ການ​ປະ​ທະ​ກັນ​ຢູ່ Gaza ອາດຈະ​ເຮັດ​ໃຫ້​ຄວາມ​ສ່ຽງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກເພີ່ມ​ຂຶ້ນຫຼື​ບໍ່?

(VOVWORLD) - ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ Hamas ຢູ່ເຂດ Gaza ພວມເຮັດໃຫ້ຕະຫຼາດໂລກຂາດໝັ້ນຄົງ. ໃນໄລຍະເວລາປັດຈຸບັນ, ບັນດານັກຊ່ຽວຊານເສດຖະກິດຕີລາຄາວ່າ ການປະທະກັນພຽງແຕ່ສົ່ງຜົນກະທົບຈຳກັດດ້ານເສດຖະກິດໂລກເທົ່ານັ້ນ ແຕ່ກໍມີຄວາມວິຕົກກັງວົນວ່າບັນດາການກະທົບຢ່າງຮ້າຍແຮງກວ່າ ຖ້າຫາກວ່າສະພາບການຢູ່ Gaza ເກີນລະດັບການຄວບຄຸມ.
ການ​ປະ​ທະ​ກັນ​ຢູ່ Gaza ອາດຈະ​ເຮັດ​ໃຫ້​ຄວາມ​ສ່ຽງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກເພີ່ມ​ຂຶ້ນຫຼື​ບໍ່? - ảnh 1ວັນທີ 7 ຕຸລາ, ເກີດການບຸກໂຈມຕີທາງອາກາດຢູ່ເຂດ Gaza (ພາບ:Reuters)

ສົງຄາມຢູ່ເຂດ Gaza ໄດ້ແກ່ຍາວເປັນ 2 ອາທິດ ດ້ວຍການຜັນແປທີ່ນັບມື້ນັບດຸເດືອດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ນອກຈາກຄວາມເສຍຫາຍກ່ຽວກັບຊີວິດອິນຊີເປັນຈຳນວນຫຼາຍຈາກທັງສອງຝ່າຍ ພ້ອມກັບຄວາມເປັນຫ່ວງເປັນໃຍຕໍ່ວິກິດການດ້ານມະນຸດສະທຳຢ່າງຮ້າຍແຮງນັ້ນ, ໂລກນັບມື້ນັບມີຄວາມວິຕົກກັງວົນຕໍ່ການສົ່ງຜົນກະທົບເຖິງເສດຖະກິດ ຖ້າຫາກວ່າສະພາບການປະທະກັນບໍ່ຢູ່ໃນລະດັບທີ່ຈະຄວບຄຸມໄດ້.

ຜົນກະທົບແບບຈຳກັດໃນໄລຍະສັ້ນ

ໃນອາທິດຜ່ານມາ, ບັນດາຄວາມວິຕົກກັງວົນກ່ຽວກັບການປະທະກັນຢູ່ Gaza ໄດ້ສົ່ງຜົນກະທົບຕໍ່ມູນຄ່າຊັບສົມບັດຫຼາຍປະເພດ, ເຮັດໃຫ້ຕະຫຼາດຫຼັກຊັບຊຸດໂຊມ, ດ້ວຍບັນດາລະຫັດຫຼັກຊັບລາຍໃຫຍ່ໄດ້ຫຼຸດລົງຢ່າງແຮງ. ກົງກັນຂ້າມ, ຄຳ - ເຊິ່ງເປັນຊັບສົມບັດເກັບທ້ອນທີ່ປອດໄພ ມີລາຄາເພີ່ມຂຶ້ນ 3% ໃນການທຸລະກຳວັນທີ 13 ຕຸລາ ແລະ ສະກຸນເງິນ USD - ເຊິ່ງເປັນສະກຸນເງິນຊຳລະທົ່ວໄປທີ່ສຸດໃນໂລກ ກໍໄດ້ບັນລຸລະດັບສູງສຸດໃນ 1 ອາທິດ. ນອກຈາກນັ້ນ, ຍ້ອນຖືກຜົນກະທົບຈາກການປະທະກັນນີ້, ບໍລິສັດພະລັງງານຂອບຂະໜາດໃຫຍ່ຄື Chevron (ອາເມລິກາ) ຫວ່າງແລ້ວນີ້ ກໍໄດ້ປະກາດຢຸດການສົ່ງອອກອາຍແກັດທຳມະຊາດຜ່ານທໍ່ສົ່ງນ້ຳມັນອາຍແກັດໃຕ້ດິນເຊື່ອມຕໍ່ ອິດສະຣາແອັນ ກັບ ອີຢິບ.

ເຖິງຢ່າງໃດກໍຕາມ, ລາຄານ້ຳມັນດິບຂອງໂລກໃນການທຸລະກຳໃນມື້ທ້າຍອາທິດແລ້ວນີ້ (ວັນທີ 13 ຕຸລາ) ໄດ້ປິດລົງ ແຕ່ເບິ່ງຄືວ່າ ບໍ່ຄ່ອຍມີຫຍັງປ່ຽນແປງ ເມື່ອທຽບໃສ່ລາຄາຂອງຊຸມວັນຕົ້ນອາທິດ, ເຊິ່ງຢູ່ໃນລະດັບປະມານ 90 USD/ຖັງ ສຳລັບນ້ຳມັນ Brent ທະເລເໜືອ ແລະ 87 USD/ຖັງ ສຳລັບນ້ຳມັນ WTI. ຕາມທ່ານ Ben Cahill, ນັກຊ່ຽວຊານກ່ຽວກັບຄວາມໝັ້ນຄົງດ້ານພະລັງງານຢູ່ສູນຄົ້ນຄວ້າສາກົນ ແລະ ຍຸດທະສາດ (CSIS) ແລ້ວ, ການເໜັງຕີງເລັກໜ້ອຍຂອງຕະຫຼາດພະລັງງານໂລກ ໄດ້ຊີ້ໃຫ້ເຫັນວ່າ ໃນຈຸດເວລານີ້, ການປະທະກັນຢູ່ Gaza ພຽງແຕ່ສົ່ງຜົນກະທົບແບບຈຳກັດເທົ່ານັ້ນ, ຍ້ອນວ່າ ນັບທັງ ອິດສະຣາແອັນ ກັບ ເຂດ Gaza ບໍ່ແມ່ນບ່ອນຜະລິດນ້ຳມັນໃຫຍ່ຂອງໂລກ ແລະ ການປະທະກັນຍັງໄດ້ຮັບການຄວບຄຸມໃນຂອບເຂດພູມີສາດທີ່ແຄບ. Paul Nolte, ນັກຍຸດທະສາດກ່ຽວກັບຕະຫຼາດຂອງບໍລິສັດ Murphy& Sylvest (ອາເມລິກາ), ຖືວ່າ ປັດຈຸບັນ ບັນດານັກລົງທຶນໃຫຍ່ຂອງໂລກຍັງມີຄວາມສົນໃຈເຖິງເລື່ອງ ທະນາຄານກາງສະຫະລັດ ອາເມລິກາ (FED) ຈະສືບຕໍ່ເພີ່ມອັດຕາດອກເບ້ຍຫຼືບໍ່ ຫຼາຍກວ່າສະພາບການສົງຄາມຢູ່ Gaza.

ການ​ປະ​ທະ​ກັນ​ຢູ່ Gaza ອາດຈະ​ເຮັດ​ໃຫ້​ຄວາມ​ສ່ຽງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກເພີ່ມ​ຂຶ້ນຫຼື​ບໍ່? - ảnh 2ທ່ານນາງ Kristalina Georgieva, ຫົວໜ້າ IMF (ພາບ: EPA)

ໃນກອງປະຊຸມປະຈຳປີຂອງທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF) ໄດ້ດຳເນີນໃນອາທິດຜ່ານມາ (9-15/10) ຢູ່ Marrakech (Morocco), ບັນດາການນຳຂອງ WB ແລະ IMF ກໍບໍ່ມີຄວາມເປັນຫ່ວງກ່ຽວກັບຜົນກະທົບໂດຍກົງໃນປັດຈຸບັນຂອງການປະທະກັນຢູ່ເຂດ Gaza ຫຼາຍປາານໃດ. ເຖິງຢ່າງໃດກໍຕາມ, ທ່ານນາງ Kristalina Georgieva, ຜູ້ອຳນວຍການຝ່າຍບໍລິຫານ IMF ຖືວ່າ ການປະທະກັນຢູ່ເຂດ Gaza ໄດ້ເຮັດໃຫ້ພື້ນຖານເສດຖະກິດໂລກຂາດສະຖຽນລະພາບ ເຊິ່ງພວມມີຫຼາຍປັດໄຈທີ່ບອບບາງ.

“ພວກເຮົາເຫັນວ່າ ລາຄານ້ຳມັນມີການເໜັງຕີງໃນຊຸມວັນຜ່ານມາ, ພວກເຮົາກໍໄດ້ເຫັນປະຈັກຕາບັນດາການປະຕິກິລິຍາຂອງຕະຫຼາດ. ພວກຂ້າພະເຈົ້າພວມຕິດຕາມການຜັນແປນີ້ຢ່າງລະອຽດ ແລະ ເປັນທີ່ຈະແຈ້ງແລ້ວວ່າ ນີ້ກໍແມ່ນປັດໄຈທີ່ບໍ່ຄ່ອຍດີສຳລັບອະນາຄົດທີ່ສົດໃສຂອງພື້ນຖານເສດຖະກິໂລກ”.

ຜົນກະທົບອາດຈະເກີດໃນໄລຍະຍາວ

ໂດຍບໍ່ເປັນຫ່ວງປານໃດກ່ຽວກັບຜົນກະທົບເສດຖະກິດໃນປັດຈຸບັນຂອງການປະທະກັນຢູ່ Gaza ແຕ່ນັກຊ່ຽວຊານຫຼາຍຄົນກໍຖືວ່າ ສະພາບການຈະມີການປ່ຽນແປງ ຖ້າຫາກວ່າການປະທະກັນບໍ່ໄດ້ຮັບການຄວບຄຸມ. ທ້າຍອາທິດແລ້ວນີ້ (ວັນທີ 13 ຕຸລາ), ລາຄານ້ຳມັນໃນອະນາຄົດໄດ້ເພີ່ມຂຶ້ນປະມານ 6% ຍ້ອນບັນດານັກລົງທຶນມີຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ຍາກຈະຄາດຄະເນລ່ວງໜ້າໄດ້ຢູ່ Gaza.

ຖ້າໃນກໍລະນີການປະທະກັນຢູ່ Gaza ຢູ່ເກີນລະດັບການຄວບຄຸມ, Bloomberg ຖືວ່າ ລາຄານ້ຳມັນໂລກ ອາດຈະເພີ່ມຂຶ້ນເຖິງ 150 USD/ຖັງ, ເຮັດໃຫ້ໄພເງິນເຟີ້ສະເລ່ຍໃນໂລກຂຶ້ນເຖິງປະມານ 6%. ເວລານັ້ນ, ການເຕີບໂຕ GDP ໂລກໃນປີໜ້າ ຈະບັນລຸພຽງແຕ່ປະມານ 1,7%, ເຊິ່ງເປັນລະດັບຕໍ່າສຸດນັບແຕ່ປີ 1982 ຖ້າບໍ່ໄລ່ໄລຍະເກີດໂລກລະບາດໂຄວິດ - 19 ແລະ ວິກິດການເງິນທົ່ວໂລກປີ 2008. ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO), ທ່ານນາງ Ngozi Okonjo-Iweala ກ່າວເຕືອນກ່ຽວກັບຜົນກະທົບດັ່ງກ່າວວ່າ:

“ມີສິ່ງທີ່ບໍ່ແນວແນຄື ບໍ່ຮູ້ວ່າການປະທະກັນໃນປັດຈຸບັນ ຈະແຜ່ລາມອອກທົ່ວພາກພື້ນຫຼືບໍ່? ຖ້າຫາກວ່າສິ່ງດັ່ງກ່າວເກີດຂຶ້ນ ເສດຖະກິດໂລກຈະຖືກຜົນກະທົບຢ່າງຫຼວງຫຼາຍ. ນອກຈາກນັ້ນ, ກໍຍັງມີສິ່ງທີ່ບໍ່ແນວແນ່ຄື ການປະທະກັນໃນປັດຈຸບັນ ຈະສິ້ນສຸດຄືແນວໃດ? ສິ່ງທີ່ເກີດຂຶ້ນແລ້ວນັ້ນແມ່ນໂຊກຮ້າຍ ແລະ ພວກຂ້າພະເຈົ້າຫວັງວ່າ ທຸກການກະທຳໃຊ້ຄວາມຮຸນແຮງໃນປັດຈຸບັນ ຈະຢຸດຕິລົງ”.

ສິ່ງທີ່ໜ້າສົນໃຈກວ່າໃນປັດຈຸບັນແມ່ນ ຕາມບັນດານັກຊ່ຽວຊານແລ້ວ ນັ້ນແມ່ນການຂາດຄວາມໝັ້ນຄົງກ່ຽວກັບເສດຖະກິດມະຫາພາກໃນໂລກ. ຕາມທ່ານ Brennan McKenna ນັກຊ່ຽວຊານດ້ານເສດຖະກິດສາກົນ, ທີ່ມາຈາກທະນາຄານ Wells Fargo (ອາເມລິກາ) ແລ້ວ, ການປະທະກັນໃນປັດຈຸບັນ ຢູ່ Gaza ໄດ້ຍູ້ໄວວິວັດການປອດໂລກາພິວັດ ເຊິ່ງພວມນັບມື້ນັບຈະແຈ້ງ ພາຍຫຼັງໂລກລະບາດໂຄວິດ - 19 ແລະ ການປະທະກັນຢູ່ ຢູແກຼນ, ພ້ອມທັງນາບຂູ່ເຖິງການຟື້ນຟູເສດຖະກິດທີ່ບອບບາງຢູ່ບາງພາກພື້ນ, ພິເສດແມ່ນ ອາເມລິກາ ແລະ ສະຫະພາບເອີຣົບ./.

ຕອບກັບ

ຂ່າວ/ບົດ​ອື່ນ