ໄຕນີງ ດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ

ໂດຍ​ຕັ້ງ​ຢູ່​ທິດຕາ​ເວັນ​ອອກ​ຂອງພາກ​​ໃຕ້ຫວຽດນາມ,​​ ໄຕ​ນີງ ​​ແມ່ນ​ສະຖານ​ທີ່​ຊຶ່ງທຳ​ມະ​ຊາດໄດ້ບັນດານ​​​ທັດ​ສະ​ນີຍະ​ພາບທີ່​ສວຍ​ງາມ​ຫລາຍ​ແຫ່ງ​ຄື: ພູ ບ່າ​ແດນ, ປ່າ​ສະ​ຫງວນ​ແຫ່ງ​ຊາດ ລໍ່​ກໍ - ຊາ​ມາດ, ພິ​ເສດ ​ແມ່ນມີ​ງານ​ບຸນ ພູ​ບ່າ​ແດນ​ ທີ່​ມີ​ຊື່​ສຽງ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ທ່າ​ໄດ້​ປຽບ ​ເພື່ອ​ໃຫ້ ໄຕ​ນີງ ພັດທະນາ​ບັນດາ​ຮູບ​ການທ່ອງທ່ຽວ, ​ເປັນ​ຕົ້ນ​ແມ່ນ​ການທ່ອງທ່ຽວ​ວັດທະນະທຳ​ ​ແຫ່ງຈິດ​ວິນຍານ ​ແລະ ທ່ອງ​ທ່ຽວ​ຊີວະ​ພາບ. ໄຕ​ນີງ ​ໄດ້ ​ແລະ ພວມ​ກາຍ​ເປ​ັນສະຖານ​ທີ່​ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ບັນດາ​ນັກ​ລົງທຶນທີ່ມີ​ຄວາມ​ສົນ​ໃຈ​ເຖິງ​ຂົງ​ເຂດ​ທ່ອງ​ທ່ຽວ​ອີກ​ດ້ວຍ.

        ໄຕ​ນີງ ​ແມ່ນ​ແຂວງ​ຫນຶ່ງ​ທີ່ມີ​ຊາຍ​ແດນທາງ​ທິດຕາ​ເວັນ​ຕົກ​ສ່ຽງ​​ໃຕ້ ຕິດ​ກັບ ກຳປູ​ເຈຍ, ມີ​ເສັ້ນທາງ​ທະລຸ ອາຊີ ​ເຊື່ອມ​ຕໍ່​ນະຄອນ ​ໂຮ່ຈິ​ມີນ ກັບ​ນະຄອນຫລວງ ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ. ດ້ວຍ​ຈຸດພິ​ເສດສະ​ເພາະ​ນີ້, ໄຕ​ນີງ ມີ​ທ່າ​ໄດ້​ປຽບ​ຢ່າງໃຫຍ່​ຫຼວງເພື່ອ​ຂຸດ​ຄົ້ນ​ລາຍການ​ທ່ອງ​ທ່ຽວ, ຈາກ​ຫວຽດນາມ​ໄປ​ຍັງ ກຳປູ​ເຈຍ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ກໍ​ຄື​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຈາກ ກຳ​ປູ​ເຈຍ ​​​ແລະ ບັນດາ​ປະ​ເທດ ອາ​ຊຽນມາ​ຢ້ຽມຢາມ​ຫວຽດນາມ.​ ທ່ານ ບູ່​ຍບາ​ເຟືອງ, ຜູ້ອຳນວຍການ​​ບໍລິສັດ​ທ່ອງ​ທ່ຽວ ຢູ່ ໄຕ​ນີງ ​ໃຫ້​ຮູ້​ວ່າ:

        “ໄຕ​ນີງ ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ ກຳ​ປູ​ເຈຍ ດ້ວຍ​ຄວາມ​ຍາວ 140 ກິ​ໂລ​ແມດ, ມີ​ດ່ານ​ຊາຍ​ແດນ​ສາກົນ 2 ​ແຫ່ງ ​ແລະ ດ່ານ​ຊາຍ​ແດນ​ສຳຮອງ​ 1 ​ແຫ່ງ. ດ່ານ​ຊາຍ​ແດນ​ສາກົນ ​ແມ່ນ ​ໂມກ​ບ່າຍ ພວມ​ໄດ້​ຮັບ​ການ​​ເຄື່ອນ​ໄຫວເປັນ​ຢ່າງ​ດີ, ​ແຕ່ ໄຕ​ນີງ ຍັງ​ມີ​ບັນດາ​ດ່ານຊາຍ​ແດນ​ອື່ນ​ອີກ ນັ້ນ​ແມ່ນ​ດ່ານ​ຊາຍ​ແດນ ຊາ​ມາດ ​ແລະ ​ເຕີນ​ບຽນ. ຈາກ​​ເທດສະບານ ໄຕ​ນີງ ​​ໄປ​ຍັງ​ດ່ານ​ຊາຍ​ແດນ ຊາ​ມາດ ມີ​ຄວາມ​ຍາວ​ພຽງ​ປະມານ 30 ກິ​ໂລ​ແມດ​ເທົ່າ​ນັ້ນ, ​ເສັ້ນທາງ​​​ໄປມາກໍ​ສະດວກ​ສະບາຍ ​ແລະ​ ສວຍ​ງາມ ດ້ວຍ​ບັນດາ​ທົ່ງ​ນາ, ສວນ​ຢາງພາລາ, ນັ້ນ​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ພັດທະນາການທ່ອງ​ທ່ຽວ​ຊີວະ​ພາບ.“

        ​ໃນ​ຈຳນວນ​ແຂວງ​ຢູ່​ທິດຕາ​ເວັນ​ອອກ​ຂອງພາກ​ໃຕ້​ຫວຽດນາມນັ້ນ, ໄຕ​ນີງ ​ແມ່ນ​ແຂວງ​ຫນຶ່ງ​ທີ່ມີ​ທັດສະນີ​ຍະ​ພາບ​ສວຍ​ງາມ​,  ມີກິດຈະກຳ​ສະຖາປັດຕະຍະກຳ, ​ປູຊະນີຍະສະຖານ​ທີ່​ລື​ຊື່​ ຫລາຍ​ແຫ່ງ ​ໃນ​ທົ່ວ​ປະ​ເທດ. ​ໂດຍ​ຫ່າງ​ຈາກ​ເທດສະບານ ໄຕ​ນີງ ໄປທາງ​ທິດຕາ​ເວັນ​ອອກປະມານ 4 ກິ​ໂລ​ແມດ, ​ໂບດ​ສາສະຫນາ ກາວ​ດ່າ​ຍ ໄຕ​ນີງ ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ລື​ຊື່​ ຊຶ່ງໄດ້​ຮັບ​ການ​ກໍ່ສ້າງ​​ເມື່ອ​ປີ 1426. ​ໂບດ​ແຫ່ງ​ນີ້​​ໄດ້​ຮັບ​ການ​ກໍ່ສ້າງ​ຂື້ນ​​ໃນ​ເນື້ອ​ທີ່ 1 ກິ​ໂລ​ຕາລາງ​​ແມດ ​​ແລະ​ ກໍແມ່ນ​ກຸ່ມ​ປູຊະນີຍາ​ສະຖານ​​ແຫ່ງສະຖາປັດຕະຍະກຳ​ຂອງ​ວັດ​ວາ​ອາ​ຮາມ ສາສະຫນາ ກາວ​ດ່າ​ຍ. ກິດ​ຈະ​ກຳ​ແຫ່ງ​ນີ້ ​​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກົມ​ກຽວ​ລະຫວ່າງ​ສະຖາປັດຕະຍະກຳ​ຂອງ​ຝ່າຍ​ຕາ​ເວັນ​ອອກ ​ແລະ ສະຖາປັດຕະຍະ​ກຳ​ຝ່າຍ​ຕາ​ເວັນ​ຕົກ ດ້ວຍຫລັງຄາ​ເຮືອນ​ແບບ​ກົ່ງ​ກົ່ງ ​ປະດັບ​ປະດາດ້ວຍລວດລາຍ​ທີ່​ຄ່ອງ​ແຄ້ວ, ລະອຽດລະ​ອໍ. ນະ​ທີ່​ນີ້ ຍັງ​ມີ​ກິດຈະກຳ​ບາງ​ແຫ່ງ​​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ສະຖາປັດຕະຍະ​ກຳສວຍ​ງາມ ​ແລະ ​ໃຫຍ່​ໂຕມະ​ໂຫຖານ​ຄື: ​ບັນດາ​ທາດ​, ​ຫໍບູຊາ ພະພຸດທະ​ເຈົ້າ​ ແລະ ພະ​ແມ່….  ກຸ່ມ​ປູຊະນີ​ຍະສະ​ຖານ​​ແຫ່ງ ຈິ​ດ ວິນຍານ​ທີ່ໃຫຍ່​ກວ່າ​ໝູ່​ຢູ່​​ເຂດ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ ປູຊະນີ​ຍະ​ສະຖານ ພູ​ບ່າ​ແດນ, ຫ່າງ​ຈາກ​ເທດສະບານ ໄຕ​ນີງ ໄປ​​ທາງ​ທິດ​ຕາ​ເວັນ​ຕົກປະມານ 11 ກິ​ໂລ​ແມດ​. ຜ່ານ​ຫລາຍ​ສັດຕະວັດ, ພູ​ບ່າ​ແດນ ​ແມ່ນບ່ອນ​ບູຊາ​ຂອງ​ປະຊາຊົນ​ໃນ​ເຂດ, ຢູ່​ເທິງ​ພູ ມີ​ວັດ​ເວີນ​ເຊີນ. ​ເສັ້ນທາງ​ຂຶ້ນ​ພູມີ​ທິວ​ທັດ​ທຳ​ມະ​ຊາດທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ, ທາງ​ທິດຕາ​ເວັນ​ອອກ​ມີ​ພູ​ເກົ້າ, ທາງ​ທິດຕາ​ເວັນຕົກສຽງ​ເໜືອມີ​ພູ ​ແຮ່​ວ ​ແລະ ພູ​ຟູ້ງ. ງານ​ບຸນ​ຕ້ອນຮັບ​ລະ​ດູ​ບານ​ໃຫມ່ ພູ​ບ່າ​ແດ່ນ ​ແມ່ນ​ແກ່​ຍາວ​ແຕ່​ວັນ​ທີ 15 - 18 ​ເດືອນ​ຈຽງ​ຕາມ​ຈັນທະ​ປະຕິ​ທິນ ​ແລະ ​ແມ່ນ​ງານ​ບຸນ​ທີ່​ມີ​ຜູ້​ເຂົ້າ​ຮ່ວມ​ຢ່າງ​ຄັບ​ຄາ​ຫນານ​ແຫນ້ນ​ທີ່​ສຸດ​ຢູ່ພາກ​​ໃຕ້​ຫວຽດນາມ. ຍັງມີທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ແຫ່ງ​ຫນຶ່ງ​ອີກ​ຢູ່​​ແຂວງ ໄຕ​ນີງ ​ນັ້ນ​ແມ່ນ ປ່າ​ສະຫງວນ​ແຫ່ງ​ຊາດ ລໍ່​ກໍ ຊາ​ມາດ​. ນີ້​ແມ່ນ​​ປ່າ​​ທີ່ຮົກ​ເຮື້ອ​ເປົ່າ​ຫວ່າງ ດ້ວຍ​ລະບົບ​ສັດສາ​ວາ​ສິ່ງ​ທີ່​ເປັນ​ສັນຍາລັກ​​ໃຫ້​ທັງ​ເຂດ. ດ້ວຍ​ເນື້ອ​ທີ່​ກວ່າ 18.000 ​ເຮັກ​ຕາ, ປ່າ​ສະຫງວນ​ແຫ່ງ​ຊາດ ລໍ່​ກໍ ຊາ​ມາດ ມີ​ບັນດາ​ຄູນ​ຄ່າ​ພິ​ເສດ​ຂອງ​ທຳ​ມະ​ຊາດ ດ້ວຍ​​ປ່າຕົ້ນປາ​ມ​, ປ່າ​ຊາຍ​ເລນ ​ແລະ ຊາດ​ໄມ້, ສັດສາ​ວາ​ສິ່ງ​, ພິ​ເສດຫລາຍ​ຊະນິດ​ຂອງ​ຫວຽດນາມ. ດ້ວຍ​ລະບົບ​ເສັ້ນທາງປ່າ​ເຂົາ​ທີ່​ຍາວ​ປະມານ 50 ກິ​ໂລ​ແມດ, ພູ​ມ ມີສັນຖານ​ຮາບພຽງ,  ປ່າ​ລໍ່​ກໍ ຊາ​ມາດແມ່ນ​ເໝາະ​ສົມ​​ໃຫ້​ແກ່ການທ່ຽວ​ຊົມ​ທັດສະນີ​ຍະ​ພາບ ​ແລະ ຄ​ົ້ນຄ້ວາ. ນີ້​ແມ່ນ​ເງື່ອນ​ໄຂ​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ, ຍ່າງ ຫລື ຖີບ​ລົດ​ໃນ​ປ່າ ຫຼື​ຂີ່​ເຮືອ​ນ້ອຍໄປ​ຕາມ​ຫ້ວຍ​ນ້ຳ ຫລື ຕັ້ງ​ຄ້າຍ​ຢູ່​ບັນດາ​ທົ່ງ​ຫຍ້າ. ທ່ານ ຫງວຽນ​ດີ່ງຊວນ, ຜູ້ອຳນວຍການ​ປ່າ​ສະຫງວນ​ແຫ່ງ​ຊາດ ລໍ່​ກໍ ຊາ​ມາດ ​ໃຫ້​ຮູ້​ວ່າ:

        “ຢູ່​ທີ່​ນີ້ ມີ​ປ່າ​ໄມ້, ມີຫ້ວຍ​ນ້ຳລຳ​ເຊ, ມີຍ່ານ​ເຫນືອ​ຂອງ​ແມ່​ນ້ຳ ຫວ່າມ​ກໍ​ດົງ ດ້ວຍນົກ ​ແລະ​ ແມງ​ໄມ້​ທຸກ​ຊະນິດ. ນີ້​ແມ່ນ​ອູ່ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ, ​ແມ່ນ​ຈຸດ​ມີ່​ເປັນ​ເອກະລັກສະ​ເພາະ​ທີ່​ດູດ​ດື່ມ​ການທ່ອງ​ທ່ຽວ​ຊີວະ​ພາບ, ທ່ອງ​ທ່ຽວ​ພະ​ຈົນ​ໄພ, ທ່ອງ​ທ່ຽວ​ສົມ​ທົບ​ກັບ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ການ​ສຶກສາ. ຂ້າພະ​ເຈົ້າ​ຄິດ​ວ່າ ປ່າ​ສະຫງວນ​ແຫ່ງ​ຊາດ ລໍ່​ກໍ ຊາ​ມາດ ປຽບ​ເໝືອນໄຂ່​ມຸກໃນ​ກ້ອນ​ຫີນ​ໃຫຍ່ ຖ້າ​ພວກ​ເຮົາ​ມີ​ການ​ລົງທຶນ​ຢ່າງ​ຖືກ​ທິດ ຈະ​ສ້າງ​ເປັນ​ເຄື່ອງ​ໝາຍ​​ໃຫ້​ແກ່ຂະ​ແຫນງ​ທ່ອງ​ທ່ຽວ.“

        ປ່າ​ສະຫງວນ​ແຫ່ງ​ຊາດ ລໍ່​ກໍ - ຊາ​ມາດ ກໍ​ແມ່ນ​ເຂດ​ທີ່​ມີ​ປະຊາຊົນ​ຊົນ​ເຜົ່າ​ຂະ​ແມ​ດຳລົງ​ຊີວິດ​ເປັນ​ຈຳນວນ​ຫລວງຫລາຍ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຫ່ງ​ນີ້ ອາດ​ຈະ​ມີ​ໂອກາດ​ຢ້ຽມ​ຊົມ, ຊອກ​ຮູ້​ກ່ຽວ​ກັບ​ຊີວິດ​ທາງ​ດ້ານ​ວັດທະນະທຳ​, ປະ​ເພ​ນີທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຂະ​ແມ, ​ເຂົ້າ​ຮ່ວມ​ບັນດາ​ງານ​ບຸນ ​ແລະ ຮັບ​ປະທານ​ບັນດາ​ເຍື່ອງ​ອາຫານ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຂະ​ແມ. ດ້ວຍ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ທຳ​ມະ​ຊາດ ​ແລະ ​ເສັ້ນທາງ​ຄົມມະ​ນາ​ຄົມ​​ທີ່ສະດວກສະບາຍ​ນັ້ນ, ​ແຕ່ລະ​ປີ ໄຕ​ນີງ ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຢາມປະມານ 2.500.000 ​ເທື່ອ​ຄົນ. ທ່ານ ຮ່າ​ວັນ​ຊຽວ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ການທ່ອງທ່ຽວ​ໃຫ້​ຮູ້​ວ່າ:

        ການບໍລິການ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ​ຊຶ່ງ ໄຕ​ນີງ ມີ​ທ່າ​ແຮງ ນັ້ນ​ແມ່ນ​ທ່ອງ​ທ່ຽວ​ວັດທະນະທຳ​​ແຫ່ງຈິດ​ວິນຍານ ຕິດ​ພັນ​ກັບ​ປູຊະນີຍະສະຖານ​ ພູ ບ່າ​ແດນ, ຕິດ​ພັນ​ກັບ​ລະບົບ​ຊີວະພາບ​ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ລໍ່​ກໍ - ຊາ​ມາດ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ.“

        ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ທີ່​ມີ​ຢູ່​ແລ້ວ, ໄຕ​ນີງ ພວມ​ເປີດ​ກາລະ​ໂອກາດ​ຫລາຍ​ຢ່າງ​​ເພື່ອໃຫ້​ແກ່​ນັກ​ລົງທຶນ​ພັດທະນາ​ການທ່ອງທ່ຽວ ຕິດ​ພັນ​ກັບ​ການ​ທອງ​ທ່ຽວ​ການ​ຄ້າ​ຢູ່​ດ່ານ​ຊາຍ​ແດນ ດຶງ​ດູດ​ແຂກ​ທ່ອງ​ທ່ຽວຈາກ​ຕະຫລາດ​ໄທ, ກຳປູ​ເຈຍ ​ເຂົ້າ​ຫວຽດນາມຕາມ​ເສັ້ນທາງ​ບົກ​. ຈາກ​ນັ້ນ ນັກ​ທ່ອງ​ທ່ຽວ​ກໍ​ສາມາດ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ລະຫວ່າງ​ແຂວງ​ຄື: ໄຕ​ນີງ - ທິດຕາ​ເວັນ​ອອກ​ຂອງພາກ​ໃຕ້, ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ຂອງພາກ​ກາງ, ໄຕ​ນີງ - ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ນີ້​ແມ່ນ​ບັນດາ​ເງ່ື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຂະ​ແໜງການທ່ອງ​ທ່ຽວ ໄຕ​ນີງ ບືນ​ຕົວຂຶ້ນ ​ແລະ ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ./.

        ​        ​ໂຕ​ຕວັນ.

ຕອບກັບ

ຂ່າວ/ບົດ​ອື່ນ