ໄປຄົ້ນຫາແຫລມ ກາເມົາ, ຕອນໃຕ້ສຸດຂອງຫວຽດນາມ.

   ໂດຍແມ່ນ​ເຂດ​ດິນ​ແດນ​ໃນແຫຼມແຫ່ງໜຶ່ງຢູ່​ຕອນ​ໃຕ້​ສຸດ​ຂອງ​ຫວຽດນາມ, ແຫຼມ ກາ​ເມົາ ​ແມ່ນ​ເຂດ​ດິນ​ແດນທີ່​ສັກກະ​ລະ​ບູຊາ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ. ມາ​ຢ້ຽມຢາມ​ແຫຼມ ກາ​ເມົາ ແມ່ນຢ້ຽມຢາມເຂດທະເລ ແລະ ປ່າດົງທີ່ກວ້າງໃຫຍ່ໄພສານຂອງພາກໃຕ້ .

ໄປຄົ້ນຫາແຫລມ ກາເມົາ, ຕອນໃຕ້ສຸດຂອງຫວຽດນາມ. - ảnh 1

(ພາບ : vietnamtravellook.com)

  ປະຈຸ​ບັນມາ​ຢ້ຽມຢາມ​ແຫຼມກາ​ເມົາ ​ແມ່ນ​ສະດວກ​ຫລາຍ​​ແລ້ວ ​ເມື່ອ​ໃສ່ທຽບ​ກັບ​ຊຸມ​ປີ​ກ່ອນ​ນີ້. ຄາວ​ນັ້ນ ຈາກ​ເທດສະບານ​ຕ້ອງ​​ເດີນທາງ​ດ້ວຍ​ທາງບົກກວ່າ 50 ກິ​​ໂລ​ແມດ ຂ້າມ​ເຮືອ​ບັກ ​ເດີ່ມ​ກຸງ ​ເຖິງ ນຳ​ກັນ ​ແລ້ວ​, ຈ້າງ​ກຳ​ປັ່ນ​ນ້ອຍ ຫລື ​ເຮືອ​ເລວໄປຕໍ່ຈຶ່ງ​ໄປຮອດ​ແຫຼມ​ກາ​ເມົາ​ໄດ້. ປະຈຸ​ບັນ ຢູ່​ທ່າ​ກຳ​ປັ່ນ​ ນະຄອນ ​ກາ​ເມົາ, ​ແຕ່​ລະ​ວັນ​ມີ​ກຳ​ປັ່ນ​ດ່ວນ ດ້ວຍ​ລາຄາ 8 ​ໂດ​ລາ​ສະຫະລັດ​/ຄົນ ທີ່ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ໄປ​ເຖິງ​ເຂດ​​ແຫຼມກາ​ເມົາ​ຢ່າງ ​ງ່າຍດາຍ.

ຂີ່​ກຳ​ປັ່ນ​ດ່ວນຈາກ​ນະຄອນ​ໂຮ່ຈິ​ມີນ​ໄປ​ເຖິງ ແຫຼມກາ​ເມົາ ຕ້ອງ​ເສຍ​ເວລາ​ເກ​ືອບ 3 ຊົ່ວ​ໂມງ ດ້ວຍ​ທາງ​​ນ້ຳ​ຍາວ​ກວ່າ 100 ກິ​ໂລ​ແມດ ເລາະລຽບຕາມລຳ​ແມ່​ນ້ຳ​ອັນ​ກວ້າງ​ໃຫຍ່, ສອງ​ເບື້ອງ​ແມ່ນ​ສີຂຽວອຸ່ມທຸ່ມ​ຂອງ​ປ່າຄາມແລະ​ ບັນດາ​ຫລັງ​ຄາ​ເຮືອນ​ຕັ້ງ​ຢູ່​ແຄມ​ແມ່ນ້ຳ, ນັກ​ທ່ອງ​ທ່ຽວ​ຈະ​​ໄດ້​ຊົມແລະ ຮູ້ສຶກໄດ້ຄວາມສະຫງົບສຸກຂອງເຂດ​.

 “ນີ້​ແມ່ນ​ແມ່ນ້ຳກາ​ເມົາ. ຢູ່​ແມ່​ນ້ຳ​ລຳ​ນີ້ ປະຊາຊົນ ລ້ຽງ​ກຸ້ງ. ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມຫລາຍ. ສະ​ນັ້ນ​ມື້​ໃດ​ກໍ​ມີ​ແຂກ​​ໄປມາຕະຫຼອດ. ບາງ​ເທື່ອ​ເຂົາ​ເຈົ້າ​ເໝົາເຮືອ​ເລວ​ເປັນລຳ​. ​ແຂກ​ສ່ວນ​ຫລາຍ​ແມ່ນ​ໄປ​ເຖິງ ແຫຼມ ກາ​ເມົາ.

ບັນດາ​ກັບຕັນເຮືອ​ເລວ​ຢູ່​ທີ່​ນີ້ ລ້ວນ​​ແຕ່​ແມ່ນ ປຊຊ ດຳລົງ​ຊີວິດ​ຕິດພັນກັບແມ່​ນ້ຳ​, ສະ​ນັ້ນ ​ເຂົາ​ເຈົ້າ​ມີ​ຄວາມ​ຊຳນິຊຳນານ​ໃນ​ການ​ຂັບ​ເຮືອ​ເລວ,ສ້າງຄວາມຮູ້ສຶກທີ່ສະຢອງໃຈ ໃຫ້​ແກ່ນັກ​ທ່ອງ​ທ່ຽວ​..ການ​ດຳລົງຊີວິດ​ຂອງ ປຊຊ ຢູ່​ທີ່​ນີ້ ສ່ວນ​ຫລາຍ​​ແມ່ນ​ເຄື່ອນ​ໄຫວ​ຢູ່​ເທິງ​ຫນ້າ​ນ້ຳ, ກຳ​ປັ່ນ​ພຽງແຕ່​ແວ່​ເຂົ້າແຫຼມ​ກາ​ເມົາ​ກໍ​ສາມາດ​ແລກປ່ຽນ​ສິນຄ້າ​ທຸກ​ປະເພດ​ໄດ້.

ນັກ​ທ່ອງ​ທ່ຽວ​ຕ້ອງ​ເສຍ​ເວລາ​ເກືອບ 3 ຊົ່ວ​ໂມງ ຈຶ່ງ​ສາມາດ​ເຂົ້າ​ທຽບ​ທ່າ​ກຳ​ປັ່ນ​​​ໄດ້. ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ສຳລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຮອດ​ແຫ່ງ​ນີ້​ນັ້ນ​ແມ່ນ ຄວາມ​ຮັກ​ແພງ​ແຂກ​ຄົນ ຂອງ​ຊາວ ​ກາ​ເມົາ. ພາຫະນະ​ຫນຶ່ງ​ດຽວ​ທີ່​ນັກ​ທ່ອງ​ທ່ຽວ​ອາດ​ຈະ​ນຳ​ໃຊ້​ເພື່ອ​ເດີນທາງ​ເຖິງ​ຫລັກ​ໝາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ຫວຽດນາມ ນັ້ນ​ແມ່ນ​ລົດຈັກ, ດ້ວຍ​ລາຄາ 5 - 10 ​ໂດ​ລາ​ສະຫະລັດ​/ຄົນ. ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ທີ່​ນີ້ ລ້ວນ​ແຕ່​ຮົກ​ເຮື້ອ​ເປົ່າ​ຫວ່າງ ນັບ​ທັງຊາວ ກາ​ເມົາ ຕະຫລອດ​ຮອດ​ທິວ​ທັດ​ທຳ​ມະ​ຊາດ. ​ໂດຍ​ໄດ້​ເຫັນ​ປະຈັກ​ຕາ​ຫລັກ​ໝາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ອ້າຍ ຟານ​ແອ​ງ ພ້ອມ​ດ້ວຍ​ເພື່ອນຮ່ວມ​ງານ​ມາ​ຈາກ​​ແຂວງ ​ເລີມ​ດົງ ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກອອນຊອນຈົນສະທ້ານໃຈ

 “ນີ້​ເປັນ​ຄັ້ງ​ທຳ​ອິດ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມຢາມ​ແຫ່ງ​ນີ້. ​ໂດຍແມ່ນ​ຊາວ​ຫວຽດນາມ​ແລະ​ໄດ້​ຮັບ​ຟັງກ່ຽວກັບ ແຫຼມກາ​ເມົາ ມາ​ແຕ່​ດົນ​ນານ​ແລ້ວ ​​ແຕ່​ເມື່ອ​ມາ​ແຫ່ງ​ນີ້​ຈຶ່ງ​ເຫັນ​ປະ​ເທດ​ຊາດ​ຂອງ​ຕົນ​ແມ່ນ​ຍາວອີ່ຫຼີ. ​ເດີນທາງປະມານ 800 ກິ​ໂລ​ແມດ, ​ເຖິງ​ວ່າ​ຫ່າງ​ໄກ​ຫລາຍ ​ແຕ່​ເມື່ອ​ມາ​ແຫ່ງນີ້​  ແລະ    ເຫັນ​ປະຈັກ​ຕາ​ເຂດ​ແຫຼມ ກາເມົາ ກໍໄດ້ຊ່ວຍບັນເທົາ ຄວາມອິດເມືອ່ຍໃນການເດີນທາງຍາວໄກໄດ້ສ່ວນໃດສ່ວນໜຶ່ງ . ຜ່ານ​ຫນັງສືພິມ, ວາລະສານ​​ແລະ​ຂໍ້​ມູນ​ຂ່າວສານ​ຕ່າງໆ ຂ້າພະ​ເຈົ້າ​ບໍ່​ນຶກ​ເຫັນໄດ້. ​ແຕ່​ເມື່ອ​ມາ​ເຖິງແຫ່ງນີ້​ຈຶ່ງ​ຮູ​້ສຶກ​ໄດ້​ວ່າ​ໝົດ​ເຂດ​ດິນ​ແຫ່ງ ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ.“

ໄປຄົ້ນຫາແຫລມ ກາເມົາ, ຕອນໃຕ້ສຸດຂອງຫວຽດນາມ. - ảnh 2

(ພາບ : vietbao)

ຍັງ​ມີ​ສະຖານ​ທີ່​ອີກ​​ແຫ່ງຫນຶ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢູ່​ເຂດ​ ແຫຼມກາ​ເມົາ ນັ້ນ​ແມ່ນ​ປ່າ​ສະຫງວນ​ແຫ່ງ​ຊາດ ແຫຼມກາ​ເມົາ. ​ແຕ່ລະ​ປີ ​ເນື້ອ​ທີ່​ຫນ້າດິນ​ຂອງປ່າ​ສະຫງວນ​ແຫ່ງ​ຊາດ​ນີ້ ຍາມ​ໃດ​ກໍ​ໄດ້​ຮັບ​ການຂະຫຍາຍ​ອອກ​ກວ້າງ​​ແບບ​ທຳ​ມະ​ຊາດ, ​ແຕ່ລະ​ປີ ແຫຼມກາ​ເມົາຂະຫຍາຍອອກໄດ້ນັບ​ສີບ​ແມດ. ນີ້​ກໍ​ແມ່ນ​ເຂດ​ປ່າ​ຊາຍ​ເລນ​ມີ​ລະບົບ​ຊີວະ​ນາໆພັນ ດ້ວຍ​ບັນດາ​ຕົ້ນ​ໄມ້​ທີ່ເໝາະສົມກັນສະພາບ​ນ້ຳ​ເຄັມ​ ​ແລະ​ ມີທັງ​ສັດ​ນ້ຳ​ຫລາຍ​ປະ​ເພດຄື: ງູ, ​ເຕົ່າ, ປາ​ນ້ຳ​ຈືດ,ປູ, ບໍ່​ສະເພາະເທ່ົາ​ນັ້ນ ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຍັງ​ແມ່ນ​ກຳ​ແພງກັນຄຶ້ນ​ທະ​ເລ, ລົມ ພາຍຸ​​ຈາກ​ທະ​ເລ​ພັດ​ເຂົ້າ. ທ່ານ​ລີ​ຮ່ວາ​ງຕຽນ ປະທານ​ຄະນະ​ກຳມະການ ປຊຊ ຕາ​ແສງ ​ເດີ​ດໝຸຍ​ໃຫ້​ຮູ້​ວ່າ:

 “ ຊາວ​ຫວຽດນາມ​ໝົດ​ທຸກ​ຄົນ ​ໃຜ​ໆ​ກໍ່​ຢາກ​ມາ​ຢ້ຽມຢາມແຫຼມກາ​ເມົາ ຈັກຄັ້ງ​ຫນຶ່ງ, ຢາກ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທ່ີ​ສວຍ​ງາມ​ຂອງ​ເຂດ​ດິນ​ແດນແຫ່ງ​ນີ້. ​ເດີ​ດໝຸຍ ມີ​ປ່າ​ສະຫງວນ​ແຫ່ງ​ຊາດ, ​ເຂດນິ​ເວດ​ວິທະຍາຂອງ​ໂລກ, ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ, ຄົ້ນ​ຄ້ວາ​ວິ​ທະຍາ​ສາດ. ຄຽງ​ຂ້າງ​ນັ້ນ ​ເດີ​ດໝຸຍ ຍັງ​ມີ​ຫາດ​ຊາຍ​ເຫລືອງ​ເມື່ອ​ທຽບ​ກັບ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ຫາດ​ຊາຍທະ​ເລ​ຄາຍ​ລອງ​ກໍ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ​ແລະ ທ່າ​ໄດ້​ປຽບ​ໃຫຍ່​ໃນ​ການດຶງ​ດູດ​ປຊຊ ພາຍ​​ໃນ​​ ແລະ​ ນອກ​ແຂ​ວງມາ​ຢ້ຽມຢາມ.“

ຊີວິດ​ການ​ເປັນ​ຢູ່​ຂອງ ປຊຊ ຢູ່​ທີ່​ນີ້ ລ້ວ​ນ​ແຕ່​ອີງ​ໃສ່​ທະ​ເລ ​ແລະ ປ່າ. ​ເມື່ອ​ມາ​ຢາມ​ຄອບຄົວ​​ໃດ, ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ສະຫນິດ​ສະຫນົມ ຄື​ດັ່ງ​ລູກ​ຫລານ​ຫ່າງ​ໄກ​ບ້ານ​ເກີດ​ເມືອງ​ນອນ​ຫາ​ກໍ​ກັບ​ເມືອ ​ແລະ​ ​ໄດ້​ຮັບປະທານ​ອາຫານ​ພິ​ເສດ​ຂອງ​ເຂດ​ດິນ​ແດນ​ແຫ່ງນີ້.
                                                                                     

ຕອບກັບ

ຂ່າວ/ບົດ​ອື່ນ