ໄປຄົ້ນຫາ ໂກນດ໋າວ


ໄປຄົ້ນຫາ ໂກນດ໋າວ - ảnh 1
(ພາບ:http://condaoexplorer.com)

​ໂກນ​ດ໋າວ ​ຂຶ້ນ​ກັບ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ມີ​ແຄມ​ຝັ່ງທະ​ເລ​ຍາວຢຽດ ປະມານ 200 ກິ​ໂລ​​ແມດ ດ້ວຍ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ, ຮົກ​ເຮື້ອ​ເປົ່າ​ຫວ່າງ​, ນ້ຳຂຽວ​ສະອາດນັບ​ສິບໆ​ແຫ່ງ​ຄື: ອານ​ຫ໋າຍ, ​ເດີ່ມ​ເຈົາ, ຫລໍ່​​​ໂວຍ, ຊວ໋ຍ​​    ເອີ​ດ, ຮ່ອນ​ບ່າ ... ຍາມ​ໃດ​ກໍ​ນຳ​ມາ​ຊຶ່ງ​ຄວາມ​ປະທັບ​ໃຈ​ແລະ ສິ່ງ​ໃຫມ່​ອ່ຽມ​ໃຫ້​​ແກ່ແຂກທ່ອງ​ທ່ຽວ.

        ໂກນ​ດ໋າວ ມີ​ເນື້ອ​ທີ່​ດິນ 76 ​ຕາລາງກິ​ໂລແມດ. ພວກ​ເຮົາ​ພວມ​ຢືນ​ຢູ່​ທີ່​ຕັ້ງ​ຂອງ​​ເກາະ​ຫນ່ວຍ​ໃຫຍ່​ກວ່າ​ໝູ່​ຢູ່​ທີ່​ນີ້. ​ເກາະ​ແຫ່ງ​ນີ້​ມີ​ຮູບຊົງ​ເໝືອນ​ກັບ​ໂຕ​ໝີ, ​ເບື້ອງ​ຫລັງ​ແມ່ນ​ຕິດ​ກັບ​ດິນຕໍ່​ແຜ່ນ, ​ເບື້ອງ​ຫນ້າ​ແມ່ນ​ມູ້​ງ​ໄປ​ສູ່​ທະ​ເລ​ຕາ​ເວັນ​ອອກ. ​​​ເສັ້ນທາງທີ່​ພວ​ກ​ເຮົາ​ພວມ​ເດີນ​ ​ແມ່ນ​ທາງເສັ້ນຫຼັກ​ພຽງຫນຶ່ງ​ດຽວ​ຂອງ ໂກນ​ດ໋າວ ​ຈາກ​ສະຫນາມ​ບິນ​​​ໄປເຖິງ​ເຂດ​ໃຈກາງ​ມີ​ຄວາມ​ຍາວ​ປະມານ 15 ກິ​ໂລ​ແມດ. ຢູ່ ກົນ​ດ໋າວ ບໍ່​ມີ ຮ້ານອາຫານຊີ້ນ​ສັດປ່າ​ ​ເພາະວ່າ ປ່າຢູ່​ທີ່​ນີ້​ແມ່ນ​ນອນ​ໃນ​​ເຂດປ່າ​ສະ​ຫງວນ​ແຫ່ງ​ຊາດ ໂກນ​ດ໋າວ. ​ເບື້ອງ​ຊ້າຍ ​ແມ່ນ​ທະ​ເລ. ມາ​ຢາມ​ ໂກນ​ດ໋າວ ​​ໃນ​ຊ່ວງໄລຍະ​ແຕ່​ເດືອນ 3 ​ເຖິງ​ເດືອນ 6, ທະ​ເລ ໂກນ​ດ໋າວ ປຽບ​ເໝືອນ​ຫນອງນ້ຳ​ແຫ່ງ​ໜຶ່ງ.“

        ​​ເມື່ອເດີນທາງ​ເຖິງ ​ໂກນ​ດາວ ຜູ້​ໃດກໍ່​ຮູ້ສຶກປະ​ທັບ​ໃຈ​ຕໍ່​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ ​ແລະ ສະຫງົບ​ງຽບຢູ່​ແຫ່ງ​ນີ້. ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳຂອງ​ຜູ້ນຳ​ທ່ຽວ​ໃນ​ເວລາ​ນັ່ງ​ເທິງ​ລົດ​ໂອ​ໂຕ​ບົນເສັ້ນທາງ​ຈາກ​ສະຫນາມ​ບິນ​​ເຖິງ​ໂຮງ​ແຮມ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍິ່ງຢາກ​​ໄດ້ຄົ້ນ​ຫາ​ໂກນ​ດ໋າວ​​ໃນ​ທັນທີ​. ​ໂກນ​ດ໋າວ ​ແມ່ນໝູ່​ເກາະ​ແຫ່ງ​ຫນຶ່ງ ດ້ວຍ​ບັນດາເກາະ​ໃຫຍ່​ນ້ອຍ 16 ​ຫນ່ວຍ, ​ເກາະ​​ໃຫຍ່​ແມ່ນ ​ໂກນ​ເຊ​ີນ ຫລື​ເອີ້ນ​ວ່າ ​ໂກນ​ດ໋າວ, ຕັ້ງ​ຫ່າງ​ຈາກ​ແຄມ​ທະ​ເລ​​ໄປທາງ​ທິດຕາ​ເວັນ​ອອກສຽ​ງ​ເຫນືອ​ຂອງ​​ເຂດດິນ​ຕໍ່​ແຜ່ນປະມານ 117 ກິ​ໂລ​ແມດ. ມາ​ຮອດປະ​ຈຸ​ບັນ ​ໂກນ​ດ໋າວ ຍັງ​ຄົງແມ່ນສະຖານທີ່ ຊຶ່ງ​​ເຮັດ​ໃຫ້​ຊາວ​ຫວຽດນາມ​ສ່ວນ​ຫຼາຍເມື່ອ​​​​ເຕື້ອງ​ກໍ່​ລ້ວນ​ແຕ່ຮູ້ສຶກ​ເຈັບ​ແສບ​. ​ໃນ​ຕະ ຫລອດ​ໄລຍະ 113 ປີ, ​ເກາະ​​ແຫ່ງ​ນີ້​​ໄດ້ກາຍ​ເປັນ​ລະບົບ​ຄຸກ​ທີ່​ເຄັ່ງ​ຄັດ ​ໂດຍ​ພວກ​ລ່າ​ເມ​ືອງຂຶ້ນ​ຝລັ່ງກໍ່ສ້າງຂຶ້ນ​​ເມື່ອ​ປີ 1862 ​ແລະ ຫລັງ​ຈາກ​ນັ້ນ ກອງທັບ​ອາ​ເມ​ລິ​ກາ​ ​ໄດ້ຮັບ​​ເອົາ​ແລະ​ຄຸ້ມ​ຄອງ​ເພື່ອ​ກັກ​ຂັງ​ບັນດາ​ນັກຮົບ​ປະຕິວັດຈົນ​ເຖິງ​ສະ​ໄໝ​ຫວຽດນາມ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ​ເມື່ອ​ປີ 1975.​​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນັກ​ທ່ອງ​ທ່ຽວ​ຫລາຍ​ຄະນະ​ໄດ້​ມາ​ຢ້ຽມ​ຊົມ​ສິ່ງ​ທີ່ຍັງຄົງ​ຮັກສາ​ໄວ້​ຂອງ​​ຄຸກ​​ຕ່າງໆໃນສະ​ໄໝ​ສົງຄາມ ​ແລະ ຢູ່​ທີ່​ນີ້​ໄດ້​ກາຍ​ເປັນ​ຫໍພິພິດທະ ພັນ​ປະ​ຫວັດ​ສາດ. ທ່ານ​ນາງ ຟ້າ​ມທິຕາມ, ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູ​ຊະ​ນິຍະສະ​ຖານ ​ໂກນ​ດ໋າວ ​ໃຫ້​ຮູ້​ວ່າ:
     “ຢູ່ ໂກນ​ດ໋າວ ມີ 2 ​ຮູບການທ່ອງທ່ຽວ​ ນັ້ນ​ແມ່ນ​​ເຂດ​ປູ​ຊະ​ນິຍະສະ​ຖານ​ປະຫວັດສາດ ​ແລະ ທ່ອງ​ທ່ຽວ​ຊີວະ​ພາບ. ປະ​ຈຸ​ບັນ, ຄະນະ​ຄຸ້ມ​ຄອງ​ໄດ້​ຮັບ​ຫນ້າ​ທີ່​ສຳຄັນ ນັ້ນ​ແມ່ນ​ເສີມ​ຂະຫຍາຍ ​ແລະ ຮັກສາ​ຄຸນຄ່າ​ຂອງ​ເຂດ​ປູ​ຊະ​ນິຍະສະ​ຖານ ດ້ວຍຮ່ອງຮອຍປະຫວັດສາດ 22​ ແຫ່ງ. ​ແຕ່ລະ​ປີ ວຽກ​ງານ​ບູລະນະປະຕິສັງ​ຂອນ​ເຂດປູ​ຊະ​ນິຍະ ສະ​ຖານ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ.“

ໄປຄົ້ນຫາ ໂກນດ໋າວ - ảnh 2
(ພາບ:http://condaoexplorer.com)

ອະ​ດິດຕະການ ພ້ອມ​ກັບ​ໄລຍະ​ທາງ​ທ່ີ​ຫ່າງ​ໄກ ​ໄດ້​ເຮັດ​ໃຫ້ ​ໂກນ​ດ໋າວ ຖື​ກຕັດ​ແຍກ​ອອກ​ຈາກ​ບັນດາ​ເຂດ​ຕົວ​ເມືອງ​ທ່ອງ​ທ່ຽວ​ທີ່​ຄັບຄາ​ຫນາ​ແຫນ້ນ ຄື: ຍາຈາງ ຫລື ດາ​ຫນັງ ​ແລະ ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທຳ​ມະ​ຊາດ ​ທີ່​ຍັງ​ຄົງຮົກ​ເຮື້ອ​ເປົ່າ​ຫວ່າງ​ກວ່າ​ໝູ່​ ຢູ່ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້. ​ແຕ່​ຍ້ອນ​ຄວາມ​ຮົກ​ເຮື້ອ​ເປົ່າ​ຫວ່າງ​ນັ້ນ​ເອງ ຈຶ່ງ​ເຮັດ​ໃຫ້​​ໂກນ​ດ໋າວວັນ​ນີ້ ສາມາດດຶງ​ດູດນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ​ແລະ ພັກຜ່ອນ​ບຳລຸງ​ສຸຂະພາບ​ນັບ​ໝື່ນ​ເທື່ອ​ຄົນ. ​ເສັ້ນທາງ​​ໄປ​ຍັງ ​ໂກນ​ດ໋າວ ​ໃນ​ປະຈຸ​ບັນ​​ໄດ້​ມີ​ຄວາມສະດວກກວ່າ ດ້ວຍ​ບັນດາ​ຖ້ຽວ​ບິນ​ໂດຍ​ກົງ​ໄປ​ກັບໃນ​ມື້ ​ຈາກ​ນະຄອນ ​ໂຮ່ຈິ​ມີນ ຫລື ຈາກ​ຮ່າ​ໂນ້ຍ.

        “​ແຕ່​ລະ​ມື້ມີ 5 - 6 ຖ້ຽວ​ບິນ ຈາກ​ນະຄອນ ​ໂຮ່ຈິ​ມີນ ​ເຖິງ​ໂກນ​ດ໋າວໃນ ​ວັນ​ຈັນ, ວັນ​ພຸດ ​​ວັນ​ສຸກ ​ແລະ ວັນ​ອາທິດ ​. ນອກ​ຈາກ​ການ​ເດີນທາງດ້ວຍທາງ​ອາກາດ​ແລ້ວ ນັກ​ທ່ອງ​ທ່ຽວ​ອາດ​ຈະ​ເດີນທາງ​ດ້ວຍກຳ​ປັ່ນທະ​ເລ​ຈາກ​ບ່າ​ເຣ້ຍ ຫວູງ​ເຕົາ ເຊິ່ງສາມາດຂົນ​ສົ່ງຜູ້​ໂດຍສານ​ໄດ້​ປະມານ 200 ຄົນ, ​ເວລາ​​ເດີນ​ທາງ​ແມ່ນ​​ເລີ່​ມ​ແຕ່ 5 ​ໂມງ​ແລງຂອງ​ມື້​ກ່ອນ ຈົນ​ເຖິງ 6 ​ເຊົ້າຂອງ​ມື້​ຕໍ່​ມາກໍ​ຈະ​​ໄປ​​ຮອດ.“

        ຜູ້​​ໃດ​ເດີນທາງ​​ໄປເຖິງ ​ໂກນ​ດ໋າວ ກໍ​ລ້ວນ​ແຕ່​ມີ​ຄວາມ​​ແປກ​ປະຫລາດ​ໃຈ​ຕໍ​ຄວາມ​ງາມ,​ ຄວາມສະອາດ​ສົດ​ໃສ. ນ້ຳ​ທະ​ເລ​ກໍ​ໃສ​ສະອາດ. ບັນດາ​ໂຮງ​ແຮມ​ຢູ່ ​ໂກນ​ດ໋າວ ລ້ວນ​ແຕ່​ອ່ວາຍຫນ້າ​ໄປ​ທາງທະ​ເລ. ຍ້ອນຢູ່​ຫ່າງ​ໄກ​ຈາກເຂ​ດດິນ​ຕໍ່​​ແຜ່ນ, ​ເລື່ອງຂົນ​ສົ່ງວັດຖຸ​ອຸປະກອນ​ແມ່ນ​ຫຍຸ້ງ​ຍາກ​ຫລາຍ ສະ​ນັ້ນ​ຄ່າ​​ເຊົ່າຫ້ອງພັກ​ຢູ່​ທ່ີ​ນີ້​ແມ່ນ​ແພງ​ກວ່າ​ເມື່ອ​ທຽບ​​ໃສ່ຢູ່ເຂດດິນຕໍ່​ແຜ່ນຄື: ​ແຕ່ 40 - 4000 ​ໂດ​ລາ​ສະຫະລັດ/ມື້. ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຢ້ຽມ​ຊົມ​ບັນດາ​ສະຖານ​ທີ່​ຊຶ່ງ​ໄດ້​ຮັບຖື​ວ່າ ​ແມ່ນ​ສິ່ງທີ່ມີຄ່າ​ຂອງ​ເກາະ​ແຫ່ງ​ນີ້. ສວນ​ສາທາລະນະ​ແຫ່ງ​ຊາດ ​ໂກນ​ດ໋າວ ​ເຄີຍ​ຈັດ​ຕັ້ງ​ບັນດາ​ລາຍການທ່ອງ​ທ່ຽວ​ພະ​ຈົນ​ໄພ​ມີ​ຜູ້ນຳ​ທ່ຽວ​ພາ​ທາງຈາກ​ປ່າ​ເຂດ​ຮ້ອນ ​ແລະ ​ໄປ​ເຖິງ​ບັນດາ​ຫາຍ​ຊາຍ​ທະ​ເລ​ຫ່າງ​ໄກ​ຄື ອ່າວ​ເດີ່ມ​ແຈ ຊຶ່ງ​ແມ່ນ​ເຂດ​ອ່າວ​ນ້ອຍ, ​ນ້ຳເລິກ, ແມ່ນ​ບອ່ນຢູ່ອາ​ໃສ​ຂອງ ຫອຍ​ທະ​ເລ​ປະ​ເພດ​ຕ່າງໆ ​ເຊັ່ນ ຫອຍ​ແຄງ, ຫອຍ​ກີ້, ​ແໝງ​. . .

ນອກ​ນັ້ນ ຍັງ​ມີ​ບັນດາ​ລາຍການ​ທ່ອງ​ທ່ຽວ​ໃຕ້​ທ້ອງມະຫາ​ສະມຸດ​ດ້ວຍ​ການ​ດຳ​ນ້ຳ. ຫລື​ເຂົ້າ​ຮ່ວມ​ລາຍການຂື້ນພູ​ເຂົາ​​ເຂົ້າ​ປ່່າດົງ, ຄົ້ນ​ຫາ​ບັນດາ​ສັດສາ​ວາ​ສິ່ງ​ເຊິ່ງ​ພຽງ​ແຕ່ມີ​ຢູ່ ​ໂກນ​ດ໋າວ ​ເທົ່າ​ນັ້ນ.

       “ນີ້​ແມ່ນ​ບ່ອນລີ້​ຊ້ອນ​ແລະຫາ​ກິນ​ຂອງ​​ໂຕ​ລີງຫາງ​ຍາວ ຢູ່ ໂກນ​ດ໋າວ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ໂຕ​ລີງ​ປະ​ເພດ​ນີ້ ໄດ້​ຮັບ​ການແຜ່ພັນ​ຢ່າງວອ່ງ​ໄວ​. ຢູ່​ທີ່​ນີ້ ຍັງ​ແມ່​ນບ່ອນ​ອາ​ໄສ​ແລະຫາ​ກິນ​ຂອງ​ນົກ​ກາງ​ແກ, ​ໂຕ​ກະ​ຮອກ ໂກນ​ດ໋າວ. “

        ຢູ່ ​ໂກນ​ດ໋າວ ບໍ່​ມີ​ການບໍລິການ​ລົດ​ແທກ​ຊີ, ສະ​ນັ້ນ ວິທີ​ພະ​ຈົນ​ໄພ​​ເກ​າະ​ ແຫ່ງ​ນີ້ ​ດີ​ທີ່​ສຸດ ນັ້ນແມ່ນ​ຈ້າງ​ລົດຈັກ​ດ້ວຍ​ລາຄາ 10 ​ໂດ​ລາ​ສະຫະລັດ/ມື້. ​​ທິວທັດທຳມະ ຊາດຢູ່ທີ່​ນີ້​ສວຍ​ງາມ​ຫລາຍ, ອາກາດ​ກກໍ່ປອດ​ໂປ່​ງ ບໍ່​ມີ​ຂີ້​ຟຸ່ນ, ພຽງ​ແຕ່​ມີ​ສາຍ​ລົມ​​ເຢັນພັດຜ່ານ, ສຽງ​ຄຶ້ນ​ທະ​ເລ ​ປະສານ​ກັບ ສຽງ​ນົກຮ້ອງ​ທີ່ຫນ້າ​​ອອນ​ຊອນອີ່ຫຼີ. ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຢ່າງ​ຍິ່ງ​ໃຫ້​ແກ່​ນັ​ກທ່ອງ​ທ່ຽວ.

                                                                                                              ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ