ເລື່ອງຮຳ່ຮຽນຂອງຊາວເຜົ່າມົ້ງຢູ່ຫົວຍ່ານ, ແຂວງເຊີນລາ


(vovworld) - ຮົວຍ່ານ, ​ເມືອງ​ບັກ​ອຽນ, ​ແຂວງ​ເຊີນ​ລາ ​ແມ່ນ​ຕາ​ແສງ​ຫຍຸ້ງຍາກ​ກວ່າ​ໝູ່​ຢູ່​ຫວຽດນາມ. ຕາ​ແສງ​ຫົວ​ຍ່ານ ມີ 17 ບ້ານ, ​ໃນ​ນັ້ນ 16 ​ບ້ານແມ່ນ​ຂອງ​ຊາວ​ເຜົ່າ​ມົ້ງ, ສ່ວນ​ບ້ານ​ທີ່​ຍັງ​ເຫຼືອ​ແມ່ນ​ຂອງ​ຊາວ​ເຜົ່າກຶມ​ມຸ, ທັງຕາ​ແສງ​ມີ​ພົນລະ​ເມືອງ​ເກືອບ 4000 ຄົນ, ​ແຕ່​ຄອບຄົວ​ທຸກ​ຍາກ​ກວມ​​ເຖິງ 54%. ​ເຖິງ​ວ່າ​ຊີວິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ນັ້ນ, ​ແຕ່​ມາ​ຮອດ​ປະຈຸ​ບັນຊາ​ວ​ເຜົ່າ​ມົ້ງສ່ວນ​ຫຼາຍ​ຢູ່​ຕາ​ແສງຫົວ​ຍ່ານ ລ້ວນ​ແຕ່​ໃຫ້​ລູກ​ຂອງ​ຕົນໄປ​ຮຽນ.

ເລື່ອງຮຳ່ຮຽນຂອງຊາວເຜົ່າມົ້ງຢູ່ຫົວຍ່ານ, ແຂວງເຊີນລາ - ảnh 1

ເອື້ອຍຄູພວມແນະນຳເດັກນ້ອຍເຜົ່າມົ້ງຮຳ່ຮຽນ

(ພາບ: ອິນເຕີແນດ)

​ຈາກ​ທາງ​ຫຼວງ​ເຂົ້າຕາ​ແສງຕ້ອງຜ່ານເສັ້ນທາງພຽງ 15 ກມເທົ່ານັ້ນ, ແຕ່ຜູ້ໃດກໍ່ຮູ້ສຶກວ່າຍາວຫຼາຍ,ເພາະວ່າຍາມຝົນຕົກທາງ​ເສັ້ນ​ນີ້​ກໍ່ເປັນຕົມ, ຍາມ​ຮ້ອນ​ເຕັມ​ໄປ​ດ້ວຍ​ຂີ້ຝຸ່ນ ພາໃຫ້ການໄປມາຫຍຸ້ງຍາກທີ່ສຸດ. ບໍ່​ພຽງ​ແຕ່​ຫຍຸ້ງຍາກ​ໃນ​ການ​ໄປມາ​ເທົ່າ​ນັ້ນ, ການ​ເຮັດ​ໄຮ່​ຂອງ​ຊາວ​ເຜົ່າ​ມົ້ງຢູ່​ທີ່​ນີ້ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກກວ່າ​ທົບ​ຫຼາຍ​ເທົ່າ. ຊາວ​ເຜົ່າ​ມົ້ງຢູ່ຫົວ​ຍ່ານ ຫາ​ເງິນ​ລ້ຽງ​ຊີບ​ດ້ວຍ​ການ​ປູກ​ສາລີ​ຕາມ​ເນີນ​ພູຫີນ​ຊັນ​ທີ່​ເຄີຍ​ຖືກ​ເສາະ​ເຈື່ອນ​ໃນ​ຍາມ​ຝົນຕົກ​. ຍ້ອນ​ເຫດ​ນັ້ນ​ເຂົາ​ເຈົ້າ​ຈຶ່ງບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮຳ່ຮຽນ​ຂອງ​ລູກ​. ຜູ້​ໃຫຍ່​ພຽງ​ແຕ່ສະຫງວນ​ເວລາ​ໃຫ້​ແກ່​ການ​ຫາ​ເງິນ​ລ້ຽງ​ຊີບ​ເທົ່າ​ນັ້ນ, ສ່ວນ​ເດັກນ້ອຍ​ໄດ້​ຮັບ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຄື​ຕົ້ນ​ໄມ້​ເຮື້ອ​ໃນ​ປ່າ. ​ເມື່ອ​ສາມາດ​ເຮັດ​ວຽກ​ໄດ້, ​ພວກ​ຫຼານ​ກໍ່​ຕ້ອງ​ໄປ​ເຮັດ​ໄຮ່​ພ້ອມ​ກັບ​ພໍ່​ແມ່​, ບໍ່​ສົນ​ໃຈ​ເຖິງ​ການ​ຮຳ່ຮຽນ 

        “ກ່ອນ​ນີ້​ຊາວ​ເຜົ່າ​ມົ້ງບໍ່​ໃຫ້​ລູກ​ສາວ​ໄປ​ຮຽນ​ຍ້ອນຄິດ​ວ່າພາຍຫຼັງ​ຮຽນ​ຈົບ​ຖ້າ​ຫາກ​ວຽກ​ບໍ່​ໄດ້, ​ເວລາ​ກັບ​ເມືອ​ບ້ານ​ລູກ​ຂອງ​ຕົນຈະ​ບໍ່​ຮູ້​ເຮັດ​ຫຍັງ. ​ແຕ່​ປະຈຸ​ບັນ, ລູກ​ສາວ, ລູກ​ຊາຍ​ລ້ວນ​ແຕ່​ໄດ້​ໄປ​ຮຽນ​ໝົດ“.

        ​ເຖິງ​ວ່າ​ພື້ນຖານ​ດ້ານ​ວັດຖຸ​ຍັງ​ຂາດ​ເຂີນ​ກໍ່ຕາມ, ​ແຕ່​ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ບໍລິສັດ​ໃຫຍ່​ເຈ້ຍ​ຫວຽດນາມ, ຫວ່າງ​ແລ້ວ​ນີ້, ຕາ​ແສງ​ໄດ້​ກໍ່ສ້າງ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ​ສຳ​ເລັາ, ​ໂຮງຮຽນ​ຫຼັງ​ນີ້​ສາມາດ​ຮັບ​ເອົາ​ເດັກນ້ອຍ 200 ​ຄົນ​​ເຂົ້າ​ຮຽນ​ ​ແລະ ​ກິນ​ຢູ່​ໃນ​ໂຮງຮຽນ​ໄດ້. ​ແຕ່​ກໍ່ມີ​ນັກຮຽນ​ຫຼາຍ​ຄົນ​​ຢູ່​​ໃກຈາກ​ໂຮງຮຽນ​ເຖິງ 40 ກມ, ​ເມື່ອ​ກັບ​ເມືອຢ້ຽມ​ຢາມ​ຄອບຄົວຕ້ອງ​ເສຍ​ເວລາໝົດ​ມື້. ​​ເພື່ອ​ສືບ​ຕໍ່ຮຽນມັດ​ທະ​ຍົມ​ຕອນ​ປາຍ, ພວກ​ນ້ອງ​ຕ້ອງ​ໄປ​ຍັງ​ເມືອງ, ຕາ​ແສງ​ຈຶ່ງ​ມີ​ໂຮງຮຽນ. ສ່ວນ​ໂຮງຮຽນ​ອະນຸບານ, ປະຖົມ, ສ່ວນ​ຫຼາຍ​ແມ່ນ​ຫ້ອງ​ຮຽນ​ແບບ​ປະຖົມ​ປະ​ຖານ, ອຸປະກອນ​ການ​ຮຽນ​ກໍ່​ບໍ່ພໍ​ໃຊ້, ອັນ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​​ຄູ​ສອນ ​ແລະ ນັກຮຽນ​ທີ່​ສຸດ, ​ແຕ່​ດ້ວຍ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​​ເຂົາ​ເຈົ້າຍັງ​ຄົງ​ຮຳ່ຮຽນ ​ແລະ ສິດສອນ​. ​ເອື້ອຍ​ຄູ​ໂດ້ທິລານ, ຜູ້ອຳນວຍການ​ໂຮງຮຽນ​ອະນຸບານ ຫົວ​ຍ່ານ, ​ໃຫ້​ຮູ້​ວ່າ ​ເພື່ອ​ມີ​ເດັກນ້ອຍ 400 ຄົນ​​ເຂົ້າ​ຮຽນ​ອະນຸບານ, ຄູ​ສອນ​ຕ້ອງ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນລົງ​ແຕ່​ລະ​ຄອບຄົວ​ປຸກລະດົມ​ໃນ​ໄລຍະ​ຍາວ.

        “​ເອື້ອຍ​ຄູ​ຕ້ອງ​ໄປ​ຍັງ​ແຕ່​ລະ​ຄອບ​ຄົວ​ເພື່ອ​ພາພວກ​ນ້ອງ​ໄປ​ຮຽນ ​ແລະ ຊ່ວຍ​ພວກ​ຫຼານ​ເຮັດອະນາ​ໄມ​ສ່ວນ​ຕົວ. ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ບັນດາ​ເອື້ອຍ​ຄູ, ພໍ່​ແມ່​ນັກຮຽນ​ຈຶ່ງ​ເຫັນ​ດີ​ໃຫ້​ລູກ​ໄປ​ຮຽນ“.

        ຍ້ອນ​ມີ​ການ​ໂຄສະນາ​ຂອງ​ອຳນາດ​ການ​ປົກຄອງຕາ​ແສງ ​ແລະ ບັນດາ​ຄູ​ສອນ, ທັດສະນະ​ຂອງ​ຊາວ​ເຜົ່າ​ມົ້ງກ່ຽວ​ກັບ​ການ​ຮຳ່​ຮຽນ​ໄດ້​ມີ​ການ​ປ່ຽນ​ແປງ. ທ່ານ​ ຢ່າງ​ອາ​ເລັ່ງ. ​ເລຂາ​ຄະນະ​ພັກ​ຕາ​ແສງ​ຫົວ​ຍ່ານ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ, ຈຳນວນ​​ເດັກນ້ອຍ​ໄປ​ຮຽນ​ແມ່ນ​ຫຼາຍ​ກວ່າ​ຊຸມ​ປີ​ກ່ອນ. ​ເພາະວ່າ​ພັກ, ລັດ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ນັກຮຽນ ​ແລະ ພໍ່​ແມ່​ນັກຮຽນໃນ​ຕາ​ແສງ. ສ່ວນ​ເຂົາ​ເຈົ້າ​ເອງ​ກໍ່​ມີ​ສະຕິ ​ແລະ ຄວາມ​ຮັບຜິດຊອບ​ກວ່າ​ໃນ​ການ​ໃຫ້​ລູກ​​ໄປ​ຮຽນ. ຍ້ອນ​ເຂົາ​ເຈົ້າ​ຮັບ​ຮູ້​ໄດ້​ວ່າ​ໄປ​ຮຽນ​ບໍ່​ແມ່ນ​ເພື່ອ​ກາຍ​ເປັນ​ພະນັກງານ, ຫາກ​ເພື່ອ​ມີ​ວັດທະນະທຳ, ມີ​ລະດັບ​ຄວາມ​ຮູ້ຮັບ​ໃຊ້​ວຽກ​ງານ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ“.

ເລື່ອງຮຳ່ຮຽນຂອງຊາວເຜົ່າມົ້ງຢູ່ຫົວຍ່ານ, ແຂວງເຊີນລາ - ảnh 2

ເດັກນ້ອຍເຜົ່າມົ້ງໃນປະຈຸບັນລ້ວນແຕ່ໄດ້ຮັບການຮຳ່ຮຽນ

(ພາບ: ອິນເຕີແນດ)

        ກ່ອນ​ນີ້, ຊາວ​ເຜົ່າ​ມົ້ງຄິດ​ວ່າ​ຕົວ​ໜັງສື​ບໍ່​ສາມາດ​ກຸ້ມ​ຕົນ​ເອງ​ໄດ້, ​ແຕ່​ປະຈຸ​ບັນ​ທັດສະນະ​ຂອງເຂົາ​ເຈົ້າ​ໄດ້​ປ່ຽນ​ແປງ​ແລ້ວ, ມີ​ວັດທະນະທຳ, ລູກ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ອະນາຄົດ​ສົດ​ໃສ​ກວ່າ ​ແລະ ຊາວ​ເຜົ່າ​ມົ້ງຢູ່​ຫົວ​ຍ່ານ ກໍ່​ຮູ້ສຶກ​ອູ່​ນ​ອ່ຽນ​ໃຈ ​ເມື່ອ​ເຫັນ​ວ່າ​ລູກ​ຫຼານ​ຂອງ​ຕົນ​ນັບມື້​ນັບໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າຈາກ​ອົງການ, ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ທີ່​ມີ​ໃຈ​ບຸນ, ​ໃຈ​ກຸສົນ. ກວ່າ​ງ​ແລ້ວ​ນີ້, ມີ​ເດັກນ້ອຍ​ກວ່າ 40 ຄົນ ​ໄດ້​ຮັບ​ເຂົ້າຮຽນ​ໃນຫ້ອງຮຽນ​ອະນຸບານທີ່​ກວ້າງ​ໃຫຍ່ ​ແລະ ສວຍ​ງາມ ທີ່​ປ​ະກອບອຸປະກອນ​ການ​ຮຽນ​ຫຼາຍ​ຢ່າງ ​ໂດຍ​ສະມາຄົມ​ເດັກນ້ອຍ ​ແລະ ສຸຂະພາບ (Vinaes - ສ ຝລັ່ງ) ອຸປະຖຳ. ກ່າວ​ຄວາມ​ເຫັນ​ໃນ​ພິທີ​ມອບ​ຫ້ອງ​ຮຽນ​ອະນຸບານ, ທ່ານ ຫງວຽນ​ຫື້​ວ​ເງັ້ຍ, ຜູ່​ຕາງໜ້າ​ສະມາຄົມ​ນີ້​ຢູ່​ຫວຽດນາມ, ​ແບ່ງປັນ​ວ່າ:

        “​ຄັ້ງ​ທຳ​ອິດມາ​ແຫ່ງ​ນີ້ຂ້າພະ​ເຈົ້າ​ເຫັນ​ວ່າ​ຊີວິດ​ຂອງ​ປະຊາຊົນຢູ່​ຕາ​ແສງ​ຫົວ​ຍ່ານມີ​ຄວາມ​ສັນຕິ​ສຸກ ​ແຕ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ດັ່ງ​ນັ້ນ​ຈຶ່ງ​ຢາກ​ປະກອບສ່ວນ​ພ້ອມ​ກັບ​ທ້ອງ​ຖີ່​ນ​ເບິ່ງ​ແຍງ​ເຖິງ​ພາລະກິດ​ສຶກສາ​ໃຫ້​ແກ່​ພວກ​ຫຼານ. ຂ້າພະ​ເຈົ້າ​ຫວັງ​ວ່າອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ປະຊາຊົນ​ຕາ​ແສງ​ຫົວ​ຍ່ານຈະ​ນຳ​ໃຊ້ກິດຈະກຳ​ນີ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ຂອງ​ຕາ​ແສງ​ຂຶ້ນ​ຕື່ມ“.

        ​ເບິ່ງພວກ​ຫຼານ​ຂັບ​ຮ້ອງ ​ແລະ ຮຳ່ຮຽນ​ຢ່າງ​ເບິ​ກບານ​ມ່ວນ​ຊື່ນ​ໃນ​ຫ້ອງ​ຮຽນ​ທີ່​ກວ້າງ​ໃຫຍ່ ​ແລະ ສວຍ​ງາມ​ນີ້. ທ່ານ​ປະທານ​ຕາ​ແສງ ຫວ່າງ​ອາ​ເລັ່ງ ​ແລະ ບັນດາ​ຄູ​ສອນ​ຮູ້ສຶກ​ສະ​ເທືອ​ນ​ໃຈ​ຫຼາຍ. ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະຊາ​ຄົມ ​ໄດ້​ຊ່ວຍໃຫ້​ພວກ​ຫຼານ​ນ້ອຍ​ຊາວ​ເຜົ່າ​ມົ້ງ​ໄດ້​ໄປ​ຮຽນ ​ແລະ ລະດົມ​ກຳລັງ​ໃຈ​ໃຫ້ບັນດາ​ຄູ​ສອນ​ຕິດ​ພັນ​ກັບ​ພາລະກິດ​ສຶກສາ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ຄື​ຢູ່​ຕາ​ແສງຫົວ​ຍ່ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ