ການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາ

(VOVWORLD) -ພັນທະມິດກຳອຳນາດ ລະຫວ່າງ ພັກປະຊາທິປະໄຕເສລີ (LDP) ຂອງນາຍົກລັດຖະມົນຕີ Shinzo Abe ແລະ ພັກ Komeito ຫາກໍ່ຍາດໄດ້ໄຊຊະນະໃຫຍ່ຫລວງໃນການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ເມື່ອວັນທີ 22 ຕຸລາ. ໄຊຊະນະນີ້ ໄດ້ນຳທ່ານນາຍົກລັດຖະມົນຕີ Shinzo Abe ກາຍເປັນຜູ້ນຳພາປະເທດ ຍີ່ປຸ່ນ ຍາວນານກວ່າໝູ່ໃນປະຫວັດສາດ ຍີ່ປຸ່ນ ເມື່ອສືບຕໍ່ກຳອຳນາດຮອດປີ 2021 ພ້ອມທັງເປັນການເປີດຊ່ອງທາງໃຫ້ທ່ານ Shinzo Abe ປະຕິບັດບັນດານະໂຍບາຍຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນປະຕິບັດການປັບປຸງລັດຖະທຳມະນູນ, ຕາມນັ້ນແລ້ວ ອະນຸຍາດໃຫ້ເພີ່ມທະວີກຳລັງແຮງດ້ານການທະຫານຂອງປະເທດຊາດໃນສະພາບການບັນດາໄພນາບຂູ່ຈາກ ສປປ ເກົາຫລີ ພວມນັບມື້ນັບເພີ່ມຂຶ້ນ.

ການເລືອກຕັ້ງສະພາຕ່ຳ ຍີ່ປຸ່ນ ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພັດທະນາ - ảnh 1ການນຳພັກ LDP, ນາຍົກລັດຖະມົນຕີ  Shinzo Abe ແລະ ປະທານ ສະພາຄົ້ນຄ້ວານະໂຍບາຍຂອງ LDP ທ່ານ Fumio Kishida

ພາບ:Vietnam+

 ເມື່ອຍາດໄດ້ 2/3 ໃນສະພາຕ່ຳ ຈະສ້າງຄວາມສະດວກຫລາຍກວ່າໃຫ້ທ່ານ Shinzo Abeໃນການຮັບຮອງເອົາບັນດານະໂຍບາຍການເງິນຢ່າງສະດວກ ເພື່ອກະຕຸກຊຸກຍູ້ດ້ານເສດຖະກິດ ແລະ ເງິນຕາ, ຊ່ວຍໃຫ້ພື້ນຖານເສດຖະກິດໃຫຍ່ອັນດັບ 2 ໃນ ອາຊີ ສືບຕໍ່ພັດທະນາ. ນອກນັ້ນ ດ້ວຍທີ່ຕັ້ງບົດບາດເພີ່ມຂຶ້ນ, ພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Shinzo Abe ສາມາດຊຸກຍູ້ການປະຕິຮູບລັດຖະທຳມະນູນສັນຕິພາບ ທີ່ມີຢູ່ແລ້ວນັບແຕ່ໄລຍະຫລັງສົງຄາມໂລກຄັ້ງທີ 2, ເຮັດແຈ້ງທີ່ຕັ້ງນິຕິກຳຂອງກຳລັງປ້ອງກັນຕົວຍີ່ປຸ່ນ (SDF). ໄຊຊະນະນີ້ ກໍ່ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງຍີ່ປຸ່ນ ສືບຕໍ່ຍາດໄດ້ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ LDP, ກຳລັງຄວາມສາມາດຂອງທ່ານນາຍົກລັດຖະມົນຕີ Shinzo Abe ເອງ ໃນການນຳພາປະເທດຊາດ.

        ສ້າງເງື່ອນໄຂສືບຕໍ່ຊຸກຍູ້ນະໂຍບາຍພັດທະນາເສດຖະກິດ

        ເມື່ອທ່ານ Shinzo Abe ກັບຄືນສູ່ທີ່ນັ່ງ ນາຍົກລັດຖະມົນຕີ ຍີ່ປຸ່ນ ໃນເດືອນ ທັນວາປີ 2012, ປະເທດ ຍີ່ປຸ່ນ ເວລານັ້ນ ປະເຊີນຫນ້າກັບບັນດາບັນຫາກ່ຽວກັບດ້ານເສດຖະກິດ ຄື ການເຕີບໂຕເສດຖະກິດຖືກຫລຸດລົງ, ອັດຕາໄພເງິນເຟີ້ເພີ່ມຂຶ້ນ.. ການໃຫ້ບຸລິມະສິດສູງສຸດໃນໄລຍະນັ້ນ ຂອງທ່ານ Shinzo Abe ແມ່ນປະຕິບັດບັນດາຄຳໝັ້ນສັນຍາໃນວິວັດການຫາສຽງເລືອກຕັ້ງ ຊື່ງໄດ້ຮູ້ຈັກເຖິງດ້ວຍລາຍການທີ່ມີຊື່ວ່າ: Abenomics. ແຜນການປະຕິຮູບເສດຖະກິດຂອງທ່ານນາຍົກລັດຖະມົນຕີ Shinzo Abe ລວມມີ 3 ບັນຫາຕົ້ນຕໍ ນັ້ນແມ່ນຊຸກຍູ້ລາຍຈ່າຍຂອງລັດ, ໂຍະຍານນະໂຍບາຍເງິນຕາ ແລະ ການເຕີບໂຕເສດຖະກິດຢ່າງເລິກກວ້າງ.

ຄວາມຈິງຊີ້ໃຫ້ເຫັນວ່າ, ໃນໄລຍະກຳອຳນາດ, ທ່ານ Shinzo Abe ໄດ້ນຳເສດຖະກິດ ຍີ່ປຸ່ນ ບັນລຸໄດ້ຄວາມຄືບຫນ້າຈຳນວນຫນຶ່ງພໍສົມຄວນ. ອັດຕາຜູ້ວ່າງງານຫລຸດລົງຫລາຍສົມຄວນ ແລະ ປະຈຸບັນ ແມ່ນຢູ່ໃນລະດັບຕ່ຳກວ່າ 3%, ໃນຂະນະທີ່ສະກຸນເງິນເຢັນ ຫລຸດລາຄານັ້ນໄດ້ ຊ່ວຍຊຸກຍູ້ການສົ່ງອອກ. ບັນດາດັດຊະນີຢູ່ຕະຫລາດ ອະສັງຫາລິມະຊັບຂອງ ຍີ່ປຸ່ນ ລ້ວນແຕ່ຢູ່ໃນລະດັບສູງສຸດໃນຫລາຍປີມໍ່ໆມານີ້. ເຖິງວ່າ ຍັງມີການຖົງຖຽງຫລາຍຢ່າງທີ່ກ່ຽວຂ້ອງເຖິງລາຍການ Abenomics ກໍຕາມ ແຕ່ມາຮອດປະຈຸບັນ ລາຍການນີ້ ສະແດງໃຫ້ເຫັນຢ່າງມີປະສິດທິຜົນສຳລັບປະເທດຍີ່ປຸ່ນ. ສະນັ້ນ ບັນດານັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ ໄຊຊະນະຂອງທ່ານນາຍົກລັດຖະມົນຕີ Shinzo Abe ແລະ ພັກ LDP ໃນການເລືອກຕັ້ງສະພາຕ່ຳຍີ່ປຸ່ນ ຜ່ານມາ ໄດ້ໝັ້ນໝາຍວ່າຈະນຳມາເຊິ່ງການເຕີບໂຕ ແລະ ສະຖຽນລະພາບໃຫ້ພື້ນຖານເສດຖະກິດ ຍີ່ປຸ່ນ. ໝາກຜົນການເລືອກຕັ້ງແມ່ນສັນຍານຂອງ ຜູ້ມີສິດເລືອກຕັ້ງ ປາດຖະຫນາຢາກຊຸກຍູ້ລາຍການ Abenomics ດ້ວຍຄວາມມານະພະຍາຍາມໃຫຍ່ຫລວງກວ່າ. ພາຍຫລັງໝາກຜົນການເລືອກຕັ້ງ, ຜູ້ຕາງຫນ້າວົງການວິສາຫະກິດ ຍີ່ປຸ່ນ ໄດ້ອອກສຽງຊົມເຊີຍໄຊຊະນະຂອງ ພັນທະມິດກຳອຳນາດ ແລະ ຖືວ່າ ນີ້ແມ່ນຈຸດເລີ່ມຕົ້ນໃຫ້ພື້ນຖານການເມືອງສະຖຽນລະພາບ. ວົງການວິສາຫະກິດ ປາດຖະຫນາວ່າ ພັນທະມິດກຳອຳນາດຈະແກ້ໄຂສະພາບຂາດແຮງງານ, ປະຕິບັດບັນດາການດັດປັບສະມັດຕະພາບແຮງງານ ກໍຄື ຊຸກຍູ້ການປະຕິຮູບໂຄງປະກອບເພື່ອສ້າງພື້ນຖານຢ່າງແຂງແຮງໃຫ້ແກ່ພື້ນຖານເສດຖະກິດ.

ປົກປັກຮັກສາປະເທດຊາດໃຫ້ມີສະຖຽນລະພາບ ແລະ ຮັບປະກັນຄວາມສະຫງົບປອດໄພແຫ່ງຊາດ

        ນອກຈາກບັນຫາເສດຖະກິດ, ບັນຫາປະຕິຮູບ ມາດຕາ 9 ໃນລັດຖະທຳມະນູນທີ່ກ່ຽວຂ້ອງເຖິງບົດບາດຂອງກຳລັງປ້ອງກັນຕົວ ຍີ່ປຸ່ນ ແລະ ກຳລັງຄວາມສາມາດແກ້ໄຂຂອງລັດຖະບານ ຖ້າຫາກເກີດວິກິດການ ຕໍ່ ສປປ ເກົາຫລີ ກໍ່ແມ່ນບັນຫາຕົ້ນຕໍໃນການຕັດສິນໝາກຜົນຂອງການເລືອກຕັ້ງຜ່ານມາ. ນັບແຕ່ກອ່ນມາຮອດປະຈຸບັນ, ທ່ານນາຍົກລັດຖະມົນຕີ Shinzo Abeໄດ້ຮັບການຕີລາຄາສູງກ່ຽວກັບກຳລັງຄວາມສາມາດດ້ານການທູດທີ່ກ່ຽວຂ້ອງເຖິງບັນຫາ ສປປ ເກົາຫລີ ແລະ LDP ຊື່ງແມ່ນພັກການເມືອງຫນຶ່ງດຽວໃນປະຈຸບັນ ຊື່ງຜູ້ມີສິດເລືອກຕັ້ງຕີລາຄາວ່າ ແມ່ນພັກມີກຳລັງຄວາມສາມາດໃນການແກ້ໄຂວິກິດການກັບ ສປປ ເກົາຫລີ ຢ່າງເໝາະສົມ. ໃນສະພາບຄວາມເຄັ່ງຕຶງຢູ່ແຫລມເກົາຫລີ ນັບມື້ນັບເພີ່ມຂຶ້ນ ຍ້ອນບັນດາເຫດຍິງທົດລອງລູກສອນໄຟຂອງ ພຽງຢາງ, ຜູ້ມີສິດເລືອກຕັ້ງຍີ່ປຸ່ນ ມີຄວາມເຊື່ອໝັ້ນວ່າ ປະເທດນີ້ ຕ້ອງມີການນຳຜູ້ຫນຶ່ງທີ່ມີກຳລັງຄວາມສາມາດໃນການແກ້ໄຂວິກິດການ ເພື່ອປະເຊີນຫນ້າກັບໄພອັນຕະລາຍຈາກບັນຫານິວເຄຼຍ ຂອງພຽງຢາງ.

        ນັບແຕ່ເມື່ອພາຍຫລັງສົງຄາມໂລກຄັ້ງທີ 2, ກອງທັບ ອາເມລິກາ ຕັ້ງຖັບຢູ່ ຍີ່ປຸ່ນ ຮັບຜິດຊອບຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຂອງ ຍີ່ປຸ່ນ  ແລະ ປະເທດນີ້ ພຽງແຕ່ຮັກສາກຳລັງທະຫານຈຳນວນຫນ້ອຍ ເພື່ອປ້ອງກັນຕົວ. ພາຍໃຕ້ສະໄຫມທ່ານນາຍົກລັດຖະມົນຕີ Shinzo Abe, ກຳລັງປ້ອງກັນຕົວ ຍີ່ປຸ່ນ ພວມນັບມື້ນັບສວມບົດບາດໃຫຍ່ກວ່າ ແລະ ດ້ວຍເລື່ອງ LDP ສືບຕໍ່ກຳອຳນາດ, ບັນດານັກຊ່ຽວຊານໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ວິວັດການປະຕິຮູບລັດຖະທຳມະນູນອາດຈະສືບຕໍ່ໄດ້ຮັບການຍູ້ແຮງ. ແຕ່ນີ້ ຈະແມ່ນບັນຫາຊື່ງທ່ານນາຍົກລັດຖະມົນຕີ Shinzo Abe ຕ້ອງແກ້ໄຂຢ່າງລະມັດລະວັງທີ່ສຸດ. ເລື່ອງປ່ຽນແປງເນື້ອໃນຂອງລັດຖະທຳມະນູນສັນຕິພາບຊື່ງໄດ້ຮັກສາໄວ້ໃນ 70 ປີຜ່ານມາ ດ້ວຍເລື່ອງຍົກລະດັບກຳລັງປ້ອງກັນຕົວກາຍເປັນກຳລັງທະຫານສວມບົດບາດເປັນເຈົ້າການກວ່າ ໄດ້ເຮັດໃຫ້ຫລາຍຄົນມີຄວາມວິຕົກກັງວົນກ່ຽວກັບໄພປະຕິຮູບລັດຖະທຳມະນູນ ຈະເຮັດໃຫ້ ຍີ່ປຸ່ນ ອາດຈະແຊກແຊງເຂົ້າໃນບັນດາສົງຄາມ. ເພາະສະນັ້ນ ຖ້າ ຟ້າວຟັ່ງໃນການຊຸກຍູ້ການປະຕິຮູບລັດຖະທຳມະນູນ ຈະພາໄປເຖິງເກີດການຖົງຖຽງກັນລະຫວ່າງບັນດາຝ່າຍ ແລະ ອາດຈະເຮັດໃຫ້ອິດທິພົນຊື່ສຽງຂອງ LDP ຫລຸດລົງ. ຄວາມວິຕົກກັງວົນນີ້ຖືກລົບລ້າງ ເມື່ອຫວ່າງແລ້ວນີ້ ທ່ານ Shinzo Abe ໄດ້ອອກສຽງປະຕິເສດແຜນການປັບປຸງລັດຖະທຳມະນູນກ່ອນປີ 2020 ແລະ ຢືນຢັນ ບໍ່ວ່າການປ່ຽນແປງໃດກໍ່ຕ້ອງນຳມາຢັ່ງຄວາມເຫັນຈາກປະຊາຊົນ.

ອາຍຸການຂອງສະພາຕ່ຳໃຫມ່ ຈະແກ່ຍາວຮອດເດືອນ ຕຸລາ ປີ 2021 ແລະ 4 ປີຈະມາເຖິງ, ທ່ານນາຍົກລັດຖະມົນຕີ Shinzo Abe ຕ້ອງພິສູດໃຫ້ເຫັນຄວາມໄວ້ວາງໃຈຂອງຕົນ ພ້ອມທັງຊຸກຍູ້ນະໂຍບາຍແຂງແຮງກວ່າໃນບັນຫາພາຍໃນ ແລະ ການຕ່າງປະເທດ. ໄຊຊະນະທີ່ການເລືອກຕັ້ງສະພາຕ່ຳຄັ້ງນີ້ ແມ່ນກຳລັງຫນູນເພື່ອໃຫ້ທ່ານນາຍົກລັດຖະມົນຕີ Shinzo Abe ປະຕິບັດບັນດາແຜນນະໂຍບາຍຂອງຕົນ, ນຳມາເຊິ່ງບັນດາຜົນປະໂຫຍດແທດຈິງໃຫ້ແກ່ປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ