ເຮືອນຣົງຂອງຊາວເຜົ່າບານາ


(vovworld) - ​ເຮື​ອນຣົງ​ຂອງ​ຊາວ​ເຜົ່າ​ບາ​ນາ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ວັດທະນະທຳ​ປະຊາ​ຄົມ​ຂອງ​ຊາວ​ເຜົ່າ​ບາ​ນາ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ແຫ່ງ​ສະ​ແດງ​​ຄວາມ​ສາມັກຄີ, ຄວາມ​ສະໜິດ​ຕິດ​ພັນ​ຂອງ​ປະຊາ​ຄົມ, ເໝາະສົມ​ກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ຫຼີກ​ລ້ຽງສັດ​ຮ້າຍ, ປົກ​ປ້ອງ​ຊີວິດ​​ໃຫ້​ແກ່ຊາວບ້ານ​ອີກ​ດ້ວຍ.

ເຮືອນຣົງຂອງຊາວເຜົ່າບານາ - ảnh 1

ເຮືອນຣົງຂອງຊາວເຜົ່າບານາ

​        ບັນດາ​ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ບາ​ນາ ລ້ວນ​ແຕ່​ມີ​ເຮືອນ​ຣົງ. ​ເຮືອນຣົງຄື​ດັ່ງ​ສາລາ​ບ້ານ​ຂອງ​ຊາວ​ກິ​ງຢູ່​ເຂດ​ທົ່ງພຽງ, ນີ້​ແມ່ນ​ແຫ່ງ​ດຳ​ເນີນ​ຊີວິດ​ລວມຂອງ​ຊາວບ້ານ. ​ແຕ່​ເຮືອນຣົງພັດ​ບໍ່​ແມ່ນ​ບ່ອນ​ທຳ​ພິທີບູຊາ.

        ຊາວ​ເຜົ່າ​ບາ​ນາ ​ເຄີຍ​ຊອກ​ຫາ​ໄມ້​ທີ່​ມີຄ່າ​ໃນ​ປ່າ​ຄືໄມ້​ແດງ, ​ໄມ້​ດູ… ​ເພື່ອສ້າງ​ເຮືອນຣົງ. ​ໂຄງ​ປະກອບ​ເຮືອນຣົງຂອງ​ຊາວ​ເຜົ່າ​ບາ​ນາ ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ, ບໍ່​ມີ​ໄມ້​ກອນ. ຊາ​ວ​ເຜົ່າ​ບາ​ນາ​ພຽງ​ແຕ່​ໃຊ້​​ສາຍເຊືອກ​ໃນ​ປ່າ, ​​ເສັ້ນ​ຫວາຍ, ​ໄມ້​ໄຜ່​ເພື່ອ​​ເຊື່ອມ​ຕໍ່​ໂຄງ​ເຮືອນ​ໃສ່​ກັນ, ​ແຕ່​ເຮືອນຣົງຍັງ​ໝັ້ນຄົງ, ​ແໜ້ນ​ແກ່ນ​ຢູ່. ບັນດາ​ເຮືອນຣົງ​ລ້ວນ​ແຕ່ຄ້າຍຄື​ກັນ​ກ່ຽວ​ກັບ​ຮູບ​ຮ່າງ ​ແລະ ສະຖາປັດຕະຍະກຳ, ມີ​ລະບຽງ​ກວ້າງ​ຢູ່​ເບື້ອງ​ໜ້າ, ​ຫຼັງ​ເຮືອນ​ມຸງ​ດ້ວຍ​ຫຍ້າໜາ 20 cm, ຫຼັງຄາ​ແນບ​ໃສ່​ກັນ​ເປັນ​ຮູບ​ຄ້ອນ​ຕີທີ່ບືນ​ສູ່​ທ້ອງຟ້າ, ສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ຂອງ​ມະນຸດ​ຕໍ່​ທຳ​ມະ​ຊາດ. ​ເຮືອນຣົງສູງ​ປະມານ 12 ​ແມດ, ຍາວ 12 ​ແມດ, ກວ້າງ 8 ​ແມດ ​ແລະ ສາມາດ​ບັນຈຸ​ປະມານ 80​-​100 ຄົນ. ບາງ​ເທື່ອ​ກໍ່​ມີ​ໝູ່​ບ້ານ​ມີ​ເຮືອນຣົງສູງ​ເຖິງ 18 ​ແມັດ​​ເພື່ອສະ​ແດງ​ກຳລັງ​ແຮງ ​ແລະ ຄວາມ​ຮັ່ງມີ​ຂອງ​ໝູ່​ບ້ານ. ພື້ນ​ເຮືອນ​ຍົກ​ສູງກວ່າໜ້າດິນ 2 ​ແມ​ັດ. ມີ​ຂັ້ນ​ໄດ​ຂຶ້ນ​ລົງ 2 ອັນ. ຂັ້ນ​ໄດສຳລັບ​ຜູ້​ຊາຍ​ມີ 7 ຂັ້ນ​ຕັ້ງ​ຢູ່​ເບື້ອງ​ຊ້າຍ ​ແລະ​ຂັ້ນ​ໄດ​ສຳລັບ​ຜູ້ຍິງຕັ້ງ​ຢູ່​ເບື້ອງ​ຂວາ. ນອກ​ນັ້ນ​ຍັງ​ມີ​ຂັ້ນ​ໄດຕັ້ງ​ຢູ່​ກາງ​ເຮືອນ ​ເພື່ອ​ໃຊ້​ສະ​ເພາະ​ໃຫ້​ແກ່​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​​ໂອກາດຈັດ​ງານ​ບຸນ​ສັກສິດຕ່າງໆ.

        ​ເຮືອນຣົງ ​ແມ່ນ​ແຫ່ງ​ຮັກສາ​ບັນດາ​ວັດຖຸ​ພັນ​ທີ່​ສັກສິດ​ຂອງ​ໝູ່​ບ້ານ, ມີ​ແຕ່​ຜູ້​ຊາຍ​ຈຶ່ງ​ໄດ້​ນອນ​ໃນ​ເຮືອນຣົງ​ເທ່ົາ​ນັ້ນ. ​ເພາະວ່າ​ຊາວ​ເຜົ່າ​ບາ​ນາ​ມີ​ທັດສະນະ​ວ່າ, ນີ້​ແມ່ນ​ແຫ່ງ​ປຶກສາ​ຫາລື​ບັນດາ​ວຽກ​ງານ​ສຳຄັນ​ຂອງ​ບ້ານ, ​ແມ່ນ​ແຫ່ງ​ທີ່​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ​ຖ່າຍ​ທອດ​ບົດຮຽນ, ສັ່ງສອນ​ລູກ​ຫຼານ​ກ່ຽວ​ກັບ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ບ້ານ. ມີ​ວັດຖຸ​ພັນ​ທີ່​ສັກສິດ ​ແລະ ລຳ້​ຄ່າ​ຫຼາຍ​ຢ່າງ​ຂອງ​ບ້ານ​ແມ່ນ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢູ່​ເຮືອນຣົງ. ຍ້ອນ​ເ​ຫດນັ້ນ, ​ເມື່ອ​ມາ​ຢ້ຽມຢາມ​ເຮືອນຣົງ, ນັກ​ທ່ອງ​ທ່ຽວ​ສາມາດ​ເຂົ້າ​ໃຈ​ສ່ວນ​ໃດ​ສ່ວນ​ໜຶ່ງກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ວັດທະນະທຳ​ຂອງ​ຊາວ​ເຜົ່າ​ບາ​ນາ. ອ້າຍ ຫງວຽນ​ຮ່ວາງ​ເຕິ​ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຢ້ຽມຢາມ​ເຮືອນຣົງຂອງ​ຊາວ​ເຜົ່າ​ບາ​ນາ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ເຂົ້າ​ເຮືອນຣົງຄື​ແນວ​ນີ້, ດັ່ງ​ນັ້ນ​ຈຶ່ງ​ຮູ້ສຶກ​ແປກ​ປະຫຼາດ ​ແລະ ດູດ​ດື່ມ​ທີ່​ສຸດ, ​ໃນ​ເຮືອນຣົງມີ​ວັດຖຸ​ສິ່ງຂອງ​ຕ່າງໆ, ມີ​ກອງ, ຄ້ອງ. ຂ້າພະ​ເຈົ້າ​ຢາກ​ຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ວັດທະນະທຳ. ​ບັນດາວັດຖຸ, ​ເຄື່ອງ​ຂອງປະດັບ​ຢູ່​ທີ່​ນີ້​, ເຮັດ​ໃຫ້ເຮືອນຣົງມີ​ຄວາມ​ອົບ​ອຸ່ນ​ກວ່າ“.

ເຮືອນຣົງຂອງຊາວເຜົ່າບານາ - ảnh 2

ເຮືອນຣົງຂອງຊາວເຜົ່າບານາ

        ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ບາ​ນາ, ​ເຮືອນຣົງ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ສິລະ​ປະ​ຢ່າງ​ແທ້​ຈິງ, ​ແມ່ນ​ໂສມ​ໜ້າ, ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ທັງ​ໝູ່​ບ້ານ. ​ເຮືອນຣົງຍັງ​ແມ່ນ​ແຫ່ງ​ສັກກະ​ລະ​ບູຊາ ທີ່​ເຕົ້າ​ໂຮມ​ກຳລັ​ງແຮງ​ດ້ານ​ຈິດ​ວີນຍານ, ສະ​ແດງ​ໃຫ້​ເຫັນ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ບາ​ນາ. ຍ້ອນ​ເຫດ​ນັ້ນ, ຂະ​ແໜງ​ວັດທະນະທຳ​ຈຶ່ງ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມໍລະດົກ​ສະຖາປັດຕະຍະກຳ​ເຮືອນຣົງ. ຕາມ​ຜົນ​ແຫ່ງ​ການ​ສຳ​ຫຼວດຂອງ​ຂະ​ແໜງ​ວັດທະນະທຳ​ແຂວງ​ກອນ​ຕຸ​ມ ​​ເມື່ອ​ປີ 1999 ​ແລ້ວ, ​ໃນ​ຈຳນວນ 625 ໝູ່​ບ້ານ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ແຂວງ, ​ແຕ່​ຍັງ​ມີ​ເຮືອນຣົງປະມານ 260 ຫຼັງ​ເທົ່າ​ນັ້ນ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊ່ວຍ​ເຫຼືອ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກອນ​ຕຸ​ມ, ບັນດາ​ນັກ​ສິລະ​ປະການ​ຊາວ​ເຜົ່າ​ບາ​ນາ ​ໄດ້​ກໍ່ສ້າງສຳ​ເລັດ​ເຮືອນຣົງທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນຢູ່​ຮ່າ​ໂນ້ຍ. ທ່ານ ລື​ວຮຸ່ງ, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ຊົນ​ເຜົ່າ, ຮອງ​ຜູ້ອຳນວຍການ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ຖືວ່າ: ນີ້​ແມ່ນ​ວຽກ​ງານ​ຈຳ​ເປັນ​ທີ່​ສຸດ​ໃນ​ປະຈຸ​ບັນ:

        “ບັນດາ​ປັດ​ໃຈ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ບັນດາ​ເຮືອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ​ບາ​ນາ ພວມ​ຖືກສູນ​ເສຍ​ໄປ. ຖ້າ​ບໍ່​ມີ​ນະ​ໂຍບາຍ​ອະນຸລັກ​ຮັກສາ, ບັນດາ​ສະຖາປັດຕະຍະກຳ​ນີ້​ພຽງ​ແຕ່​ແມ່ນ​ຮູບ​ຖ່າຍ​ຂອງ​ອະດີດຕະການ​ເທົ່າ​ນັ້ນ. ​ໃນ​ຖານະ​ເປັນ​ນັກ​ຄົ້ນ​ຄ້ວາ​ຊົນ​ເຜົ່າ ​ແລະ ​ເຮັດ​ວຽກ​ງານ​ຫໍພິພິດທະພັນ, ຂ້າພະ​ເຈົ້າ​ຮູ້ສຶກ​ເສຍດາຍ​, ຖ້າ​ຫາກ​ວ່າ​ບັນດາ​ມໍລະດົກ​ສະຖາປັດຕະຍະກຳ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້​ຖືກ​ເສຍຫາຍ​ໄປ“.

        ​ເລື່ອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ​ຫວຽດນາມ, ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກອນ​ຕຸ​ມກໍ່ສ້າງ​ເຮືອນຣົງຂອງ​ຊົນ​ເຜົ່າ​ບາ​ນາ ຄືນ​ໃໝ່​ໃນ​ບໍລິ​ເວນ​ຫໍພິພິດທະພັນ​ນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ທ່ອງ​ທ່ຽວ​​ມີ​ກາລະ​ໂອກາດຊອກ​ຮູ້​ວັດທະນະທຳ​ຊົນ​ເຜົ່າ​ບາ​ນາ ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຮູບ​ພາບ​ທີ່​ສວຍ​ງາມ ​ແລະ ​ມີ​ຄວາມ​ໝາຍ​ໃນ​ວຽກ​ງານອະນຸລັກ​ຮັກສາ ​ແລະ ຟື້ນ​ຟູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ