ເຮືອນຍາວຂອງຊົນເຜົ່າເອເດ

        (vovworld) – ເຮືອນ​ຍາວ​ແມ່ນ​ເຮືອນ​ໃຫ​ຍ່​ຂອງ​ມະ​ຫາ​ຄອບ​ຄົວ, ທັງ​ເປັນ​ເອກ​ະ​ລັກ​ສະ​ເພາະ​ຂອງ​ລະ​ບອບ​ມານ​ດາ​ສິດ​ທິ​ລາດຂອງ​ຊົນ​ເຜົ່າ​ເອ​ເດ. ນີ້​ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ, ບາງ​ເທື່ອ​ຂອງ​ທັງ​ຕະ​ກຸນຂອງ​ຊາວ​ເຜົ່າ​ເອ​ເດ, ແລະ ເມື່ອ​ມີ​ຜູ້​ສາວ​ໃນ​ຄອບ​ຄົວ​ເອົາ​ຜົວ, ເຮືອນ​ຍາວ​ຈະ​ສືບ​ຕໍ່ໄດ້​ຮັບ​ການ​ປຸກ​ສ້າງ​ໃຫ້​ຍາວ​ຕື່ມ​ອີກ,

ເຮືອນຍາວຂອງຊົນເຜົ່າເອເດ - ảnh 1

ເຮືອນຍາວຂອງຊົນເຜົ່າເອເດ

(ພາ​ບ​ອິນ​ເຕີ​ແນດ)

        ເຮືອນ​ຍາວ​ຂອງ​ຊົນ​ເຜົ່າ​ເອ​ເດ ແມ່ນ​ເຮືອນ​ຮ້ານ, ເຮັດ​ດ້ວຍ​ໄມ້​ໄຜ່, ໄມ້​ເຮ້ຍ, ພື້ນ​ເຮືອນ ແລະ ຝາ​ເຮືອນ ເຮັດ​ດ້ວຍ​ໄມ້​ໄຜ່​ແກ່, ຫຼັງ​ຄາ​ມຸ້ງ​ດ້ວຍ​ຫ​ຍ້າ. ຊາວ​ຊົນ​ເຜົ່າ​ເອ​ເດ ເຄີຍ​ປຸກ​ສ້າງ​ເຮືອນ​ຕາມ​ທິດ​ເໜືອ - ໃຕ້. ​ເມື່ອເບິ່ງຈາກ​ທາງ​ໃກ​ກໍ່​ເຫັນ​ວ່າ​ເຮືອນ​ຍາວ​​ຄື​ຮູບ​ເຮືອ​ລຳ​ໜຶ່ງ. ເມື່ອ​ເວົ້າ​ເຖິງ​ຄວາມ​ຍາວ​ຂອງ​ເຮືອນ ແມ່ນ​ຕ້ອງ​ອີງ​ໃສ່ຈຳ​ນວນເສົາເຮືອນ (ນັບ​ເປັນ​ຄູ່). ຄູ່​ເສົາຫຼາຍ​ເທົ່າ​ໃດ ຈຳ​ນວນຫ້ອງກໍ່ຫຼາຍ​ເທົ່າ​ນັ້ນ. ປະ​ລິ​ຍາ​ເອກ ຫງວຽນ​ຢູຍ​ທ້ຽວ, ຮອງ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ເຮືອນ​​ຂອງ​ຊົນ​ເຜົ່າ​ເອ​ເດ ຍາວ​​ຫຼື​ສັ້ນແມ່ນ​ອີງ​ໃສ່​ຄວາມ​ສາ​ມາດຂອງ​ເຈົ້າ​ເຮືອນ. ກ່ອນນີ້​ມີ​ເຮືອນ​ຫຼາຍຫຼັງ​ຍາວ​ທີ່​ສຸດ, ເພາະ​ວ່າ​ລູກຫຼານ​ລຸ່ນ​ທີ 3 ເມື່ອ​ເອົາ​ຜົວ​ກໍ່​ປຸກ​ສ້າງ​ເຮືອນ​ໃຫ້​ຍາວ​ຕື່ມ​ອີກ. ຊ້ຳ​ບໍ​ໜຳ, ຫຼານ​ລຸ່ນ​ທີ 4 ກໍ່​ຢູ່​​ຮ່ວມ​ກັບ​ຄອບ​ຄົວໃນ​ເຮືອນ​ດຽວ​ກັນ. ຕາມ​ເອ​ກະ​ສານ​ຂອງ​ຄົນ​ຝ​ລັ່ງ​ແລ້ວ, ໃນ​ສະ​ໄໝ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ, ມີ​ເຮືອນ​ບາງຫຼັງ​ຍາວ​ເຖິງ 200 ແມັດ”.

        ເຮືອນ​ຍາວ​ຖືກ​ແບ່ງ​ອອກ​ເປັນ​ສອງ​ສ່ວນ​. ຈາກ​ປະ​ຕູ​ຕົ້ນ​ຕໍ​ເຂົ້າ​ເຮືອນ​ແມ່ນ​ສ່ວນ​​ທີ່ກວ້າງ​ຂວາງ,  ກວມ 1/3 ເອີ້ນ​ວ່າ Gah ສ່ວນ​ຍັງ​ເຫຼືອ​ແມ່ນ OK. Gah ແມ່ນ​ບ່ອນ​ຕ້ອນ​ຮັບ​ແຂກ, ທັງ​ແມ່ນ​ບ່ອນ​ດຳ​ເນີນ​ຊີ​ວິດ​ລວມ​ຂອງ​ຄອບ​ຄົວ, ແມ່ນ​ແຫ່ງ​ບູ​ຊາ​ເທວະ​ດາ​ຟ້າ​ແຖນ, ແມ່ນ​ບ່ອນນອນ​ຂອງ​ລູກ​ຊາຍ​ບໍ່​ທັນ​ສ້າງ​ຄອບ​ຄົວ, ແລະ ກໍ່​ແມ່ນ​ບ່ອນ​ຈັດ​ວາງ​ເຄື່ອງ​ຂອງ​ທີ່​ມີ​ຄ່າຫຼາຍ​ຢ່າງ. Gah ແລະ Ok ຖືກ​ຂັ້ນດ້ວຍ​ເສົາ Kmeh Kpăng ທີ່​ມີ​ຮູບຄວັດ, ໃນ​ນັ້ນ​ເສົາ​ທາງ​ທິດ​ຕາ​ເວັນ​ອອກ​ແມ່ນ​ເສົາ​ຄ້ຳ, ຢູ່ຄຽງ​ຂ້າງ​ແມ່ນ​ຕັ້ງຕຽງ​ໄມ້​ແປ້ນ​ເພື່ອ​ໃຫ້​ຜູ້​ເປັນເຈົ້າ​​ຄອບຄົວ​ນັ່ງ​ເມື່ອ​ປະ​ຊຸມ, ສ່ວນ​ເສົາ​ທິດ​ຕາ​ເວັນ​ຕົກ​ ແມ່ນ​ເສົາ​ກອງ ເພາະ​ວ່າ​ຢູ່​ນັ້ນ​ຕັ້ງ​ກອງ​ໜ່ວຍ​ໜຶ່ງ​ເທິງ​ຕັ່ງ Kpan ສູງ 0,50 ແມັດ, ຍາວ​ແຕ່ 10 – 20 ແມັດ ເພື່ອ​ໃຫ້ວົງ​ດົນ​ຕີ​ນັ່ງ​ຕີ​ກອງ, ຄ້ອງ. ເຂົາ​ເຈົ້າ​ເຄີຍ​ຕັ້ງ​ຄ້ອງ​ຢູ່​ກ້ອງ​ຕັ່ງ, ຢູ່​ເບື້ອງຫຼັງ​ແຖວ​ເສົາ​ທິດ​ຕາ​ເວັນ​ອອກ​ແມ່ນ​​ຕັ້ງ​ແຖວ​ໄຫ. ເອື້ອຍ ດ່າມ​ທິ​ເຫີບ, ພະ​ນັກ​ງານ​​ຫໍ​ພິ​ພິດ​ທະ​ພັນ​ກາງ​ແຈ້ງ, ສັງ​ກັດ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ​, ແນະ​ນຳ​ວ່າ:

        “ນີ້​ແມ່ນ​ຄອບ​ຄົວ​​ຮັ່ງ​ມີ, ເຊິ່ງສະ​ແດງ​ອອກ​ຜ່ານ​ເຄື່ອງ​ຂອງ​ທີ່​ຕັ້ງ​ຢູ່​ໃນ​ຫ້ອງ​ Gah. ນີ້​ແມ່ນ​ຫ້ອງ​ຮັບ​ແຂກ, ທັງ​ແມ່ນ​ບ່ອນ​ຈັດ​ຕັ້ງ​ງານ​ບຸນ​ຕ່າງ, ດັ່ງ​ນັ້ນ​ຫ້ອງ​ຮັບ​ແຂກ​ຈຶ່ງ​ມີ​ລັກ​ສະ​ນະ​ວົງ​ຄະ​ນາ​ຍາດ​ຂອງ​ຊາວ​ເຜົ່າ​ເອ​ເດ. ຢູ່​ທີ່ນີ້, ເຂົາ​ເຈົ້າ​ວາງ​ເຄື່ອງ​ຂອງຫຼາຍ​ຢ່າງ​ຄື: ໄຫ​ເຫຼົ້າ, ຄ້ອງ, ໝໍ້​ທອງ… ເຊິ່ງ​ແມ່ນ​ຊັບ​ສິນ​ທີ່​ມີ​ຄ່າ​ສຳ​ຫຼັບ​ຊາວ​ເຜົ່າ​ເອ​ເດ. ຖ້າ​ຫາກ​​ຊັບ​ສິນ​ຄື​ດັ່ງ​ກ່າວ​ມີຫຼາຍ ໝາຍ​ຄວາມ​ວ່າ​​ຄອບ​ຄົວ​ນັ້ນ​ຮັ່ງ​ມີ”.

ເຮືອນຍາວຂອງຊົນເຜົ່າເອເດ - ảnh 2

ແຖວໄຫ​ໃນເຮືອນຍາວຂອງຊົນເຜົ່າເອເດ

(ພາ​ບ​ອິນ​ເຕີ​ແນດ)

        ໃນ​ເຮືອນ​ຍາວ, ຊາວ​ເຜົ່າ​ເອ​ເດ​ເຄີຍ​ຄວັດ​ຮູບ​ສັດຫຼາຍ​ປະ​ເພດ​ຄື, ຊ້າງ, ປູ, ປາ… ຄວາມ​ຮັ່ງ​ມີ​ຍັງ​ສະ​ແດງ​ອອກ​ຜ່ານ​ລວດ​ລາຍ​ດັ່ງ​ກ່າວ​ອີກ. ເອື້ອຍ ດ່າມ​ທິ​ເຫີບ, ໃຫ້​ຮູ້​ຕື່ມ​ອີກວ່າ:

        “ຄອບ​ຄົວ​ໃດ​ມີ​ໂຕ​ຊ້າງ​ຈຶ່ງ​ມີ​ສິດ​ຄວັດ​ຮູບໂຕ​ຊ້າງ, ສ່ວນ​ລວດ​ລາຍ​ຮູບ​ໂຕແລນ, ມັງ​ກອນ, ເຕົາ, ປູ… ແມ່ນ​ປະ​ເພດ​ທີ່​ປະ​ກົດ​ໃນ​ຄວາມ​ເຊື່ອ​ຖື​ຂອງຊາວ​ເອ​ເດ. ເຂົາ​ເຈົ້າ​ຄວັດ​ຮູບ​ໂຕ​ແລນ ດ້ວຍ​ຄວາມ​ປາ​ຖະ​ໜາ​ວ່າ​ມັນ​ຈະ​ນຳ​​ມາ​ເຊິ່ງຄອບ​ຄົວຄວາມ​ໂຊກ​ດີ ແລະ ​ນຳເອົາຄວາມ​ສ່ຽງ​ອອກໄປ​”.

        ຂັ້ນ​ໄດ​ກໍ່ແມ່ນ​ສັນ​ຍາ​ລັກຂອງ​ຊາວ​ເຜົ່າ​ເອ​ເດ ເຊິ່ງ​ຕິດ​ກັບ 2 ປະ​ຕູ​ຂອງ​ເຮືອນ​ຍາວ, ປະ​ຕູ​ຢູ່​ເບື້ອງໜ້າ​ແມ່ນ​ສະ​ຫງວນ​ໃຫ້​ແຂກ ແລະ ຜູ້​ຊາຍ, ສ່ວນ​ປະ​ຕູ​ເບື້ອງຫຼັງ​ແມ່ນ​ສະ​ຫງວນ​ໃຫ້​ແມ່​ຍິງ. ເອື້ອຍ ດ່າມ​ທິ​ເຫີບ, ໃຫ້​ຮູ້​ວ່າ:

        “ຕາມ​ທຳ​ມະ​ດາ​ແລ້ວ, ເຮືອນ​ຂອງ​ຊາວ​ເຜົ່າ​ເອ​ເດ ມີ 2 ຂັ້ນ​ໄດ, ຂັ້ນ​ໄດ​ຢູ່​ທາງ​ໜ້າ​ເຄີຍ​ມຸ່ງ​ໄປ​ສູ່​ທິດ​ເໜືອ ແລະ ເອີ້ນ​ວ່າ​ຂັ້ນ​ໄດ​ຕົ້ນ​ຕໍ່. ສຳ​ລັບ​ຄອບ​ຄົວ​ຮັ່ງ​ມີ​ແລ້ວ, ຂັ້ນ​ໄດ​ຕົ້ນ​ຕໍ່​ຍາມ​ໃດ​ກໍ່​ມີ 2 ອັນ, ນັ້ນ​ແມ່ນ​ຂັ້ນ​ໄດ​ຜູ້ ແລະ ຂັ້ນ​ໄດ​ແມ່. ຂັ້ນ​ໄດ​ແມ່​ມີ​ຮູບ​ນົມ​ແມ່ ແລະ ຮູບເດືອນ​ແຮມ. ສ່ວນ​ຂັ້ນ​ໄດ​ຜູ້​ພຽງ​ແຕ່​ຄວັດ​ເປັນ​ຂັ້ນ​ເພື່ອ​ຂຶ້ນ​ລົງ​ເຮືອນ​ເທົ່າ​ນັ້ນ”.

ເຮືອນຍາວຂອງຊົນເຜົ່າເອເດ - ảnh 3

ຂັ້າ​ໄດ​ແມ່ ແລະ ຂັ້ນ​ໄດ​ຜູ້​ຂຶ້ນເຮືອນຍາວຂອງຊົນເຜົ່າເອເດ

(ພາ​ບ​ອິນ​ເຕີ​ແນດ)

        ເຮືອນ​ຍາວ​ບໍ່​ພຽງ​ແຕ່​ແມ່ນ​ບ່ອນ​ດຳ​ລົງ​ຊີ​ວິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຊາວ​ເອ​ເດ ຫຼາຍ​ລຸ່ນ​ຄົນ​ສະ​ໜິດ​ຕິດ​ພັນ​ນຳ​ກັນ. ໃນ​ເຮືອນ​ຍາວ​ນັ້ນ​ທັງ​ຄອບ​ຄົວ​ເຄີຍ​ເຕົ້າ​ໂຮມ​ກັນ​ອ້ອມກອງ​ໄຟ​ໃນ​ຍາວ​ຄ່ຳ​ຄືນ. ຜູ້ຍິງ​ຕ່ຳ​​ຫູກ, ຖັກ​ແສ່ວ, ຜູ້ຊາຍ​ສ້ອມ​ແປງ​ຄັນ​ໄຖ, ​ຈົກ, ຜູ້ເຖົ້າ​ຜູ້​ແກ່​ເລົ່າ​ເລື່ອງ​ໃຫ້​ເດັກ​ຟັງ. ແລະ​ກໍ່​ໃນ​ເຮືອນ​ຍາວ​ນັ້ນ, ງານ​ບຸນ, ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ເອ​ເດ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ນັ້ນ​ແມ່ນ​​ສີ​ສັນທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ເອ​ເດ.

 

ຕອບກັບ

ຂ່າວ/ບົດ​ອື່ນ