APEC 2023: ສ້າງອະນາຄົດໃຫ້ຍືນຍົງ

(VOVWORLD) -

ກອງປະຊຸມບັນດາການນຳເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 30 ພວມຈັດຂຶ້ນຢູ່ San Francisco, ປະເທດ ອາເມລິກາ ໃນລະຫວ່າງວັນທີ 15 17 ພະຈິກ. ໂດຍແມ່ນບ່ອນຊຸກຍູ້ບັນດານະໂຍບາຍເສດຖະກິດພາກພື້ນ ອາຊີ - ປາຊີຟິກ, ຍູ້ແຮງການຄ້າ ແລະ ການລົງທຶນເສລີ, ຍຸຕິທຳ ແລະ ເປີດເຜີຍ, ໃນ APEC 2023 ມີບັນດາຄຳໝັ້ນສັນຍາຢ່າງແຮງຕາມທິດປ່ຽນແປງໃໝ່ກ່ວາ, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ຮອບດ້ານ, ໃນສະພາບການທີ່ເສດຖະກິດໂລກພວມຕ້ອງຜ່ານຜ່າບັນດາການຜັນແປຫຼາຍຢ່າງ.

APEC 2023: ສ້າງອະນາຄົດໃຫ້ຍືນຍົງ - ảnh 1ປ້າຍຄຳຂວັນຂອງ APEC 2023 (ພາບ:AP)

        ດ້ວຍຫົວຂໍ້ວ່າ “ສ້າງອະນາຄົດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງໃຫ້ແກ່ທຸກໆຄົນ”, ກອງປະຊຸມ ມີການເຂົ້າຮ່ວມຂອງບັນດາການນຳ, ເຈົ້າໜ້າທີ່ລັດຖະບານ, ຜູ້ອຳນວຍການດ້ານບໍລິຫານວິສາຫະກິດ ແລະ ນັກຮຽນຮູ້ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC, ມຸ່ງໄປເຖິງເປົ້າໝາຍສ້າງພາກພື້ນ APEC ທີ່ມີລັກສະນະຮ່ວມສຳພັນ, ປ່ຽນແປງໃໝ່ ແລະ ກວມລວມກ່ວາ.

ຈິນຕະນາການໃໝ່, ສ້າງວິທີເຮັດໃໝ່ຕໍ່ບັນດາຄຳຮຽກຮ້ອງຕ້ອງການໃໝ່

        ກອງປະຊຸມໄດ້ດຳເນີນໃນຈຸດເວລາທີ່ເສດຖະກິດໂລກພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດໂລກຍັງບໍ່ທັນໄດ້ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ພັດສືບຕໍ່ຖືກຜົນກະທົບຈາກບັນດາການປະທະກັນຢູ່ຫຼາຍພາກພື້ນ ເຮັດໃຫ້ການເຕີບໂຕດ້ານເສດຖະກິດຂອງທົ່ວໂລກຫລຸດລົງ. ຊ່ອງຫວ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກເພີ່ມຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບໜັກໜ່ວງກ່ວາ. ໃນຂະນະນັ້ນ, ທ່າອ່ຽງອາລັກຂາ, ການແບ່ງແຍກເພີ່ມຂຶ້ນຢ່າງແຮງ. ເຖິງວ່າ ວິທະຍາສາດ - ເຕັກໂນໂລຊີ ພັດທະນາໄວ, ດ້ວຍກຳລັງການກະທົບກະຈາຍອອກຢ່າງກ້ວາງຂວາງທົ່ວໂລກ ແຕ່ຂອບເຂດລະບອບລະບຽບການຍັງຈຳກັດຢູ່ໃນລະດັບຊາດໂດຍພື້ນຖານ. ການລະດົມແຫຼ່ງກຳລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງຍັງຈຳກັດຢູ່.

        ບັນດາສິ່ງທ້າທາຍເຫລົ່ານັ້ນ ຮຽກຮ້ອງໃຫ້ແຕ່ລະພື້ນຖານເສດຖະກິດ ຍາກທີ່ຈະສາມາດແກ້ໄຂເອງໄດ້ ນັ້ນຕ້ອງມີການຮ່ວມມືຢູ່ໃນລະດັບພາກພື້ນ ແລະ ທົ່ວໂລກ. ການເຕີບໂຕເສດຖະກິດອີງໃສ່ການບໍລິໂພກອຸປະໂພກ, ການຂຸດຄົ້ນຊັບພະຍາກອນທຳມະຊາດ ຕ້ອງປ່ຽນແທນດ້ວຍຮູບແບບເສດຖະກິດໝູນວຽນ, ຍືນຍົງກ່ວາ. ການຮ່ວມມືບໍ່ພຽງແຕ່ມຸ່ງໄປເຖິງການຫລຸດຜ່ອນອາຍພິດ, ຫັນປ່ຽນພະລັງງານສະອາດເທົ່ານັ້ນ, ຫາກຕ້ອງສ້າງເງື່ອນໄຂເພື່ອໃຫ້ທຸກໆພື້ນຖານເສດຖະກິດເປີດກ້ວາງຂອບຂະໜາດພື້ນຖານເສດຖະກິດ ແລະ ຮັດແຄບຊ່ອງຫວ່າງການພັດທະນາ. ພ້ອມກັນນັ້ນ, ຕ້ອງຮັກສາພື້ນຖານເສດຖະກິດໂລກເປີດ, ລົບລ້າງການອາລັກຂາ ແລະ ບັນດາຮົ້ວຂີດຂວາງດ້ານການຄ້າ, ສ້າງລະບົບບໍລິຫານເສດຖະກິດທົ່ວໂລກທີ່ໂປ່ງໃສ, ສະເໝີພາບ, ຮັບປະກັນຄວາມດຸ່ນດຽງຜົນປະໂຫຍດຂອງທຸກໆປະເທດສະມາຊິກເຖິງວ່າໃຫຍ່ ຫຼືນ້ອຍ, ສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີກຳລັງຄວາມສາມາດຮັບມືກັບບັນດາວິກິດການ.

        APEC ຕ້ອງເຮັດແນວໃດເພື່ອສວມບົດບາດປະຈັນບານໃນການປະຕິວັດອຸດສາຫະກຳ 4.0, ສ້າງບັນດາການກຳນົດ, ມາດຖານລວມ ຕ້ອງອີງໃສ່ລະດັບການພັດທະນາຂອງແຕ່ລະປະເທດ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ - ເຕັກໂນໂລຊີ. ໄປຄຽງຄູ່ກັນນັ້ນ, ຕ້ອງບຸລິມະສິດແຫຼ່ງກຳລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ. ຄຳຮຽກຮ້ອງທີ່ຈຳເປັນ ແມ່ນຕ້ອງລະດົມ ແລະ ນຳໃຊ້ບັນດາແຫຼ່ງການເງິນພາກລັດ, ເອກະຊົນໃຫ້ມີປະສິດທິຜົນ.

APEC 2023: ສ້າງອະນາຄົດໃຫ້ຍືນຍົງ - ảnh 2ການນຳບັນດາປະເທດເຂົ້າຮ່ວມ APEC 2023
(ພາບ:Thống Nhất/TTXVN)

ຫຼາຍສັນຍານຕັ້ງໜ້າຈາກ APEC 2023 ສົ່ງເຖິງໂລກ

        ໂດຍໝູນໃຊ້ບົດບາດຂອງ APEC 2023 ດ້ວຍຖານະຄືດັ່ງສູນຫຼໍ່ລ້ຽງ ບັນດາແນວຄວາມຄິດ, ທີ່ກອງປະຊຸມຄັ້ງນີ້,ໃນໂຄງການດຳເນີນງານ, ປະເທດເຈົ້າພາບ ອາເມລິກາ ໄດ້ວາງເປົ້າໝາຍບຸລິມະສິດ, ສຸມໃສ່ບັນດາບັນຫາເສດຖະກິດ, ລວມມີ: ການພັດທະນາແບບຍືນຍົງ, ຫັນປ່ຽນພະລັງງານຍຸຕິທຳ, ສ້າງພື້ນຖານເສດຖະກິດດີຈີຕອນ, ມອບສິດເສດຖະກິດໃຫ້ແກ່ແມ່ຍິງ, ຫັນການຄ້າເປັນສະດວກ, ຮັບປະກັນຄວາມປອດໄພພະລັງງານ, ຄ້ຳປະກັນສະບຽງອາຫານ ແລະ ການແພດ, ຫລຸດຜ່ອນການປ່ອຍອາຍພິດກາກບອນ… ລັດຖະມົນຕີການຄ້າຂອງ 12 ປະເທດສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມ ປາຊີຟິກ (CPTPP) ກໍ່ເຫັນດີເປັນເອກະພາບເປີດປະຕູໃຫ້ແກ່ບັນດາສະມາຊິກໃຫມ່ເຂົ້າຮ່ວມ.

        ຈຸດພົ້ນເດັ່ນ ແລະ ໄດ້ຮັບຖືວ່າ ແມ່ນສັນຍານທີ່ຕັ້ງໜ້າທີ່ກອງປະຊຸມ APEC ປີນີ້ແມ່ນການພົບປະລະຫວ່າງການນຳຂັ້ນສູງສອງປະເທດ ຈີນ ແລະ ອາເມລິກາ. ໂດຍແມ່ນສອງພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກ, ການໂອ້ລົມສົນທະນາລະຫວ່າງການນຳຈີນ ແລະ ອາເມລິກາ, ບັນລຸໄດ້ຄວາມຄືບໜ້າໃນບັນດາບັນຫາ, ຄື: ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ຢາເສບຕິດ, ປັນຍາປະດິດ…, ບໍ່ພຽງແຕ່ໄດ້ກະທົບເຖິງການພັດທະນາໃນອະນາຄົດຂອງສອງຝ່າຍເທົ່ານັ້ນ, ຫາກໄດ້ແຜ່ກະຈາຍເຖິງທຸກໆພື້ນຖານເສດຖະກິດໃນພາກພື້ນ ອາຊີ - ປາຊີຟິກ ແລະ ທົ່ວໂລກອີກດ້ວຍ.  APEC 2023 ກໍ່ແມ່ນບ່ອນດຳເນີນບັນດາການພົບປະສອງຝ່າຍຄັ້ງຕ່າງໆຂອງບັນດາການນຳພື້ນຖານເສດຖະກິດສະມາຊິກ ດ້ວຍຫຼາຍຄຳໝັ້ນສັນຍາຮ່ວມມືລະອຽດ, ຄື ຍີ່ປຸ່ນ - ສ ເກົາຫຼີ ໄດ້ເຫັນດີເປັນເອກະພາບເປີດບັນດາການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງປະຈຳໄລຍະ ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືຢູ່ເສດຖະກິດສີຂຽວ ແລະ ສາທາລະນະສຸກ; ຈີນ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບສ້າງກົນໄກເຈລະຈາກ່ຽວກັບການຄຸ້ມຄອງການສົ່ງອອກ…

        ໃນຕະຫຼອດ 30 ປີຜ່ານມາ, ກົນໄກຮ່ວມມື APEC, ພາກພື້ນ ອາຊີ - ປາຊີຟິກ ໄດ້ກາຍເປັນການເຕີບໂຕສຳຄັນຂອງເສດຖະກິດໂລກ. ໜຶ່ງໃນບັນດາປັດໄຈພາໄປເຖິງຜົນສຳເລັດນັ້ນແມ່ນສຸມໃສ່ເຂົ້າບັນດາບັນຫາພັດທະນາເສດຖະກິດ, ຊຸກຍູ້ການຫັນການຄ້າເປັນເສລີ. ກອງປະຊຸມ APEC 2023 ພ້ອມກັບບາງສັນຍານຕັ້ງໜ້າທີ່ບັນລຸໄດ້ໃນເບື້ອງຕົ້ນ, ໄດ້ຊ່ວຍຟື້ນຟູ, ປັບປຸງຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການຄ້າເສລີ ແລະ ການລົງທຶນ, ວາງພື້ນຖານໃຫ້ແກ່ບັນດາຂໍ້ຕົກລົງຮ່ວມມືສຳຄັນໃນໄລຍະທາງໃໝ່, ພ້ອມກັບການມຸ່ງໄປເຖິງເປົ້າໝາຍສ້າງອະນາຄົດທີ່ຍືນຍົງກ່ວາ./.

ຕອບກັບ

ຂ່າວ/ບົດ​ອື່ນ