ເຮືອນດິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າປູແປ໋ວ


(vovworld)  - ​ເຮືອນ​ຝາ​ດິນ, ​ແມ່ນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເຂດ​ພູດ​ອຍ​ແຂວງ​ຮ່າ​ຢາງ. ​ໃນ​ນັ້ນ​ມີ​ຊາວ​ເຜົ່າ​ປູ​ແປ໋ວ. ຊາວ​ເຜົ່າ​ປູ​ແປ໋ວ​ມີ​ທັດສະນະ​ວ່າ, ຄວາມ​ເປັນຕາ​ຍ​ໃນ​ຊີວິດ​ຂອງ​ແຕ່​ລະ​ຄອບຄົວ, ​ແຕ່ລະ​ຄົນ, ສ່ວນ​ຫຼາຍ​ແມ່ນ​ອີງ​ໃສ່​ທີ່​ດິນ, ​ເຮືອນ​ເຊິ່ງ​ເຂົາ​ເຈົ້າ​ພວມ​ດຳລົງ​ຊີວິດ. ຍ້ອນ​ເຫດ​ນັ້ນ, ນັບ​ແຕ່​ເວລາ​ເລືອກ​ເຟັ້ນທີ່​ດິນ, ປຸກ​ສ້າງ​ເຮືອນ​ຮອດ​ເວລາ​ເຂົ້າ​ເຮືອນ, ​ເຂົາ​ເຈົ້າ​ຕ້ອງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ.

ເຮືອນດິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າປູແປ໋ວ - ảnh 1

ເຮືອນດິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າປູແປ໋ວ
(ພາບ: ອິນເຕີແນດ)

        ນັບ​ແຕ່​ກ່ອນ​ມາ​ນີ້, ຊາວ​ເຜົ່າ​ປູ​ແປ໋ວ ​ເຄີຍ​ຊອກ​ຫາ​ເຂດ​ຮ່ອມ​ພູ​ເພື່ອ​ປຸກ​ສ້າງ​ເຮືອນ, ສ້າ​ງເປັນ​ບ້ານ, ​ເພາະວ່າ​ຢູ່​ທີ​ນັ້ນ​ສາມາດ​ປູກ​ເຂົ້ານາ​ທາມ, ປູກ​ໜໍ່​ໄມ້, ລ້ຽງ​ເຜີ້ງ, ປູກ​ເຫັດ. ​ເມື່ອ​ເລືອກ​ເຟັ້ນທີ່​ດິນ​ປຸກ​ສ້າງເຮືອນ, ​ເຈົ້າ​ຂອງ​ຄອບຄົວ​ເຄີຍ​ຂຸດ​ຂຸມ​ນ້ອຍ​ຢູ່​ກາງ​ເຂດ​ດິນ​ທີ່​ໄດ້​ເລືອກ​ເຟັ້ນ, ​ຫຼັງ​ຈາກ​ນັ້ນ​ຈະປ່ອນ​ເຂົ້າ​ເປືອກ​ສອງ​ສາມເມັດໃສ່​, ​ແລ້ວ​​ເອົາ​ຖ້ວຍ​ອັດ​ລົງ. ພາຍຫຼັງ 3 ມື້, ຖ້າ​ເຫັນ​ເຂົ້າ​ເປືອກ​ຍັງ​ຮັກສາ​ໄວ້​ຄື​ເກົ່າ​ແມ່ນ​ສາມາດ​ປຸກ​ສ້າງ​ເຮືອນ​ໄດ້. ທ່ານ ຫຼູ່ປ໋າ​ເສົ້າ, ຊາວ​​ເຜົ່າ​ປູ​ແປ໋ວ ຢູ່​ເມືອງ​ດົ່ງ​ວັນ, ​ແຂວງ​ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “ທຳ​ອິດ​ແມ່ນ​ຕັ້ງ​ເສົາ​ເຮືອນ, ຫຼັງ​ຈາກ​ນັ້ນ​ແມ່ນ​ໂຄງ​ເຮືອນ ​ແລ້ວ​ເຮັດ​ຝາ​ເຮືອນ​ດ້ວຍ​ດິນ. ດິນ​ເຮັດ​ຝາ​ເຮືອນ​ແມ່ນ​ດິນ​ສີ​ເຫຼືອງ, ຖ້າ​ເຮັດ​ດ້ວຍ​ດິນ​ສີດຳ​ຝາ​ເຮືອນ​ຈະ​ບໍ່​ແໜ້ນ ​ແລະ ​ແຕກ​ງ່າຍ. ​ ຕາມທຳ​ມະ​ດາ​ເຮືອນຫຼັງ​ໜຶ່ງ​ສາມາດ​ປຸກ​ສ້າງ​ສຳ​ເລັດ​ໃນເວລາ 15 ວັນ​“.

        ຕາມ​ບັນດາ​ຜູ້​ອາຍຸ​ສູງ​ຂອງ​ຊົນ​ເຜົ່າ​ປູ​ແປ໋ວ ​ແລ້ວ, ກ່ອນ​ນີ້​ຊາວ​ເຜົ່າ​ປູ​ແປ໋ວ​ກໍ່​ຢູ່​ເຮືອນຮ້ານ​ຄື​ບັນດາ​ຊົນ​ເຜົ່າ​ອື່ນໆ, ​ແຕ່​ເມື່ອ​ປຸກ​ສ້າງ​ເຮືອນຮ້ານ​ແມ່ນ​ຕ້ອງຕັດໄມ້​ປ່າ​ຫຼາຍ​ຕົ້ນ, ​ໃນ​ຂະນະ​ນັ້ນ​ປ່າ​ພັດ​ແມ່ນ​ແຫຼ່ງລ້ຽງຊີວິດໃຫ້ມະນຸດ.ດ້ວຍ​ຄວາມ​ຄິດ​ຄື​ດັ່ງກ່າວ, ຊາວ​ເຜົ່າ​ປູ​ແປ໋ວ ຈຶ່ງ​ຊອກ​ຫາ​ວິທີ​ເຮັດ​ຝາເຮືອນດ້ວຍ​ດິນ​ເພື່ອ​ປະກອບສ່ວນ​ຮັກສາ​ປ່າ. ​ເຮືອນ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ ອີງ​ຫຼັງ​ໃສ່​ປ່າ, ໜ້າ​ເຮືອນ​ມຸ່ງ​ໄປ​ສູ່​ທິດ​ໃຕ້ ຫຼື​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫຼັງຄາ​ມຸງ​ດ້ວຍ​ຫຍ້າ ຫຼື​ດິນຂໍ, ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ອົບ​ອຸ່ນ​ໃນ​ລະດູ​ໜາວ, ​ແລະ ​ເຢັນ​ໃນ​ລະດູ​ຮ້ອນ. ທ່ານ ລື​ວ​ເຊິ່ນ​ວ້ານ, ສະມາຊິກ​ໜ່ວຍ​ຮຽບຮຽງ, ຄົ້ນ​ຄ້ວາ​ວັດທະນະທຳ​ບັນດາ​ເຜົ່າ​ແຂວງ​ຮ່າ​ຢາງ, ​ໃຫ້​ຮູ້​ວ່າ:

        “​ທຳ​ມະ​ດາ, ເຮືອນ​ຂອງ​ຊົນ​ເຜົ່າ​ປູ​ແປ໋ວມີ 2 ຫຼັງຄາ​, ກ່ອນ​ນີ້​ແມ່ນມຸງ​ດ້ວຍ​ຫຍ້າ​​ເປັນ​ຕົ້ນ, ປະຈຸ​ບັນ​ແມ່ນ​ມຸງ​ດ້ວຍ​ດິນຂໍ.  ມີ 3 ຫ້ອງ,  ຫ້ອງ​ຕົ້ນຕໍ​ແມ່ນ​ຢູ່​ໃຈກາງ. ເບື້ອງ​ຂວາ​ແມ່ນ​ຫ້ອງ​ຄົວກິນ, ​ໃນ​ນັ້ນ​ມີ​ເຕົາ​ໄຟ​ເພື່ອ​ຄົວກິນ ​ແລະ ​ເຕົາ​ໄຟ​ເພື່ອ​ບູຊາ. ​ເຕົາ​ໄຟ​ທັງ​ສອງ​ນີ້​ລ້ວນ​ແຕ່​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ. ຊາວ​ເຜົ່າ​ປູ​ແປ໋ວ ຖື​ເຕົາ​ໄຟ​ເປັນ​ບ່ອນສຳຄັນທີ່​ສຸດ. ​ເມື່ອ​ຕັ້ງ​ແທ່ນ​ບູຊາ​ເຂົ້າ​ເຮືອນ​ໃໝ່, ຕ້ອງ​ບູຊາ​​ໃຫ້ຫ້ອງຄົວກິນ​ນີ້​ດ້ວຍ​ໄກ່​ໂຕ​ໜຶ່ງ“.

        ພື້ນ​ເຮືອນ​ເຮັດ​ດ້ວຍ​ຫິນ. ອ້ອມ​ຮອບ​ຝາ​ເຮືອນ​​ແມ່ນ​ຊັ້ນ​ຫີນ​ສູງ​ເຄິ່ງ​ແມັດ​ເພື່ອ​ບໍ່​ໃຫ້​ເຮືອນ​ຫຼຸບ.

        “ດິນ​ເພື່ອ​ເຮັດ​ຝາ​ເຮືອນ​​ແມ່ນ​ດິນດາກ. ​ເພາະ​ດິນດາກ​ໜຽວ, ​​ເຮັດ​ໃຫ້​ຝາເຮືອນແໜ້ນ​ ​ແລະ ບໍ່ແຕກ​​ແຫງໄດ້. ຍ້ອນ​​ເຫດ​ນັ້ນ, ​ເຮືອນ​ດິນ​ຢູ່​ທີ່​ນີ້​ຈິ່ງ​ມີ​ອາຍຸ​ນັບ​ຮ້ອຍ​ປີ“.

ເຮືອນດິນທີ່ເປັນເອກະລັກສະເພາະຂອງຊາວເຜົ່າປູແປ໋ວ - ảnh 2

ຊາວເຜົ່າປູແປ໋ວກຳລັງປຸກສ້າງເຮືອນດິນ

(ພາບ: ອິນເຕີແນດ)

        ວິທີ​ເຮັດ​ຝາ​ເຮືອນ​ແມ່ນພິ​ເສດ ​ແລະ ​ລຳ້​ເລີດທີ່​ສຸດ. ຕາມ​ທຳ​ມະ​ດາ​ແມ່ນ​ຕ້ອງ​ມີ​ຜູ້​ຊາຍ 7 ຄົນ​ສົມທົບ​ກັນ​​ເພື່ອ​ປຸກ​ສ້າງ​ເຮືອນ​ດິນ. ​ໃນ​ນັ້ນ 4 ຄົນ​ຂຸດ​ເອົາ​ດິນ​ແລ້ວ​ສົ່ງເມືອ​ບ້ານ, ໜຶ່ງ​ຄົນ​ຟາດ​ດິນ​ໃຫ້​ແຫຼກ ​ແລະ ອີກສອງ​ຄົນ​ເຮັດ​ຝາ​ເຮືອນ. ຖ້າ​ເຮືອນ​ຕຳ່​ກວ່າ 5,5 ​ແມັດ, ຝາ​ເຮືອນ​ຕ້ອງ​ໜາ 50 cm, ຖ້າ​ເຮືອນ​ສູງ​ກວ່າ, ຝາ​ເຮືອນ​ຕ້ອງ​ໜາ​ກວ່າ 60 cm.

​“​ເພື່ອ​ເຮັດ​ຝາ​ດິນ​ຕ້ອງ​ມີ​ໄມ້​ແປ້ນ 3 ​ແຜ່​ນ, ສອງ​ແຜ່ນ​ຍາວ ​ແລະ ໜຶ່ງ​ແຜນ​ສັ້ນ​ເພື່ອ​​ໃຊ້​ເປັນ​ເບົ້າ​. ​ພາຍຫຼັງສ້າງ​ພື້ນ​ສຳ​ເລັດ​ແລ້ວ, ຈະ​ວາງ​ເບົ້າ​ເທິງ​ພື້ນ​​ເຮືອນ ​ແລະ ຍັດ​ດິນ​ໃສ່​ເບົ້າ. ​​ເມື່ອ​ຍັດ​ດິນ​ໃສ່​ເບົ້າ​ຍິ່ງ​​​ແຮງ​ເທົ່າ​ໃດຝາ​​ເຮືອນຍິ່ງ​ແໜ້ນ​ເທົ່າ​ນັ້ນ. ​ນອກ​ນັ້ນເຂົາ​ເຈົ້າຍັງ​ຕ້ອງ​ທາ​ຝາ​ດິນໃຫ້​ຮາບກ້ຽງ, ສະໜິດ​ແນບ ເພື່ອບໍ່​ໃຫ້​ນຳ້​ຊືມ​ເຂົ້າ ​ແລະ ບໍ່​ໃຫ້ຝາ​ດິນ​ແຕກອອກ“.

        ​ເຮືອນດິນ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ ມີປະ​ຕູ​ຕົ້ນຕໍ​ໜຶ່ງ​ແຫ່ງຢູ່​ຫ້ອງ​ໃຈກາງ, ​ແລະ ມີ 5 ປ່ອງຢ້ຽມ​ເພື່ອ​ຮັບ​ແສງຕາ​ເວັນ, ​ເຮັດ​ໃຫ້​ເຮືອນ​ຍາມ​ໃດ​ກໍ່​​​ແຈ້ງ​ດີ ​ແລະ ປອດ​ໂປ່​ງ. ນອກ​ນັ້ນ, ​ເຮືອນ​ຂອງ​ຊາວ​ເຜົ່າ​ປູ​ແປ໋ວ ຍາມ​ໃດ​ກໍ່​ມີ​ຊັ້ນ​ສຳຮອງ​ກວ້າງ​​ສົມຄວນ​ເພື່ອ​​ມ້ຽນ​ສາລີ, ​ເຂົ້າ​ເປືອກ, ຊີ້ນ​ແຫ້ງ, ທັງ​ເປັນ​ບ່ອນ​ນອນ​​ໃຫ້​ແຂກ​ອີກ.

        ພາຍຫຼັງ​ເຮືອນ​ໄດ້​ຮັບ​ການ​ປຸກ​ສ້າງ​ສຳ​ເລັດ​ແລ້ວ, ຊາວ​ເຜົ່າ​ປູ​ແປ໋ວ ຈະ​ຈັດ​ພິທີ​ເຂົ້າ​ເຮືອນ​ໃໝ່ ​ເພື່ອ​ບູຊາ​ບັນພະບຸລຸດ, ​ເທວະ​ດາ​ປ່າ, ​ເທວະ​ດາ​ທີ່​ດິນ… ກ່ອນ​ທີ່​ເຂົ້າ​ເຮືອນ​ໃໝ່, ໝໍ​ຜີ​ຕ້ອງ​ຈູດ​ທູບ​ທຽນ​ບູຊາ​ບັນພະບຸລຸດ​ຢູ່​ເຮືອນ​ເກົ່າ ​ເພື່ອ​ຂໍ​ຍ້າຍ​ໄປ​ເຮືອນ​ໃໝ່, ຫຼັງ​ຈາກ​ນັ້ນ​ຈະ​ບູຊາ​​ເທ​ວະ​ດາ​ຟ້າ​ແຖນ​ຢູ່​ອ້ອມ​ເຮືອນ.ຈູດ​ທູບ​ທຽນ​ຢູ່​ເຕົາ​ໄຟ ​ແລະ ປະ​ຕູ​ເຂົ້າ​ອອກ. ພິທີ​ເຂົ້າ​ເຮືອນ​ໃໝ່​ຖືກ​ຈັດ​ຂຶ້ນ​ໃນ​ຍາມ​ກາງຄືນ, ​ ​ຮອດ​ຍາມ​ຮຸ່ງ​ເຊົ້າ​ທຸກ​ພິທີກໍ່​ຕ້ອງ​ປະຕິບັດ​ສຳ​ເລັດ. ​ເພື່ອ​ຕ້ອນຮັບຍາດຕິ​ພີ່ນ້ອງ ​ແລະ ປະຊາຊົນ​ໃນ​ບ້ານ​​ມາ​ອວຍພອນ​ເຮືອນ​ໃໝ່, ​ເຂົາ​ເຈົ້າ​ບາງ​ຄົນ​ນຳ​ເອົາ​ໄກ່, ໝູ, ​ເຫຼົ້າ ຫຼື​ເງິນ ​ເພື່ອ​ອວຍພອນ​​ໃຫ້​ຄອບຄົວ​ມີ​ພອນ​ໄຊ​ອັນ​ປະ​ເສີດ, ມີ​ຄວາມສຸກ ​ແລະ ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ.

ຕອບກັບ

ຂ່າວ/ບົດ​ອື່ນ