ແມ່ຍິງຊົນເຜົ່າເວິນກ່ຽວເຮັດເສດຖະກິດ


(vovworld) - ​ໂດຍ​ດຳລົງ​ຊີວິດ​ຢູ່​ເຂດ​ພູດ​ອຍ​ແຂວງ​ກວາງ​ຈີ້, ຊີວິດ​ຂອງ​ຊາວ​ເຜົ່າ​ເວິນ​ກ່ຽວ​ຢູ່​ເທດສະບານ​ລາວ​ບາ​ວ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບໍ່​ແມ່ນ​ໜ້ອຍ, ຍ້ອນ​ຂາດທຶນ, ຂາດ​ລະດັບ​ຄວາມ​ຮູ້​ດ້ານ​ວິທະຍາສາດ, ​ເຕັກນິກ ​ເພື່ອ​ພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ສະມາ​ຄົມແມ່ຍິງ​ເທດສະບານ​ລາວ​ບາ​ວ. ​ເອື້ອຍ​ນ້ອງ​ແມ່ຍິງ​ຊາວ​ເຜົ່າ​ເວິນ​ກ່ຽວ​ ໄດ້​ປ່ຽນ​ແປງ​ທັດສະນະ​ກ່ອນ​ນີ້​ທີ່​ຖື​ວ່າ, ​ແມ່ຍິງ​ພຽງ​ແຕ່​ຢູ່​ເຮືອນ​ລ້າໆ, ຫາກ​​ແທນ​ທີ​ນັ້ນ, ​ເຂົາ​ເຈົ້າ​ໄດ້​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ເສດຖະກິດ.

ແມ່ຍິງຊົນເຜົ່າເວິນກ່ຽວເຮັດເສດຖະກິດ - ảnh 1

        ​ເທດສະບານ​ລາວ​ບາ​ວ, ​ແຂວງ​ກວາງ​ຈີ້ ​ຕິດ​ກັບ​ຊາຍ​ແດນ ສປປ ລາວ, ຫ່າງ​ຈາກ​ແຂວງສະ​ຫວັນນະ​ເຂດ​ ​ດ້ວຍ​ແມ່​ນຳ້​ເຊ​ປົນ, ຢູ່​ຕອນ​ເໜືອ​ທາງ​ເລກ 9, ​ແລວ​ເສດຖະກິ​ຕາ​ເວັນ​ອອກ - ຕາ​​ເວັນ​ຕົກ​ທີ່​ເຊື່ອມ​ຕໍ່​ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສ້າງ​ຄວາມ​ສະດວກ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ຫຼາຍ​ຄົນ​ພັດທະນາ​ເສດຖະກິດ, ສະໜອງ​ສິນຄ້າ​ຂອງຫວຽດນາມ ​ໃຫ້​ປະຊາຊົນ​ລາວ, ຫຼື​ສ້າງ​ຕັ້ງ​ຫຼາຍ​ຮູບ​ແບບ​ເສດຖະກິດ, ການ​ບໍລິການ​ຂົນ​ສົ່ງ​ສິນຄ້າ. ​ເອື້ອຍ​ຫງວຽນ​ທິທູ​ຫ່ຽນ, ຮອງ​ປະທານ​ສະມາຄົມ​ແມ່ຍິງ​ເທດສະບານ​ລາວ​ບາ​ວ, ​ໃຫ້​ຮູ້​ວ່າ:

        “​ເທດສະບານ​ລາວ​ບາ​ວ ມີ 3 ບ້ານຄື: ​ແຄ​ຕັງ, ​ແຄ​ດ໋າ, ​ແຄ​ຕຸກ, ​ໃນ​ນັ້ນຊາວ​ເວິນ​ກ່ຽວ ກວມອັດຕາ​ສ່ວນ​ຫຼາຍ. ຊີວິດ​ຂອງ​ເອື້ອຍ​ນ້ອງ​ຊາວ​ເຜົ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່, ​ແຕ່​ເມື່ອ​ທຽບ​ກັບ​ກ່ອນ​ນີ້​ແມ່ນ​ໄດ້​ຮັບ​ການ​ປັບປຸງ​ຫຼາຍ​ແລ້ວ. ພິ​ເສດ​ແມ່ນ​ຢູ່​ບ້ານ​ແຄ​ດ໋າ, ​ແຄ​ຕັງ. ​ເອື້ອຍ​ນ້ອງ​​ໄດ້ຮູ້​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ເສດຖະກິດ​ຕາມ​ຮູບ​ແບບ. ​ພິເສດ​ແມ່ນ​ໜ່ວຍລົດ​ລາກ​ແຄ​ຕັງ. ປະຈຸ​ບັນ, ຮູບ​ແບບ​ນີ້​ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ຫຼາຍ​ຄົນ, ສ້າງ​ລາຍ​ຮັບ​ຕື່ມ​ອີກ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ເຂົາ​ເຈົ້າ“.

        ​ເອື້ອຍ ​ໂຮ່ທິ​ເນັບ, ກ່ອນ​ນີ້​ມີ​ແຕ່​ເຮັດ​ໄຮ່, ດັ່ງ​ນັ້ນ​ເສດຖະກິດ​ຄອບຄົວ​ຈຶ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ປະຈຸ​ບັນຊີ​ວິດ​ການ​ເປັນ​ຢູ່ຂອງ​ຄອບຄົວ​ເອື້ອຍ​​ກໍ່ໄດ້ດີກ​ວ່າ​​ເກົ່າ. ​ເອື້ອຍ​ເນັບ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້​ຂ້າພະ​ເຈົ້າ​ເຮັດ​ໄຮ່, ລຳບາກ​ຫຼາຍ. ຂ້າພະ​ເຈົ້າ​ເລີ່​ມ​ເຮັດ​ວຽກ​ງານ​ລົດ​ລາກ​ນັບ​ແຕ່​ປີ 2006. ​ໃນ​ເບື້ອງ​ຕົ້ນ​​ເປັນ​ຄົນຮັບ​ຈ້າງ, ​ເຮັດ​ວຽກມື້​ໃດ​ໄດ້​ຮັບ​ເງິນ​ມື້​ນັ້ນ. ປະຈຸ​ບັນຂ້າພະ​ເຈົ້າ​​ໄດ້​ມີລົດ​ລາກ​ຄັນ​ໜຶ່ງ, ​ເອື້ອຍ​ນ້ອງ​​ແມ່ຍິງໃນ​ໜ່ວຍ​, ບາງ​ຄົນ​ກໍ່ມີ​ລົດ​ລາກ​ເຖິງ 3, 4 ຄັນ.

ແມ່ຍິງຊົນເຜົ່າເວິນກ່ຽວເຮັດເສດຖະກິດ - ảnh 2

        ​ເອື້ອຍ ​ໂຮ່ທິຕາ​ຢວາ, ຜູ້​ທີ່​ມີ​ປະສົບ​ການ​ໃນ​ການ​ສະໜອງ​ສະບຽງ​ອາຫານ​ຈາກ​ຫວຽດນາມ ​ໄປ​ລາວ ​ເປັນ​ເວລາ 5 ປີ ​ແລ້ວ​ໃຫ້​ຮູ້​ວ່າ. ​ໃນ​ເບື້ອງ​ຕົ້ນ​​ເອື້ອຍດຳ​ເນີນ​ທຸລະ​ກິດ​ດ້ວຍ​ຂະໜາດ​ນ້ອຍ, ​ແຕ່ລະ​ມື້​ເອື້ອຍນຳ​ເອົາ​ສິນຄ້າ​ຈາກ​ຫວຽດນາມ ​ໄປ​ຂາຍ​ຢູ່ລາວ, ​ສ່ວນ​ຫຼາຍແມ່ນ​ສິນຄ້າ​ທີ່​​​ເຂົາໄດ້​ ​ຈ່ອງ​ຊື້​ກ່ອນ. ຕໍ່​ມາ​ເມື່ອ​​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ​ຈາກ​ຜູ້​​ບໍລິ​ໂພ​ກ, ອຸປະ​ໂພ​ກ​ລາວ​, ຈຳນວນ​ສິນຄ້າ​ທີ່​ເອື້ອຍ​ສົ່ງ​ໄປ​ຂາຍ​ຢູ່​ລາວກໍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ທັງ​ດ້ານ​ຈຳນວນ ​ແລະ ປະ​ເພດ. ປະຈຸ​ບັນ, ສິນຄ້າ​ທີ່​ເອື້ອຍ​ ຢວາ​ ຂົນ​ສົ່ງ​ໄປ​ຂາຍ​ຢູ່ລາວ​ຕົ້ນຕໍ​ແມ່ນ​ສິນ​ທະ​ເລ, ຊີ້ນ, ຜັກ, ​ເຂົ້າສານ…

        “ກ່ອນ​ນີ້​ຄອບຄົວ​ຂ້າພະ​ເຈົ້າ​ທຸກ​ຍາກ​ຫຼາຍ, ບໍ່​ມີ​ຫຍັງ​ໝົດ. ມີ​ແຕ່​ເຮັດ​ໄຮ່​ເທົ່າ​ນັ້ນ, ​ແຕ່​ຖືກ​ສັດປ່າ​ທຳລາຍ​ກ້ຽງ, ​ເມື່ອ​ເຈັບ​ເປັນ​ບໍ່​ມີ​ເງິນ​ຊື້​ຢາ. ຕໍ່​ມາ​ຂ້າພະ​ເຈົ້າ​ໄດ້​ຊື້​ຜັກຈາກຫວຽດນາມ​ ແລ້ວ​ນຳ​ໄປ​ຂາຍ​ຢູ່​ລາວ. ​ເມື່ອ​ມີ​ກຳ​ໄລ​ກໍ່​ຂາຍປາ​ຕື່ມ​ອີກ“.

        ປະຈຸ​ບັນ, ຢູ່​ບ້ານ ​ແຄ​ດ໋າ ມີ 55 ຄອບຄົວ​ ແມ່ນ​ມີ​ເຮືອນ​ຖາວອນ, ປະຊາຊົນ​ບໍ່​ຖາງ​ປ່າ​ເຮັດ​ໄຮ່​ອີກ, ຫາກ​ເຂົາ​ເຈົ້າ​ໄດ້​ລົງທຶນ​ປູກ​ເຂົ້ານາ​ທາມ, ປູກ​ຕົ້ນ​ໄມ້​ອຸດສາຫະກຳ. ​ແມ່ຍິງ​ເວິນ​ກ່ຽວ ​ຢູ່​ບ້ານ​ຕ່າງໆ​ໄດ້​ຖອດ​ຖອນ​ບົດຮຽນ​ໃນ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. ​ແຕ່​ເພື່ອ​ປ່ຽນ​ແປງ​ທັດສະນະ​ຂອງ​ແມ່ຍິງ​ເວິນ​ກ່ຽວ​ໃຫ້​ໄດ້ ສະມາ​ຄົມ​ແມ່ຍິງ​​ຕ້ອງ​ປະຕິບັດ​ການ​ໂຄສະນາ​ໃນ​ໄລຍະ​ຍາວ. ​ເອື້ອຍ ຫງວຽນ​ທິທູ​ຫ່ຽນ, ຮອງ​ປະທານ​ສະມາຄົມ​ແມ່ຍິງ​ເທດສະບານ​ລາວ​ບາ​ວ, ​ໃຫ້​ຮູ້​ວ່າ:

        “ນອກຈາກ​ປຸກລະດົມ​ເອື້ອຍ​ນ້ອງ​ພັດທະນາ​ເສດຖະກິດ​ແລ້ວ, ນີ້​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສ້າງຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ເອື້ອຍ​ນ້ອງ​ໃນ​ການພົວພັນ​ກັບ​ພາຍ​ນອກ ​ແລະ ​ໃນການ​ດຳລົງຊີວິດ​. ກ່ອນ​ນີ້​ເຂົາ​ເຂົ້າ​ພໍ​ໃຈ​ນຳ​ໂຊກ​ຊາຕາ​ຂອງ​ຕົນ, ​ແຕ່​ປະຈຸ​ບັນ​ເຂົາ​ເຈົ້າ​ໄດ້​ຮູ້​ກ່ຽວ​ກັບ​ສິດຜົນປະ​ໂຫຍ​ດ, ພັນທະ​ ​ແລະ ​ໄດ້ມີ​ຄວາມ​ກ້າ​ກັ່ນ​ກວ່າ“.

        ສະມາ​ຄົມ​ແມ່ຍິງ​ເທດສະບານ​ລາວ​ບາ​ວ ບໍ່​ພຽງ​ແຕ່​ແນະນຳ​ໃຫ້​ແມ່ຍິງ ​ເວິນ​ກ່ຽວ​ເຮັດ​ສວນ, ​ເລືອກ​ເຟັ້ນທິດ​ພັດທະນາ​ເສດຖະກິດ​ຢ່າງ​ເໝາະ​ສົມ​, ຊ່ວຍ​ເຫຼືອ​ກັນ​ຮັກສາ​ຊີວິດ​ເປັນ​ປົກກະຕິເທົ່າ​ນັ້ນ, ຫາກ​ຍັງ​ຂົນຂວາຍ​ເອື້ອຍ​ນ້ອງ​ປະຕິບັດ​ການ​ປະຢັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ​ອີກ​ດ້ວຍ. ບັນດາ​ຮູບ​ແບບ​ຄື: “ລຳ​ໄຜ່​​ເງິນປະຢັດ“, “​ໄຫ​ເຂົ້າ​ປະ​ຢັດ“ ພວມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ຕັ້ງໜ້າ, ຊ່ວຍ​ສະມາຊິກ​ສະມາຄົມແມ່ຍິງ​ເທດສະບານ​ລາວ​ບາ​ວ ນັບ​ຮ້ອຍ​ຄົນ ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ