ໄປທ່ອງທ່ຽວ ຢູ່ ແຂວງ ກາວບັ່ງ

(vovworld) - ກາວ​ບັ່ງ ​ແມ່ນ​​ແຂວງ ຊາຍ​ແດ​ນທີ່​ຂຶ້ນ​ກັບ​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ ຫວຽດນາມ. ທາງ​ທິດຕາ​ເວັນ​ຕົກ ​ແມ່ນ​ຕິດ​ກັບ​ແຂວງ ຕວຽນ​ກວາງ ​ແລະ ຮ່າ​ຢາງ, ທາງ​ທິດ​ໃຕ້​ແມ່ນ​ຕິດ​ກັບ​ແຂວງ ບັກ​ກ້ານ ​ແລະ ລ້າງ​ເຊີນ, ທາງ​ທິດ​ເຫນືອ ​ແລະ ທາງ​ທິດຕາ​ເວັນ​ອອກ​ແມ່ນ​ຕິດ​ກັບ​ແຂວງ ກວາງ​ສີ ຂອງ​ຈີນ. ອາດ​ຈະ​ເວົ້າ​​ໄດ້​ວ່າ, ກາ​ວບັ່ງ​ແມ​່ນ​ແຂວງ​ພູດ​ອຍທາງ​ທິດ​ເຫນືອ ຫວຽດນາມ ມີ​ພູຜາ​ປ່າ​ໄມ້ທີ່​ກວ້າງໃຫຍ່​​ໄພສານ ​ແລະ ​ແມ່​ນ້ຳ​ລຳ​ເຊ​ຫລາຍ​ສາຍ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ​ເຊີ​ນທ່ານ​ຄົ້ນ​ຫາ​ແຂວງ ກາວ​ບັ່ງ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

        ຈາກ ນະຄອນຫລວງ ຮ່າ​ໂນ​້ຍ​ໄປ​​ເຖິງ​ແຂວງ ກາວ​ບັ່ງ, ນັກ​ທ່ອງ​ທ່ຽວ​ສາມາດ​ໄປ​ຕາມ​ເສັ້ນທາງ​ຫລວງ​ເລກ 3 ຜ່ານ​ແຂວງ ທາຍ​ງວຽນ,​ ບັກ​ກ້ານ ຫລື ຕາມ​ເສັ້ນທາງ​ຫລວງ​ເລກ 1 ຈາກ ​ແຂວງ ລ້າງ​ເຊີນ ຜ່ານ ​ເທີ​ດ​ເຄ, ດົງ​ເຄ ​ເຖິງ​ກາວ​ບັ່ງ. ​ໃນ​ແຕ່​ລະ​ລະດູ, ກາວ​ບັ່ງ ພັດ​ມີ​ຄວາມ​ງາມ​ສະ​ເພາະ. ສະ​ນັ້ນ ອີງ​ຕາມ​ແຕ່ລະ​ຈຸດໝາຍ ນັກ​ທ່ອງ​ທ່ຽວ​ສາມາດ​ເລືອກ​ເຟັ້ນ​ ໄລຍະ​ເວລາ​ເໝາະ​ສົມ​ໃຫ້​ແກ່​ຕົນ​ເອງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຖື​ວ່າ ຊ່ວງເວ​ລາ​ງາມ​ກວ່າ​ໝູ່​ເພື່ອ​ຢ້ຽມຢາມ ກາວບັ່ງ ​ແມ່ນ​ເດືອນ 8 - 9 ​ເມື່ອ​ນ້ຳ​ຕົກຕາ​ດ ບ້ານ​ຢົກ ໄຫລ​ຂຽວ​ງາມ ​ແລະ ​ເດືອນ 11 -12 ​ເມື່ອ​ດອກ​ໄມ້​ເບັ່ງ​ບານ​​ໃນ​ທົ່ວ​ພູຜາ​ປ່າ​ໄມ້. ຢູ່ ກາວ​ບັ່ງ ມີ​ທັດສະນີ​ຍະ​ພາບ​ແຫ່ງ​ຊາດ​ຫລາຍ​ແຫ່ງຄື: ນ້ຳ​ຕົກຕາ​ດ ບ້ານ​ຢົກ, ຖ້ຳ ​ເງື່ອມງາ​ວ, ຫນອງ ທາງ​ແຮນ. ​ນາງ ຮ່ວາງ​ທີ່​ງອກ​ແອ​ງ,  ຊາວ​ກາວ​ບັ່ງ​ໃຫ້​ຮູ້​ວ່າ:

        “​ເມື່ອ​ນັກ​ທ່ອງ​ທ່ຽວ​ມາຢ້ຽມຢາມ ກາວ​ບັ່ງ, ​ສະຖາ​ນທີ່​ທຳ​ອິດ​ທີ່​ພົບ​ເຫັນ​ແມ່ນ​ນ້ຳຕົກຕາດ ບ້ານ​ຢົກ. ນ້ຳຕົກຕາດ​ແຫ່ງ​ນີ້ ງາມ​ກວ່າ​ໝູ່​ແມ່ນ​​ໃນ​​ເດືອນ 10, ​ເວລາ​ນັ້ນ ນ້ຳ​ໄຫລ​ແຮງສ້າງ​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ຕຶກປາ​ຢູ່​ບ່ອນນ້ຳຕົກຕາດ​ໄດ້.”

ໄປທ່ອງທ່ຽວ ຢູ່ ແຂວງ ກາວບັ່ງ - ảnh 1
ນ້ຳຕົກຕາດ ບ້ານ​ຢົກ
ພາບ:internet

        ນ້ຳ​ຕົກ​ຕາດ​ບ້ານ​ຢົກ ​ແມ່ນ​​ແຫ່ງ​ໃຫຍ່​ທີ 4 ຢູ່ ​ໃນ​ໂລກ ​ແລະ ​ແມ່ນ​ນ້ຳຕົກຕາດ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນ້ຳຕົກຕາດ​ທີ່​ສວຍ​ງາມ​ກວ່າໝູ່​ຢູ່​ ຫວຽດນາມ ​ແລະ ກໍ​ແມ່ນ​ທັດສະນີ​ຍະ​ພາບ​ລື​ຊ່ື​ຂອງ​ແຂວງ ກາວ​ບັ່ງ. ນ້ຳຕົກຕາດ​ແຫ່ງ​ນີ້ ມີ​ຄວາມ​ງາມ​ແບບ​ດັ້ງ​ເດີມ ​ແລະ ​ໃຫຍ່​ໂຕ​ມະ​ໂຫຖານ​ທີ່​ເປັນ​ຫນ້າ​ແປກ​ປະຫລາດ. ຫ່າງ​ຈາກ​ນ້ຳຕົກຕາດ​ປະມານ 3 ກິ​ໂລ​ແມັດ ​ແມ່ນ​ຖ້ຳ ​ເງື່ອມງາ​ວ ດ້ວຍ​ຄວາ​ມງາມ​ແບບຮົກ​ເຮື​້ອ​ເປົ່າ​ຫວ່າງ ອັນໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ.

        ​ຫ້ວຍ ​ເລ​ນີນ ​ແມ່ນ​ຫ້ວຍ​ລຳ​ຫນຶ່ງ​​ໂດຍ​ແມ່ນ​ປະ​ທານ​ໂຮ່ຈິ​ມິນ ຕັ້ງ​ຊື່​ໃຫ້ ​ແລະ ຖ້ຳ​ປັກ​ບໍ​ແມ່ນ​ເຂດ​ຮ່ອງຮອຍ​ປະຫວັດສາດ​ທີ່​ມີຊື່​ສຽງ, ຊຶ່ງ​ແມ່ນ​ສະຖານ​ທີ່​ປະທານ​ໂຮ່ຈິ​ມິນ ​ເລືອກ​ເຟັ້ນ​ເປັນ​ບ່ອນ​ເຮັດ​ວຽກ ​ແລະ ນຳພາ​ການ​ປະຕິວັດ​ຫວຽດນາມ ​ໂດຍ​ກົງ ພາຍຫລັງ 30 ປີ​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ. ຫ້ວຍ ​ເລ​ນີນ,​ຖ້ຳ​ປັກ​ບໍ ​ແມ່ນ​ສອງ​ແຫ່ງ​ທີ່​ຊີ​ນ​ເຄີຍ​ສຳລັບ​ຊາວ ຫວຽດນາມ ​ແຕ່ລະຄົນ ​ແລະ ປະ​ຈຸ​ບັນ ກໍ​ແມ່ນສະຖາ​ນທີ່​ທ່ອງ​ທ່ຽວ​ຂາດ​ບໍ່​ໄດ້​ສຳລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ກາວ​ບັ່ງ.

ໄປທ່ອງທ່ຽວ ຢູ່ ແຂວງ ກາວບັ່ງ - ảnh 2
ຫ້ວຍ​ເລ​ນີນ
ພາບ:internet

         ​​ເມື່ອມາ​ຢ້ຽມຢາມ ​​ປັກ​ບໍ,​  ນັກ​ທ່ອງ​ທ່ຽວຈະ​ຖື​ກດຶງ​ດູດ​ດ້ວຍ​ ນ້ຳ​ຂຽວ​ສະອາດ ​ແລະ ງາມ​ຕາ​ຂອງຫ້ວຍ​ເລ​ນີນ. ປະຈຸ​ບັນ ປັກບໍກາຍ​ເປັນ​ສະຖານ​ທີ່​ຊີ​ນ​ເຄີຍ​ຂອງ​ໄວ​ຫນຸ່ມ​ທີ່​ນິຍົມ​ການ​ຄົ້ນ​ຫາ ​ແລະ ຢາກ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ. ມາ​ແຫ່ງ​ນີ້, ​ໄວ​ຫນຸ່ມ​ບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມ​ພູຜາ​ປ່າ​ໄມ້​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ອັນ​ສະຫງ່າ​ອົງ​ອາດ​ຂອງ​ຊາດ​ອີກ​ດ້ວຍ.

ສະຖາ​ນທີ່​ຕໍ່​ໄປ​ເມື່ອມາ​ຢ້ຽມຢາມ ກາວບັ່ງ ​ແມ່ນ​ການ​ຄົ້ນ​ຫາ​ໝູ່​ບ້ານ ຟຸກ​ແຊນ. ປະຊາຊົນ​ຢູ່​ທີ່​ນີ້ ​ແມ່ນ​ຊົນ​ເຜົ່າ​ນຸ່ງດ້ວຍ​ຊຸດອາພອນ​ພື້ນ​ເມືອງ​ສີຄາມທີ່​ເປັນ​ເອກະລັກ​ສະ​ເພາະ. ​ເມື່ອມາ​ຢ້ຽມຢາມ ຕາ​ແສງ ຟຸກ​​ແຊນ, ສິ່ງ​ທຳ​ອິດ​ທີ່​ນັກ​ທ່ອງ​ທ່ຽວ​ພົບ​ເຫັນ​ແມ່ນ​ສຽງຄ້ອນ​ຕີ ສຽງ​ເປົ່າຖ່ານ​ເຜົາ​ເຫຼັກ.... ຂອງ​ຊ່າງ​ຕີ​ເຫລັກ.​ ນີ້​ແມ່ນ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ມີ​​ໄດ້​ນັບ​ຮ້ອຍ​ປີ. ​ນາງງອກ​ແອ​ງ ​ໃຫ້​ຮູ້​ວ່າ:

        “ຢູ່​ບ້ານ ຟຸກ​ແຊນ ຍັງ​ຮັກສາ​ຈຸດ​ດັ້ງ​ເດີມ ​ແລະ ປະຊາຊົນ​ຍັງ​ຄົງ​ນຸ່ງ​ຊຸດ​ພື້ນ​ເມືອງ​ຂອງ​ເຜົ່າ​ນຸ່ງ. ນັ້ນ​ແມ່ນ​ຊຸດ​ສີ​ຄາມ​ປະຈຳ​ເຜົ່າ ຊຶ່ງ​ຂັ້ນ​ຕອນ​ຜະລິດ​​ຊຸດ​ພື້ນ​ເມືອງ​ນັ້ນ ຕ້ອງ​ເສຍ​ເວລາ​ຫລາຍ. ນອກ​ນັ້ນ ປະຊາຊົນ​ຢູ່​ທີ່​ນີ້​ຍັງ​ເຮັດອາຊີບ​ຕີ​ມີດ. ຊາວ​ເຜົ່າ​ນຸ່ງ​ຢູ່​ທີ່​ນີ້​ຍັງ​ຄົງ​ເອົາມີດ​ຈາກ ຟຸກ​ແຊນ ​ໄປ​ຂາຍ​ຢູ່​ຕົວ​ເມື​ອງ. ມີດຜະລິດ​ຢູ່​ຟຸກ​ແຊນ ​ໂດຍ​ປະຊາຊົນ​ເຮັດ​ດ້ວຍ​ມື ສະ​ນັ້ນ​ມັນ​ມີ​ຄຸນ​ນະພາ​ບດີກ​ວ່າ​ເມື່ອ​ທຽບ​ໃສ່​ມີດ​ຢູ່​ບອ່ນອື່ນ. ”

        ພາຍຫລັງ​ຄົ້ນ​ຫາ ກາວ​ບັ່ງ​ໃນ​ເວລາ​ມື້ຫນຶ່ງ, ຕອນ​ຄຳ່​ກັບ​ຄືນ​ນະ​ຄອນ, ນັກ​ທ່ອງ​ທ່ຽວ​ຈະໄດ້ຮັບ​ປະ​ທານ​ບັນດາ​ເຍື່ອງ​ອາຫານ​ພິ​ເສດຂອງ​ປະຊາຊົນ​ຢູ່​ທີ່​ນີ້. ຢູ່ ກາວ​ບັ່ງຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ດ້ວຍ​ຄວາມ​ງາມ​ແບບ​ຮົກເຮື້ອເປົ່າ​ຫວ່າງ​ດັ້ງ​​ເດີ່ມຄື: ຫນອງ ທາງ​ແຮນ, ບັນດາ​ໝູ່​ບ້ານ​ຂອງ​ຊາ​ວຊົນ​ເຜົ່າ ພວມ​ລໍຖ້າ​ນັກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຫາ.   

 



ຕອບກັບ

ຂ່າວ/ບົດ​ອື່ນ