ເຮືອນຢູ່ຂອງຊາວເຜົ່າຮ່າຍີ່

(vovworld) - ​ໂດຍ​ແມ່ນ​ຊົນ​ເຜົ່າ​ທີ່​ດຳ​ລົງ​ຊີວິດ​ໃນ​ເຂດ​ພູ​ສູງ, ​ເພື່ອ​ຮັບ​ມື​ກັບ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ, ຊາວ​ຮ່າ​ຍີ່​​ໄດ້ປຸກ​ສ້າງ​ເຮືອນຝາ​​​ດິນ. ຜ່ານ​ການ​ເວລາ, ​ເຮືອນຝາ​ດິນ​ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ຮ່າ​ຍີ່​​ໄວ້ຢູ່. ບົດ​ຂຽນ​ຂອງ ກວົກຮື​ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

ເຮືອນຢູ່ຂອງຊາວເຜົ່າຮ່າຍີ່ - ảnh 1
ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່
(ພາບອິນເຕີແນັດ)

        ​ໂດຍລີ້​ຊ້ອນ​ໃນ​ກ້ອນ​ເມກ​ເທິງເຂດ​ພູດ​ອຍ, ບັນດາ​ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່ ​ເຖິງ​ວ່າທຳ​ມະ​ດາ​ລຽບ​ງ່າຍ, ດ້ວຍ​ຝາ​ດິນ ​ແລະ ຫຼັງຄາ​ສີ​ໄຄກໍ່ຕາມ​, ​ແຕ່​​ພັດເຫັນ​ວ່າ​ມັນງາມ​ສົມຄວນ. ສັງ​ເກດ​ຈາກ​ທາງ​ໄກ​ກໍ່​ເຫັນ​ວ່າ, ບັນດາ​ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ປຽບ​ເໝືອນ​ເຫັດດອກໃຫຍ່​ທີ່​ປົ່ງ​ຂຶ້ນ​ຕາມ​ເນີນ​ພູ, ອັນ​ໄດ້​ສ້າງ​ຄວາມ​ງາມ​ພິ​ເສດສະ​ເພາະໃຫ້​ແກ່ໝູ່​ບ້ານຊາວ​ເຜົ່າ ຮ່າ​ຍີ່. ​ເຮ​ືອນ​ຢູ່​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ອີງ​ຫຼັງ​ໃສ່​ພູ, ໜ້າ​ມຸ່ງ​ໃສ່​ຮ່ອມ​ພູ, ​ເພາະວ່າ​ຕາມ​ແນວ​ຄວາມ​ຄິດ​ຂອງ​ຊາວ​ຮ່າ​ຍີ່​ແລ້ວ, ​​ເຮືອນ​ຖືກ​ຕັ້ງຄື​​ແນວ​ນັ້ນຈະ​ນຳ​ເອົາ​ຄວາມ​ໂຊກ​ດີ​ມາ​ໃຫ້​ຄອບຄົວ. ທ່ານ ຫຼີ​ເຢີ​ກໍ໋, ຊົນ​ເຜົ່າ ຮ່າ​ຍີ່​ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ ບາດ​ຊາດ, ​ແຂວງ​ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “ຢູ່​ເຂດ​ພູດ​ອຍ, ດິນ​ຟ້າ​ອາກາດ​ຮ້າຍ​ແຮງ​ທີ່​ສຸດ, ໜາວ​ຈັດ​ໃນ​ລະດູ​ຮ້ອນ ​ແລະ ຮ້ອນອົບ​ເອົ້າ​ໃນ​ລະດູ​ຮ້ອນ. ດັ່ງ​ນັ້ນ​​ເຂົາ​ເຈົ້າ​ຈຶ່ງ​ປຸກ​ສ້າງເຮືອນ​ຝາ​ດິນ​​ເພື່ອ​ສ້າງ​ຄວາມ​ອົບ​ອຸ່ນ​ໃນ​ຍາມໜາວ ​ແລະ ຄວາມ​ເຢັນ​ໃນ​ຍາມ​ຮ້ອນ. ວິທີ​ປຸກ​ສ້າງ​ເຮືອນ​ກໍ່​ງ່າຍດາຍ, ດ້ວຍ​ການ​ເອົາ​ຫີນ​ມາ​ຈັດ​ລຽນເປັນ​ພື້ນ​ເຮືອນ, ສ່ວນ​ວັດຖຸອຸປະກອນ​ແມ່ນ​ຂຸດ​ຄົ້ນ​ຢູ່​ກັບ​ທີ່, ດັ່ງ​ນັ້ນ​ຈຶ່ງ​ສ້າງ​ຄວາມ​ສະດວກ​ທີ່​ສຸດ​ໃຫ້​ແກ່​ການ​ປຸກ​ສ້າງ​ເຮືອນ. ສ່ວນ​ຫິ້ງແມ່ນ​ໃຊ້​ເພື່ອ​ບັນຈຸ​ເຄື່ອງ​ຂອງ, ພິ​ເສດ​ແມ່ນ​ທັນ​ຍາ​ຫານ​ຂອງ​ຄອບຄົວ“.

        ຄວາມ​ງາມ​ຂອງ​ເຮືອນ​ຝາ​ດິນ​ຖືກ​ສະ​ແດງ​ອອກ​ຜ່ານ​ສະຖາ​ປັດຕະຍະ​ກຳ. ​ເຮືອນ​ຖືກ​ກໍ່ສ້າງ​ເປັນ​ຮູບ 4 ຫຼ່ຽມມົນທົນ, ດ້ວຍ 4 ຫຼັງຄາ​ຮູບ​ທາດ​ລ່ຽມ ​ແລະ ບໍ່​ມີ​ລະບຽງ. ​ເຮືອນ​ແຕ່​ລະ​ຫຼັງ​ກວ້າງ​ແຕ່ 65-80 ຕາ​ແມັດ. ​ເຖິງ​ວ່າ​ເຮືອນ​ຈະ​ໃຫຍ່ ຫຼື​ນ້ອຍ​ກໍ່​ສົມສ່ວນ​ກັນ ​ແລະ ງາມ​ຕາ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ​ຂອງ​ເຮືອນ​ຝາ​ດິນ, ນັ້ນ​ແມ່ນ​ຝາ​ດິນ​ໜາ​ແຕ່ 40-50 cm, ສູງ​ແຕ່ 4-5 ​ແມັດ. ສ່ວນ​ໂຄງ​ເຮືອນປະກອບ​ດ້ວຍ​ລະບົບ​ເສົາ, ຂື່. ຫຼັງຄາ​ມຸງ​ດ້ວຍ​ຫຍ້າ​ເພື່ອ​ສາມາດ​ທົນ​ທານ​ກັບ​ດິນ​ຟ້າ​ອາກາດ​ທີ່​ຮ້າຍ​ແຮງ​ໃນ​ເຂດ​ພູ  ດ​ອຍ. ​ເມື່ອ​ດຳລົງ​ຊີວິດ​ໃນ​ເຮືອນ​ຝາ​ດິນ, ຊາວ ຮ່າ​ຍີ່​ຮູ້ສຶກ​ສະຫວາດສະ​ເຫວີຍ​ທີ່​ສຸດ. ທ່ານ ຫຼີ​ແຊວ​ເຈີ, ຊາວ​ເຜົ່າ ຮ່າ​ຍີ່, ຢູ່​ຕາ​ແສງ ອີ​ຕີ໋, ​ເມືອງ ບາດ​ຊາດ, ​ແຂວງ​ ລາວ​ກາຍ, ​ໃຫ້​ຮູ້​ວ່າ:

        “​ເຮົາ​ເອົາ​ດິນ​ເປິ​ເປັນ​ຝາ​ຈຶ່ງ​ເອີ້ນ​ວ່າ​ເຮືອນ​ຝາ​ດິນ. ຍ້ອນ​ຝາ​ເຮັດ​ດ້ວຍ​ດິນ​ຈຶ່ງ​ເສຍ​​ເຫື່ອແຮງຫຼາຍ. ຄອບຄົວ​ໃດ​ມີ​ລູກ​ຫຼາຍ​ຫຼາຍ​ຄົນ​ມາ​ຊ່ວຍ​ກໍ່​ຕ້ອງ​ເສຍ​ເວລາ​ແຕ່ 4 -5 ​ເດືອນ​ຈຶ່ງ​ປຸກ​ສ້າງ​ສຳ​ເລັດ. ສ່ວນ​ຄອບຄົວ​ໃດ​ທີ່ມີ​ລູກ​ຫຼານ​ໜ້ອຍ​ຄົນ, ເຮືອນ​ອາດ​ປຸກ​ສ້າງ​​ໃນປີ​ນີ້ ​ແຕ່​ເຖິງ​ປີໜ້າ​ຈຶ່ງ​ສຳ​ເລັດ. ຊາວ ຮ່າ​ຍີ່​​ເຮັດ​ເຮືອນ​ແບບ​ນີ້​ນັບ​ແຕ່​ກີ້​ແຕ່​ກ່ອນ​ແລ້ວ ​ແລະ ປະຈຸ​ບັນ​ຍັງ​ຄົງ​ເຮັດຢູ່“.

ເຮືອນຢູ່ຂອງຊາວເຜົ່າຮ່າຍີ່ - ảnh 2
ຊາວ ຮ່າ​ຍີ່​ເຄີຍ​ລົງມື​ປຸກ​ສ້າງ​ເຮືອນ​ໃໝ່
(ພາບ: VietDung)

        ​ແຕ່ລະ​ປີ, ພາຍຫຼັງ​ລະດູ​ການ​ເກັບ​ກ່ຽວ, ຊາວ ຮ່າ​ຍີ່​ເຄີຍ​ລົງມື​ປຸກ​ສ້າງ​ເຮືອນ​ໃໝ່. ​ເມື່ອ​ເລືອກ​ໄດ້​​ດິນ​ທີ່​ເໝາະ​ສົມ, ຊາວ ຮ່າ​ຍີ່​ ກໍ່​ຂຸດ​ພື້ນ​ເຮືອນ, ​ເລືອກ​ເອົາ​ກ້ອນຫີນທີ່​ຫາບ​ພຽງ​​ແລ້ວ​ຈັດລຽງ​​ເຂົ້າ​ໃນຂອບ​ໄມ້, ຖັດມາ​ກໍ່​ເປິ​ດິນ​​ໃສ່ໃຫ້​ແໜ້ນ​ເພື່ອສ້າງ​​ເປັນ​ພື້ນ​ເຮືອນ. ວຽກ​ງານ​ທີ່​ຕ້ອງ​ໃຊ້​​ເຫື່ອແຮງ​ຫຼາຍ​ສຸດ​ແມ່ນ​ການ​ເປິ​ຝາ​ເຮືອນ. ຜູ້​ຊາຍ​ຊາວ​ເຜົ່າ ຮ່າ​ຍີ່​ເກືອບ​ທຸກ​ຄົນ ​ລ້ວນ​ແຕ່​ຮູ້​ວິທີ​ເຮັດ​ຝາ​ດິນ. ທຳ​ອິດ​ແມ່ນ​ເອົາ​ດິນ​ໜຽວ​ຍັດໃສ່ຂອບ​ໄມ້​ແລ້ວ​ໃຊ້​ສາກ​ໄມ້​ຕຳ່​ໃຫ້​ດິນ​ຕິດ​ແໜ້ນ​ໃສ່​ກັນ. ພາຍຫຼັງ​ເຮັດ​ຝາ​ດິນ​ຊັ້ນ​ທຳ​ອິດ​ສຳ​ເລັດ​ແລ້ວ, ຈະ​ແກະຂອບ​​ໄມ້​ອອກ ​​ແລ້ວເຮັດ​ຝາ​ດິນ​ຊັ້ນ​ທີ​ສອງ ​ແລະ ຕ້ອງ​ເຮັດ​ຄື​ແນວ​ນັ້ນ​ແຕ່ 5-6 ຊັ້ນ​ຝາ​ດິນຈຶ່ງ​ສຳ​ເລັດບໍລິບູນ. ​ຫຼັງ​ຈາກ​ນັ້ນ​ຈຶ່ງ​ເຮັດ​ຂື່​ເຮືອນ ​ແລະ ມຸງ​ຫຼັງຄາ​ເຮືອນ. ຜ່ານ​ການ​ເວລາ, ຝາ​ເຮືອນ​ທີ່​ເຮັດ​ດ້ວຍ​ດິນ​ໜຽວ​ນີ້​ນັບ​ມື້​ນັບ​ແຂງ​ຄື​ເບ​ຕົງ, ສາມາດ​ທົນ​ທານ, ຮັບ​ມື​ກັບ​ແດດ​ຮ້ອນ ​ແລະ ຝົນຕົກ​, ກໍ່​ຄື​ຍືນ​ຍົງ​ຄົງ​ຕົວ​ມາ​ເປັນ​ເວລາ​ນັບ​ຮ້ອຍ​ປີໄດ້.

        ​ເຮືອນ​ຝາ​ດິນ​ຂອງ​ຊາວ​ເຜົ່າ ຮ່າ​ຍີ່​ເຄີຍ​ມີ​ປ່ອງຢ້ຽມ​ນ້ອຍ​ແຕ່ 3-4 ປ່ອງຢ້ຽມ, ປ່ອງຢ້ຽມ​ເຫຼົ່າ​ນີ້​ເປີດ​ອອກ​ເພື່ອ​ສ້າງ​ຄວາມ​ປອດ​ໂປ່​ງ ​ແລະ ຮັບ​ເອົາ​ແສງ​ສະຫວ່າງ. ​ໃນ​ເຮືອນ​ມີ​ຫ້ອງ​ນອນ​ຂອງ​ພໍ່​ແມ່, ຫ້ອງ​ຮັບ​ແຂກ, ສ່ວນ​ຢູ່​ລະບຽງ​ແມ່ນ​ຕັ້ງ​ຕຽງ​ນອນ​ໃຫ້​ແຂກ ​ແລະ ລູກ​ຊາຍ, ຜູ້​ທີ່ບໍ່​ທັນ​ສ້າງຄອບຄົວ. ​ເຕົາ​ໄຟ​​ຕັ້ງ​ໃນ​ຫ້ອງ​ຄົວ ​ແລະ ມີ​ທີ່​ຕັ້ງ​ພິ​ເສດ​ໃນ​ເຮືອນ. ​​ເຮືອນຄົວ​ທັງ​ສ້າງ​ຄວາມ​ອົບ​ອຸ່ນ, ທັງ​ແມ່ນ​ບ່ອນ​ແຕ່ງກິນ, ​ບ່ອນ​ດຳ​ເນີນ​ຊີວິດ ​ແລະ ຮັບ​ແຂກ​ຂອງ​ຄອບຄົວ.

        ປະຈຸ​ບັນ, ​ເຖິງ​ວ່າ​ມີ​ວັດ​ສະ​ດຸ​ກໍ່ສ້າງ​ທີ່​ສະດວກ​ຫຼາຍ​ຢ່າງ​​ໃຫ້​ແກ່​ການ​ກໍ່ສ້າງ​ເຮືອນ​​ແລ້ວກໍ່ຕາມ, ​ແຕ່​ຢູ່​ບາງ​ແຫ່ງ, ຊາວ ຮ່າ​ຍີ່​ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​​ເດີມ, ດ້ວຍ​ເຕັກນິກ​ປຸກ​ສ້າງ​ເຮືອນ​ຝາ​ດິນ. ບັນດາ​ເຮືອນ​ຝາ​ດິນ​ຂອງ​ຊາວ ຮ່າ​ຍີ່ ຍາມ​ໃດ​ກໍ່ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ບັນດາ​ຜູ້​ທີ່​ມີ​ຄວາມ​ນິຍົມ​ຖ່າຍຮູບ, ຍ້ອນ​ຮູບ​ຮ່າງ, ສີສັນທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຮືອນ​ຝາ​ດິນ.

 

ຕອບກັບ

ຂ່າວ/ບົດ​ອື່ນ