ໄປຢ້ຽມຢາມ ເຂດປູຊະນີຍະສະຖານປະຫວັດສາດ ປະຕິວັດ ຢູ່ ກົນດ໋າວ

ໄປຢ້ຽມຢາມ  ເຂດປູຊະນີຍະສະຖານປະຫວັດສາດ   ປະຕິວັດ ຢູ່ ກົນດ໋າວ - ảnh 1
ນັກທ່ອງທ່ຽວຢ້ຽມຊົມຄອກເສືອຢູ່ ກົນດ໋າວ
ພາບ:ຈາກ internet

(vovworld) - ກົນ​ດ໋າວ ແມ່ນ​ເມືອງ​ຫນຶ່ງ​ຂອງ​ແຂວງ ບ່າ​ເຣ້ຍ ຫວູງ​ເຕົາ ​ແລະ​ ​ແມ່ນ​ສະຖານ​ທີ່​ຊື່​ງ​ແຂກ​ທ່ອງ​ທ່ຽວ​ຮູ້ຈັກ​ເຖິງ​ຄື​ແດນ​ສະຫວັນ​ແຫ່ງ​ການ​ພັກຜ່ອນບຳລຸງ​ສຸຂະພາບ. ອາກາດຢູ່​ກົນ​ດ໋າວ​ແມ່ນມີ​ແສງແດດກ້າ​ໃນ​ຕະຫລອດ​ປີ​, ​ຫາດ​ຊາຍ​ທະ​ເລ​ຢູ່​ແຫ່ງ​ນີ້​ແມ່ນ​ສວຍ​ງາມ​ທີ່​ສຸດ. ມາ​ຢ້ຽມຢາມ​ກົນ​ດ໋າວ ນອກຈາກຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ເຂດ​ທະ​ເລ​ແລ້ວ ນັກ​ທ່ອງ​ທ່ຽວ​ຍັງມີ​ຄວາມ​ຮູ້ສຶກປະ​ທັບ​ໃຈ​ເປັນ​ພິ​ເສດ​ເມື່ອ​​ໄດ້ຢ້ຽມ​ຊົມ​ລະບົບ​ປູ​ຊະ​ນຍະສະ​ຖານ​ຄຸກ ຊຶ່ງ​​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ​​​ແມ່ນຂຸມນາລົກ​​​ແຫ່ງໂລກ​ມະນຸດ ​ແລະ ຂຸມ​ຝັງ​ສົບ​ນັບ​ພັນ​ຂຸມ​ຂອງ​ນັກຮົບ​ນິລະນາມ ທີ່​​ເສຍສະຫລະ​ຊີວິດ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

      ກົນ​ດ໋າວນັບ​ມື້​ນັບ​ສວຍ​ງາມກວ່າ. ຖ້າ​ຫາກ​ສັດຕູ​ຢາກ​ເຮັດ​ໃຫ້​ກົນ​ດ໋າວ​ກາຍ​ເປັນນາລົກ​​ແຫ່ງໂລກ​ມະນຸດ ຊາວ​ຫວຽດນາມ​ຜູ້​ຮັກ​ຊາດ ​ແລະ ຄົນ​ລຸ້ນຫລັງ​ພວມ​ກໍ່ສ້າງ​​ ເກາະ​ແຫ່ງ​ນີ້​ໃຫ້​ກາຍ​ເປັນ​​ເກາະ​ແຫ່ງ​ໜຶ່ງທີ່​ສວຍ​ງາມ, ສະຫງົບ​ສຸກ, ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຈັບ​ອົກ​ຈັບ​​ໃຈ. ຢູ່​ກົນ​ດ໋າວ ລະບົບ​ບໍລິການ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ສົມບູນ​ແບບ​ດ້ວຍ​ລະບົບ​ໂຮງ​ແຮມ, ​ເຂດ​ພັກຜ່ອນ​ບັນລຸ​ມາດຕະຖານ​ສາກົນ​ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ. ​ແຕ່​ລະ​ມື້​ມີ​ຄະນະ​ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມ​ຊົມກົນ​ດ໋າວ​ເປັນ​ຈຳນວນ​ຫລາຍ. ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ມາ​ແຫ່ງ​ນີ້​ເພື່ອ​ຊົ​ມ​ທິວ​ທັດ​ ແລະ​ ສູບອາກາດ​ທີ່​ປອດ​​ໂປ່​ງ​ເທົ່າ​ນັ້ນ ຫາກ​ຍັງ​ຢາກ​ເຫັນ​ປະຈັກ​ຕາ​ລະບົບ​ປູ​ຊະ​ນີຍະສະ​ຖານ​ປະຫວັດສາດ​ປະຕິວັດ​ພິ​ເສດ​ຢູ່​ຫວຽດນາມ.  ​ເອື້ອຍ ຫງວຽນ​ທິ​ເຕີມ ຜູ້​ແນະນຳ​ກ່ຽວ​ກັບ​ເຂດ​ປູ​ຊະ​ນິຍະສະ​ຖານ​ປະຫວັດສາດ​ຢູ່ ກົນ​ດ໋າວ ​ໃຫ້​ຮູ້​ວ່າ: ​​ແຕ່ລະ​ເທື່ອ​ເມື່ອ​ແນະນຳ​ກ່ຽວ​ກັບ​ປະຫວັດສາດ​ຢູ່​ແຫ່ງ​ນີ້ໃຫ້​ນັກ​ທ່ອງ​ທ່ຽວ ຍາມ​ໃດ​ເອື້ອຍກໍ່​ຮູ້ສຶກ​ຕຶ້ນຕັນ​​ໃຈ​.

“ນີ້​ແມ່ນ​ຫ້ອງຄຸມ​ຂັງເໝືອນ​ກັບຄອກ​ເສືອ​, ​ແຕ່​ລະ​ຫ້ອງ​​ແມ່ນ​ນ້ອຍ​ຫລາຍ ​ແລະ ​ເຮັດ​ດ້ວຍ​ເຫລັກ​ກ້າ​ເສັ້ນ​ໃຫຍ່. ​ເມ​ື່ອ​ເວົ້າ​ເຖິງຮູບ​ການທໍລະມານຂອງ​ສັດຕູ ພວກ​ເຂົາ​ສວຍ​​ໃຊ້​ສະພາບອາກາດ​ຮ້າຍ​ແຮງ​ຢູ່​ທີ່​ນີ້​ເພື່ອ​ທໍລະມານ​ນັກ​ຮົບປະຕິວັດ. ຍາມ​ຮ້ອນ ພວກ​ເຂົາ​ໃຊ້​ແປ້ງ​ປຸນ ​ແລະ ນ້ຳ​ເສດ​ເຫລືອ. ຫ້ອງຫນຶ່ງ​ບໍ່​ຮອດ  5 ຕາລາງ​ແມດ ພວກ​ເຂົາ​ກັກ​ຂັງ​ແຕ່ 6 - 8 ຄົນ, ບາງ​ເທື່ອ​ຂຶ້ນ​ເຖິງ 10 ຄົນ. ຮອດ​ລະດູ​ຫນາວ ພວກ​ເຂົາ​​ພັດໄຫລ່​ອອກ, ຂັງ​ໄວ້​ແຕ່ 1 - 2 ຄົນ​ເທົ່າ​ນັ້ນ.”

ຫວ່າງ​ແລ້ວ​ນີ້ ດາລາຮູບເງົາ Hollywood, Bad Pitt  ​ແລະ Angelina Jolie ​ມາ​ຢ້ຽມ​ຊົມ​ເຂດ​ປູ​ຊະ​ນິຍະສະ​ຖານ​ທີ່​ລື​ຊື່: ຄອກ​ເສືອ​ຝລັ່ງ ນອນ​ໃນ​ຄຸກ​ກົນ​ດ໋າວ. ​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ຄຸກ​ແຫ່ງ​ນີ້​ ພິ​ເສດ​ແມ່ນ​ບັນດາ​ຮູບ​ປັ້ນ​ວາດ​ພາບ​ການ​ທໍລະມານ​ນັກຮົບ​ປະຕິວັດ, ດາລາທັງ​ສອງ​ຄົນ​ນີ້ລ້ວນ​ແຕ່​ມີ​ຄວາມ​ຕຶ້ນຕັນ​ໃຈຫລາຍ ​ແລະ ນຶກ​ຄິດ​ເຖິງ​ອະດີດຕະການ​ທີ່​​ແສນ​ທໍລະມານຢູ່​ທີ່​ນີ້. ​ເຖິງ​ວ່າ​ໄດ້​ຮັບ​ຟັງ, ​ໄດ້​ອ່ານ​ປື້​ມ, ຫນັງ​ສື​ພິມ​ແລ້ວ​ ​ແຕ່​ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ຫາ​ກໍ​ມາ​ຢ້ຽມຢາມ​ກົນ​ດ໋າວ​ໃນ​ຄັ້ງ​ທຳ​ອິດ ກໍ​ລ້ວນ​ແຕ່​ເອີຍ​ຄຳອອກມາວ່າ: ບ່ໍອາດຈິນຕະນາການໄດ້ເລີຍ.

ທ່ານ​ໂຕ​ເທ​ບີ່​ນ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ​ໄດ້​ແບ່ງປັນ​ວ່າ.

“​ແຕ່​ລະ​ບ່ອນ​ມີ​ຄວາມ​ແຕກ​ຕ່າງ​ກັນ. ​ເຂດຄຸມຂັງພິເສດຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຊຶ່ງ​ແມ່ນ​ບ່ອນ​ສະຫງວນ​ໃຫ້​ແກ່​ນັກຮົບ​ປະຕິວັດ​ຖືກ​ຕັດສິນ​ປະ​ຫານ​ຊີ​ວິດ, ​ເມື່ອ​ເຫັນ​ປະຈັກ​ຕາ​ຮູບ​ການ​ທໍລະມານ​ຂ້າພະ​ເຈົ້າ​ບໍ່​ສາມາດ​ນຶກ​ຄິດ​ໄດ້​ ​ເປັນ​ຫຍັງ​ພວກ​ເຂົາ​ໂຫ​ດຮ້າຍ​ສາມານ​ຄື​ແນວ​ນັ້ນ.”

ສຳລັບ​ອ້າຍ ​ເລ​ຮົ່ງຢວານ ພະນັກງານ​ກວດກາ​ປ່າ​ໄມ້ ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ ບໍ່​ອາດ​ຫລົງ​ລືມ​ຄວາມ​ຮູ້ສຶກ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມຢາມ​ແຫ່ງ​ນີ້. ອ້າຍ​ໃຫ້​ຮູ້​ວ່າ:

“​ເມື່ອ​ເຫັນ​ປະຈັກ​ຕາ​ຂ້າພະ​ເຈົ້າ​ຈຶ່ຶງຮູ້​ໄດ້​ວ່າ ການ​ຂູດ​ຮີດ, ທໍລະມານຢ່າງ​ໂຫ​ດຮ້າຍ​ສາ​ມານ​ຂອງພວກ​​ເຂົາ​ແມ່ນ​ຮ້າຍ​ແຮງ​ກວ່າ​​ໂດຍຫນັງ​ສື​ພິມ​​ສ່ອງ​ແສງ. ​​ແລະ​ເມື່ອ​ຊົມ​ເບິ່ງ​ຮູບ​ປັ້ນ​ວາດ​ພາບ​ກ່ຽວ​ກັບ​ນັກຮົບ​ປະຕິວັດ​ໃນ​ຄາວ​ນັ້ນ ຂ້າພະ​ເຈົ້າ​​ຍິ່ງເຄົາລົບນັບຖື​ຄົນ​ລຸ້ນກ່ອນ.”

ໄປຢ້ຽມຢາມ  ເຂດປູຊະນີຍະສະຖານປະຫວັດສາດ   ປະຕິວັດ ຢູ່ ກົນດ໋າວ - ảnh 2
ຄອກເສືອ
ພາບ: ຈາກ internet

ຜ່ານ​ໄລຍະເວລາ​ກວ່າ 100 ປີ​ອັນ​ມືດ​ມົວ​ຂອງ​ລະບົບຄຸກ​ທີ່​​ຮ້າຍ​ແຮງ ນັບ​ແຕ່​ເມື່ອ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງສ້າງ​ຕັ້ງ​ຄຸກ ​ກົນ​ດ໋າວ ມາ​ຮອດ​ມື້ ກົນ​ດ໋າວ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ (1/5/1975 ) ມີ​ນັກຮົບ​ປະຕິວັດກວ່າ 20,000 ຄົນ​ຖື​ກ​ເສຍ​ຊີວິດ​ຢູ່​ກົນ​ດ໋າວ ​ແລະ ມາ​ຮອດ​ປະຈຸ​ບັນ ສຸສານ​ຮ່າງ​ເຢືອງ​ແມ່ນ​ສະຖານ​ທີ່ຝັງ​ສົບ​ຂອງ​ນັກ​ປະຕິວັດ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄົນແລ​ະ​ໃນ​ນັ້ນ​ຍັງມີ​ຂຸມ​ຝັງ​ສົບນັກຮົບ​ນິລະນາມນັບ​ພັນ​ຂຸມ. ທ່ານ ຮຸ​່ນວັນ​ຮຸ່ງ ຫົວຫນ້າ​ຫ້ອງການ​ທ່ອງ​ທ່ຽວ​ຊີວະ​ພາບ ​ແລະ ການ​ສຶກສາ​ສິ່ງ​ແວດ​ລ້ອມ ສັງກັດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ກົນ​ດ໋າວ ​ໃຫ້​ຮູ້​ວ່າ:

“ການທ່ອງ​ທ່ຽວ​ຈິດ​ວີນ​ຍານເຂົ້າ​ຢ້ຽມສຸສານ ຮ່າງ​ເຢືອງ ພິ​ເສດ​ແມ່ນ​​ເຂົ້າຢ້ຽມ ສຸສານ ​ເອື້ອຍ​ຫວໍ​ທິ​ເຊົາ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ນັກຮຽນ​ນັກ​ສຶກສາ, ຊາວ​ຫນຸ່ມ.... ​ເຄີຍ​ມາ​ແຫ່ງ​ນີ້​ເພື່ອ​ຢ້ຽມຢາມ​ເພື່ອ ອາ​ໄລ​ຫານັກຮົບ​ປະຕິວັດ​ກວ່າ 20.000 ຄົນ​ທີ່​ຖືກ​ເສຍສະຫລະ​ຊີວິດ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້ ​ແມ່ນ​ສຶກສາ​ມູນ​ເຊື້ອ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ລຸ້ນພໍ່​ລຸ້ນ​ອ້າຍ, ສຶກສາ​ໃຫ້​ລຸ້ນຫນຸ່ມ​ຝຶກ​ຝົນ​ຫລໍ່​ຫລອມ​ເຈດ​ຈຳນົງ, ນ້ຳ​ໃຈ​ສ້າງ​ສາ​ບ້ານ​ເກີດ​​ເມືອງ​ນອນ ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.”

ສຸສານ​ຮ່ວາງ​ເຢືອງມີ​ເນື້ອ​ທີ່​ 190.000 ຕາລາງ​ແມດ. ​ແຕ່​ມາ​ຮອດ​ປະຈຸ​ບັນ ສຸສານ​ແຫ່ງ​ນີ້​ບໍ່​ແມ່ນ​ແຫ່ງ​ທ້ອນ​ໂຮມອັດຖິ​ນັກຮົບ​ທີ່​ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ທັງ​ໝົດ​ ພຽງ​ແຕ່​ທ້ອນໂຮມ​ໄດ້​ກວ່າ 2000 ຂຸມ​ຝັງ​ສົບ​ເທົ່າ​ນັ້ນ, ​ໃນ​ນັ້ນ​ມີ​ 23 ຂຸມ​​ຝັງ​ສົບ​ລວມໝູ່ ,600 ຂຸມ​ຝັງ​ສົບ​ມີ​ຊື່, ສ່ວນ​ຍັງ​ເຫລືອ​ແມ່ນ​ນິລະນາມ. ​ແຕ່​ລະ​ຂຸມຝັງສົບຢູ່​ທີ່​ນີ້​ບໍ່​ພຽງ​ແຕ່ສະ​ແດງ​ໃຫ້​ເຫັນ​ຮອ່ງຮອຍ​ໂທດ​ກຳ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຫາກ​ຍັງ​ແມ່ນ​ຫນ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີຂອງ​ການ​ຕໍ່ສູ້​ໃນ​ຄຸກ, ສະ​ແດງ​​ໃຫ້​ເຫັນລັດທິ​ວັດທະນະທຳມະນຸດ ​ແລະ ​ລັດທິ​ວິລະ​ຊົນ​ປະຕິວັດ​ຫວຽດນາມ.

ລານແອນ

ຕອບກັບ

ຂ່າວ/ບົດ​ອື່ນ