ເຮືອນຮ້ານຂອງຊາວເຜົ່າໄຕຢູ່ແຂວງຮ່າຢາງ


(vovworld) - ໝູ່​ບ້ານ​ທ່ອງ​ທ່ຽວົງ​ຄະນາ​ຍາດຫ້າ​ແທ່ງ, ຕາ​ແສງ​ເຟື້ອງ​ໂດ້, ຫ່າງ​ຈາກ​ນະຄອນ​ຮ່າ​ຢາງ 6 ກມ. ນີ້​ແມ່ນ​ໝູ່​ບ້ານ​ຂອງ​ຊົນ​ເຜົ່າ​ໄຕ​ທີ່​ຍັງ​ຄົງ​ຮັກສາ​ສະຖາປັດຕະຍາກຳທີ່​ເປັນ​ມູນ​ເຊື້ອ​​ໄວ້​ໄດ້. ​ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ໄຕ​ມີ​ທີ່​ຕັ້ງ​ສຳຄັນ, ບໍ່​ພຽງ​ແຕ່​ຮັກສາ​ບັນດາ​ຄຸນຄ່າ​ວັດທະນະທຳ, ຈິດ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ຮັບ​ຖື​ວ່າ​ແມ່ນ​ສັນຍາ​ລັກ​ຂອງ​ຊາວ ຫ້າ​ແທ່ງ​ແຕ່ລະຄົນ​ ອີກ​ດ້ວຍ.

ເຮືອນຮ້ານຂອງຊາວເຜົ່າໄຕຢູ່ແຂວງຮ່າຢາງ - ảnh 1

​ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ໄຕຢູ່ຮ່າຢາງ

        ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທຳ​ອິດ​ໃຫ້​ແກ່​​ຜູ້​ມາຢາມບ້ານ ຫ້າ​ແທ່ງ ນັ້ນ​ແມ່ນ​ຮູບ​ພາບ​​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ໄຕ ​ທີ່ຕັ້ງ​ຢູ່​ເນີນ​ພູໃຫຍ່​ໂຕ​ມະ​ໂຫຖານ. ເຮືອນຮ້ານ​ 100 ກວ່າຫຼັງ​ຢູ່​ບ້ານຫ້າ​ແທ່ງ, ລ້ວນ​ແຕ່​ຊ້ອນ​ແຝງ​ບັນດາ​ຄຸນຄ່າ​ວັດທະນະທຳ​ສະ​ເພາະ, ​ແມ່ນ​ຫໍພິພິດທະພັນ​ຂອງ​ແຕ່​ລະ​ຄອບຄົວ, ວົງ​ຕະກຸນ. ຄອບຄົວ​ປ້າ ຫງວຽນ​ທິດຽນ ພວມ​ດຳລົງ​ຊີວິດ​ໃນ​ເຮືອນ​ໂດ​ຍພໍ່​ແມ່​ປຸກ​ສ້າງ​ໃຫ້. ປ້າ​ໃຫ້​ຮູ້​​ເຄີຍດຳລົງ​ຊີວິດ​ໃນ​ເຮືອນ​ຫຼັງ​ນີ້​ແລ້ວ, ດັ່ງ​ນັ້ນ​ບໍ່​ຢາກ​ຍ້າຍ​ໄປ​ບ່ອນ​ອື່ນ​ອີກ.

        “ປະຈຸ​ບັນ, ສອງຜົວ​ເມຍ​ຂ້າພະ​ເຈົ້າ​ໄດ້​ສ້ອມ​ແປງ​ເຮືອນ​ຫຼັງ​ນີ້​ແລ້ວ. ​ເມື່ອ​ສ້ອມ​ແປງ​​ເຮືອນຕ້ອງ​ຫາ​ໄມ້​ໃນ​ປ່າ, ປະຊາຊົນ​ໃນ​ໝູ່​ບ້ານ​ກໍ່​ມາ​ຊ່ວຍ.

        ການ​ປຸກ​ສ້າງ​ເຮືອນຮ້ານ​ຕ້ອງການ​ເຫື່ອ​ແຮງ​ຫຼາຍ​ທີ່​ສຸດ. ​ເພື່ອ​ມີ​ເສົາ​ເຮືອນ, ​ໄມ້​ແປ້ນ, ພື້ນ​ເຮືອນ, ​ໃບ​ຄໍ້… ​ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ປ່າ​ເລິກ, ຂຶ້ນ​ພູ​ສູງ​ເພື່ອ​ຫາ​ຕົ້ນໄມ້​ໃຫຍ່. ປ້າ ຫງວຽນ​ທີ​ແຮ່​, ບ້ານ​ຫ້າ​ແທ່ງ, ​ໃຫ້​ຮູ້​ວ່າ:

        “​ຕ້ອງ​ກະກຽມ​ວັດຖຸ​ອຸປະກອນ​ມາ​ເປັນ​ເວລາ​ເກືອບ​ສິບ​ປີ​ຈຶ່ງ​ສາມາດ​ປຸກ​ສ້າງ​ເຮືອນ​ຫຼັງ​ນີ້​ໄດ້. ຕາມ​ປະ​ເພນີ, ລຸ້ນກ່ອນ​ເຮັດ​ຄື​ແນວ​ໃດ, ລຸ້ນລູກ, ລຸ້ນຫຼານ​ກໍ່​ເຮັດ​ຄື​ແນວ​ນັ້ນ“.

        ດ້ວຍ​ຄວາມ​ຊຳນານ​ຂອງ ​ແລະ ສີ​ມື​ດີ​ຂອງ​ນາຍ​ຊ່າງ, ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ໄຕ ບໍ່​ໃຊ້​ເຫຼັກ​ຕະປູ, ​ເຫຼັກ, ຫາກ​ພຽງ​ແຕ່​ໃຊ້​ເຕັກນິກ​ຕໍ່​​ແຂນນາງກັບ​ເສົາ​ເຮືອນ​ໃສ່​ກັນ​ເທົ່າ​ນັ້ນ. ​ພື້ນເຮືອນ​ຂອງ​ຊາວ​ເຜົ່າ​ໄຕຫ່າງ​ຈາກພື້ນ​ດິນ​ກວ່າ 2 ມ.  ດ້ວຍ​ພື້ນ​ເຮືອນ​ສູງ​ຄື​ແນວ​ນັ້ນ​ສາມາດ​ຮັບ​ມື​ກັບ​ສັດ​ຮ້າຍ​ໄດ້, ທັງ​ເປັນ​ບ່ອນ​ມ້ຽນ​ທັນ​ຍາ​ຫານອີກ. ​ເຮື​ອນຮ້ານ​ຖືກ​ມຸງດ້ວຍ​ໃບ​ຄໍ້. ​ເມື່ອ​ຢາກປຸກ​ສ້າງ​ເຮືອນ​ໃຫ້​ງາມ​ແມ່ນ​ຕ້ອງ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ປະຊາຊົນ​ໃນ​ບ້ານ. ປ້າ ​ແຮ່ ​ໃຫ້​ຮູ້​ວ່າ:

        “ສະ​ເພາະ​ຫາ​ໃບ​ຄໍ້​ຕ້ອງ​ເສຍ​ເວລາ​ເຖິງ 3 ວັນ. ຖ້າ​ລາຍ​ງານ​ຕໍ່​ເຈົ້າ​ບ້ານ, ​ເຈົ້າ​ບ້ານ​ຈະ​​ແຈ້ງໃຫ້​ປະຊາຊົນ​ໃນ​ໝູ່​ບ້ານ​ມາ​ຊ່ວຍ. ສ່ວນ​ຄອບຄົວ​ພຽງ​ແຕ່​ຈັດ​ພາ​ເຂົ້າເຊີນ​ທຸກ​ຄົນ​ມາກິນ​​ເທົ່າ​ນັ້ນ. ປະ​ເພນີ​ຂອງ​ໝູ່​ບ້ານ​ແມ່ນ​ຄື​ແນວ​ນັ້ນ. ​ເຮືອນ​ມຸງ​ດ້ວຍ​ໃບ​ຄໍ້​, ຮັບປະກັນ​ໃນ​ເວລາ 30 ປີ ​ແລະກໍ່ບໍ່​ຢ້ານ​ຝົນ​ໝາກ​ເຫັບອີກ“.

ເຮືອນຮ້ານຂອງຊາວເຜົ່າໄຕຢູ່ແຂວງຮ່າຢາງ - ảnh 2

​ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ໄຕຢູ່ຮ່າຢາງ

        ​ເຮືອນຮ້ານ​ຂອງ​ຊົນ​ເຜົ່າ​ໄຕ ຖືກ​ແບ່ງ​ເປັນຫ້ອງ, ​ແຕ່ລະຫ້ອງລ້ວນ​ແຕ່​ມີ​ບົດບາດ​ໜ້າ​ທີ່​ສະ​ເພາະ. ຫ້ອງ​ຢູ່​ໃຈກາງ​ແມ່ນ​ຕັ້ງ​ແທ່ນ​ບູຊາ ​ເພື່ອ​ພາວະນາ​ຂໍ​ບັນພະບຸລຸດ ບັນດານ​ໃຫ້​ຄອບຄົວ​ມີ​ຄວາມອິ່ມໜຳສຳລານ, ​ຢູ່​ເຢັນ​ເປັນ​ສຸກ. ສ່ວນ​ຫ້ອງອື່ນໆ​ແມ່ນ​ໃຊ້​ດຳ​ເນີນ​ຊີວິດ, ​ວາງເຄື່ອງ​ໃຊ້​ໄມ້​ສອຍ… ​ເຖິງ​ວ່າ​ຈະ​ແບ່ງ​ເປັນ​ຫ້ອງຄື​ແນວ​ນັ້ນ​ແຕ່​ຜັດ​ບໍ່​ມີ​ຝາ​ເຮືອນ​​​​ຂີດ​ຂັ້ນເທື່ອ. ປ້າ ​ແຮ່ ​ໃຫ້​ຮູ້​ວ່າ:

        “ປະ​ເພນີ​ຂອງ​ຊົນ​ເຜົ່າ​ໄຕ​ແມ່ນ​ບໍ່​ມີ​ຫ້ອງ​ນອນ. ພຽງ​ແຕ່​ມີ​ຜ້າ​ກັ້ງ​ເທົ່າ​ນັ້ນ. ຢູ່​ນອກ​ເບິ່ງ​ເຂົ້າ​ບໍ່​ເຫັນ​ຫຍັງ, ​ແຕ່​ຢູ່​ທາງໃນ​ສາມາດ​ເຫັນ​ແຈ້ງ​ທາງນອກ“.

        ຂັ້ນ​ໄດ​ຂຶ້ນ​ເຮືອນຮ້ານ​ເຮັດ​ດ້ວຍ​ໄມ້ ​ແລະ ມີ 9 ຂັ້ນ, ​ແຕ່ລະ​ຂັ້ນ​ເປັນ​ສັນຍາ​ລັກ​ໃຫ້ 9 ຂັ້ນ​ແຫ່ງ​ຄວາມ​ຮັກ. ​ເຮັດ​ຄື​ແນວ​ນັ້ນ​ລູກ​ຫຼານ​ໃນ​ຄອບຄົວ​ຈຶ່ງ​ສາມາດ​ເອົາ​ຜົວ​ເອົາ​ເມຍ​ໄດ້. ​ເມື່ອ​ມີ​ແຂກ​ມາ​ຢາມ, ​ເຈົ້າ​ຂອງ​ເຮືອນ​ຕ້ອງ​ລົງ​ຕ້ອນຮັບ​ແຂກ​ຢູ່​ຕີນ​ຂັ້ນ​ໃດ. ​ເມື່ອ​ແຂກ​ຂື້ນ​ຂັນ​ໃດ, ​ເຈົ້າ​ຂອງ​ເຮືອນ​ຕ້ອງ​​ໄປ​ຕາມ​ຫຼັງ​ ​ແລະ ​ແນະນຳ​ໃຫ້​ແຂກ. ມັນ​ຕ່າງ​ກັບ​ເຮືອນ​ຂອງ​ຊົນ​ເຜົ່າ​ຜູ້​ໄທ, ຫຼື​ຊົນ​ເຜົ່າ​ເມື່ອ​ງ​ແມ່ນ​ມີ​ຂັ້ນ​ໄດ​ຂຶ້ນ​ລົງ 2 ອັນ, ​ເຮືອນ​ຂອງ​ຊາວ​ເຜົ່າ​ໄຕ​ມີ​ປະຕູ​ເຂົ້າ​ອອກ​ພຽງ​​ແຫ່ງ​ດຽວ​, ດັ່ງ​ນັ້ນ​ຂັ້ນ​​ໄດ​ກໍ່​ຕັ້ງ​ຢູ່​ແຫ່ງ​ດຽວ​ເທົ່າ​ນັ້ນ. ​ການ​ເຄື່ອນ​ໄຫວ​ທັງ​ໝົດຄື: ຄົວກິນ, ພັກຜ່ອນ, ນອນ…ລ້ວນ​ແຕ່ຢູ່​ໃນ​ເຮືອນ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ວັດທະນະທຳ​ປຸກ​ສ້າງ​ເຮືອນຮ້ານ​ຂອງ​ຊາວ​ເຜົ່າ​ໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ