍ່​ເພື່ອ​ຕິດ​ພັນທຸ​ກຄົນ​ນຳ​ກັນ, ສ້າງ​ເປັນ​ວົງ​ຄະນາ​ຍາດ​ແຫ່ງ​​ຄວາມ​ສາມັກຄີ.

ຕອບກັບ

ຂ່າວ/ບົດ​ອື່ນ