(VOVWORLD) -
ກອງປະຊຸມສຸດຍອດອະນາຄົດຂອງ ສປຊ ໄດ້ຈັດຂຶ້ນແຕ່ວັນທີ 22-23 ກັນຍາຢູ່ ນິວຢອກ ປະເທດ ອາເມລິກາ ໄດ້ວາງເປົ້າໝາຍສ້າງອະນາຄົດໃໝ່ທີ່ສະເໝີພາບ, ກວມລວມ, ພັດທະນາແບບຍືນຍົງກ່ວາ ແລະ ມີລັກສະນະເຊື່ອມຈອດຢ່າງແຮງກ່ວາໃນສະຕະວັດທີ 21.
ທ່ານນາຍົກລັດຖະມົນຕີ ເຢັຍລະມັນ Olaf Scholz (ພາບ: TTXVN)
|
ແນວຄວາມຄິດກ່ຽວກັບການຈັດກອງປະຊຸມສຸດຍອດປຶກສາຫາລືກ່ຽວກັບ ສປຊ ໂດຍ ສປຊ ຍົກອອກມາເມື່ອປີ 2020 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ (1945-2020) ແລະກົງກັບເວລາເກີດໂລກລະບາດໂຄວິດ 19 ໄດ້ປຸກໂລກ ຕ້ອງປ່ຽນແປງຮູບແບບບໍລິຫານທົ່ວໂລກໃນສະຕະວັດທີ 21 ຢ່າງຮອບດ້ານ.
ໂລກອື່ນ
ໃນສານຕອບສະໜອງ “ຄຳຮຽກຮ້ອງທົ່ວໂລກ” ໃຫ້ແກ່ກອງປະຊຸມສຸດຍອດອະນາຄົດ ທີ່ສົ່ງໃນອາທິດກ່ອນ, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ປະຊາຄົມໂລກ ມີຄວາມໄຝ່ຝັນຈັດກອງປະຊຸມສຸດຍອດອະນາຄົດໃນຫຼາຍປີ, ແມ່ນການກະຕຸກຊຸກຍູ້ຕໍ່ໜ້າບັນດາສິ່ງທ້າທາຍໃໝ່ທີ່ນັບມື້ນັບມີຫຼາຍຮູບແບບ ແລະ ສັບສົນຂອງໂລກປະຈຸບັນ. ກອງປະຊຸມສຸດຍອດອະນາຄົດຈະຊຸກຍູ້ບັນດາການປຶກສາຫາລືເພື່ອສ້າງໂລກໃໝ່ດ້ວຍໂຄງປະກອບໃໝ່ ແລະ ການບຸລິມະສິດໃໝ່.
ທ່ານເລຂາທິການໃຫ່ຍ ສປຊ Antonio Guterres (ພາບ: AFP/TTXVN)
|
ທັດສະນະນີ້ ໄດ້ຮັບການຕອບສະໜອງຢ່າງແຮງຈາກຫຼາຍປະເທດສະມາຊິກ, ພິເສດແມ່ນບັນດາປະເທດພວມພັດທະນາຢູ່ອາຊີ, ອາຟຼິກກາ ຫຼື ອາເມລິກາໃຕ້ ຊື່ງແມ່ນບັນດາປະເທດທີ່ໄດ້ຮຽກຮ້ອງມີສຽງເວົ້າແຮງກ່ວາອີກໃນບັນດາກກົນໄກຫຼາຍຝ່າຍໃນຫຼາຍປີຜ່ານມາແລ້ວ. ທ່ານ Nangolo Mbumba ປະທານາທິບໍດີ Namibia ໄດ້ໃຫ້ຂໍ້ສັງເກດວ່າ:
ພວກເຮົາພວມຢືນຢູ່ຕໍ່ໜ້າສາມແຍກແຫ່ງປະຫວັດສາດ. ບັນດາສິ່ງທ້າທາຍທີ່ພວກເຮົາພວມຕ້ອງປະເຊີນໜ້າ ຈາກການປ່ຽນແປງຂອງດິນຟ້າອາກາດ ຕະຫຼອດຮອດຄວາມຂາດຄວາມສະເໝີພາບທົ່ວໂລກ, ຈາກຄວາມເຄັ່ງຕຶງດ້ານພູມສາດການເມືອງ ຕະຫຼອດຮອດຄວາມຕ້ອງການອັນຮີບດ່ວນຕ້ອງຜັນຂະຫຍາຍ. ໂຄງການດຳເນີນງານການພັດທະນາແບບຍືນຍົງຮອດປີ 2030 ຮຽກຮ້ອງໃຫ້ມີຄຳໝັ້ນສັນຍາລວມໝູ່ຢ່າງແຮງ. ອະນາຄົດຂອງ ສປຊ ແມ່ນຂຶ້ນກັບກຳລັງຄວາມສາມາດກະທຳຂອງພວກເຮົາ ຄືດັ່ງກົນໄກທີ່ມີລັກສະນະກວມລວມ, ມີປະສິດທິຜົນ ແລະ ປະດິດສ້າງກ່ວາ.
ຫຼາຍປະເທດຝ່າຍຕາເວັນຕົກທີ່ຖືກຖືວ່າໄດ້ຮັບຜົນປະໂຫຍດຈາກຄວາມເປັນລະບຽບການໂລກປະຈຸບັນ ກໍ່ໄດ້ຍອມຮັບວ່າ ຄຳຮຽກຮ້ອງອັນຮີບດ່ວນກໍ່ຕ້ອງປ່ຽນແປງ. ທ່ານນາຍົກລັດຖະມົນຕີ ເຢັຍລະມັນ Olaf Scholz, ໃຫ້ຂໍ້ສັງເກດວ່າ:
ບໍ່ວ່າຄວາມເປັນລະບຽບຮຽບຮ້ອຍໂລກທີ່ມີປະສິດທິຜົນໃດໆ ກໍ່ຕ້ອງສ່ອງແສງຄວາມເປັນຫຼາຍຂົ້ວຂອງໂລກໄດ້. ບັນດາປະເທດຢູ່ ອາຊີ, ອາຟຼິກກາ, ທະວີບອາເມລິກາ ໄດ້ເຕີບໂຕທັງດ້ານປະຊາກອນ ແລະ ເສດຖະກິດ. ປຊຊ ນັບຮ້ອຍລ້ານຄົນໃນໂລກ ໄດ້ຫລຸດພົ້ນອອກຈາກຄວາອຶດຫິວທຸກຍາກ ແລະ ເຂົ້າເປັນສະມາຊິກຄົນຊັ້ນກາງ. ທຸກຄົນເຫຼົ່ານີ້ມີທຸກສິດຊົມໃຊ້ຄວາມວັດທະນາຖາວອນ, ການເຂົ້າຮ່ວມ ແລະ ຖືກຜົນສະທ້ອນທົ່ວໂລກ ຄືດັ່ງປະຊາຊົນຢູ່ທະວີບເອີລົບ ແລະ ອາເມລິກາເໜືອ.
ກຳນົດການບຸລິມະສິດໃໝ່
ກ່ອນກອງປະຊຸມສຸດຍອດອະນາຄົດ, ສປຊ ໄດ້ຈັດ “ວັນກະທຳ” ໃນວັນທີ 20-21 ກັນຍາ ເພື່ອໃຫ້ຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສັງຄົມພົນລະເຮືອນ, ຊາວໜຸ່ມ, ນັກວິຊາການສຶກສາ ຫຼືບັນດາອຳນາດການປົກຄອງທ້ອງຖິ່ນ… ໄດ້ປຶກສາຫາລືບັນດາຫົວເລື່ອງທີ່ຍັງຕິດຂັດ ໃນຮ່າງເອກະສານສະບັບຕ່າງໆ. ບັນດາການປຶກສາຫາລືນີ້ໄດ້ປະກອບສ່ວນລາຍລະອຽດສຸດທ້າຍເຂົ້າໃນເອກະສານ 3 ສະບັບ ຊື່ງຄາດວ່າປະມຸກລັດ ແລະ ເຈົ້າໜ້າທີ່ຂັ້ນສູງຂອງ 193 ປະເທດສະມາຊິກ ສປຊ ຈະຮັບຮອງເອົາທີ່ກອງປະຊຸມສຸດຍອດອະນາຄົດ, ລວມມີ: ສົນທິສັນຍາອະນາຄົດ; ຖະແຫຼງການກ່ຽວກັບບັນດາລຸ້ນອະນາຄົດ ແລະ ສົນທິສັນຍາດີຈີຕອນທົ່ວໂລກ. ໃນນັ້ນ, ສົນທິສັນຍາອະນາຄົດ ແມ່ນເອກະສານສຳຄັນກ່ວາໝູ່ຂອງກອງປະຊຸມສຸດຍອດອະນາຄົດ, ລວມມີ 5 ພາກ, ເຕື້ອງເຖິງບັນດາບັນຫາບຸລິມະສິດໃນອະນາຄົດຄື: ການພັດທະນາແບບຍືນຍົງ; ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່; ຊາວໜຸ່ມ ແລະ ບັນດາລຸ້ນອະນາຄົດ….
ໃນສະພາບການທີ່ກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 79 (UNGA-79) ຈັດຂຶ້ນພາຍຫຼັງກອງປະຊຸມສຸດຍອດອະນາຄົດ (ແຕ່ວັນທີ 24-28 ກັນຍາ), ບັນຫາການປະຕິຮູບ ສປຊ ກໍ່ດຶງດູດຄວາມເອົາໃຈໃສ່ຈາກຫຼາຍຄົນ. ຕາມທ່ານເລຂາທິການໃຫ່ຍ ສປຊ Antonio Guterres ຄຳຮຽກຮ້ອງຕ້ອງປະຕິຮູບ ສປຊ, ພິເສດແມ່ນຈຳນວນສະມາຊິກ ແລະ ກົນໄກເຄື່ອນໄຫວຂອງສະພາຄວາມໝັ້ນຄົງ ສປຊ ໄດ້ວາງອອກນັບແຕ່ຫຼາຍປີມານີ້ ແລະ ບໍ່ສາມາດສືບຕໍ່ໂຈະໄວ້ອີກ:
ໜຶ່ງໃນບັນດາແງ່ມູມສຳຄັນທີ່ສຸດທີ່ ກອງປະຊຸມສຸດຍອດອະນາຄົດ ແມ່ນການຍອມຮັບວ່າ ບັນດາກົນໄກຂອງ ສປຊ ຕ້ອງໄດ້ຮັບການປະຕິຮູບ ແລະ ໜຶ່ງໃນບັນດາກົນໄກຕ້ອງປະຕິຮູບນີ້ແມ່ນ ສະພາຄວາມໝັ້ນຄົງ ສປຊ. ບັນຫາສຳຄັນທີ່ກ່ຽວຂ້ອງເຖິງອະນາຄົດຢູ່ທີ່ນີ້ ແມ່ນບົດບາດຂອງ 5 ປະເທດສະມາຊິກກຳມະການຖາວອນ ສະພາຄວາມໝັ້ນຄົງ ສປຊ ແລະ ຄວາມຈຳເປັນຕ້ອງຈັດແບ່ງສິດອຳນາດຄືນໃໝ່.
ຄຽງຂ້າງກັບ ສະພາຄວາມໝັ້ນຄົງ ສປຊ, ອົງການໜຶ່ງຂອງ ສປຊ ກໍ່ຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງຕ້ອງປະຕິຮູບຢ່າງເລິກເຊິ່ງກວ້າງຂວາງ ເພື່ອຍົກສູງຜົນສະທ້ອນ ນັ້ນແມ່ນສະພາເສດຖະກິດສັງຄົມ (ECOSOC). ນອກຈາກນັ້ນແລ້ວ, ບບັນດາການປຶກສາຫາລື ສປຊ ຍັງໄດ້ເຕື້ອງເຖິງເລື່ອງເພີ່ມສິດອຳນາດໃຫ້ແກ່ສະມັດຊາໃຫ່ຍ ສປຊ, ເຊິ່ງແມ່ນເວທີປາໄສຂອງທຸກປະເທດສະມາຊິກ ສປຊ ແຕ່ພັດບໍ່ມີສິດອຳນາດທີ່ມີລັກສະນະຕັດສິນ ໃນຫຼາຍບັນຫາໃຫ່ຍກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ./.