(vovworld)- ທີ່ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ ຫາກໍອັດລົງໃນຕອນບ່າຍວັນທີ 14/5, ຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ເປັນຄັ້ງທີ 2 ຖືກຍົກອອກມາ. ການລົງປະຊາມະຕິ ສະແດງໃຫ້ເຫັນບົດບາດມີລັກສະນະຕັດສິນຂອງປະຊາຊົນໃນບັນດາການເຄື່ອນໄຫວການເມືອງ- ເສດຖະກິດ-ສັງຄົມຂອງປະເທດຊາດ, ຢືນຢັນສຽງເວົ້າຂອງປະຊາຊົນ ຍາມໃດກໍໄດ້ຮັບຟັງ ແລະ ເຄົາລົບ. ຜັນຂະຫຍາຍການສ້າງ ແລະ ປະຕິບັດກົດໝາຍວ່າດ້ວຍການລົງປະຊາມະຕິ ແມ່ນວຽກງານຫັນບັນດາສິ່ງທີ່ລັດຖະທຳມະນູນໄດ້ກຳນົດເປັນລະອຽດ, ຫັນແນວຄິດ “ຖືປະຊາຊົນເປັນກົກເຄົ້າ” ຂອງປະທານໂຮ່ຈິມິນ ເປັນລະອຽດ.
ພາບປະກອບ:giaoduc.net
|
ການລົງປະຊາມະຕິ ແມ່ນຮູບການເພື່ອໃຫ້ປະຊາຊົນສະແດງເຈດຈຳນົງ ແລະ ສິດອຳນາດຂອງຕົນໂດຍກົງຕໍ່ບັນດາບັນຫາສຳຄັນຂອງປະເທດຊາດໃນແຕ່ລະໄລຍະລະອຽດ. ຮ່າງກົດໝາຍວ່າດ້ວຍການລົງປະຊາມະຕິ ຈະຖືກຍົກອອກມາປຶກສາຫາລືທີ່ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ທີ່ຈະມາເຖິງ.
ການລົງປະຊາມະຕິໄດ້ຮັບການປະຕິບັດໃນຕົວຈິງ
ບໍ່ແມ່ນວ່າ ບັນຫາລົງປະຊາມະຕິຈຶ່ງຖືກຍົກອອກມາປຶກສາຫາລື, ຫາກລັດຖະທຳມະນູນສະບັບທຳອິດຂອງລັດ ສາທາລະນະລັດປະຊາທິປະໄຕຫວຽດນາມ, ລັດຖະທຳມະນູນປີ 1946 ໄດ້ຢືນຢັນບົດບາດ, ພາລະກຳຂອງປະຊາຊົນ ເມື່ອ “ມີສິດຕັດສິນກ່ຽວກັບລັດຖະທຳມະນູນ ແລະ ບັນດາວຽກງານທີ່ກ່ຽວຂ້ອງເຖິງຊາຕະກຳຂອງຊາດ. ລັດຖະທຳມະນູນປີ 2013 ກຳນົດວ່າ “ປະຊາຊົນມີສິດລົງຄະແນນສຽງເມື່ອລັດຈັດຕັ້ງ ການລົງປະຊາມະຕິ”. ການສ້າງກົດໝາຍວ່າດ້ວຍ ການລົງປະຊາມະຕິ ເພື່ອແນໃສ່ຫັນບັນດາບັນຫາຊື່ງລັດຖະທຳມະນູນຂອງຫວຽດນາມ ໄດ້ກຳນົດເປັນລະອຽດ.
ຄວາມຈິງໃນຊຸມປີມໍ່ໆມານີ້ ປະຊາຊົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມນັບມື້ນັບເລິກເຊິ່ງ ກວ້າງຂວາງ ດ້ວຍຫລາຍຮູບການທີ່ແຕກຕ່າງກັນ. ນັ້ນແມ່ນ ເຂົ້າຮ່ວມໂດຍກົງຫລືຜ່ານການໄຈ້ແຍກຕີລາຄານະໂຍບາຍ; ປະກອບຄຳເຫັນເຂົ້າໃນການສ້າງບັນດາເອກະສານນິຕິກຳ; ສະເຫນີບັນດາຄຳເຫັນກ່ຽວກັບບັນດາບັນຫາການເມືອງເສດຖະກິດສັງຄົມ. ຄຳເຫັນຂອງປະຊາຊົນລ້ວນແຕ່ໄດ້ຮັບການຮັບຟັງ, ໄດ້ຮັບການຄັດເລືອກ ໄດ້ປະກອບສ່ວນສ້າງວຽກງານຄຸ້ມຄອງລັດ, ວຽກງານສ້າງກົດໝາຍໃຫ້ສົມບູນແບບກວ່າ, ຊ້ຳບໍ່ໜຳຍັງມີລັກສະນະຕັດສິນຕໍ່ແຜນນະໂຍບາຍ, ນະໂຍບາຍລະອຽດຂອງກະຊວງ, ຂະແຫນງການຫລືທ້ອງຖິ່ນ. ຍ້ອນມີຄຳເຫັນປະກອບຂອງປະຊາຊົນ ມີບາງເອກະສານນິຕິກຳທີ່ບໍ່ເໝາະສົມກັບຄວາມຈິງ ກໍຄືແຜນນະໂຍບາຍ, ນະໂຍບາຍບໍ່ຖືກຕ້ອງກັບກົດໝາຍ, ບໍ່ເໝາະສົມກັບຈິດໃຈຂອງປະຊາຊົນໄດ້ຖືກຢຸດຕິການປະຕິບັດໄວ້. ມາຮອດປະຈຸບັນ, ບັນດາ ແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງ ແລະ ມີຜົນສະທ້ອນໂດຍກົງເຖິງຊີວິດຂອງປະຊາຊົນ ປະຈຸບັນ ແລະ ໃນອະນາຄົດ ສ່ວນຫລາຍຖືກຍົກອອກມາເພື່ອຮັບເອົາຄຳເຫັນຈາກປະຊາຊົນ. ແຕ່ບັນດາວຽກງານນັ້ນ ພຽງແຕ່ຈັດຕັ້ງການຮັບເອົາຄຳເຫັນຂອງປະຊາຊົນເທົ່ານັ້ນ ຫາກບໍ່ທັນ ລົງປະຊາມະຕິເທື່ອ.
ສະແດງໃຫ້ເຫັນເຈດຈຳນົງ ແລະ ສິດອຳນາດຂອງປະຊາຊົນຢ່າງແຮງ
ການລົງປະຊາມະຕິຫລືປ່ອນບັດໃນທົ່ວປວງຊົນ ແມ່ນການປ່ອນບັດໂດຍກົງ, ໃນນັ້ນ ຜູ້ມີສິດເລືອກຕັ້ງທັງໝົດໄດ້ຮັບຄຳສະເຫນີຮັບຮູ້ຫລືຢັບຢັ້ງຂໍ້ສະເຫນີພິເສດ. ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດ, ເມື່ອຕ້ອງການສຽງເວົ້າລວມ, ຄວາມເຫັນດີເຫັນພ້ອມ, ກຳລັງແຮງ, ການຕັດສິນບັນດາວຽກງານທີ່ສຳຄັນ, ຈຳເປັນຕ້ອງມີຄຳເຫັນປະກອບຂອງປະຊາຊົນ. ແລະ ຄວາມຈິງໄດ້ພິສູດໃຫ້ເຫັນລັກສະນະຖືກຕ້ອງຂອງບັນດາຄຳຕັດສິນນັ້ນ. ປະຈຸບັນ ປະຊາຊົນ ດ້ວຍບັນດາສິດຂອງຕົນຢ່າງພຽງພໍ, ການລົງປະຊາມະຕິຍິ່ງໄດ້ວາງອອກ, ບໍ່ພຽງແຕ່ໃນຂອບເຂດປະເທດຫນຶ່ງ, ຊາດຫນຶ່ງເທົ່ານັ້ນ ຫາກມີເຖິງ 167 ໃນຈຳນວນ 214 ປະເທດ ແລະ ເຂດແຄ້ວນ ມີກົດໝາຍຫລືຂໍ້ກຳນົດຂອງກົດໝາຍກ່ຽວກັບການລົງປະຊາມະຕິ.
ມີການລົງປະຊາມະຕິ, ປະຊາຊົນຈຶ່ງສະແດງເຈດຈຳນົງ ແລະ ສິດອຳນາດຂອງຕົນ ໂດຍກົງ, ຈຶ່ງເປັນເຈົ້າການເຂົ້າຮ່ວມຢ່າງເລິກເຊິ່ງ, ກ້ວາງຂວາງ, ມີລັກສະນະຕັດສິນສຳລັບບັນດາບັນຫາສຳຄັນຂອງປະເທດຊາດໄດ້. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢັ້ງຢືນວ່າ “ເມື່ອລົງປະຊາມະຕິ, ຄຳເຫັນຂອງປະຊາຊົນແມ່ນຄຳເຫັນຕັດສິນ. ນັ້ນແມ່ນຫຼັກການ, ເມື່ອລົງປະຊາມະຕິ ແມ່ນໂດຍປະຊາຊົນຕັດສິນ ຫາກວ່າສະພາແຫ່ງຊາດບໍ່ສາມາດຕັດສິນເອງໄດ້”. ເມື່ອປະຊາຊົນໄດ້ປະກອບສຽງເວົ້າຂອງຕົນ ຈະເຮັດໃຫ້ການເຄື່ອນໄຫວຂອງກົງຈັກຄຸ້ມຄອງລັດ, ຂອງອຳນາດການປົກຄອງທຸກຂັ້ນນັບມື້ນັບໄດ້ຮັບການປັບປຸງ, ກະຈ່າງແຈ້ງ, ພາວະວິໄສກ່ວາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ແກ້ໄຂບັນດາສິ່ງຄົງຄ້າງໃນໝູ່ປະຊາຊົນ.
ປະຕິບັດການລົງປະຊາມະຕິໝາຍຄວາມວ່າແມ່ນການອອກແຮງປະຕິບັດປະຊາທິປະໄຕ, ເຄົາລົບສິດເປັນເຈົ້າຂອງມະຫາຊົນຢ່າງແທດຈິງ, ມີຄວາມປະຊາທິປະໄຕກ່ຽວກັບດ້ານເສດຖະກິດ ແລະ ການເມືອງ. ນີ້ແມ່ນເລື່ອງຫັນແນວຄວາມຄິດ “ຖືປະຊາຊົນແມ່ນກົກເຄົ້າ” ຂອງປະທານ ໂຮ່ຈີມິນ ດ້ວຍບັນດາວຽກງານລະອຽດໃນວຽກງານສ້າງກົດໝາຍ ແລະ ບັນດາຂົງເຂດເຄື່ອນໄຫວອື່ນໆ ຕົວຢ່າງຄືການກໍ່ສ້າງກົດໝາຍວ່າດ້ວຍການລົງປະຊາມະຕິ.