ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອກໍ່​ສ້າງ, ປັ​ບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ໃນ​ທົ່ວ​ພັກ

(VOVWORLD) -ຫວ່າງແລ້ວນີ້ ໃນບົດຂຽນດ້ວຍຫົວຂໍ້ວ່າ: “ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ດີທີ່ສຸດ ນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃຫມ່”, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ຄັດສະເຫນີຄຳເວົ້າຂອງທ່ານປະທານໂຮ່ຈີມິນ ທີ່ວ່າ: ກອງປະຊຸມໃຫຍ່ ຈະເຮັດໃຫ້ພັກເຮົາ ມີຄວາມສາມັກຄີແລ້ວຍິ່ງສາມັກຄີກວ່າ, ແນວຄິດ ແລະ ການກະທຳມີຄວາມເປັນເອກະພາບແລ້ວ ຍິ່ງເອກະພາບກວ່າອີກ”. ການກໍ່ສ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີ ແມ່ນເລື່ອງ ພັກກອມມູນິດຫວຽດນາມ ປະຕິບັດເປັນປະຈຳ ພິເສດໃນກອງປະຊຸມໃຫຍ່ແຕ່ລະຄັ້ງ.

 

ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 13 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ໂອ​ກາດ​ເພື່ອກໍ່​ສ້າງ, ປັ​ບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ໃນ​ທົ່ວ​ພັກ - ảnh 1 ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ (ພາບ:VGP)

ວັນທີ 3 ເມສາ ປີ 1960 ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 3 ຂອງພັກກອມມູນິດ ຫວຽດນາມ, ຫນັງສືພິມເຍິນເຢິນ (ປະຊາຊົນ) ໄດ້ລົງບົດຂຽນຂອງທ່ານປະທານໂຮ່ຈີມິນ ດ້ວຍຫົວຂໍ້ວ່າ “ປຶກສາຫາລືຮ່າງກົດລະບຽບຂອງພັກ”. ບົດຂຽນມີຕອນກ່າວວ່າ “ກອງປະຊຸມໃຫຍ່ຂອງພັກ ແມ່ນກ່ຽວຂ້ອງເຖິງອະນາຄົດປະຕິວັດຂອງພັກເຮົາ ແລະ ປະຊາຊົນເຮົາ. ກອງປະຊຸມໃຫຍ່ ຈະເຮັດໃຫ້ພັກເຮົາມີຄວາມສາມັກຄີແລ້ວ ຍິ່ງສາມັກຄີກວ່າອີກ, ແນວຄິດ ແລະ ການກະທຳ ມີຄວາມເປັນເອກະພາບແລ້ວ ຍິ່ງເອກະພາບກວ່າອີກ. ສະນັ້ນ ພວກສະຫາຍທັງໝົດ ຕ້ອງປຶກສາຫາລືບັນດາແຜນຮ່າງຢ່າງລະອຽດ ແລະ ປະກອບຄຳເຫັນໃຫ້ຫລາຍກວ່າເພື່ອຮັບປະກັນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ.” ຕາມທ່ານຮອງສາດສະດາຈານ, ປອ ຫງວຽນມີນຕວນ, ຫົວຫນ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລ້ວ, ຄຳສັ່ງສອນຂອງປະທານໂຮ່ຈີມິນ ຊີ້ແຈ້ງເຖິງ: ຄຳຮຽກຮ້ອງໃຫ້ມີຄວາມສາມັກຄີ, ເປັນເອກພາບໃນພັກຜ່ານກອງປະຊຸມໃຫຍ່ແຕ່ລະຄັ້ງ.

          “ນີ້ແມ່ນບົດຮຽນກໍ່ສ້າງພັກຂອງພັກເຮົາ ຊື່ງປະທານໂຮ່ຈີມິນ ໄດ້ສະຫລຸບ: ສາມັກຄີ ສາມັກຄີ ມະຫາສາມັກຄີ - ຜົນສຳເລັດ ຜົນສຳເລັດ ມະຫາຜົນສຳເລັດ” ກອງປະຊຸມໃຫຍ່ແຕ່ລະຄັ້ງແມ່ນໂອກາດເພື່ອທົບທວນຄືນວຽກງານທີ່ພັກໄດ້ເຮັດ, ກຳນົດຫນ້າທີ່ໃນໄລຍະຈະມາເຖິງ. ເພາະສະນັ້ນ ດ້ວຍຈິດໃຈກົງໄປກົງມາ ສັງເກດຕົງຕໍ່ຄວາມຈິງ, ຄົ້ນພົບຄວາມຈິງ ແລະ ຕີລາຄາຖືກຕ້ອງກັບຄວາມຈິງເພື່ອຊອກຫາສາຍເຫດ ແລະ ມາດຕະການແກ້ໄຂ. ຂ້າພະເຈົ້າຖືວ່າ ນັ້ນແມ່ນບັນດາກາລະໂອກາດ ແລະ ເງື່ອນໄຂ. ສະນັ້ນ ກອງປະຊຸມໃຫຍ່ ໄດ້ຮັບຖືວ່າ ແມ່ນໂອກາດເພື່ອຮັກສາຄວາມສາມັກຄີກວ່າ ເພື່ອໃຫ້ຈິດໃຈມີຄວາມສາມັກຄີແລ້ວ ຕ້ອງສືບຕໍ່ສາມັກຄີກັນອີກ”.

          ກ່ຽວກັບເລື່ອງກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ສຳເລັດຜົນ, ທ່ານປະທານໂຮ່ຈີມິນ ກໍ່ຊີ້ແຈ້ງວ່າ: “ຕ້ອງເປີດກວ້າງປະຊາທິປະໄຕຢ່າງແທ້ຈິງເພື່ອໃຫ້ສະມາຊິກພັກໝົດທຸກຄົນໄດ້ສະແດງທັດສະນະຂອງຕົນ; ຕ້ອງເກັບໂຮມເອົາຄໍາເຫັນຂອງສະມາຊິກພັກເພື່ອຊ່ວຍສູນກາງກະກຽມກອງປະຊຸມໃຫຍ່ໃຫ້ດີທີ່ສຸດ”.

ສາດສະດາຈານ ປອ ໂດ໋ກວາງຮຶງ  ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຖືວ່າ: ພະນັກງານ, ສະມາຊິກພັກແຕ່ລະຄົນ ຄວນຮັບຮູ້ຢ່າງເລິກເຊິ່ງກ່ຽວກັບເລື່ອງປຶກສາຫາລື, ຖົກຖຽງກັນເພື່ອເປັນເອກະພາບກັບທັດສະນະຂອງພັກໃນບັນດາເອກະສານ, ພິເສດແມ່ນວຽກງານກໍ່ສ້າງ ປັບປຸງພັກ, ວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫລວງ ໄພຫຍໍ້ທໍ້ ແລະ ບັນດາປະກົດການເສື່ອມທາດຂາດຄຸນ.

ບັນດາບັນຫາຊື່ງທ່ານເລຂາທິການໃຫຍ່ ວາງອອກສຳລັບກອງປະຊຸມໃຫຍ່ ນັ້ນແມ່ນຕ້ອງມຸ່ງໄປເຖິງການສ້າງສຳເລັດເອກະສານຂອງພັກ. ສຳລັບກອງປະຊຸມໃຫຍ່ທຸກຄັ້ງ ລ້ວນແຕ່ມີຄວາມສຳຄັນ ຊື່ງກອງປະຊຸມໃຫຍ່ຄັ້ງທີ 13 ອາດຈະມີຄວາມໝາຍສຳຄັນກວ່າ ເມື່ອພວກເຮົາປ່ຽນຜ່ານໄລຍະແຫ່ງການປ່ຽນແປງໃຫມ່”

         ຄວາມສາມັກຄີໃນກອງປະຊຸມແຕ່ລະຄັ້ງ ແມ່ນສະແດງໃຫ້ເຫັນໃນວຽກງານຄັດເລືອກບຸກຄະລາກອນ.  ທ່ານ ຫງວຽນແທງບີ່ງ, ຮອງຫົວຫນ້າກົມຈັດຕັ້ງກົດລະບຽບ, ຄະນະຈັດຕັ້ງສູນກາງ ຢືນຢັນວ່າ:

 “ຕ້ອງມີຄວາມເຂັ້ມງວດກວ່າອີກໃນການກະກຽມວຽກງານບຸກຄະລາກອນກອງປະຊຸມໃຫຍ່. ພວກເຮົາຕ້ອງປະຕິບັດບັນດາຂັ້ນຕອນຢ່າງຄົບຖ້ວນ ຕາມການກຳນົດ, ຮັບປະກັນປະຊາທິປະໄຕ, ຍຸຕິທຳ, ພາວະວິໄສ, ໂປ່ງໃສ ແລະ ຕ້ອງມີການສຳຫລວດຢ່າງລະອຽດ, ຮັບປະກັນການເລືອກຕັ້ງຜູ້ມີຄຸນສົມບັດຈັນຍາບັນ ມີຄວາມເກັ່ງກ້າສາມາດເຂົ້າໃນຕໍາແໜ່ງຄະນະພັກ. ເດັດຂາດບໍ່ຄັດເລືອກຜູ້ທີ່ມີປະກົດການຫຍໍ້ທໍ້, ຜູ້ທີ່ມີອິດທິພົນຊື່ສຽງບໍ່ພຽງພໍ ຫລື ບໍ່ສູງ”

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຫັນດີເຫັນພ້ອມກັບທັດສະນະໃນບົດຂຽນຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ກ່ຽວກັບວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃຫ້ດີທີ່ສຸດ. ປະຕິບັດໃຫ້ຖືກຕ້ອງກັບຫລັກການ, ຂັ້ນຕອນ, ພາວະວິໄສ, ມີຄວາມຍຸຕິທຳເພື່ອຄັດເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດຈັນຍາບັນ ມີອິດທິພົນຊື່ສຽງເຂົ້າໃນອົງການຊີ້ນຳນຳພາຂອງພັກ ແມ່ນການເພີ່ມຄວາມສາມັກຄີໃນພັກ. ພ້ອມກັນນັ້ນ ເລື່ອງເປັນເອກະພາບຕໍ່ແນວຄິດຊີ້ນຳໄດ້ລະບຸໄວ້ໃນບັນດາເອກະສານ ແລະ ມະຕິຂອງກອງປະຊຸມໃຫຍ່ກໍ່ຈະສ້າງພື້ນຖານເປັນເອກະພາບໃນການກະທຳ ປະກອບສ່ວນສ້າງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີໃນພັກ.

ຕອບກັບ

ຂ່າວ/ບົດ​ອື່ນ