ການຖະແຫຼງຂ່າວທ້າຍປີຂອງປະທານາທິບໍດີ ລັດເຊຍ

(VOVWORLD) -ທ່ານ Putin ໄດ້ຖະແຫຼງວ່າ ລັດເຊຍ ມີເຈດຕະນາດີ ຢາກລົງນາມໃນສົນທິສັນຍາສັນຕິພາບກັບ ຍີ່ປຸ່ນ ເພາະວ່າ ທັງລັດເຊຍ ແລະ ຍີ່ປຸ່ນ ລ້ວນແຕ່ມີຄວາມສົນໃຈເຖິງການແກ້ໄຂການພົວພັນສອງຝ່າຍ ຢ່າງຄົບຖ້ວນ.

        ວັນທີ 20 ທັນວາ, ທີ່ການຖະແຫຼງຂ່າວປະຈໍາປີ ເນື່ອງໃນໂອກາດທ້າຍປີ 2018, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ກ່າວເຕືອນຄວາມສ່ຽງວ່າ ບັນດາພາກສ່ວນກໍ່ການຮ້າຍ ໄດ້ຫັນປ່ຽນການເຄື່ອນໄຫວຈາກ ຊີຣີ ໄປຍັງບັນດາປະເທດອື່ນ. ທ່ານ Putin ເນັ້ນໜັກວ່າ ລັດເຊຍ ຈໍາເປັນຕ້ອງປັບປຸງຖານທີ່ໝັ້ນການທະຫານຢູ່ ຕາຈີກິດສະຖານ ຈົນຮອດເມື່ອໃດສະພາບການຢູ່ ອັບການິດສະຖານ ໄດ້ຮັບການແກ້ໄຂ. ທ່ານຖືວ່າ ສະພາບການຢູ່ທີ່ນີ້ ພຽງແຕ່ສາມາດແກ້ໄຂໄດ້ດ້ວຍບັນດາຂໍ້ຕົກລົງລະຫວ່າງບັນດາຝ່າຍເຂົ້າຮ່ວມວິວັດທະນາການການເມືອງຢູ່ປະເທດນີ້ເທົ່ານັ້ນ. ລັດເຊຍພ້ອມແລ້ວທີ່ຈະ ໜູນຊ່ວຍແກ້ໄຂສະພາບການຢູ່ ອັບການິດສະຖານ ລວມທັງຊຸກຍູ້ການຮ່ວມມືດ້ານເສດຖະກິດອີກດ້ວຍ.

ການຖະແຫຼງຂ່າວທ້າຍປີຂອງປະທານາທິບໍດີ ລັດເຊຍ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin 

        ເມື່ອເຕື້ອງເຖິງຂໍ້ຕົກລົງຖອນກໍາລັງທະຫານ ອາເມລິກາ ອອກຈາກ ຊີຣີ, ທ່ານ Putin ໃຫ້ຮູ້ວ່າ ຍັງບໍ່ທັນມີສັນຍານທີ່ສະແດງໃຫ້ເຫັນວ່າ ອາເມລິກາ ຈະຖອນກໍາລັງທະຫານອອກຈາກ ຊີຣີ ເທື່ອ, ແຕ່ທ່ານກໍຖືວ່າ ມັນອາດສາມາດເກີດຂຶ້ນ. ທ່ານ Putin ຖືວ່າ ການຕັດສິນຂອງທ່ານປະທານາທິບໍດີ Donald Trump ຖອນກໍາລັງທະຫານອອກຈາກ ຊີຣີ ແມ່ນຖືກຕ້ອງ ເພາະການມີໜ້າຂອງກໍາລັງທະຫານ ອາເມລິກາ ຢູ່ທີ່ນີ້ ແມ່ນຜິດກົດໝາຍ.

ກ່ຽວກັບການພົວພັນທີ່ເຄັ່ງຕຶງລະຫວ່າງ ລັດເຊຍ - ອັງກິດ, ທ່ານ Putin  ຕີລາຄາວ່າ ປັດຈຸບັນ, ການພົວພັນລະຫວ່າງລັດເຊຍ ແລະ ອັງກິດພວມຕົກເຂົ້າສູ່ທາງຕັນ ແລະ ເລື່ອງຫຼຸດພົ້ນ ອອກຈາກທາງຕັນນີ້ ແມ່ນ ມີປະໂຫຍດໃຫ້ແກ່ທັງສອງປະເທດ. ທ່ານຖືວ່າ ເລື່ອງອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ ຈະສ່ົງຜົນສະທ້ອນຕໍ່ເສດຖະກິດຂອງ ເອີຣົບ, ເສດຖະກິດໂລກ ຜ່ານນັ້ນກໍສົ່ງຜົນສະທ້ອນໂດຍທາງອ້ອມເຖິງ ລັດເຊຍ.

ເມື່ອຕີລາຄາກ່ຽວກັບບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກ, ທ່ານ Putin ຖືວ່າ ແມ່ນ ໄຮ້ເຫດຜົນ ແລະເພື່ອແນໃສ່ຈຸດປະສົງຄວບຄຸມປະເທດລັດເຊຍ.

ກໍທີ່ການຖະແຫຼງຂ່າວ, ທ່ານ Putin ໄດ້ຖະແຫຼງວ່າ ລັດເຊຍ ມີເຈດຕະນາດີ ຢາກລົງນາມໃນສົນທິສັນຍາສັນຕິພາບກັບ ຍີ່ປຸ່ນ ເພາະວ່າ ທັງລັດເຊຍ ແລະ ຍີ່ປຸ່ນ ລ້ວນແຕ່ມີຄວາມສົນໃຈເຖິງການແກ້ໄຂການພົວພັນສອງຝ່າຍ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ