ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ

(VOVWORLD) - ມື້ນີ້ບັນດານັກຄອມມູນິດ ແລະ ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 3 ກຸມພາ ປີ 1930 - ວັນທີ 3 ກຸມພາ ປີ 2021) ໃນທ່າມກາງຄວາມເບີກບານມ່ວນຊື່ນ ເມື່ອກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຫາກໍ່ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ ໃນຊຸມປີທີ່ຈະມາເຖິງ.

ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ - ảnh 1ຄະນະບໍລິຫານງານສູນກາງພັກຂຸດທີ XIII . ພາບ: dangcongsan.vn

        ສຽງກັງວານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກຄອມມູນິດຫວຽດນາມ ໃນຊຸມມື້ນີ້ຍັງຄົງຖືກຮັກສາໄວ້ໃນຈິດໃຈບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ນັ້ນແມ່ນທ່ານນາງ ເຈິ່ນທິລົກ ຢູ່ແຂວງ ບັກກ້ານ, ທ່ານ ຫງວຽນຮວິ່ງທູ ຢູ່ແຂວງ ຫວິງລອງ ແລະ ທ່ານ ຫງວຽນຝູເກື່ອງ ຢູ່ແຂວງ ດົ່ງນາຍ. ບັນດາຜູ້ແທນໄດ້ຝາກຝັງຄວາມເຊື່ອໝັ້ນ ຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ແລະ ແນວທາງຂອງພັກຄອມມູນິດຫວຽດນາມ ໃນມະຕິກອງປະຊຸມໃຫຍ່, ນີ້ໄດ້ຮັບຖືວ່າແມ່ນປັດໄຈທີ່ສຳຄັນ ເພື່ອຜັນຂະຫຍາຍເປົ້າໝາຍນຳປະເທດຊາດພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ ໃນຊຸມປີທີ່ຈະມາເຖິງຢ່າງມີໄຊ.

        "ອາດເວົ້າໄດ້ວ່າ ບຸກຄະລາກອນໃນຄະນະບໍລິຫານງານສູນກາງພັກ ກໍ່ຄືກົມການເມືອງ, ຄະນະເລຂາສູນກາງພັກ ຊຸດທີ XIII ຄັ້ງນີ້ແມ່ນບັນດາສະຫາຍທີ່ມີຄວາມສາມາດ ແລະ ມີຄຸນສົມບັດ ແລະ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ໃນອາຍຸການໃໝ່ນີ້ຈະເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ບັນດາສະຫາຍຈະເສີມຂະຫຍາຍ ເພື່ອນຳປະເທດຊາດພັດທະນາ."

   "ເນື້ອໃນຈິດໃຈມະຕິມີທັງຍຸດທະສາດຍາວນານ ແລະ ກໍ່ມີທັງທາງດ້ານເນື້ອໃນຂອງໂຄງການດຳເນີນງານໃນສະເພາະໜ້າ, ເພື່ອສາມາດປະຕິບັດ, ແກ້ໄຂບັນດາຂໍ້ຄວາມຈຳກັດ ແລະ ນຳປະເທດຊາດ ຫວຽດນາມ ພັດທະນາແບບຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນຕໍ່ບຸກຄະລາກອນໃນຄະນະບໍລິຫານງານສູນກາງພັກ, ກອງປະຊຸມໃຫຍ່ເລືອກເຟັ້ນເອົາບັນດາຜູ້ທີ່ດີເດັ່ນ ເພື່ອສືບຕໍ່ນຳພາປະເທດຊາດ ແລະ ກໍ່ສ້າງພັກເຮົາໃຫ້ໝັ້ນຄົງເຂັ້ມແຂງໃນໄລຍະທີ່ຈະມາເຖິງ."

        "ສິ່ງທີ່ສຳຄັນທີ່ສຸດ ຍັງຄົງແມ່ນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງນີ້ ຈະຜັນຂະຫຍາຍນຳມະຕິເຂົ້າສູ່ຊີວິດຕົວຈິງ. ເມື່ອກັບຄືນແຂວງ ດົ່ງນາຍ ພວກຂ້າພະເຈົ້າຍັງຈະມີແຜນການລາຍງານກັບສູນກາງ ເພື່ອນຳເອົາມະຕິເຂົ້າສູ່ຊີວິດຕົວຈິງ,  ເຮັດແນວໃດ ເພື່ອເສີມຂະຫຍາຍບັນດາວິທີການແກ້ໄຂທີ່ໄດ້ວາງອອກໃຫ້ເປັນຢ່າງດີ”

ດ້ວຍຄວາມຮັບຜິດຊອບຂອງຜູ້ນຳທ້ອງຖິ່ນ, ຄວາມຕັດສິນໃຈເຊີດຊູບົດບາດເປັນແບບຢ່າງ ລັກສະນະນຳໜ້າຂອງພະນັກງານໃນການປະຕິບັດພາລະບົດບາດ ໜ້າທີ່ ທີ່ໄດ້ຮັບການມອບໝາຍ, ຜູ້ແທນ ຮວ່າງຈຸງຢຸ໊ງ ເລຂາພັກແຂວງ ແຂວງ ຮ່າຕິ໊ງ, ຜູ້ແທນ ໂຮ່ວັນນຽນ ເລຂາພັກແຂວງ ແຂວງ ຢາລາຍ ໄດ້ເນັ້ນໜັກກ່ຽວກັບແຜນການຜັນຂະຫຍາຍ ຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກເປັນລະອັນຢູ່ທ້ອງຖິ່ນ, ຜ່ານນັ້ນປະກອບສ່ວນປະຕິບັດບັນດາເປົ້າໝາຍທີ່ວາງອອກຢ່າງມີໄຊ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃນບໍລິເວນ ປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດຊາດ.

        "ພວກຂ້າພະເຈົ້າຈະນຳບັນຍາກາດປະຊາທິປະໄຕ, ຄວາມປິຕິຊົມຊື່ນຂອງກອງປະຊຸມໃຫຍ່ ເພື່ອຜັນຂະຫຍາຍໃຫ້ແທດເໝາະກັບແຕ່ລະຂົງເຂດໃນບໍລິເວນແຂວງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງຫວັງຂອງປະຊາຊົນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນອາຍຸການໃໝ່ນີ້ ປະເທດຊາດຈະສືບຕໍ່ພັດທະນາ ແລະ ວຽກງານປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ”.

        "ບົນພື້ນຖານມະຕິສະບັບນີ້ ພ້ອມກັບບັນດາໂຄງການແຜນການຂອງສູນກາງ, ໂດຍອີງໃສ່ສະພາບຕົວຈິງຢູ່ທ້ອງຖິ່ນ, ພວກຂ້າພະເຈົ້າຈະສ້າງບັນດາໂຄງການດຳເນີນງານ ເພື່ອຜັນຂະຫຍາຍປະຕິບັດ, ນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກເຂົ້າສູ່ຊີວິດຕົວຈິງ"

        ກອງປະຊຸມໃຫຍ່ ຄັ້ງທີ່ XIII  ຂອງພັກຄອມມູນິດ ຫວຽດນາມ  ໄດ້ຖືກຈັດຂຶ້ນ ໃນຈຸດເວລາທີ່ທົ່ວພັກ ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ປະຕິບັດບັນດາແຜນນະໂຍບາຍ ເປົ້າໝາຍ ແລະ ໜ້າທີ່ທີ່ໄດ້ຮັບການກຳນົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ່າງມີໄຊ, ບັນລຸໄດ້ບັນດາໝາກຜົນທີ່ສຳຄັນທີ່ສຸດ ຮອບດ້ານພໍສົມຄວນ ສ້າງບັນດາຂີດໝາຍທີ່ພົ້ນເດັ່ນ ປະກອບສ່ວນເຂົ້າໃນບັນດາຜົນງານທີ່ຍິ່ງໃຫຍ່ ມີຄວາມໝາຍປະຫວັດສາດຂອງ 35 ປີ ແຫ່ງການປ່ຽນແປງໃໝ່; 30 ແຫ່ງການປະຕິບັດໂຄງການດຳເນີນງານ ປີ 1991; 10 ປີ ແຫ່ງການປະຕິບັດໂຄງການດຳເນີນງານເພີ່ມເຕີມ,  ຂະຫຍາຍປີ 2011 ແລະ ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 10 ປີ 2011 – 2020. ໝາກຜົນໃນຊຸມປີທີ່ຜ່ານມາ ແມ່ນພື້ນຖານເພື່ອໃຫ້ພັກຄອມມູນິດ ຫວຽດນາມ ວາງເປົ້າໝາຍກໍ່ສ້າງປະເທດ ຫວຽດນາມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ມີຄວາມຜາສຸກໃນອາຍຸການທີ່ຈະມາເຖິງ.

       ກອງປະຊຸມໃຫຍ່ຄັ້ງທີ XIII ເປັນຂີດໝາຍສຳຄັນຢ່າງແທ້ຈິງ ໃນປະຫວັດສາດພັດທະນາຂອງພັກ ຂອງປະເທດຊາດ ປຸກລຸກຄວາມຄາດຫວັງ ສ້າງປະເທດໃຫ້ຈະເລີນຮຸ້ງເຮືອງ ວັດທະນາຖາວອນ. ທ່ານ ເລຫ໋າຍບິ່ງ ກຳມະການສຳຮອງ ຄະນະບໍລິຫານງານສູນກາງພັກ, ຮອງຫົວໜ້າຄະນະສະເພາະກິດ ຄະນະຊິ້ນຳວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ, ຫົວໜ້າກົມຖະແຫຼງຂ່າວໃຫ້ຕ່າງປະເທດ ແລະ ການຮ່ວມມືສາກົນ - ຄະນະໂຄສະນາສຶກສາສູນກາງພັກຢືນຢັນວ່າ:

     “ພັກມີຄວາມກ້າຫານທີ່ສຸດ ໃນການປະຕິບັດກິດຈະການປ່ຽນແປງໃໝ່ຜ່ານ 35 ປີມານີ້ ແລະ ໄດ້ສ້າງບັນດາບາດກ້າວຂະຫຍາຍຕົວໃໝ່ທີ່ສຸດ, ບັນດາບາດກ້າວຂະຫຍາຍຕົວຢ່າງກ້າວກະໂດດຂັ້ນ ແລະ ອາດຈະເວົ້າໄດ້ວ່າ ມາຮອດປັດຈຸບັນ ໄດ້ເຕົ້າໂຮມບັນດາປັດໄຈຢ່າງພຽງພໍ່ ເພື່ອໃຫ້ປະເທດຊາດ ປຸກລຸກຄວາມຄາດຫວັງ ໃຫ້ພັດທະນາປະເທດຊາດຢ່າງຈະເລີນຮຸ່ງເຮືອງ ແລະ ຜາສຸກຄືດັ່ງ ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ປະເທດເຮົາຍັງບໍ່ທັນມີຍາມໃດ ທີ່ມີພະລະກິດ, ກຳລັງບົ່ມຊ້ອນ ທີ່ຕັ້ງບົດບາດ ແລະ ອິດທີພົນຊື່ສຽງສາກົນຄືໃນວັນນີ້”.

        ໂດຍໄດ້ດຳເນີນໃນສະພາບການຊຶ່ງທີ່ຕັ້ງບົດບາດຂອງປະເທດຊາດຖືກຍົກສູງຂຶ້ນ ແລະ ຖືກດຳເນີນໃນສະພາບການທີ່ປະເທດຊາດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບກັນ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ  ໄດ້ແບກຫາບຄວາມຮັບຜິດຊອບປະຫວັດສາດຢ່າງໃຫຍ່ຫຼວງ ທີ່ມີຕໍ່ປະເທດຊາດ, ປະຊາຊົນ, ບໍ່ພຽງແຕ່ໃນໄລຍະ 5 ປີ 2021 - 2025 ເທົ່ານັ້ນ ຫາກນັບທັງຊຸມທົດສະວັດທີ່ຈະມາເຖິງ ໃຫ້ແກ່ບັນດາລຸ້ນຄົນໃນອະນາຄົດຂອງປະເທດຊາດ ດ້ວຍເປົ້າໝາຍລະອຽດ, ວິໄສທັດທີ່ຍາວໄກຈົນຮອດກາງສະຕະວັດ. ທ່ານຟຸ່ງຮີ້ວຟູ້ ຮອງປະທານ ສະພາທິດສະດີສູນກາງພັກຄອມມູນິດຫວຽດນາມ ເນັ້ນໜັກວ່າ :

       “ໃນໄລຍະທາງແຫ່ງການພັດທະນາທີ່ຈະມາເຖິງ, ປະເທດ ຫວຽດນາມ ມີ 2 ເຫດການສຳຄັນຍິ່ງຄື: 100 ປີແຫ່ງການສ້າງຕັ້ງພັກຄອມມູນິດ ຫວຽດນາມ  ແລະ 100 ປີແຫ່ງວັນສະຖາປະນາປະເທດ. 2 ເຫດການນີ້ ບໍ່ພຽງແຕ່ແມ່ນ 2 ເຫດການທຳມະດາເທົ່ານັ້ນ ຫາກຍັງແມ່ນ 2 ຂີດໝາຍແຫ່ງການພັດທະນາຢ່າງກ້າວກະໂດດຂັ້ນອີກດ້ວຍ. ພວກເຮົາຫວັງວ່າ 2 ເຫດການນີ້ ຈະສ້າງການພັດທະນາທີ່ມີລັກສະນະບຸກທະລຸ, ມີລັກສະນະກະໂດດຂັ້ນ. ຢາກເຮັດໄດ້ຄືແນວນັ້ນ ຕ້ອງຫຼໍ່ລ້ຽງຄວາມຄາດຫວັງຂອງທັງຊາດໃຫ້ບືນຕົວຂຶ້ນ, ເຈດຈຳນົງຕັດສິນໃຈບືນຕົວຂຶ້ນຢ່າງແຮງ.”

ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ - ảnh 2ທ່ານຟຸ່ງຮີ້ວຟູ້ ຮອງປະທານ ສະພາທິດສະດີສູນກາງພັກຄອມມູນິດຫວຽດນາມ (ພາບ: vnexpress.net)

        ປະເທດເຮົາຍັງບໍ່ທັນມີຍາມໃດ ທີ່ມີພະລະກິດ, ກຳລັງບົ່ມຊ້ອນ ທີ່ຕັ້ງບົດບາດ ແລະ ອິດທີພົນຊື່ສຽງສາກົນຄືໃນວັນນີ້” ແຕ່ຊາດຫວຽດນາມ ຍັງຈະຕ້ອງສູ້ຊົນ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ ເພື່ອບັນລຸໄດ້ຜົນງານຫລາຍຢ່າງກ່ວາອີກ. ຄວາມກະຕືລືລົ້ນ, ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈທັງໝົດ ລ້ວນແຕ່ໄດ້ຮັບການຢັ້ງຢືນໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນໃນບົດກ່າວປາໄສອັດກອງປະຊຸມໃຫຍ່ວ່າ:

        “ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ຈະລະດົມກຳລັງໃຈຢ່າງແຮງໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ຄວາມສະດວກ, ສູ້ຊົນນຳປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ຕາມກຳນົດທິດສັງຄົມນິຍົມໂດຍໄວ. ຂ້າພະເຂົ້າສະເໜີ ພາຍຫລັງກອງປະຊຸມໃຫຍ່, ຄະນະພັກທຸກຂັ້ນ, ອົງການຈັດຕັ້ງພັກທຸກອົງການ ຕ້ອງສຸມໃສ່ປະຕິບັດການເຜີຍແຜ່, ໂຄສະນາເປັນຢ່າງດີກ່ຽວກັບໝາກຜົນກອງປະຊຸມໃຫຍ່ໃນທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຢ່າງເລິກເຊິ່ງກ້ວາງຂວາງ.

        ກອງປະຊຸມໃຫຍ່ XIII ຂອງພັກ ແມ່ນເຫດການທີ່ມີລັກສະນະປະຫວັດສາດ, ເປີດໄລຍະທາງໃໝ່ໃນການພັດທະນາຂອງ ຫວຽດນາມ, ມຸ່ງໄປເຖິງການກໍ່ສ້າງປະເທດຊາດຈະເລີນຮຸ່ງເຮືອງ, ຜາສຸກ. ບັນດາເປົ້າໝາຍເຊິ່ງພັກວາງອອກ ແມ່ນບັນດາຄຳໝັ້ນສັນຍາດ້ານການເມືອງຂອງພັກທີ່ມີຕໍ່ປະເທດ ໃນໄລຍະປະຕິວັດໃໝ່, ພ້ອມທັງກໍ່ແມ່ນໄມ້ວັດແທກຢ່າງຊັດເຈນ, ລະອຽດ, ສ້າງເງື່ອນໄຂຈະແຈ້ງໃຫ້ປະຊາຊົນໄດ້ຕິດຕາມກວດກາພາລະກຳປະຫວັດສາດຂອງພັກ ໃນໄລຍະປະຕິວັດໃໝ່.

        ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃນຈຸດເວລາກ່ອນເຫດການສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ແມ່ນແຫຼ່ງບັນດານໃຈເພື່ອໃຫ້ຊາວ ຫວຽດນາມ ນັບຫລາຍລ້ານຄົນ ສືບຕໍ່ມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງປະເທດຊາດ ເມື່ອມີກົງຈັກການນຳຊຸດໃໝ່, ໄປຄຽງຄູ່ກັບທີ່ຕັ້ງບົດບາດໃໝ່, ຜົນສະທ້ອນໃໝ່ ເຊິ່ງທົ່ວກອງທັບ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວສ້າງຂຶ້ນໃນໄລຍະອັນສັ້ນໆທີ່ຜ່ານມາ. ແລະ ເນື້ອໃນການສຳພາດທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ, ປະທານສະພາວິທະຍາສາດ, ສັງກັດມະຫາວິທະຍາໄລແຫ່ງຂາດ ຮ່າໂນ້ຍ ຂອງນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເປັນການຢັ້ງຢືນຄວາມເປັນຈິງນີ້.

     ນັກຂ່າວ: ຂໍຮຽນທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ, ທ່ານມີຄວາມເຊື່ອໝັ້ນ, ຄວາມຫວັງຫຍັງແດ່ ຕໍ່ກອງປະຊຸມໃຫຍ່ຂອງພັກຄັ້ງນີ້?

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ: ຂ້າພະເຈົ້າມີຄວາມນຶກຄິດວ່າ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເວົ້າລວມ ໃນນັ້ນມີຂ້າພະເຈົ້າ ນັ້ນແມ່ນພະລັງຊີວິດຂອງພັກ. ພັກເສີມຂະຫຍາຍບົດບາດນຳພາຂອງຕົນ ຕ້ອງອີງໃສ່ພື້ນຖານຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ໃນໄລຍະຍາວ 90 ປີແຫ່ງການນຳພາການປະຕິວັດຊາດຫວຽດນາມ, ສິ່ງໃດ ທີ່ພັກໄດ້ນຳມາໃຫ້ປະເທດຊາດ, ໄດ້ສ້າງອິດທິພົນຊື່ສຽງຂອງພັກ. ພວກຂ້າພະເຈົ້າເຫັນວ່າ ຄວາມໄວ້ເນື້ອເຊື່ອໃຈໄດ້ເພີ່ມຂຶ້ນຢ່າງແຮງ. ນັ້ນແມ່ນທົ່ວທັງຊາດມີຄວາມໄວ້ເນື້ອເຊື່ອໃຈຕໍ່ກອງປະຊຸມໃຫຍ່ຄັ້ງທີ XIII ນີ້ ຄືດັ່ງຂີດໝາຍປະຫວັດສາດ ເພື່ອນຳປະເທດກ້າວຂຶ້ນໃນໄລຍະໃໝ່. ພັກກອມມູນິດ ຫວຽດນາມ ສົມເປັນກອງນຳໜ້າຂອງຊົນຊັ້ນ ແລະ ຂອງປະເທດຊາດ, ໃນສະພາບການໂລກປະຈຸບັນ, ປະເທດຊາດຫວຽດນາມ ພາຍໃຕ້ການນຳພາຂອງພັກ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພາລະກິດໃຫຍ່ຫລວງຂອງປະເທດຊາດ.

ນັກຂ່າວ: ແມ່ນວ່າຄວາມໄວ້ເນື້ອເຊື່ອໃຈຕໍ່ພາລະກິດໃຫຍ່ຫລວງຂອງຊາດ ແມ່ນບໍ່ທ່ານ ?

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ: ຫວຽດນາມ ແມ່ນຊາດໜຶ່ງທີ່ອາດເວົ້າໄດ້ວ່າແມ່ນພິເສດ. ບໍ່ມີປະເທດໃດໃນໂລກຖືກຄອບຄອງ, ຖືກຂຸດຮີດ, ຜ່ານບັນດາໄລຍະປະຫວັດສາດທີ່ຫຍຸ້ງຍາກ ແຕ່ບໍ່ມີຍາມໃດປະລະເປົ້າໝາຍຂອງຕົນ. ໂດຍຜ່ານຜ່າທຸກຄວາມຫຍຸ້ງຍາກ, ຫວຽດນາມ ໃນປະຈຸບັນໄດ້ກາຍເປັນປະເທດໜຶ່ງທີ່ມີອິດທິພົນຊື່ສຽງຢູ່ເວທີສາກົນ. ດ້ວຍບັນດາປັດໄຈເຫຼົ້ານັ້ນ, ເມື່ອເວົ້າເຖິງອະນາຄົດຂອງປະເທດໜຶ່ງ ແມ່ນໄດ້ເວົ້າເຖິງແງ່ຫວັງທີ່ສະຫວ່າງສະໄຫວກ່ຽກກັບພາລະກິດຂອງຊາດຫວຽດນາມ.

ນັກຂ່າວ: ເພື່ອປຸກລຸກຄວາມຄາດຫວັງພັດທະນາປະເທດຊາດ, ຮຽກຮ້ອງໃຫ້ພັກຕ້ອງເຕົ້າໂຮມບັນດາປັດໄຈ, ໃນນັ້ນ ມີການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນສຳຄັນທີ່ສຸດ. ໃນສະພາບການປະຈຸບັນ, ການປຸກລະດົມຄວາມສາມັກຄີຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດແມ່ນຄືແນວໃດ ? ຂໍຮຽນທ່ານ.

ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ: ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນນັບແຕ່ກ່ອນມາຮອດວັນນີ້ ມັນໄດ້ກາຍເປັນອາວຸດມີປະໂຫຍດຂອງປະເທດ ຫວຽດນາມ. ແຕ່ຄວາມສາມັກຄີໃນໄລຍະນີ້ ຕ້ອງຍົກສູງກ່ຽວກັບຄຸນນະພາບ. ສະນັ້ນ ຂ້າພະເຈົ້າຢາກເວົ້າເຖິງຍຸດທະສາດມະນຸດຂອງພວກເຮົາ ແມ່ນຖືກຕ້ອງທີ່ສຸດ ແຕ່ເຖິງເວລາແລ້ວທີ່ພວກເຮົາຕ້ອງມີຍຸດທະສາດທີ່ມີປະສິດທິຜົນທີ່ສຸດກ່ຽວກັບຜູ້ມີຄວາມ ເກັ່ງກ້າສາມາດ. ກອງປະຊຸມໃຫຍ່ຄັ້ງນີ້ ພັກໄດ້ກະກຽມຖັນແຖວຜູ້ສືບທອດໜຸ່ມ, ຂະຫຍັນຂັນເຄື່ອນ ແລະ ມີຄວາມເກັ່ງກ້າສາມາດຢ່າງລອບຄອບຖີ່ຖ້ວນ.

ນັກຂ່າວ: ຂໍຂອບໃຈທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ

ກ້າວຂຶ້ນສູ່ຄວາມຜາສຸກ ວັດທະນາຖາວອນ ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນ - ảnh 3ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູມິງຢາງ (ພາບ: cand.com.vn)

ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເຮັດໃຫ້ພວກເຮົາຫວນຄືນໄລຍະທາງ 91 ປີແຫ່ງການນຳພາປະເທດຊາດຂອງພັກກອມມູນິດ ຫວຽດນາມ ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ ກາຍເປັນປະເທດທັດທຽມກັບບັນດາເພື່ອນມິດສາກົນໃນໂລກປະຈຸບັນ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ເປີດຊ່ອງທາງ ເພື່ອໃຫ້ປະເທດຊາດກ້າວເຂົ້າລະດູບານໃໝ່ຂອງປະເທດຊາດ. ທົ່ວປະເທດ ຈະມີຄວາມ ຄວາມເຊື່ອໝັ້ນ ຢ່າງໜັກແໜ້ນພາຍໃຕ້ຄັນທຸງພັກ ແລະ ເຕັມໄປດ້ວຍຄຸນນະທາດຂອງຊາດວິລະຊົນ. ເຊື່ອໝັ້ນຕໍ່ພັກ ດ້ວຍຄວາມຄາດຫວັງຢ່າງແຮງກ້າ ແລະ ຄວາມຕັດສິນໃຈວ່າ ປະເທດ ຫວຽດນາມ ແນ່ນອນວ່າ ຈະສ້າງຜົນສຳເລັດອັນມະຫັດສະຈັນ ມີຄວາມຜາສຸກ ແລະ ວັດທະນາຖາວອນ ບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມໃນອະນາຄົດທີ່ບໍ່ໄກນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ