ໂຣບຳ, ສິລະປະເວທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ


(vovworld) - ໂຣບຳ ຍັງເອີ້ນວ່າ “ໂຣມໂຣບຳ“ ແມ່ນລະຄອນຟ້ອນ ບູຮານໃນລາຊະວົງ​ຂອງ​ຊາວ​ເຜົ່າຂະ​ແມ. ​ໃນ​ບັນດາ​ຮູບ​ແບບ​ສິລະ​ປະ​ສະ​ແດງ​ບົນ​ເວ​ທີ​ຂອງ​ຊາວ​ເຜົ່າຂະ​ແມ, ​ໂຣບຳໄດ້​ຮັບ​ຖື​ວ່າ​ແມ່ນ​ສິລະ​ປະ​ລະດັບສູງ​, ດ້ວຍ​ບັນດາ​ຄຸນຄ່າ​ພິ​ເສດທີ່​ມີ​ຢູ່​ແລ້ວ. ປະຈຸ​ບັນ, ຊາວ​ເຜົ່າຂະ​ແມ​ພວມ​ມະ​ນາ​ພະຍາຍາມ​ອະນຸ​ລັກຮັກສາ ​ແລະ ພັດທະນາ​ຮູບ​ການ​ສິລະ​ປະ​ພື້ນ​ເມືອງ​ນີ້.

ໂຣບຳ, ສິລະປະເວທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ - ảnh 1

ຟ້ອນໂຣບຳ

(ພາບ:ອິນເຕີແນດ)

    ​ໂຣບຳ​ແມ່ນ​ຮູບ​ການສິລະ​ປະທີ່​ໃຊ້ວາດ​ຟ້ອນ​ເພື່ອ​ສະ​ແດງ “​ເລື່ອງ​ລາວ​ບູຮານ“ ກ່ຽວ​ກັບ​ຫົວ​ເລື່ອງ: ສາສະໜາ​ພຸດ, ສາສະໜາ ບາ​ລາມ​ອນ, ​ເລື່ອງ​ລາວ​ກ່ຽວ​ກັບ Ramayana ຂອງ​ອິນ​ເດຍ. ບັນດາ​ປັດ​ສະ​ຍາກ່ຽວກັບ​ການ​ສຶກສາ, ຫຼັກ​ສິນ​ທຳ​ຂອງ​ຊາວ​ເຜົ່າຂະ​ແມ​ໃນ​ເມື່ອ​ກ່ອນ, ລ້ວນ​ແຕ່​ລວມ​ເອົາ​ໃນ​ເນື້ອ​ໃນ ​ແລະ ຮູບ​ການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້. ຮອງ​ສາ​ສະ​ດາ​ຈານ, ດຣ. ​ເລງ​ອກ​ແກງ, ຮອງ​ປະທານ​ສະມາຄົມສິລະ​ປິນ​ຟ້ອນ ຫວຽດນາມ, ​ໃຫ້​ຮູ້​ວ່າ:

    “​ເມື່ອ​ເວົ້າ​ເຖິງ​ວັດທະນະທຳ​ຂອງ​ຊາວ​ເຜົ່າຂະ​ແມ, ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ສິລະ​ປະ​ຟ້ອນ​ໂຣບຳ, ນີ້​ແມ່ນ​ຜະລິດ​ຕະພັນ​ທາງ​ພູມ​ປັນຍາ, ​ແມ່ນ​ວັດທະນະທຳ​ທີ່​ພົ້ນ​ເດັ່ນ​ຂອງ​ຊາວ​ເຜົ່າຂະ​ແມ. ​ໂຣບຳແມ່ນ​ສິລະ​ປະ​ສັງ​ລວມ, ທີ່​ປະກອບ​ດ້ວຍ​ການຟ້ອນ, ການຂັບ​ລຳ ​ແລະ ​ການ​ນຸ່ງ​ຖື

    ​ໂດຍ​​ເລີ່​ມມີມາ​ຈາກພະ​ລາຊະ​ວັງ, ດັ່ງ​ນັ້ນ​​ເຄື່ອງນຸ່ງ​ຖື, ການ​ກະທຳ ​ແລະ ສຳນວນ​ຄຳ​ເວົ້າ​ຂອງ​ຕົວ​ລະຄອນ​ໃນ​​ເວທີ​ສະ​ແດງ​ໂຣບຳ ​ແມ່ນ​ຂຶ້ນ​ກັບ​​ເຈົ້າກະສັດ, ​​ເຈົ້າຂູ​ນມູນ​ນາຍ. ​ໃນ​ລະຄອນ​ຟ້ອນໂຣບຳ ​ເຄີຍ​ມີ​ສອງ​ສາຍ​ຕົວ​ລະຄອນ. ​ໃນ​ນັ້ນ​ສາຍ​ຕົວ​ລະຄອນ​ທີ່​​ເປັນ​ຕົວ​ແທນ​ໃຫ້​ຄົນ​ໃຈບຸນ​ແມ່ນ​ເຈົ້າ​ຊີວິດ, ລາຊະ​ທິດາ ​ແລະ ​ລາຊະ​ກຸມມານ. ສ່ວນ​ສາຍ​ຕົວ​ລະຄອນ​ຕາງໜ້າ​ໃຫ້ຄົນ​ໃຈຮ້າຍ​​ແມ່ນ​ເຄີຍ​ໃຊ້​ຫົວ​ໂຂ​ນ, ພົ້ນ​ເດັ່ນ​ແມ່ນຕົວ​ລະຄອນ​ Yeak. ​ເຂົາ​ເຈົ້າ​ນິຍົມ​ໂຣບຳແມ່ນ​ຍ້ອນ​ຈຸດ​ທີ​ເປັນ​ເອກະລັກ​ສະ​ເພາະ​ທີ່​ຊ້ອນ​ແຝງ​ໃນ​ບັນດາ​ວາດ​ຟ້ອນ ​ແລະ ຫົວ​ໂຂນ.

ໂຣບຳ, ສິລະປະເວທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ - ảnh 2

ຟ້ອນໂຣບຳ

(ພາບ:ອິນເຕີແນດ)

    ບັນດາ​ຕົວ​ລະຄອນ​ຟ້ອນໂຣບຳ ລ້ວນ​ແຕ່ມີ​ກິລິຍາ​ທ່າ​ທາງ​ສະ​ແດງ​ສະ​ເພາະ​ຕາມແຕ່ລະ​ຕົວ​ລະ​ຄອນ. ຕາມ​ການ​ສະຖິຕິ​ແລ້ວ, ​ໂຣບຳລວມມີ 33 ວາດ​ຟ້ອນ. ​ໃນ​ນັ້ນ​ຟ້ອນ​ມື​ມີ 8 ວາດ​ຟ້ອນ, ຟ້ອນ​ຕີນ​ມີ 12 ວາດ​ຟ້ອນ, ​ແຕ່​ລະວາ​ດຟ້ອນ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ. ຫົວ​ໂຂນ ​ໂຣບຳ​ແມ່ນ​ຖືກ​ນຳມາ​ຈາກວັດທະນະທຳ ອິນ​ເດຍ, ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ກົມກຽວ​ລະຫວ່າງ​ວິຈິດ​ສິນ ​ແລະ ການ​ປະດິດ​ຮູບ. ມີ​ຫຼາຍ​ຫົວ​ໂຂນ​ຖືກ​ນຳ​ໃຊ້​ໃນ​ລະຄອນຟ້ອນໂຣບຳ​ເຊັ່ນ: ຫົວ​ໂຂນ Yeak (ສະ​ແດງ​ໃຫ້​ເຫັນ​ການ​ກະທຳ, ​ໃຈ​ຮ້າຍ); ຫົວ​ໂຂນ​ເຈົ້າ​ຊີວິດ​ລີງ ຮານູມານ, ມ້າ ມາ​ໂນ​ນີ, ​ເທວະ​ດາ​ນົກ ​ເກີຣິກ, ຫົງ​ຄຳ, ​ເຕົາ, ງູ… ຫົວ​ໂຂນ​ໃນ​ເວທີສະ​ແດງ​ໂຮ​ບຳມີ​ຊີວິດ​ຊີວາ, ​​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ ​ແລະ​ ​​ສະ​ແດງອອກ​ໃນຖານະ​ເປັນ​ມະນຸດ, ອັນ​ໄດ້​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ແກ່​ຜູ້​ຊົມ.

    ນອກຈາກ​ບັນດາ​ວາດ​ຟ້ອນ ​ແລະ ຫົວ​ໂຂນ​ແລ້ວ, ການ​ນຸ່ງ​ຖື​ໃນ​ເວທີ​ລະ​ດອນ​ໂຣບຳກໍ່​ມີ​ຈຸດ​ພິ​ເສດ​ສະ​ເພາະ. ​ເຄື່ອງນຸ່ງ​ຖື​ລວມມີ​ອ້ຽມຄໍ, ຜ້າຮັດ​ໜ້າເອິກ, ອ້ຽມຢູ່​ໜ້າ​ທ້ອງ, ອ້ຽມສັນຫຼັງ, ຖົງຕີນ, ຖົງມື​ທີ່​​ເປັນ​ເອກະລັກສະ​ເພາະ​ທີ່​ສຸດ.

    ພ້ອມ​ກັບ​ສອງ​ສາຍ​ຕົວ​ລະຄອນ​ທີ່​​ເປັນ​ຕົວ​ແທນ​ໃຫ້​ຜູ້​ໃຈ​ບຸນ, ​ໃຈ​ຮ້າຍ​ດັ່ງກ່າວ​ແລ້ວ, ​ໃນ​ລະຄອນ​ໂຣບຳຍັງ​ປະກົດ​ມີ​ຕົວ​ລະຄອນ​ຕະຫຼົກ​ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນອີກ. ​ສ່ວນເຄື່ອງ​ດົນຕີຕົ້ນຕໍ​ຂອງ​ລະຄອນຟ້ອນໂຣບຳ​ແມ່ນ​ກອງ, ຄ້ອງ ​ແລະ ​ແຄນ Slayrom. ສຽງກອງ​ແນ​ໃສ່​ເລັ່ງລັດ​​​​ແກ່ການ​ຕໍ່ສູ້, ສ່ວນ​ສຽງແຄນ​ເຄີຍ​ປະກົດ​ໃນ​ຍາມໂສກ​ເສົ້າ, ​ເຫງົາ​ໃຈ.

ໂຣບຳ, ສິລະປະເວທີທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຂະແມ - ảnh 3

ຟ້ອນໂຣບຳ

(ພາບ:ອິນເຕີແນດ)

    ​ໂຣບຳພັດທະນາ​ຢ່າງ​ແຮງ​ ແລະ ກວ້າງຂວາງ​ຢູ່​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ພິ​ເສດ​ແມ່ນ​ຢູ່​ແຂວງ ຈ່າ​ວິ​ງ, ຊອກ​ຈັງ, ດ້ວຍ​ການ​ອຸປະຖຳ​ຂອງ​ບັນດາ​ວັດຂະ​ແມ. ​ແຕ່​ປະຈຸ​ບັນ​ຮູບ​ການ​ສິລະ​ປະ​ນີ້​ພວມ​ຄ່ອຍໆ​ຖືກ​ຮັດ​ແຄບ​ໄວ້​. ອ້າຍ ​ເຊີນ​ແດນ, ສະມາຊິກ​ຂອງ​ກອງ​ສິລະ​ປະ​ຟ້ອນໂຣບຳ Basac Bung Chong, ຢູ່ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

    “​ໂຣບຳ​ແມ່ນມີ​ມາ​ແຕ່​ດົນ​ແລ້ວ, ດັ່ງ​ນັ້ນ​ເຮົາ​ຕ້ອງ​ພະຍາຍາມ​ຮັກສາ​ໄວ້​ເພື່ອ​ຮັບ​ໃຊ້​ພໍ່​ແມ່​ປະຊາຊົນ. ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ອະນຸລັກ​ຮັກສາຮູບ​ການ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ແມ“.

    ສິລະ​ປະ​ລະຄອນຟ້ອນໂຣບຳ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ເຜົ່າຂະ​ແມ​ເວົ້າ​ສະ​ເພາະ ​ແລະ ຊາວ​ຫວຽດນາມ​ເວົ້າ​ລວມ. ​ໂຣບຳ​ເຄີຍ​ຖືກ​ສະ​ແດງ​ຢູ່​ບັນດາ​ເຂດ​ທົ່ງ​ນາ​ພາຍຫຼັງ​ລະດູ​ການ​ເກບ​ກ່ຽວ, ຫຼື​ໃນ​ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າຂະ​ແມ. ປະຈຸ​ບັນ, ​ໂຣບຳພວມ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ, ປະກອບສ່ວນ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດສະ​ເພາະ​ຂອງ​ຊາວ​ເຜົ່າຂະ​ແມ.

 

ຕອບກັບ

ຂ່າວ/ບົດ​ອື່ນ