ເຮືອນຮ້ານຂອງຊາວເຜົ່າຣາລາຍ


(vovworld) - ຊາວ​ເຜົ່າຣາລາຍ ດຳລົງ​ຊີວິດ​ເປັນ​ບ້ານ​ຢູ່​ພື້ນ​ທີ່​ສູງ, ບ່ອນ​ທີ່​ໃກ້​ກັບ​ແຫຼ່ງນຳ້. ​ແຕ່​ລະ​ບ້ານ​ມີ​ເຮືອ​ນນັບ​ສິບ​ຫຼັງ, ບັນດາ​ສະມາຊິກ​ໃນ​ບ້ານ​ລ້ວນ​ແຕ່​ມີ​ຕະກຸນ​ດຽວ​ກັນ. ​ເມື່ອ​ສ້າງ​ບ້ານ​ໃໝ່, ວຽກ​ງານ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ປຸກ​ສ້າງ​ເຮືອນຮ້ານ. ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ ຣາລາຍ​ມີ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກສະ​ເພາະ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ເຜົ່າ​ຫວຽດນາມ.

ເຮືອນຮ້ານຂອງຊາວເຜົ່າຣາລາຍ - ảnh 1

ເຮືອນຮ້ານຂອງຊາວເຜົ່າຣາລາຍ

ຕາມ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ​​ເພື່ອປຸກ​ສ້າງ​ເຮືອນ​ໃໝ່​, ວຽກ​ງານ​ທຳ​ອິດ​ຂອງຊາວ​ເຜົ່າຣາລາຍ ນັ້ນ​ແມ່ນ​ດຳ​ເນີນ​ການດູ​ມໍ​ເພື່ອ​ຊອກ​ຫາ​ທີ່​ດິນ. ​ເຈົ້າ​ຂອງ​ເຮືອນ​ຈະ​ນຳ​ເອົາ​ເຂົ້າສານ 7 ​ເມັດ​ມາ​ວາງ​ເທິງ​ພື້ນ​ດິນ, ​ແລ້ວ ຂວ້ຳຖ້ວຍ​ລົງ. ພາຍຫຼັງ 3 ວັນ, ​ເມື່ອ​ຍົກ​ຖ້ວຍ​ອອກ​ຖ້າ​ເຫັນ​ວ່າ​ເຂົ້າ​ຍັງ​ຄົບ​ບໍ່​ຂາດ​ເມັດ​ໃດ ​ແມ່ນ​ໄດ້​ຢູ່, ຖ້າ​ບໍ່​ຄົບ​ແມ່ນ​ບໍ່​ໄດ້, ຕ້ອງ​ຊອກ​ຫາ​ບ່ອນ​ອື່ນ. ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າຣາລາຍ​ ຖືກ​ປຸກ​ສ້າງ​ຕາມ​ສະຖາປັດຕະຍະກຳ​ທົ່ວ​ໄປ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຢູ່​ເຂດ​ພູດ​ອຍ. ວັດຖຸ​ປຸກ​ສ້າງ​ເຮືອນ​ຕົ້ນຕໍ​ແມ່ນ​​ໄມ້​ໄຜ່, ໄມ້​​ເຮ້ຍ, ​ໄມ້, ​ໃບ​ໄມ້​ທີ່​ມີ​ຢູ່​ແລ້ວ​ໃນ​ປ່າ. ທຸກ​ຄົນ​ໃນ​ຄອບຄົວ​ຕ່າງ​ກໍ່​ສາມາດ​ເຂົ້າ​ຮ່ວມ​ການ​ປຸກ​ສ້າງ​ເຮືອນ​ໄດ້. ກ່ຽວ​ກັບ​ສີສັນ​ສະ​ເພາະ​ຂອງ​ເຮືອນຮ້ານ​ຊົນ​ເຜົ່າຣາລາຍ. ດຣ ​ແທ່ງ​ເຟິ່ນ, ຜູ້​ທີ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ວັດທະນະທຳ​ຂອງ​ຊົນ​ເຜົ່າຣາລາຍ ມາ​ຫຼາຍ​ປີ, ​ໃຫ້​ຮູ້​ວ່າ:

ຖ້າ​ຫາກ​ບັນດາ​ເຮືອນຣົງ ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​ ສະ​ແດງ​ໃຫ້​ເຫັນ​ຄວາມ​ແຮງ​ກ້ານັ້ນ, ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າຣາລາຍ ພັດ​ນ້ອຍ​ກວ່າ, ຕັ້ງ​ຢູ່​ຕີນ​ພູ, ຖືກ​ອ້ອມ​ຮອບ​ດ້ວຍ​ປ່າດົງ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ຣາລາຍ ​ຮັກສາ​ຄວາມ​ດັ້ງ​ເດີມ​ໄວ້​ໄດ້ ​ແລະ ຊາວ​ເຜົ່າຣາລາຍ ກໍ່​ມີ​ປະ​ເພນີ​ປ້ອງ​ກັນ​ ​ແລະ ​ເສີມ​ຂະຫຍາຍບັນດາ​ຄຸນຄ່າ​ວັດທະນະທຳ​ພິ​ເສດສະ​ເພາະ​ຂອງ​ຕົນ​ຈົນ​ເຖິງ​ປະຈຸ​ບັນ“.

​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າຣາລາຍ ​ຖືກ​ສ້າງ​ຂຶ້ນ​​ເທິງ​ພື້ນ​ເຮືອນສູງ​ກວ່າ​ໜ້າດິນ 1 ​ແມັດ. ຫຼັງຄາ​ເຮືອນມີ​ຮູບ​ເຮືອ​ຂວ້ຳ​ລົງ. ຕາມ​ບັນດາ​ນັກ​ຄົ້ນ​ຄ້ວາ​ແລ້ວ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງວັດທະນະທຳ​ຂອງ​ໝວດຊົນ​ເຜົ່າ​ທີ່ມີ​ຕົ້ນ​ກຳ​ເນີດຈາກ​ເກາະ​ໃຕ້. ສ່ວນໃນ​ເຮືອນຮ້ານ, ​ຝາ​ເຮືອນເບື້ອງ​ຊ້າຍ​ແມ່ນ​ບ່ອນ​ແຂວນ​ເຄື່ອງ​ດົນຕີ, ​ເບື້ອງ​ຂວາ​ວາງ​ງ້າວ​ມາກ, ຫຼື​ພ້າ​, ເຊິ່ງ​ແມ່ນຊັບ​ສືບ​ມູນ​ຂອງ​ເຈົ້າ​ບ່າວ​ເມື່ອ​ມາ​ຢູ່​ໃນ​ຄອບຄົວ​ຂອງ​ເມຍ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າຣາລາຍ ນັ້ນ​ແມ່ນ, ​ເຖິງ​ວ່າ​ເຮືອນຮ້ານ​ຈະ​ໃຫຍ່ ຫຼື​ນ້ອຍ ກໍ່​ບໍ່​ສາມາດ​ຂາດເສົາ​ຫຼັກ​ຢູ່​ໃຈກາງ​ເຮືອນ​ໄດ້. ​ເສົາຫຼັກ​​ນີ້​ຊອດຈາກຫຼັງຄາ​ລົງ​ໜ້າດິນ. ສຳລັບ​ຊາວ​ເຜົ່າຣາລາຍ, ນີ້​ແມ່ນ​ເສົາ​ຄຳ້​ແຫ່ງ​ຈິ​ດວີນຍານ. ພິທີ​ບູຊາ​ຕ່າງໆ​ຂອງ​ຄອບຄົວລ້ວນ​ແຕ່ດຳ​ເນີນ​ຢູ່​ອ້ອມ​​ເສົາ​ນີ້, ​ເພາະ​ເຂົາ​ເຈົ້າ​ຖື​ວ່າ, ນີ້​ແມ່ນ​ທາງ​ຂຶ້ນ​ລົງ​ຂອງ​ບັນພະບຸລຸດ​ເມື່ອ​ກັບ​ມາ​ພ້ອມ​ກັບ​ລູກ​ຫຼານ​ໃນ​ພິທີ​ບູຊາ​ຂອງ​ວົງ​ຕະກຸນ. ​ໃນ​ເຮືອນຮ້ານ​ຍາມ​ໃດ​ກໍ່ມີ​ເຕົາ​ໄຟ. ບາງ​ເທື່ອ​ມີ​ຫຼາຍ​ເຕົາ​ໄຟ​ໃນ​ເຮືອນຮ້ານ​ຫຼັງ​ໜຶ່ງ, ​ແຕ່​ໃນ​​ເຮືອນຄົວໄຟ​​ຕ້ອງ​​ໄໝ້​ຕະຫຼອດ. ຢູ່​ອ້ອມ​​ເຕົາ​ໄຟ, ພໍ່​ເຖົ້າ, ​ແມ່​ເຖົ້າ​ເຄີຍ​ເລົ່າ​ເລື່ອງນິທານ, ອ່ານ​ກະວີ ​ແລະ ​ຂັບ​ຮ້ອງ​ເພງ​ພື້ນ​ເມືອງຣາລາຍ ​ໃຫ້​ລູກ​ຫຼານ​ຟັງ

ເຮືອນຮ້ານຂອງຊາວເຜົ່າຣາລາຍ - ảnh 2

ເຮືອນຮ້ານຂອງຊາວເຜົ່າຣາລາຍ

ຕາມ​ນັກ​ສິລະ​ປະການຣາລາຍ ​ແລ້ວ, ​ການ​ສອນ​ກອນ​ເລື່ອງອາດ​ສາມາດ​ປະຕິບັດ​ຢູ່​ຫຼາຍ​ແຫ່ງ, ​ແຕ່​ບໍ່​ມີ​ບ່ອນ​ໃດ​ດີກ​ວ່າ​ຢູ່​ອ້ອມ​ເຕົາ​ໄຟ​ໃນ​ເຮືອນຮ້ານ. ​ເມື່ອ​ໄດ້​ຮັບ​ຟັງ​ກອນ​ເລື່ອງ ​ແລະ ບົດ​ເພງ​ຄື​ແນວ​ນັ້ນ, ທຸກ​ຄົນ​ຈະ​ມີ​ຄວາມເຂົ້າ​ໃຈວັດທະນະທຳ​ຂອງ​ຊົນ​ເຜົ່າຣາລາຍ ຢ່າງ​ເລິກ​ເຊິ່ງກວ່າ. ຊາວ​ເຜົ່າຣາລາຍ ມີ​ຫຼາຍ​ງານ​ບຸນ​ໃນ​ປີ, ​ແລະ ບັນດາ​ງານ​ບຸນ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ດຳ​ເນີນ​ຢູ່​ອ້ອມ​ເຮືອນຮ້ານ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພໍ່​ເຖົ້າ, ​ແມ່​ເຖົ້າ, ພໍ່​ແມ່​ບອກສອນ​ລູກ​ຫຼານ​ຮັກສາ​ປະ​ເພນີ, ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ​ໄວ້. ອ້າຍ​ຈຳ​ມາ​ແລ​ມັງ, ຊາວ​ເຜົ່າຣາລາຍ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ເອກອ້າງ​ທະ​ນົງ​ໃຈ, ​ເພາະວ່າ​ຊົນ​ເຜົ່າ​ຕົນ​ມີ​ເຮືອນຮ້ານ​ທີ່​ເປັນ​ມູນ​ເຊື້ອ, ​ພິ​ເສດ​​ໃນ​ໂອກາດງານ​ບຸນ​ແມ່ນ​ໄດ້​ລັ່ນ​ຄ້ອງ ມ້າລາ, ຫຼິ້ນ​ດົນຕີ ຈາ​ປີ. ບັນດາ​ງານ​ບຸນ​ຄື​ແນວ​ນີ້​ໄດ້​ຊ່ວຍ​ໃຫ້​ຊາວ​ໜຸ່ມຣາລາຍ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈສີສັນ​ວັດທະນະທຳ​ຂອງ​ຊົນ​ເຜົ່າ​ຕົນ​ກວ່າອີກ“.

ທ່າມກາງ​ເຂດ​ພູດ​ອຍກາວ​ງວຽນ, ບັນດາ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າຣາລາຍ ​ເຖິງ​ວ່າ​ຈະ​ລຽບ​ງ່າຍ ​ແຕ່​ພັດ​ແໜ້ນ​​ແກ່ນ​ທີ່​ສຸດຄື​ດ່ັງ​ນິດ​ໄສ​​ໃຈຄໍ​ທີ່​ສະໜິດ​ຕິດ​ພັນກັບ​ພູຜາ​ປ່າ​ໄມ້ຂອງ​ຊາວ​ເຜົ່າຣາລາຍ. ​ໃນ​ເຮືອນຮ້ານ​ເຫຼົ່າ​ນັ້ນ, ປະຊາຄົມ​ຊາວ​ເຜົ່າຣາລາຍ​ ຍັງ​ຄົງ​ຮັກສາ​​ພື້ນຖານ​ວັດທະນະທຳ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ສະ​ເພາະຂອງ​ຊົນ​ເຜົ່າ​ຕົນ​ໄວ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ