ຂີດໝາຍຂອງ ຫວຽດນາມ ໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຫວຽດນາມ ເຂົ້າເປັນສະມາຊິກສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນວັນທີ 28 ກໍລະກົດ 1995, ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 28 (AMM 28) ຢູ່ ບຣູໄນ.

 ໃນຕະຫຼອດ 28 ປີຜ່ານມາ, ຫວຽດນາມ ໄດ້ເຊື່ອມໂຍງຢ່າງວ່ອງໄວ, ເຂົ້າຮ່ວມຢ່າງເລິກເຊິ່ງ, ກ້ວາງຂວາງໃນທຸກຂົງເຂດຮ່ວມມືຂອງ ອາຊຽນ ແລະ ມີບັນດາການປະກອບສ່ວນຕັ້ງໜ້າໃນການຮັກສາຄວາມສາມັກຄີພາຍໃນກຸ່ມ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາ ແລະ ຜົນສຳເລັດຂອງ ອາຊຽນ.

ຂີດໝາຍຂອງ ຫວຽດນາມ ໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ:Hữu Chiến/TTXVN)

          ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງໃນວັນທີ 8 ສິງຫາ 1967, ດ້ວຍ 5 ປະເທດສະມາຊິກ; ແລະ ຄ່ອຍໆພັດທະນາເປັນອົງການຮ່ວມມືຮອບດ້ານ ແລະ ແໜ້ນແຟ້ນ, ລວມທັງໝົດ 10 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ກາຍເປັນປະຊາຄົມ ອາຊຽນ ຢ່າງເປັນທາງການໃນວັນທີ 31 ທັນວາ 2015. ດ້ວຍທິດນຳ “ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ”, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ ອາຊຽນ ເອກະພາບ, ສາມັກຄີ, ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ມີສຽງເວົ້າຢູ່ພາກພື້ນ ແລະ ໄດ້ຮັບການຮັບຮູ້ຈາກບັນດາປະເທດໃຫຍ່.

ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງ ອາຊຽນ

          ນັບແຕ່ເວລາເຂົ້າຮ່ວມ ອາຊຽນ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ ອາຊຽນ ຮັບບັນດາປະເທດ: ລາວ, ມຽນມາ ແລະ ກຳປູເຈຍ ເຂົ້າເປັນສະມາຊິກ. ຫວຽດນາມ ສວມບົດບາດແກ່ນສານໃນການກຳນົດເປົ້າໝາຍ, ທິດທາງການພັດທະນາ ແລະ ການສ້າງບັນດານະໂຍບາຍຊີ້ຂາດໃຫຍ່ໃນ ອາຊຽນ ໃຫ້ເປັນຮູບປະທຳ, ຄື: ສົນທິສັນຍາ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ; ວິໄສທັດ ອາຊຽນ 2020 ແລະ ບັນດາແຜນການຜັນຂະຫຍາຍວິໄສທັດ, ຄື: ໂຄງການກະທຳ ຮ່າໂນ້ຍ, ແຜນການກະທຳ ວຽງຈັນ; ຖະແຫຼງການຮ່ວມປອງດອງອາຊຽນ II; ກົດບັດ ອາຊຽນ… ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ເນັ້ນໜັກເຖິງບັນດາການປະກອບສ່ວນຂອງ ຫວຽດນາມ:

          “ນັບແຕ່ເວລາເປັນສະມາຊິກ ອາຊຽນ ຢ່າງເປັນທາງການ, ຂ້າພະເຈົ້າຄິດວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ ອາຊຽນ. ເຖິງວ່າ, ໄດ້ຮັກສາບົດບາດເປັນປະເທດປະທານ ອາຊຽນ, ປະຕິບັດໜ້າທີ່ໃນຄະນະເລຂາທິການ ອາຊຽນ ຫຼື ແມ່ນປະເທດປະສານງານ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ຢູ່ບັນດາເວທີປາໄສສາກົນ, ຫວຽດນາມ ຍາມໃດກໍ່ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດ ອາຊຽນ. ອາດເວົ້າໄດ້ວ່າ, ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນໃຫຍ່ຫຼວງໃຫ້ແກ່ ອາຊຽນ”.

          ບໍ່ພຽງແຕ່ເຂົ້າຮ່ວມການສ້າງບັນດານະໂຍບາຍຊີ້ຂາດເທົ່ານັ້ນ, ໃນແຕ່ລະໄລຍະແຫ່ງການພັດທະນາຂອງ ອາຊຽນ, ຍາມໃດ ຫວຽດນາມ ກໍ່ຕັ້ງໜ້າ ແລະ ເຂັ້ມງວດພ້ອມກັບ ອາຊຽນ ນຳບັນດາລັດຖະນະໂຍບາຍເຂົ້າເຄື່ອນໄຫວ, ຄືການຫັນບັນດາເອກະສານວິໄສທັດໃຫ້ປະກົດຜົນເປັນຈິງ, ນຳກົດບັດ ອາຊຽນເຂົ້າສູ່ຊີວິດຕົວຈິງ. ປະຈຸບັນ, ຫວຽດນາມ ໄດ້ ແລະ ພວມ ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ຕັ້ງໜ້າຜັນຂະຫຍາຍການສ້າງປະຊາຄົມ, ປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ສະເໜີ, ຂໍ້ລິເລິ່ມໃນຫຼາຍຂົງເຂດຢ່າງເຂັ້ມງວດ. ຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2025 ແລະ ບັນດາແຜນການສັງລວມໂດຍອີງໃສ່ 3 ເສົາຄ້ຳຂອງ ປະຊາຄົມ, ຫວຽດນາມ ສືບຕໍ່ເຂົ້າຮ່ວມການຮ່ວມມື ອາຊຽນ ໃນທຸກຂົງເຂດ ດ້ວຍລະດັບ ແລະ ຂອບຂະໜາດນັບມື້ນັບເລິກເຊິ່ງ, ກ້ວາງຂວາງ. ເປັນໜ້າສົນໃຈແມ່ນ, ຫວຽດນາມ ແມ່ນໜຶ່ງໃນສອງປະເທດທີ່ມີອັດຕາການປະຕິບັດບັນດາມາດຕະການບຸລິມະສິດ ໃນແຜນການສັງລວມ ສ້າງປະຊາຄົມເສດຖະກິດ ອາຊຽນ ສູງສຸດ (ຖັດຈາກ ສິງກະໂປ).

ມານະພະຍາຍາມຍົກສູງທີ່ຕັ້ງ ແລະ ບົດບາດຂອງ ອາຊຽນ ບົນເວທີສາກົນ

          ຫວຽດນາມ ມີການປະກອບສ່ວນສຳຄັນຫຼາຍຢ່າງໃນການເປີດກ້ວາງການພົວພັນ ແລະ ຍູ້ແຮງການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ປີ 2010, ເມື່ອເປັນປະທານ ອາຊຽນ, ຫວຽດນາມ ໄດ້ຊຸກຍູ້ເປີດກ້ວາງ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ເພື່ອໃຫ້ລັດເຊຍ ແລະ ອາເມລິກາ ເຂົ້າຮ່ວມ. ຫວຽດນາມ ກໍ່ປະຕິບັດສຳເລັດບົດບາດເປັນປະເທດປະສານງານການພົວພັນ ອາຊຽນ ກັບ ຈີນ, ກັບສະຫະພາບເອີລົບ (EU), ກັບ ອິນເດຍ ແລະ ກັບ ຍີ່ປຸ່ນ. ການປະກອບສ່ວນຂອງ ຫວຽດນາມ ກັບ ອາຊຽນ ຍັງໄດ້ສະແດງໃຫ້ເຫັນຢູ່ຄວາມຮັບຜິດຊອບ, ເປັນເຈົ້າພາບຈັດບັນດາການເຄື່ອນໄຫວ ແລະ ກອບປະຊຸມສຳຄັນຂອງ ອາຊຽນ ໃຫ້ບັນລຸຜົນສຳເລັດ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ, ຍົກສູງອິດທິພົນຊື່ສຽງຂອງ ສະຫະສະມາຄົມ ແລະ ສ້າງຂີດໝາຍເປັນປະເທດປະທານດ້ວຍຫຼາຍຂໍ້ລິເລີ່ມ, ສະແດງໃຫ້ເຫັນຄຸນນະທາດ ແລະ ບົດບາດນຳພາ, ເປັນເຈົ້າການຂອງປະເທດປະທານໝູນວຽນ.

ຂີດໝາຍຂອງ ຫວຽດນາມ ໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ - ảnh 2ທ່ານ  Veeramalla Anjaiah, ສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (CSEAS)

          ໃນສະພາບການໂລກ ແລະ ພາກພື້ນທີ່ຖືກຜົນກະທົບຂອງບັນດາການຜັນແປຢ່າງວ່ອງໄວ ແລະ ສັບສົນຢ່າງເປັນປະຈຳ, ສົ່ງຜົນສະທ້ອນໂດຍກົງ ແລະ ທາງອ້ອມເຖິງຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງໃຕ້ນັ້ນ, ຫວຽດນາມ ກໍ່ໄດ້ປະກອບສ່ວນເຂົ້າໃນວິວັດການສ້າງຫຼັກການ, ກົດລະບຽບ, ພ້ອມກັບ ອາຊຽນ ຮັບມືກັບບັນດາໄພນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນຢ່າງມີປະສິດທິຜົນ, ຊຸກຍູ້ການສົນທະນາ, ການຮ່ວມມືພາຍໃນກຸ່ມ ແລະ ກັບບັນດາຄູ່ຮ່ວມມືຂອງ ອາຊຽນ. ທ່ານ  Veeramalla Anjaiah, ສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ (CSEAS), ໄດ້ຕີລາຄາວ່າ:

          “ຫວຽດນາມ ພວມຮ່ວມມືກັບບັນດາປະເທດສະມາຊິກເພື່ອຮັບມືກັບບັນດາໄພນາບຂູ່ຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນຢ່າງມີປະສິດທິຜົນ, ພ້ອມທັງຊຸກຍູ້ການ ສົນທະນາ ແລະ ການຮ່ວມມືນຳອີກ. ຫວຽດນາມ ກໍ່ໄດ້ສວມບົດບາດສຳຄັນໃນວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP) ປີ 2019, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກປີ 2002. ປະຈຸບັນ, ຫວຽດນາມ ພ້ອມກັບບັນດາປະເທດອາຊຽນ ພວມດຳເນີນການເຈລະຈາກັບ ຈີນ ເພື່ອສ້າງກົດແຫ່ງການປະພຶດ (COC) ຢູ່ທະເລຕາເວັນອອກ. ຫວຽດນາມ ມີຄວາມສາມັກຄີກັບ ອາຊຽນ ໃນທຸກກາລະໂອກາດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກຸ່ມ, ພວມມານະພະຍາຍາມຮ່ວມມືເພື່ອສັນຕິພາບ, ການພັດທະນາ ແລະ ຄວາມວັດທະນະຖາວອນຂອງທົ່ວພາກພື້ນ”.

          ດ້ວຍທິດນຳເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ຢຶດໝັ້ນບັນດາຫຼັກການຂອງ ອາຊຽນ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດສະມາຊິກມານະພະຍາຍາມນຳ ອາຊຽນ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເປັນເຈົ້າການຮັບມື ແລະ ປັບຕົວເຂົ້າກັບສະພາບການໃໝ່,  ຮັກສາການຮ່ວມມື ແລະ ການຮ່ວມສຳພັນໃນພາກພື້ນ, ຢັ້ງຢືນໄດ້ບົດບາດໃຈກາງ ແລະ ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ ບົນເວທີສາກົນ. ໃນອາຊຽນ, ຫວຽດນາມ ໄດ້ເຊື່ອມໂຍງດ້ວຍຈິດໃຈນັບມື້ນັບໄວ້ເນື້ອເຊື່ອໃຈ, ນັບມື້ນັບຕັ້ງໜ້າ, ເປັນເຈົ້າການ, ຜັນຂະຫຍາຍບົດບາດແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຢ່າງບໍ່ຢຸດຢັ້ງ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເວົ້າສະເພາະ ແລະ ປະຊາຄົມສາກົນເວົ້າລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ