ໄປຢ້ຽມຢາມເທວະສະຖານ ໝີ້ເຊີນ

(vovworld) - ​ໃນ​ຊຸມ​ມື້​ຕົ້ນ​ເດືອນ 5/2012, ອາກາດ​ຢູ່ ​ແຂວງ ກວ໋າງນາມ ທາງ​ພາກ​ກາງ​ຫວຽດນາມ ຮ້ອນ​​ເອົ້າ​ຫລາຍ, ​ແຕ່​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ເທວະສະຖານ ໝື້​ເຊີນ​ ກໍ່​ບໍ່ຫລຸດ​ລົງ​​​​ເທື່ອ. ​​​ໃນເຂດ​ເທວະສະຖານ​ນີ້ ​ມີ​ທາດ​ບູຮານ​ 2,3 ​ແຫ່ງ, ທີ່​ຖືກຫັກ​ພັງ, ດິນຂໍ​​​, ດິນ​ຈີ່, ຢັ່ງ​ຢາຍ​ເດຍລະດາດ​​ເຕັມ​ຫນ້າດິນ​. ​​ແຕ່​ສິ່ງ​ໃດ​​​ເປັນ​ສາຍ​ເຫດ​ທີ່ພາ​ໃຫ້ນັກ​ທ່ອງ​ທ່ຽວ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ ໝີີ້​ເຊີນ​ນັບ​ມື້​ນັບ​ຫລາຍ.

ໄປຢ້ຽມຢາມເທວະສະຖານ ໝີ້ເຊີນ - ảnh 1
ເທວະສະຖານໝີ້​ເຊີນ
ພາບ:danangbech.vn

      ໝີ້​ເຊີນ ຂຶ້ນ​ກັບ​ຕາ​ແສງ ຢູຍຟູ ​ເມືອງ ຢູຍຊວຽນ ຫ່າງ​ຈາກ​ນະຄອນ​ດາ​ຫນັງ​ທາງທິດຕາເວັນຕົກສຽງໃຕ້ປະມານ 70 ກິ​ໂລ​ແມດ, ນັກທ່ອງທ່ຽວສາມາດເຊົ່າລົດຈັກ ຫລື ​ຂີ່ລົດເມ​ໃນເວລາປະມານ 1 ຊົ່ວໂມງກໍຈະ​ມາຮອດ​ເຂດ​​ເທວະສະຖານ​ ໝີ້​ເຊີນ

        ໝີ້ເຊີນ ແມ່ນເທວະສະຖານຂອງສາສະຫນາຮິນດູ ​ແຫ່ງລາຊະອານາຈັກ ຈຳປາ, ປະຈຸບັນຢູ່ທີ່ນີ້ ຍັງມີຮ່ອງຮອຍກິດຈະກຳ 70 ແຫ່ງ ຊຶ່ງໄດ້ຮັບການກໍ່ສ້າງ ດ້ວຍດິນ​ຈີ່, ຫີນ ນັບແຕ່ສັດຕະວັດທີ 7 ​ເຖິງ​ສະຕະວັດ​ທີ 13. ບັນດາວິຫານ​ໃຫຍ່ຢູ່ ໝີ້ເຊີນ ແມ່ນບູຊາເທວະດາ Siva ​ເຊິ່ງແມ່ນຜູ້ປົກປ້ອງບັນດາເຈົ້າຊີວິດ ຈຳປາ. ແລະ ເທວະດາໄດ້ຮັບການບູຊາຢູ່ ໝີເຊີນ ແມ່ນ Bhadresvara ຊຶ່ງແມ່ນເຈົ້າຊີວິດ​ຜູ້ທຳອິດຂອງເຂດ Amaravati ໃນທ້າຍ​ສັດຕະວັດ​ທີ 4. ຫນຶ່ງ​ໃນ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ໃນ​ສະຖາປັດຕະຍະກຳ​ທາດ​ຈຳ ນັ້ນ​ແມ່ນຮູບຄວັດ​ສະຫຼັກຢູ່​ເທິງ​ຝາ​ທາດ ​ແລະ ດິນ​ຈີ່​ກໍ່ສ້າງ​ທາດ. ຊາວ​ຈຳ​ໄດ້​ນຳ​ໃຊ້​ປູນ​ຊາຍ​ບາງ​ໆເພື່ອ​ກໍ່ສ້າງ​ທາດ ​ແລະ ບັນດາ​ນັກ​ສິລະ​ປະ​ກຳ​ໄດ້​​​ແກະ​ສະຫລັກ​ໂດຍ​ກົງ​ເທິງ​ຝາ​ດິນ​ຈີ່ດ້ວຍ​​ລວດລາຍ​ທີ່ລະອຽດອ່ອນ, ​ແລະ ຄ່ອງ​ແຄ້ວ. ສິ່ງ​ດັ່ງກ່າວ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມາ​ແຫ່ງ​ນີ້​ເພື່ອ​ເຫັນ​ປະຈັກ​ຕາ​ສິ່ງ​ມະຫັດສະຈັນ​ຂອງ​ບັນດາ​ກິດຈະກຳ​​ໃນ​ໝີ້​ເຊີນ. ​ໂດຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ທີ່ມາຈາກ​ນະຄອນ ​ໂຮ່ຈິ​ມີນ, ລຸ​ງ  Dinh Ngan ໃຫ້ຮູ້ວ່າ: ນີ້​ເປັນຄັ້ງທຳອິດທີ່ຄອບຄົວຂອງລຸງມາຢ້ຽມຊົມ ໝີ້ເຊີນ.

        “ເມື່ອ​ໄດ້​ຮູ້ວ່າ ເທວະສະຖານໝີ້ເຊີນແມ່ນທັດສະນີຍະພາບລະດັບຊາດ ແລະ ມໍລະ​ດົກໂລກ,  ພວກຂ້າພະເຈົ້າ​ໄດ້ພາ​ຄອບຄົວ​ມາ​ຢ້ຽມຢາມ. ແລະ ເມື່ອມາ​ຮອດ​ແລ້ວ ​ໄດ້ເຫັນປະຈັກຕາ​ກິດຈະກຳ​ບູຮານ​ແຫ່ງ​ນີ້​ ພວກຂ້າພະເຈົ້າ​ຈຶ່ງ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ລະອຽດກ່ຽວ​ກັບ​ວັດທະນະທຳ​ຂອງ​ເຜົ່າ​ຈຳ.”

        ສ່ວນ​ນາງ Tran Thi Du Hoai ​ກໍ​​ແມ່ນ​ນັກ​ທ່ອງ​ທ່ຽວມາ​ຈາກ​ນະຄອນ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ໄປ​ເຖິງ​ໝີ້​ເຊີນ​ ກໍ​ສະດວກ​ສະບາຍຫລາຍ​ແລ້ວ, ຄ່າ​ໃຊ້ຈ່າຍກໍ່​ບໍ່​ແພງ​ປານ​ໃດ, ທິວທັດ​ທຳ​ມະ​ຊາດ ​ແລະ ສະຖາປັດຕະຍະກຳ​ຢູ່ ໝີ້​ເຊີນ​ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈທີ່​ສຸດ​​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ສະຖາປັດຕະຍະກຳ​ແມ່ນ​ມີ​ຄຸນ​ນະພາ​ບດີ​ຫລາຍ, ​ຜ່ານໄລຍະ​ເວລາ​​ຍາວ​ນານ​ຄື​ແນວ​ນັ້ນ ​ແຕ່​​ເຂດ​​ເທວະສະຖານ​ໝີ້​ເຊີນ ຍັງ​ຄົງ​ຮັກສາ​ຈຸດ​ດັ້ງ​ເດີມ​ໄວ້​ໄດ້. ກິດຈະກຳ​​ນີ້ພຽງ​ແຕ່​ກໍ່ສ້າງ​ດ້ວຍ​ດິນຈີ່​ເທົ່າ​ນັ້ນ, ບໍ່​ມີ​ຊີມັງ​ປະສົມ​​​ເລີຍ ແຕ່​ມັນ​ຍັງຄົງ​ຮັກສາ​ຮູບ​​ເດີມ​ໄວ້ໄດ້ຄື​ເກົ່າ”

        ​ເມື່ອປີ 1898, ນັກວິທະຍາສາດ​ຊາວ​ຝລັ່ງຄົນ​ຫນຶ່ງ ທີ່ມີ​ຊື່ວ່າ: MC Paris ​ໄດ້​ພົບ​ເຫັນ​ໝີີ້ເຊີນ ​ແລະ ຮູ້ສຶກ​​ແປກ​ປະຫລາດ​ໃຈ​ຕໍ່​ຄວາ​ມງາມ​ແບບ​ດັ່ງ​ເດີມ. ທາດ​ທີ່​ຍັງ​ເຫຼືອ 30 ​ແຫ່ງຢູ່​ໝີ​້​ເຊີນ ລ້ວນ​ແຕ່​ໄດ້​ຮັບ​ການ​ກໍ່ສ້າງນັບ​ແຕ່​ສັດຕະວັດ​ທີ 4 ຫາ 13 ​ແລະ ກາຍ​ເປັນ​ຫໍພິພິດທະພັນ​ສະຖາປັດຕະຍະກຳ ​ແລະ ສິລະ​ປະຄວັດ​​ສະຫລັກ​ອັນ​ລ້ຳ​ຄ່າ​, ກໍ່​ຄື​ພື້ນຖານ​ວັດທະນະທຳຂອງ​ເຜົ່າ​ຈຳ. ສິລະ​ປະ​​ໃນ​ການການ​ກໍ່ສ້າງ, ການແກະສະຫລັກກ່ຽວ​ກັບ​ໂລກ​ຈັກກະວານ, ​ເທວະ​ດາ, ມະນຸດ ​ໄດ້​ນຳ​​ເອົາຄວາມ​ງາມ​ຢູ່​ອາຊີ​ຕາ​ເວັນອອກສຽງ​ໃຕ້ມາ​ໃຫ້​ເຂດ​ວິຫານ​ນີ້. ທາດ​ຈຳ ໝີ້​ເຊີນ ຍັງ​ມີສິ່ງ​ເລິກ​ລັບ​ຫນຶ່ງອີກ​, ນັ້ນ​ແມ່ນ​ສິລະ​ປະ​​ແກະ​ສະຫລັກ​ຢ່າງ​ຄ່ອງ​ແຄ້ວເທິງ​ດິນ​ຈີ່​​. ຜ່ານ​​ການ​ເວລາ, ການ​ທຳລາຍ​ຢ່າງ​ຫນັກຫນ່ວງຈາກ​ສົງຄາມ, ​​ແລະ ໄພ​ທຳ​ມະ​ຊາດ ​ແຕ່ສິ່ງ​ທີ່​ຍັງ​ເຫຼືອ​ຢູ່ເທວະສະຖານ​ໝີ້​ເຊີນ ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​​ແບບ​ເລິກ​ລັບ, ມະຫັດສະຈັນ, ອັນ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ໃນ​ໂລກ​ມາ​ຢ້ຽມຢາມເປັນ​ຈຳນວນ​ຫລວງຫລາຍ. ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງທີ່ມາ​ຈາກ ​ແອດ​ສະ​ປາຍ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​​ໄດ້ມາ​ຢ້ຽມຢາມ​ນະຄອນ ຮ່າ​ໂນ້ຍ, ​ເຫ້ວ, ຮ້າ​ລອງ, ດາ​ໜັງ, ​ໂຮ້ຍອານ ​ແລະ ໝີ້​ເຊີນ. ​ແຕ່ລະ​ແຫ່ງ​ລ້ວນ​​ແຕ່ມີ​ຄວາມ​ງາມແຕກ​ຕ່າງ​ກັນ. ​ເມື່ອມາ​ແຫ່ງ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກ​ເສຍດາຍ​ຫລາຍ ຍ້ອນ​ວິຫານ, ທາດ ຢູ່​ທ່ີ​ນີ້​​​ໄດ້ຖື​ກສົງຄາມ​ທຳລາຍ​ຫຼາຍ. ທຸກສິ່ງ​ທຸກ​ຢ່າງ​ຢູ່​ທີ່​ນີ້ ລ້ວນ​ແຕ່​ມີ​ຄວາມ​ງາມ​ທີ່ແຕກ​ຕ່າງ​ກັບ​ວັດທະນະທຳ​ຂອງ​ປະ​ເທດພວກ​ຂ້າພະ​ເຈົ້າ. ບັນດາ​ທັດສະນີ​ຍະ​ພາບ​ຢູ່​ທີ່​ນີ້​ງາມ​ຫລາຍ, ທິວ​ທັດ​ທຳ​ມະ​ຊາດ​ກໍ​ສວຍ​ງາມ ​ແລະ ປະຊາຊົນ​ກໍ​ແມ່ນ​ຜູ້​ຮັກ​ແພງ​ແຂກຄົນ.”

        ​ວິຫານ ​ແລະ ທາດ​ຢູ່​ເທວະສະຖານ ໝີ້​ເຊີນ ຍັງ​ເຫລືອພຽງ 2, 3 ​ແຫ່ງ​ເທົ່າ​ນັ້ນ ​​ແຕ່ຄຸນ​ຄ່າ​ດ້ານ​ສິລະ​ປະ ​ແລະ ຈິດ​ວິນ​ຍານ​ຂອງມັນຍັງ​ຄົງ​ສ້າງ​ຄວາມ​ສົນ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​​ທຸກ​ຄົນ. ​ທ່ານ Huynh Tan Lap ຮອງ​ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ​ແລະ ທ່ອງ​ທ່ຽວ ໝີ້​ເຊີນ​ໃຫ້​ຮູ້​ວ່າ:

        “​ເງື່ອນ​ໄຂ​ທຳ​ມະ​ຊາດ​ຢູ່​ທີ່​ນີ້​ບໍ່​​ເອື້ອອຳນວຍ​ຄວາມ​ສະດວກ, ຝົນຕົກ​,ໄພ​ນ້ຳ​ຖ້ວມ​​ເກີດ​ຂຶ້ນຢ່າງ​ຮ້າຍ​ແຮງ ໃນ​ແຕ່ລະ​ປີໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ເຂດ​​ເທວະສະຖານ​ໝີ້​ເຊີນ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​ ຄຸນຄ່າ​ຂອງ​ມໍລະດົກ​ໝີ້​ເຊີນ​ຍັງ​ຄົງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກປະຊາ​ຄົມ​ໂລກ ​ແລະ ປະຊາຊົນ​ພາຍ​ໃນ​ປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ. ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ໝີ້​ເຊີນ ​​ໄດ້ເພີ່ມ​ຂຶ້ນ​ສູງ​ໃນ​ແຕ່ລະ​ປີ. ປີ 2011 ມີ​ນັກ​ທ່ອງ​ທ່ຽວ​ກວ່າ 200.000 ​ເທື່ອ​ຄົນ​ມາ​ຢ້ຽມ​ຢາມ. ​ສ່ວນ ປີ 1999 ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ພຽງ 2, 3 ໝື່ນ​ຄົນ/ປີ.”

ໄປຢ້ຽມຢາມເທວະສະຖານ ໝີ້ເຊີນ - ảnh 2
ເທວະສະຖານໝີ້ເຊີນ
ພາບ:vntime.com.vn

        ປະຈຸ​ບັນ ໝີ້​ເຊີນ ກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເມື່ອ​ມາ​ຢ້ຽມຢາມ​ພາກ​ກາງ ຫວຽດນາມ. ສະ​ເລ່ຍ​​ໃນແຕ່​ລະ​ມື້ ​ເຂດ​ປູຊະນີ​ຍະສະ​ຖານ​ນີ້​ຕ້ອນຮັບນັກ​ທ່ອງ​ທ່ຽວ​ແຕ່ 500- 700 ​ເທື່ອ​ຄົນ, ພິ​ເສດ​ໃນ​ຊຸມ​ມື້​ທ້າ​ຍອາທິດ ຫລື​ວັນ​ບຸນຕ່າງໆ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ໝີ້​ເຊີນ​ ​ໄດ້ເພີ່ມ​ຂຶ້ນ​ແຕ່ 1.200 - 1.500 ​ເທື່ອ​ຄົນ. ​​ນອກ​ນັ້ນ, ການ​ບໍລິການ​ຢູ່​ທີ່​ນີ້ກໍນັບ​ມື້​ນັບ​ໄດ້​ຮັບ​ການ​ຍົງ​ສູງ​ຂຶ້ນ. ປະຈຸ​ບັນ ໝີ້​ເຊີນ​ ​ແມ່ນ​ທັດສະນີ​ຍະ​ພາບ, ​ແມ່ນສະຖານ​ທີ່​ທ່ອງ​ທ່ຽວທີ່​ດຶງດູ​ດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ທັງ​ແມ່ນ​ແຫ່ງ​ເພື່ອ​ຄົ້ນ​ຄ້ວາ​ກ່ຽວກັບ​ວັດທະນະທຳ​ຂອງ​ຊາວ​ຈຳປາ​ບູຮານ.

ລານແອງ

ຕອບກັບ

ຂ່າວ/ບົດ​ອື່ນ