​ທ່ານ​ນາງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ: ການຮ່ວມມື ລາວ - ຫວຽດນາມ ຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາ

(VOVWORLD) -  “ການພົວພັນລະຫວ່າງການນຳ, ປະຊາຊົນ, ບັນດາກະຊວງ, ຂະແໜງການຂອງ ລາວ - ຫວຽດນາມ ໄດ້ຮັບການຮັກສາ ແລະ ພັດທະນາ ຢ່າງບໍ່ຢຸດຢັ້ງ. ຈາກສະໄໝ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ການນຳຂັ້ນສູງລຸ້ນຕ່າງໆ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດ ພວກເຮົາໄດ້ສືບທອດ ແລະ ເພີ່ມພູນຄູນສ້າງ”
​ທ່ານ​ນາງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ: ການຮ່ວມມື ລາວ - ຫວຽດນາມ ຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາ - ảnh 1ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ
“ການພົວພັນລະຫວ່າງການນຳ, ປະຊາຊົນ, ບັນດາກະຊວງ, ຂະແໜງການຂອງ ລາວ - ຫວຽດນາມ ໄດ້ຮັບການຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ຈາກສະໄໝ ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ການນຳຂັ້ນສູງລຸ້ນຕ່າງໆ ແລະ ການພົວພັນລະຫວ່າງປະຊາຊົນສອງປະເທດພວກເຮົາໄດ້ສືບທອດ ແລະ ເພີ່ມພູນຄູນສ້າງ”. - ນີ້ແມ່ນ ການຕີລາຄາຂອງທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໃນການຕອບສຳພາດຕໍ່ນັກຂ່າວ VOV5  ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ  (02 ທັນວາ 1975 – 02 ທັນວາ 2023).

ນັກຂ່າວ: ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງຕີລາຄາແນວໃດກ່ຽວກັບບັນດາຜົນສຳເລັດທີ່ ສປປ ລາວ ຍາດມາໄດ້ໃນພາລະກິດແຫ່ງການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດຊາດໃນຕະຫຼອດ 48 ປີທີ່ຜ່ານມາ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ: ໃນຕະຫຼອດ 48 ປີຜ່ານມາ, ເມື່ອປະເທດລາວຂອງພວກເຮົາ ໄດ້ຮັບການປົດປ່ອຍແລ້ວ ກໍ່ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນຊ່ວງໄລຍະແຫ່ງການປ່ຽນແປງໃໝ່. ນັບແຕ່ໄລຍະປ່ຽນແປງໃໝ່ມານີ້, ປະເທດລາວຂອງພວກເຮົາໄດ້ມີການພັດທະນາໃນຫຼາຍດ້ານຢ່າງຕໍ່ເນື່ອງ, ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ນັບດີຂຶ້ນ. ເປັນຕົ້ນທາງດ້ານການເມືອງ, ພວກເຮົາກໍ່ເຫັນວ່າການເມືອງຂອງ ສປປ ລາວ ມີຄວາມໜັກແໜ້ນ, ໝັ້ນຄົງ, ຄວາມປອດໄພ, ສັງຄົມກໍ່ເປັນລະບຽບຮຽບຮ້ອຍ. ສ່ວນການພັດທະນາເສດຖະກິດ - ສັງຄົມກໍ່ໄດ້ພັດທະນາຢ່າງຕໍ່ເນື່ອງ, ພິເສດພາຍຫຼັງການປ່ຽນແປງໃໝ່ນີ້, ເສດຖະກິດຂອງ ສປປ ລາວ ນັບມື້ນັບມີການພັດທະນາສູງຂຶ້ນເຮັດໃຫ້ GDP ຂອງປະເທດມີການພັດທະນາເພີ່ມຂຶ້ນໃນແຕ່ລະປີ. ຖ້າທຽບໃສ່ຊຸມປີ 90 ນັ້ນ, GDP ຕ່ຳທີ່ສຸດ, ສ່ວນໃນປີ 2020 ຕົວເລກການພັດທະນາ GDP ກໍ່ເພີ່ມຂຶ້ນເປັນໜ້າເພິ່ງພໍໃຈ.


ນັກຂ່າວ: ທ່ານນາງສະເໜີໃຫ້ຮູ້ກ່ຽວກັບຂົງເຂດທີ່ປະເທດ ລາວ ໄດ້ພັດທະນາທີ່ສຸດໃນໄລຍະຜ່ານມາ?

 

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ: ການພັດທະນາຂົງເຂດການຄ້າ, ການລົງທຶນກໍ່ມີບາດກ້າວກະໂດດຂັ້ນໃນແຕ່ລະປີ, ໂດຍສະເພາະແມ່ນການ ຄ້າເຂດຊາຍແດນ, ການຄ້າກັບບັນດາປະເທດໃກ້ຄຽງກໍ່ເພີ່ມຂຶ້ນ. ທາງດ້ານ ຄົມມະນາຄົມພວກເຮົາ ກໍ່ມີການພັດທະນາໄວທີ່ສຸດ, ໃນເມື່ອກ່ອນ, ພາຍຫຼັງໄລຍະປົດປ່ອຍ ປະເທດລາວປະສົບຄວາມຫຍຸ້ງຍາກທາງຄົມມະນາຄົມທີ່ສຸດ, ແຕ່ຮອດປະຈຸບັນກໍ່ມີຄວາມສະດວກ ສະບາຍ, ເສັ້ນທາງແຂວງຕໍ່ແຂວງໄດ້ຕິດຈອດກັນໝົດ, ນອກຈາກນັ້ນຍັງມີທາງດ່ວນ, ທາງລົດໄຟ ໄດ້ເປີດນຳໃຊ້ໃນທ້າຍປີ 2021 ຜ່ານມາ, ໄດ້ເປີດເງື່ອນໄຂທີ່ສະດວກສະບາຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທາງຢູ່ພາຍໃນປະເທດ ກໍ່ຄືຂົນສົ່ງອອກໄປຕ່າງປະເທດ. ການພັດທະນາທາງດ້ານກະສິກຳກໍ່ມີບາດກ້າວເພີ່ມຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ມີອາຫານບໍລິໂພກພຽງພໍ, ກຸ້ມກິນ, ຜະລິດຕະພັນກະເສດຈຳນວນໜຶ່ງໄດ້ສົ່ງອອກຕ່າງປະເທດ. ທາງດ້ານພະລັງງານ, ບໍ່ແຮ່ ແລະ ອີກຫຼາຍຂະແໜງ, ເມື່ອທຽບໃສ່ແຕ່ກ່ອນ ມາຮອດປະຈຸບັນແມ່ນບັນລຸ ໝາກຜົນດີທີ່ສຸດ. ກ່ຽວກັບພະລັງງານ, ພວກເຮົາມີພະລັງງານໄຟຟ້າ, ໄຟຟ້ານຳ້ຕົກ, ໄຟຟ້າພະລັງງານແຮງລົມ, ແສງຕາເວນ... ທ່ີໄດ້ຮັບການລົງທຶນຈາກຕ່າງປະເທດເປັນຈຳນວນຫຼາຍເຮັດ ໃຫ້ຂະແໜງໄຟຟ້າຂອງ ລາວ ພັດທະນາ, ນອກຈາກນຳໃຊ້ພາຍໃນປະເທດແລ້ວ, ສ່ວນໜຶ່ງຍັງໄດ້ຂາຍໄປຕ່າງປະເທດ. ທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກໍ່ນັບ ມື້ນັບເຂັ້ມແຂງ, ຄວາມໝັ້ນຄົງຂອງປະເທດນັບມື້ນັບໜັກແໜ້ນ, ປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.

 
​ທ່ານ​ນາງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ: ການຮ່ວມມື ລາວ - ຫວຽດນາມ ຍັງມີຫຼາຍຄວາມສາມາດບົ່ມຊ້ອນເພື່ອພັດທະນາ - ảnh 2ທ່ານນາງ ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕອບຄຳຖາມຂອງນັກຂ່າວ VOV5
 

ນັກຂ່າວ: ຕາມທ່ານນາງແລ້ວ, ຄວາມສາມາດບົ່ມຊ້ອນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ຄວນໄດ້ເປີດກ້ວາງໃນຂົງເຂດໃດແດ່?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ: ພວກເຮົາຈະຮ່ວມມືກັນໃນບັນດາຂົງເຂດບົ່ມຊ້ອນຄື: ທຸລະກິດແຮງງານ, ການທ່ອງທ່ຽວ, ກະສິກຳ. ປະຈຸບັນ, ປະເທດລາວມີຄວາມສາມາດ, ມີທ່າແຮງ ໃນການລົງທຶນທາງດ້ານພະລັງງານ, ມີທ່ານແຮງໃນດ້ານພະລັງງານທາງນຳ້, ພະລັງງານແຮງລົມ, ພະລັງງານແສງຕາເວນ. ສຳລັບຂະແໜງ ການທ່ອງທ່ຽວ, ອັນສຳຄັນທີ່ສຸດນັ້ນແມ່ນ ລາວ ຍັງແມ່ນປະເທດມີແຫຼ່ງທຳມະຊາດອຸດົມສົມບຸນ, ເຮົາສາມາດພັດທະນາທ່ອງທ່ຽວທຳມະຊາດ, ທ່ອງທ່ຽວປະຫວັດສາດ. ສຳລັບທ່ອງທ່ຽວປະຫວັດສາດ ແມ່ນອີງໃສ່ໄລຍະທ່ີສອງປະເທດພວກເຮົາເຄີຍຮ່ວມສ້າງປະຫວັດສາດ, ສາມາດຂຸດຄົ້ນການທ່ອງທ່ຽວ ຢູ່ບັນດາສະຖານທີ່ເຊິ່ງພວມເຮົາໄດ້ອະນຸລັກຮັກສາ, ສະຖານທີ່ແຕ່ສະໄໝຕໍ່ສູ້ກູ້ຊາດ. ຖ້າພວກເຮົາປ້ອງກັນບຸລະນະຮັກສາ ເພື່ອກາຍເປັນແຫຼ່ງທ່ອງທ່ຽວເພື່ອໃຫ້ປະຊາຊົນສອງປະເທດ ລາວ - ຫວຽດນາມ ໄດ້ໄປທ່ຽວ, ຜ່ານນັ້ນກໍ່ແມ່ນການຮັບຮູ້ກ່ຽວກັບການພົວພັນສອງປະເທດແຕ່ດຶກດຳບັນຈະ ແມ່ນມີຄວາມໝາຍທີ່ສຸດ. ອີກດ້ານໜຶ່ງແມ່ນດ້ານກະສິກຳ, ຄວາມຈິງແລ້ວ, ການຜະລິດກະສິກຳຢູ່ປະເທດລາວແມ່ນພໍພຽງສຳລັບປະຊາຊົນລາວແລ້ວ, ແຕ່ຕ້ອງເຮັດແນວໃດເພື່ອ ຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກໃນທຸກຮູບແບບ. ອັນນີ້ອີງໃສ່ບັນດານັກລົງທຶນ ຫວຽດນາມ, ຜູ້ມີເຕັກນິກ, ມີວິຊາການ ແລະ ງົບປະມານ... ເພື່ອພັດທະນາການລົງທຶນ ເພື່ອໃຫ້ປະເທດລາວ ນັບມື້ນັບພັດທະນາແຂງແຮງ, ເຂັ້ມແຂງກ່ວາ.
 

ນັກຂ່າວ: ປະຈຸບັນ, ການພົວພັນແບບພິເສດ ລາວ - ຫວຽດນາມ ໄດ້ພັດທະນາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ໃນຖານະຕຳແໜ່ງໃໝ່, ທ່ານນາງຈະເຮັດຫຍັງແດ່ເພື່ອຊຸກຍູ້ການພົວພັນນັ້ນ?

ທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ:  ຂ້າພະເຈົ້າຄິດວ່າ, ໃນຕະຫຼອດໄລຍະທີ່ຂ້າພະເຈົ້າດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ນັ້ນ, ຈະພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອເຄື່ອນໄຫວ, ຜັນຂະຫຍາຍແນວຄິດ, ຂໍ້ຕົກລົງ, ຄຳເຫັນດີຂອງການນຳຂັ້ນສູງສອງປະເທດໃຫ້ດີທີ່ສຸດ. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ສືບຕໍ່ພະຍາຍາມໃນການເຄື່ອນໄຫວ ເຂົ້າຮ່ວມທຸກກິດຈະກຳ ທີ່ທາງ ຫວຽດນາມໄດ້ຈັດຂຶ້ນ ເພື່ອໂຄສະນາ, ເຜີຍແຜ່ກ່ຽວກັບການພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ໃຫ້ຄົນລຸ້ນໃໝ່ ແລະ ປະຊາຊົນ ຫວຽດນາມ  ໄດ້ຮັບຮູ້ ແລະ ເຂົ້າໃຈນັບມື້ນັບຫຼາຍຂຶ້ນ. ພ້ອມກັນນັ້ນ, ຂ້າພະເຈົ້າກໍ່ສືບຕໍ່ຮ່ວມມື ກັບທຸກພາກສ່ວນຂອງ ຫວຽດນາມ ຈັດຕັ້ງຜັນຂະຫຍາຍບັນດາແນວຄວາມຄິດຂອງການນຳສູງສຸດຂອງພວກເຮົາໃຫ້ມີຜົນສຳເລັດຍິ່ງໆຂຶ້ນ.
 
 

ນັກຂ່າວ: ຂອບໃຈທ່ານນາງທີ່ໄດ້ສະຫຼະເວລາອັນລ້ຳຄ່າຂອງຕົນເພື່ອຕອບສຳພາດຕໍ່ນັກຂ່າວ VOV. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ