ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງລາຍ


(vovworld)- ຊາວ​ເຜົ່າ​ມົ້ງລາຍ ດຳລົງ​ຊີວິດ​ຢູ່​ແຂວງ​ຮ່າ​ຢາງ, ລາຍ​ເຈົາ, ​ເຊີນ​ລາ ​ແລະ ອຽນ​ບ໋າ​ຍ. ຢູ່​ແຕ່ລະ​ແຫ່ງ​ເຂົາ​ເຈົ້າກໍ່​ມີ​ວິທີ​ປຸກ​ສ້າງ​ເຮືອນ​ທີ່​ແຕກ​ຕ່າງ​ກັນ. ​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງ​ເຮັດ​ດ້ວຍ​ໄມ້ ຫຼື ​ ​ດິນ. ​ເຖິງ​ວ່າ​ຈະ​ເຮັດ​ດ້ວຍ​ວັດຖຸ​ໃດ​ກໍ່ຕາມ, ​ແຕ່​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງກໍ່​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງລາຍ - ảnh 1

ເຮືອນດິນມຸງຫຍ້າຂອງຊາວເຜົ່າມົ້ງລາຍໃນເມື່ອກ່ອນ
(ພາບ: ອິນເຕີແນດ)

ຊາວ​ເຜົ່າ​ມົ້ງລາຍ​ຢູ່​ແຂວງ​ລາຍ​ເຈົາ, ​ແລະ​ ແຂວງເຊີນ​ລາສ່ວນ​ຫຼາຍ​ແມ່ນ​ຢູ່​ໃນ​ເຮືອນ​ເຮັດ​ດ້ວຍ​ໄມ້. ​ເຮືອນ​ຂອງ​​​​ເຜົ່າ​ມົ້ງລາຍ​ຖືກ​ປຸກ​ສ້າງ​ແບບ​ງ່າຍດາຍ​ ຄື​ດັ່ງຕົວ​ເຂົາ​ເຈົ້າ​ຢູ່​ແຫ່ງ​ນີ້​ເອງ. ​ເຮືອນ​​ເຮັດ​ດ້ວຍ​ໄມ້, ພື້ນ​ດິນ, ຫຼັງຄາ​ມຸງ​ໂປຼຊີມັງ, ອ້າຍ ມົ໋ວອາ​ແຊງ, ຊາວ​ເຜົ່າ​ມົ້ງລາຍ​ຢູ່​ແຂວງ​ເຊີນ​ລາ, ​ໃຫ້​ຮູ້​ວ່າ:

ກ່ອນ​ນີ້, ​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງຖືກປຸກສ້າງ​ຢ່າງງ່າຍດາຍ​, ​ໄມ້​ແມ່ນຕັດເອົາມາຈາກ​ປ່າ, ຫຼັງຄາ​​ມຸ້ງດ້ວຍ​ຫຍ້າ, ​ແຕ່​ປະຈຸ​ບັນ​​​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກລັດ​, ຫຼັງຄາເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງ​ໄດ້ມຸ້ງ​ດ້ວຍ​ໂປຼຊີມັງ, ຮັບປະກັນ ຄວາມ​ໝັ້ນຄົງ​ຖາວອນ, ພໍ່​ແມ່​ໄປ​ເຮັດ​​ໄຮ່​​ໄຖ​ນາກໍ່​ອູ່​ນອ່ຽນ​ໃຈ, ບໍ່ຢ້ານ​​​ເດັກນ້ອຍ​ຂີ້​ດື້​ເຮັດ​ໃຫ້ໄຟ​ໄໝ້ຫຼັງ​ຄາ​ຄື​ແຕ່​ກ່ອນອີກ”.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງລາຍ - ảnh 2

ໝູ່ບ້ານຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)

​​ເຮືອນ​ຂອງ​ເຜົ່າ​ມົ້ງລາຍ​ມີໂຄງ​ປະກອບທີ່​ງ່າຍດາຍ, ​ໂຄງ​ຮ່າງ​ເຮັດ​ດ້ວຍ​ໄມ້ອັດ, ​ເຮືອນ​ເຄີຍ​ມີ 3 ຫ້ອງ, ຫ້ອງ​​ຢູ່ໃຈກາງ​ແມ່ນ​ບ່ອນ​ຕັ້ງ​ແທ່ນ​ບູຊາ​ບັນພະບຸລຸດ. ນີ້​ກໍ່ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ລວມ​ຂອງທັງ​ຄອບຄົວ, ແມ່ນ​ບ່ອນ​ກິນ​ດື່ມ ​ແລະ ​ຮັບ​ແຂກ​. ​​ເຮືອນ​ຂອງ​ຊາວ​ເຜົ່າ​ມົ້ງລາຍ​ບໍ່ຂັ້ນ​ເປັນ​ແຕ່​ລະ​ຫ້ອງ​ຕ່າງຫາກ, ຫ້ອງ​ສ່ວນ​ຕົວ​ໃນ​ເຮືອນມີ​ແຕ່​ຂັ້ນ​ດ້ວຍ​ຜ້າ​ກັ້ງ​ເທົ່າ​ນັ້ນ. ສ່ວນ​ເຕົາ​ໄຟ​ຂອງ​ຊາວ​ເຜົ່າ​ມົ້ງລາຍ​ກໍ່​ບໍ່​ຕັ້ງ​ຢູ່​ກາງ​ເຮືອນ​ຄື​ຊົນ​ເຜົ່າ​ອື່ນໆ. ອ້າຍ ມົ່ວອາ​ແຊງ, ​ໃຫ້​ຮູ້​ວ່າ:

”ຕະກຸນ​ຢ່າງ​ ຕັ້ງ​ເຕົາ​ໄຟ​ຢູ່​ເບື້ອງ​ຂວາ​ຫຼື​ເບື້ອງ​ຊ້າຍ, ສ່ວນ​ຕະກຸນ​ມົ່ວ ຕັ້ງ​ຢູ່​ເບື້ອງ​ຂວາ. ​ສຳລັບ​ຊາວ​ເຜົ່າ​ມົ້ງ, ເຕົາ​ໄຟມີ​ຄວາມ​ສຳຄັນ​ທີ່​ສຸດ. ​ເຕົາ​ໄຟ​​ໃຫຍ່ແມ່ນໃຊ້​ເພື່ອ​ຄົວກິນ​ໃນ​ຍາມ​ເຊົ້າ ​ແລະ ​ເຕົາ​ໄຟ​ໜຶ່ງ​ອີກ​ແມ່ນ​ໃຊ້​ເພື່ອ​ຄົວກິນ​ທັງ​ຕອນ​ເຊົ້າ, ຕອນ​ທຽງ ​ແລະ ຕອນ​ແລງ”.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງລາຍ - ảnh 3

ເຮືອນໄມ້ມຸງໂປຼຊີມັງຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)

​ໃນ​​ເຮືອນ​ຂອງ​ຊາວ​ເຜົ່າ​ມົງລາຍ​ຢູ່​ແຂວງ​ເຊີນ​ລາ​ມີ​ເສົາ​ສີ່ຫຼ່ຽມ ຫຼື​ເສົາ​ກົມ​ຖືກ​ປັກ​ຢູ່​ໃຈກາງ​ເຮືອນ ​ແຕ່​ຫຼັງຄາ​ລົງ​ພື້ນ​ເຮືອນ, ຊາວ​ເຜົ່າ​ມົ້ງລາຍ​ຖື​ເສົາ​ນີ້​ແມ່ນ​ເສົາ​ຫຼັກ ຫຼື​ເສົາຄຳ້​ຂອງ​ເຮືອນ. ​ເມື່ອ​ເຮືອນ​ຫຼັງ​ໃໝ່​ໄດ້​ຮັບ​ການ​ປຸກ​ສ້າງ​ສຳ​ເລັດ​ແລ້ວ, ​ເຂົາ​ເຈົ້າ​ຈຶ່ງ​ຕັ້ງ​ເສົາ​ນີ້ຂຶ້ນ​ຢູ່​ກາງ​ເຮືອນ. ​​ໃນ​ຄອບຄົວ​ເມື່ອ​ມີ​ງານ​ບຸນ ຫຼື​ວຽກ​ງານ​ໃດ​ຄື: ບຸນປີ​ໃໝ່, ບຸນ​ເຂົ້າ​ຈີ່, ງານ​ແຕ່ງດອງ... ນອກຈາກ​ຈູດ​ທູບ​ທຽນ​ເທິງ​ແທ່ນ​ບູຊາ​ແລ້ວ, ​ເຈົ້າ​ຂອງ​ເຮືອນ​ຍັງ​ຕ້ອງ​ຈູດ​ທູບ​ທຽນ​ຢູ່​ຕີນ​ເສົາ​ຄຳ້​ອີກ ​ເພື່ອ​​ແຈ້ງ​ໃຫ້​ຜີບ້າ​ນຊາບ​ຄອບຄົວ​ມີ​ວຽກ. ​ໃນ​ບຸນປີ​ໃໝ່, ​ເສົາ​ຄຳ້​ໄດ້​ຮັບ​ການ​ປະດັບ​ປະດາ​ດ້ວຍ​ເຈ້ຍ​ທີ່​ມີ​ສີ​ຫຼາກ​ຫຼາຍ. ຍ້ອນ​ຄວາມ​ສັກສິດ​ຂອງ​ເສົາ​ຄຳ້​ໃນ​ເຮືອນ, ດັ່ງ​ນັ້ນ​ສິ່ງ​ຄະລຳ​ແມ່ນຫ້າມ​ບໍ່​ໃຫ້​ຜູ້​ໃດ​ໃຊ້​ມິດ​ຜ່າ, ຖາກ​ໃສ່​ເສົາ ຫຼື​ເຮັດ​ໃຫ້​ເສົາ​ເປື້ອນ, ບໍ່​ໄດ້​ຈູດ​ອັນ​ໃດ​ໃກ້​ກັບ​ເສົາ​ຄຳ້. ອ້າຍ ມົ່ວວັນ​ຊູ, ຊາວ​ເຜົ່າ​ມົ້ງລາຍ​ຢູ່​ແຂວງ​ລາຍ​ເຈົາ​ໃຫ້​ຮູ້​ວ່າ, ​ເຮືອນ​ຂອງ​ຄອບຄົວ​ອ້າຍ​ຖືກ​ສ້າງ​ຂຶ້ນ​ເມື່ອ​ປີ 1995 ​​ແຕ່ມາ​ຮອດ​ປະຈຸ​ບັນ​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເຮືອນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັກສາ​ໄວ້​ຄື​ເກົ່າ:

        ”​ ເຮືອນ​ຫຼັງ​ນີ້​ຂ້າພະ​ເຈົ້າ​ໄດ້​ສືບ​ມູນຈາກບັນພະບຸລຸດ, ​ເຮືອນ​ມີ​ເສົາ​ຄຳ້. ສະ​ເພາະ​ເສົາ​ກົມນີ້​ມີ​ຊື່ວ່າ​ເສົາ​ກວນ, ສ່ວນ​ຢູ່​ນອກ​ແມ່ນ​ເສົາຫຼັກ. ​ເສົາ​ຫຼັກ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ເຈົ້າ​ຂອງ​ເຮືອນ ”.

ເຮືອນທີ່ເປັນມູນເຊື້ອຂອງຊາວເຜົ່າມົ້ງລາຍ - ảnh 4

ເສົາຫຼັກໃນເຮືອນຂອງຊາວເຜົ່າມົ້ງລາຍ
(ພາບ: ອິນເຕີແນດ)

        ​ເລື່ອງ​ຕັ້ງ​ເສົາ​ຄຳ້​ໃນ​ເຮືອນ​ແມ່ນ​ຮີດຄອງ​ປະ​ເພນີ​ຂອງ​​ເຜົ່າ​ມົ້ງລາຍ ທີ່​ມີ​ມາ​ກ່ອນ​ນີ້​ຫຼາຍ​ລຸ້ນຄົນ. ນີ້​ກໍ່​ແມ່ນ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງລາຍ​ຢູ່​​ແຂວງເຊີນ​ລາ, ລາຍ​ເຈົາ. ຜ່ານ​ນັ້ນ​ຕັກ​ເຕືອນ​ໃຫ້​ລູກ​ຫຼານ​ໃນ​ຄອບຄົວຈົ່ງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຂອງ​ຊົນ​ຊາດ, ນັ້ນ​ແມ່ນ​ຍາມ​ໃດ​ກໍ່​ເຮັດ​ວຽກ​ດີ, ບໍ່​ທຳຮ້າຍ, ສ້າງ​ຄອບຄົວ​​ໃຫ້​ມີ​ຄວາມສາມັກຄີ, ຮັກ​ແພງກັນ, ມີ​ຄວາມສຸກ, ບໍ່​ໄດ້​ຫຼົງ​ລືມ​ບຸນຄຸນ​ຂອງພໍ່, ​ແມ່, ບັນພະບຸລຸດ​ໃນ​ຄອບຄົວ, ວົງ​ຕະກຸນ. ອ້າຍ ມົ່ວອາ​ແຊງ, ​ໃຫ້​ຮູ້​ວ່າ:

        ”ຊາວ​ເຜົ່າ​ມົ້ງມີ​ມູນ​ເຊື້ອ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ. ​​ຖ້າ​ມີ​ຄອບຄົວ​ໃດໃນ​ບ້ານປຸກ​ສ້າງ​ເຮືອນ​ຂ້າພະ​ເຈົ້າກໍ່​ມາ​ຊ່ວຍ, ສ່ວນ​ຢູ່​ບ້ານ​ອື່ນ, ຖ້າ​ເຈົ້າ​ຂອງ​​ເຮືອນມີ​ຄວາມ​ຕ້ອງການ​ຂ້າພະ​ເຈົ້າ​ກໍ່​ມາ​ຊ່ວຍ​ໃນ​ທັນທີ ”.

        ຊາວ​ເຜົ່າ​ມົ້ງລາຍ​ເຄີຍ​ປຸກ​ສ້າງ​ເຮືອນ​ໃນ​ລະດູບານ​ໃໝ່, ພາຍຫຼັງ​ບຸນປີ​ໃໝ່​ກໍ່​ປຸກ​ສ້າງ​ເຮືອນ​ເພື່ອ​ກະກຽມ​ໃຫ້​ລະດູ​ການ​ຜະລິດ​​ໃໝ່. ​ເຂົາ​ເຈົ້າ​ກໍ່​ເລືອກ​ວັນ​ເພື່ອ​ປຸກ​ສ້າງ​ເຮືອນ. ຕາມ​ທຳ​ມະ​ດາ​ແມ່ນເຄີຍ​ເຮັດ​ໃນ​ວັນ​ຄູ່. ​ເພາະ​ເຂົາ​ເຈົ້າ​ຖື​ວ່າ ວັນ​ຄູ່​ແມ່ນ​ວັນທີ່​ນຳ​​ເອົາໂຊກ​ໝານມາ​ໃຫ້​ຄອບຄົວ.

        ​ເຖິງ​ວ່າ​ດຳລົງ​ຊີວິດ​ຕາມ​ເນີນ​ພູມາ​ຫຼາຍ​ເຊັ່ນ​ຄົນ​ແລ້ວ​ກໍ່ຕາມ, ​ແຕ່ບັນດາ​ເຮືອນ​ໄມ້​ຂອງ​ຊາວ​ເຜົ່າ​ມົ້ງລາຍ​ຍັງ​ຄົງ​ຮັກສາ​ຄວາມ​ງາມ​ແບບ​ດັ້ງ​ເດີມ​ໄວ້​ໄດ້, ບັນດາ​ເຮືອນ​ໄມ້​ເກົ່າ​​ເຫຼົ່າ​ນັ້ນ​ໄດ້ຊ້ອນ​ແຝງພື້ນຖານ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ມົ້ງລາຍ​ຢູ່​ແຂວງ​ເຊີນ​ລາ.

 

ຕອບກັບ

ຂ່າວ/ບົດ​ອື່ນ