ໄປຢ້ຽມຢາມວັດ ລີງອືງ - ບາຍບູດ

(vovworld)- ດາຫນັງແມ່ນສະຖານທີ່ຊື່ງນັກທ່ອງທ່ຽວ​ຫລາຍ​ຄົນຮູ້ຈັກເຖິງແມ່ນນະຄອນທີ່ສວຍ​ງາມ​ຕັ້ງ​ຢູ່​ແຄມ​​ແມ່​ນ້ຳ ຮ່າ​ນ. ຈຸດ​ທີ່​ດູດ​ດື່ມ​ຂອງ​ນະ​ຄອນ​ແຫ່ງ​ນີ້​ບໍ່​ພຽງ​ແຕ່​​ແມ່ນຄວາມ​ງາມ​ທີ່ທຳ​ມະ​ຊາດ​ໄດ້​ດົນ​ບັນດານ​ໃຫ້ຄື: ນະຄອນ​ໃກ້​ກັບ​ພູ ​ແລະ ທະ​ເລ​ເທົ່າ​ນັ້ນ ຫາກ ດາ​ຫນັງ​ຍັງ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ທັດສະນີ​ຍະ​ພາບ, ປູຊະນີ​ຍະສະ​ຖານ​ຫລາຍ​ແຫ່ງ​ຂອງ​ພາ​ກກາງ ຫວຽດນາມ ອີກ​ດ້ວຍ. ​ໃນ​ລາຍການ​ທ່ອງ​ທ່ຽວ​ພາກ​ນີ້ ​ເຊີນ​ທ່ານ​ແວ່​ຢາມ​ວັດ ລີງ​ອື​ງ ບ໋າ​ຍບູດ, ຊ່ື​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ທີ່​ລື​ຊື່​ຂອງ​ນະ​ຄອນ ດາ​ຫນັງ.

        ​ໂດຍ​ຫ່າງ​ຈາກ​ໃຈກາງ​ນະຄອນ ດາ​ຫນັງ ທາງ​ທິດ​ຕາ​ເວັນ​ອອກສຽງ​ເຫນືອ​ປະມານ 10 ກິ​ໂລ​ແມດ, ວັດ ລີງ​ອື​ງ ຖືກຕັ້ງ​ຢູ່​ແຫລມ​ເຊີນ​ຈ່າ ​ໃນ​ລະດັບ​ສູງ​ເກືອບ 200 ​ແມັດ​ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ. ວັດ​ແຫ່ງ​ນີ້​ມີ​ທີ່​ຕັ້ງ ​ແລະ ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ. ​ວັດ ລີງ​ອື​ງ ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເນື້ອ​ທີ່​ປະມານ 20 ​ເຮັກຕາ ອີງ​ຫລັງໃສ່​ພູ ​ແລະ ມູ່ງຫນ້າ​​ສູ່​ທະ​ເລ. ຈາກ​ທີ່​ຕັ້ງ​ພິ​ເສດ​ນີ້, ນັກ​ທ່ອງ​ທ່ຽວ​ສາມາດ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ນະຄອນ ດາ​ຫນັງ​ທັງ​ໝົດ​ໄດ້. ຕາມ​ການ​ເລົ່າ​ຂານຂອງ​ພະ​ອາຈານ​ໃຫຍ່ ທິກ​ທ້ຽນ​ຫງວ້ຽນ, ​ເຈົ້າ​ອະ​ທິການ​ວັດ ລີງອືງ-ບາ໋ຍບູດ(ໝາຍ​ເຖິງ​ຫາດ​ຊາຍ​ທະ​ເລ​ມີ​ພະພຸດທະ​ເຈົ້າ)ແລ້ວ, ໃນສະໄຫມເຈົ້າຊີວິດມີງມ້າງ, ຊາວປະມົງ

ຢູ່ແຄມທະເລແຫ່ງນີ້ ໄດ້ພົບເຫັນພະພຸດທະຮູບຢູ່ຫາດຊາຍທະເລ ແລະ ​ໄດ້​ສ້າງສາ​ນບູຊາ, ນັບ​ແຕ່​​ເວລາ​ນັ້ນ​ເປັນ​ຕົ້ນ​ມາ​ໄດ້​ປະກົດ​ມີພະ​ພຸດ​ມາ​ຊ່ວຍ​ກູ້​ໄພ​ກູ້​ຊີບ, ຊ່ວຍ​ຊາວ​ປະມົງ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃນ​ການທຳ​ມາ​ຫາ​ກິນ​. ມາ​ຮອດ​ປີ 2004, ພະ​ອາຈານ​ໃຫຍ່ ທີ​ກທ້ຽນ​ຫງວ້ຽນ ​ໄດ້​ ​ຂົນ​ຂວາ​ຍສາສະ​ນິກກະ​ຊົນ​ທັງຢູ່​​ໃກ້ ​​ແລະ​ ໄກ ກໍ່ສ້າງ​ວັດ ລີງ​ອື​ງ ບາຍ​ບູດ. ພາຍຫລັງ 6 ປີ, ວັດ​ລີງ​ອື​ງ ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ຢູ່​ເທິງ​ພູ ​ເຊີນ​ຈ່າ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ຂອງ​ພຸດທະສາ​ສະຫນາ​ຫວຽດນາມ ​ໃນສັດຕະວັດ​ທີ 21.

ໄປຢ້ຽມຢາມວັດ ລີງອືງ - ບາຍບູດ - ảnh 1
ຮູບ​ປັ້ນເຈົ້າ​ແມ່ກວນ​ອີນມີຄວາ​ມສູງ 67 ​ແມດ
ພາບ: internet

        ​ເມື່ອ​ໄປ​ຢ້ຽມຢາມ​ວັດ ລີງ​ອື​ງ ບາຍ​ບູດ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້ສຶກ​ຄື​ດັ່ງ​ມີ​ຊີວິດ​ຢູ່​​ແດນ​ສະຫວັນແທ້. ຢູ່​ໃນ​ເດີນ​ວັດ ມີ​ຮູບ​ປັ້ນ​ພະອໍລະຫັນ 18 ອົງ, ​ແຕ່​ລະ​ອົງ​​ມີ​ສີ​ຫນ້າ​ແຕກ​ຕ່າງ​ກັນ ​ແລະສະ​ແດງ​ໃຫ້​ເຫັນຄວາມ​ຮູ້ສຶກ​ຢ່າງຊີວິດ​ຊີວາ. ​ແລະ ນີ້​ກໍ​ແມ່ນ​​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກ​ສິລະ​ປະການ​​ແກະ​ຄວັດ​ສະຫລັກ​ຫີນ​ສະ​ແດງ​ສີມື​​ທີ່​ຄ່ອງ​ແຄ້ວຂອງ​ຕົນ. ຍ້ອນ​ບັນດາ​ຮູບປັ້ນພະອໍລະຫັນ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ກຸ່ມ​ສະຖາປັດຕະຍະກຳ​ຢູ່​ອ້ອມ​​ແອ້ມ​ວັດ​ລີງ​ອື​ງ ຍີ່​ງມີ​ຄວາມ​ເປັນ​ເອກະລັກ​ສະ​ເພາະ ​ແລະ ດູດດື່ມ​ກວ່າ. ທ່ານ ຮ່າ​ມີ​ງກວາງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ​​ໃຫ້​ຮູ້​ວ່າ:

        “​ເປັນ​ຄັ້ງ​ທຳ​ອິດ​ພວກ​ຂ້າພະ​ເຈົ້າ​​ດ​ມາ​ຢ້ຽມຢາມ​ວັດ ລີງ​ອື​ງ,​ ດາ​ຫນັງ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ຢູ່​ທີ່​ນີ້ແມ່ນ​ແຫ່ງ​ທີ່​ສັກສິດ. ມາ​ຮອດ​ນີ້​​ແລ້ວ ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ຂອງ ພູ, ທະ​ເລ ​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ, ຕົນ​ເອງ​ຮູ້ສຶກ​ສະຫວາດສະ​ເຫວີຍທີ່​ສຸດ. ຫ່າງ​ຈາກ​ນີ້​ປະມານ 5 - 6 ກິ​ໂລ​ແມດ​ພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ຮູບປັ້ນເຈົ້າ​​ແມ່​ກວນອີນແລ້ວ. ນັບ​ແຕ່​ຄາວ​ຍັງ​ນ້ອຍ​ຈົນ​ເຖິງ​ປະຈຸ​ບັນ, ຂ້າພະ​ເຈົ້າ​ບໍ່​ທັນ​ເຫັນ ຮູບປັ້ນ​​ໃດ​ສວຍ​ງາມ ​ແລະ ມີ​ຄວາມ​ສູງ​ຄື​ແນວ​ນີ້​ເທື່ອ.”

        ວັດ​ລີງ​ອື​ງ ມີ​ທີ່​ຕັ້ງ​ພະ​ເສດ​ຢູ່​ນະຄອນ ດາ​ຫນັງ. ສິ່ງ​ພິ​ເສດ ​ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ​ວັດ​ ລີງ​ອື​ງ ບາຍ​ບູດ ​ແມ່ນ​ຮູບ​ປັ້ນເຈົ້າ​ແມ່ກວນ​ອີນ ​ຊື່​ງ​ໄດ້​ຮັບ​ຖື​ວ່າ​ ມີ​ຄວາມສູງ​ກວ່າ​ໝູ່​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ດ້ວຍ​ຄວາ​ມສູງ 67 ​ແມດ, ​ເທົ່າ​ທຽມ​ກັບ​ອາຄານ 30 ຊັ້ນ. ຢູ່​ພາຍ​ໃນ​ຂອງ​ຮູບ​ປັ້ນ​ນີ້ ປະກອບ​ມີ 17 ຊັ້ນ, ​ແຕ່​ລະ​ຊັ້ນ​ລ​ວມມີ​ຮູບ​ປັ້ນ​ພະ​ພຸດທະ​ເຈົ້າ 21 ອົງ​ດ້ວຍ​ຮູບຊົງ​ ແລະ ສີ​ຫນ້າແຕກ​ຕ່າງ​ກັນ. ມາ​ຢ້ຽມຢາມ​ວັດ ລີງ​ອື​ງ ບາຍ​ບູດ, ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ຮູ້​ສຶກສະ​ຫງົບ​ງຽບ ​ແລະ​ປາສະຈາກ​ຄວາມ​ວິຕົກ​ກັງວົນ​​ໃນ​ວຽກ​ງານ​ກໍ​ຄື​ໃນ​ຊີວິດ​ປະຈຳ​ວັນເພື່ອ​ມຸ່ງ​ໄປ​ເຖິງ​ສິ່ງ​ທີ່​ດີ. ທ່ານ​ນາງ ຫງວຽນ​ທິ​ເຟື້ອງ, ຊາວ​ນະຄອນ ດາ​ຫນັງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມັກ​ເຂົ້າ​ຢ້ຽມຢາມ​ວັດ​ແຫ່ງ​ນີ້, ​ໂດຍສະ​ເພາະ​​ແຕ່ລະ​ເດືອນ​ໃນ​ວັນ​ທີ 15, 30 ຫລື​ ວັນ​ທີ 1 ​ໄລ່​ຕາມ​ຈັນທະ​ປະຕິທິນ. ເພາະວ່າ ມາ​ແຫ່ງ​ນີ້​ເຫັນ​ວ່າ ທິວ​ທັດ​ທຳ​ມະ​ຊາດ​ແມ່ນ​ງາມຫລາຍ, ບັນຍາ​ກາດ​ກໍ​ສະຫງົບ​ງຽບ ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຮູ້ສຶກ​ສະບາຍ​ໃຈ ​ແລະ ສະຫວາດສະ​ເຫວີຍ.”

ໄປຢ້ຽມຢາມວັດ ລີງອືງ - ບາຍບູດ - ảnh 2
ວັດລີງອືງ
ພາບ:danangcity.gov.vn

        ສຳ​ລັບ​ຊາວ​ປະມົງ​ຢູ່​ເຂດ​ທະ​ເລ ດາ​ຫນັງ, ​ເຂົາ​ເຈົ້າ​ສາມາດ​ເຫັນ​ໄດ້​ຮູບປັ້ນ​ເຈົ້າ​ແມ່​ກວນ​ອີນ​ແຕ່​ໄກ, ບໍ່​ພຽງ​ແຕ່​ໃນ​ຍາມກາງ​​​ເວັນ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຍາມກາງຄືນ​ອີກ​ດ້ວຍ. ຮູບ​ປັ້ນ​ນີ້​​ແມ່ນ​ຄ້າຍຄື​ປາ​ພະ​ຄານ​ຊ່ວຍ​ໃຫ້​ບັນດາ​ຜູ້​​ເດີນ​ເຮືອຫາ​ປາ​ຮູ້ສຶກ​ປອດ​ໄພ, ​ເປັນ​ຕົ້ນ​ໃນ​ມື້​ທີ່​ຖືກ​ຝົນຕົກ​ຫນັກ ​ແລະນ້ຳຖ້ວມ. ອ້າ​ຍ ຮູ່ນວັນ​ເຕີ, ຊາວ​ປະມົງ​ຢູ່​ຕາ​ແສງ ທໍ້​ກວານ, ​ເມືອງ​ເຊີນ​ຈາ ​ໃຫ້​ຮູ້​ວ່າ:

        “​ໃນ​ຈິດ​ສຳນຶກ​ຂອງ​ຂ້າພະ​ເຈົ້າ, ຮູບ​ປັ້ນ​ເຈົ້າ​ແມ່​ກວນ​ອີນ ​ແມ່ນ​ສວມ​ບົດບາດ​ສຳຄັນ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ເມື່ອ​ເດີນ​ເຮືອ​ອອກ​ສູ່​ທະ​ເລຫາ​ປາ ຍາມ​ໃດ​ກໍ​ຄິດ​ເຖິງ​ເຈົ້າ​ແມ່​ກວນ​ອີ​ນ, ພາວະນາ​ຂໍ​ໃຫ້​ສິ່ງ​ທີ່​ໂຊກ​ດີ. ພວກ​ຂ້າພະ​ເຈົ້າ​ກໍ​ຄິດ​ວ່າ ​ເຈົ້າ​ແມ່​ກວນ​ອີນກໍ​ຕິດຕາມ​ພວກ​ຂ້າພະ​ເຈົ້າຕະຫລອດ.”

        ບາຍ​ບູດ ຕັ້ງ​ຢູ່​​ເຄິ່ງກາງ​ໂນນ​ພູ ​ແລະ ປ່າ​ໄມ້​ຢູ່​ຕໍ່ຫນ້າ​ວັດ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ກວ່າ​ໝູ່​ຢູ່​ເຂດ ​ເຊີນ​ຈ່າ. ບາຍ​ບູດ ​ແມ່ນ​ຈຸດ​ນັດ​ພົບ​ຂອງ​ບັນດາ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ, ​ແມ່ນ​ແຫ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມັກ​ຄວາມ​ງາມ​ແບບຮົກ​ເຮື້ອເປົ່າ​ຫວ່າງ​ເປັນ​ຈຳ​ນວນ​ຫລວງຫລາຍ. ​ໃນ​ວັນ​ນີ້, ດາ​ຫນັງ ພວມ​ປ່ຽນ​ແປງ​​ໃຫມ່​​ໃນ​ແຕ່​ລະ​ມື້ ​ແລະ ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ໃຫມ່, ​ແຕ່​ບັນຍາ​ກາດ​ຢູ່​ວັດ ລີ​ງອື​ງ ຍັງ​ຄົງ​ສະຫງົບ​ງຽບດ້ວຍ​ສຽງ​ລະຄັງ​ກ້ອງ​ກັນ​ວານ​ໄປທົ່ວ, ສຽງ​ຄື້ນທະ​ເລກະທົບ​ຝັ່ງທີ່​ເປັນຈັງ​ຫວະ​ໄດ້​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວທີ່​ສຸດ. ນີ້​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ດ້ານ​ຈິດ​ວິນ​ຍານ​ທີ່​ດູດ​ດື່ມ​ຢ່າງ​ແທດ​ຈິງ​ຂອງ​ນະຄອນ ດາ​ຫນັງ.

        ດາ​ຫນັງ ບໍ່​ພຽງ​ແຕ່​ມີ​ທ່າ​​ແຮງ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ, ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ​ເທົ່າ​ນັ້ນ ຫາກ​ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ຢູ່​ນະຄອນ ທະ​ເລ ພາກ​ກາງ​ຫວຽດນາມ. ສະ​ນັ້ນ ວັດ​ລີງ​ອື​ງ ບາຍບູດ ​ແລະ ບັນດາ​ວັດວາອາ​ຮາມ​ຢູ່​ນະຄອນ​ດາງ​ຫນັງ ພວມ​ກາຍ​ເປັນ​ສະຖານ​ທີ່​ດູດ​ດື່ມ​ໃນ​ລາຍການ​ທ່ອງ​ທ່ຽວ​ຄົ້ນ​ຫາ ດາ​ຫນັງ.

ຕອບກັບ

ຂ່າວ/ບົດ​ອື່ນ