ທ່າອຽງຫັນການຄ້າເປັນເສລີໃນໂລກ

(VOVWORLD) -ພາຍຫຼັງເກີດສົງຄາມພາສີອາກອນລະຫວ່າງອາເມລິກາ - ຈີນ ເປັນເວລາ 2 ປີ, ການຄ້າໂລກຍັງໄດ້ຮັບການປະຕິບັດຢ່າງສະດວກດີ ຜ່ານລະບົບເຄືອຂ່າຍທີ່ກວ້າງໃຫຍ່ຂອງບັນດານັກສະໜອງ.

ທ່າອຽງຫັນການຄ້າເປັນເສລີໃນໂລກ - ảnh 110 ປະເທດອາຊຽນ ແລະ 5 ປະເທດຄູ່ຮ່ວມມື ໄດ້ລົງນາມໃນສັນຍາ RCEP

(ພາບ: EPA)

ປີ 2020, ເສດຖະກິດໂລກໄດ້ຜ່ານຜ່າວິກິດການຊຸດໂຊມທີ່ຮ້າຍແຮງທີ່ສຸດນັບແຕ່ເມື່ອເກີດສົງຄາມໂລກຄັ້ງທີ 2 ຍ້ອນຜົນກະທົບທີ່ຫຍໍ້ທໍ້ຈາກໂລກລະບາດໂຄວິດ-19. ບັນດາມາດຕະການປິດລ້ອມ ແລະ ປິດປະຕູດ່ານຊາຍແດນເພື່ອສະກັດກັ້ນໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ການຄ້າທົ່ວໂລກຖືກຢຸດສະງັກ. ພ້ອມກັນນັ້ນ, ລັດທິອາລັກຂາດ້ານການຄ້າທີ່ແຜ່ລາມໃນວົງກວ້າງໄດ້ເປັນການກົດໜ່ວງການເຕີບໂຕທາງດ້ານເສດຖະກິດ, ການຄ້າໂລກ. ເຖິງຢ່າງໃດກໍ່ຕາມ, ໃນໂອກາດທ້າຍປີ 2020 ການຄ້າໂລກໄດ້ມີສັນຍານຟື້ນຟູ.

        ປີ 2020, ພ້ອມກັບທ່າອຽງເປີດກວ້າງການຫັນການຄ້າເປັນເສລີ, ຫຼຸດຜ່ອນ ແລະ ກ້າວໄປເຖິງການຍົກເວັ້ນຮົ້ວພາສີຜ່ານການປະຕິບັດຄຳໝັ້ນສັນຍາໃນບັນດາສັນຍາການຄ້າເສລີ (FTA) ໃໝ່, ບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດພັດທະນາ ໄດ້ເພີ່ມທະວີການນຳໃຊ້ມາດຕະການອາລັກຂາດ້ານການຄ້າ ເພື່ອຈຸດໝາຍອາລັກຂາພື້ນຖານການຜະລິດ ແລະ ປົກປ້ອງຜູ້ຊົມໃຊ້ພາຍໃນປະເທດ. ການຫຼຸດຜ່ອນດ້ານການຄ້າທົ່ວໂລກນັບມື້ນັບດຳເນີນໄປຢ່າງວອງໄວ ແລະ ແຮງກວ່າ ໃນສະພາບທີ່ພື້ນຖານເສດຖະກິດສ່ວນຫຼາຍຕ້ອງດຳເນີນສະພາບປິດປະຕູຍ້ອນກະແສໂລກລະບາດໂຄວິດ-19 ຄັ້ງທຳອິດ. ແຕ່ຫຼັງຈາກນັ້ນບໍ່ເທົ່າໃດວັນ, ການຄ້າໄດ້ມີສັນຍາຟື້ນຟູ.

ສັນຍານຕັ້ງໜ້າ

        ຫົວໜ້າຄະນະນັກຊ່ຽວຊານເສດຖະກິດ ທ່ານ Robert Koopman ສັງກັດອົງການການຄ້າໂລກ (WTO) ຖືວ່າ, ພາຍຫຼັງເກີດສົງຄາມພາສີອາກອນລະຫວ່າງອາເມລິກາ - ຈີນ ເປັນເວລາ 2 ປີ, ການຄ້າໂລກຍັງໄດ້ຮັບການປະຕິບັດຢ່າງສະດວກດີ ຜ່ານລະບົບເຄືອຂ່າຍທີ່ກວ້າງໃຫຍ່ຂອງບັນດານັກສະໜອງ. ມີຫຼາຍບໍລິສັດນາໆຊາດພວມມານະພະຍາຍາມປັບປຸງຮາກຖານການຜະລິດຢູ່ບັນດາປະເທດ ແທນໃຫ້ແກ່ການຖອນຕົວອອກຈາກຕະຫຼາດທົ່ວໂລກ.

        ບັນດາຫຼັກຖານກ່ຽວກັບການຟື້ນຟູຢ່າງໜັກແໜ້ນຂອງການຄ້າໂລກໃນປີ 2020 ພວມມີຂຶ້ນໃນຊຸມເດືອນທ້າຍປີ ເມື່ອມີຫຼາຍພື້ນຖານເສດຖະກິດໄດ້ອີງໃສ່ການສົ່ງອອກລາຍໃຫຍ່ຢູ່ອາຊີ ລ້ວນແຕ່ສະແດງໃຫ້ເຫັນບັນດາຕົວເລກທີ່ມີຄວາມປະເອີບໃຈ. ສ.ເກົາຫຼີ ໃຫ້ຮູ້ວ່າ, ການສົ່ງອອກຂອງປະເທດນີ້ໄດ້ຮັບການເຕີບໂຕຄືນໃໝ່ໃນເດືອນ ພະຈິກ, ຍ້ອນການເຕີບໂຕໃນການສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຄືອາເມລິກາ ແລະ ສະຫະພາບເອີລົບ. ດັດຊະນີຜູ້ບໍລິຫານການຊື້ເຄື່ອງ (PMI) ໃນຂົງເຂດຜະລິດຂອງຈີນ ໄດ້ເພີ່ມຂຶ້ນຫຼາຍໃນເດືອນ ພະຈິກ ຜ່ານມາ, ບັນລຸ 54,9 ດັດຊະນີ - ເຊິ່ງແມ່ນລະດັບສູງທີ່ສຸດໃນທົດສະວັດ.

        ສິ່ງທີ່ໜ້າສົນໃຈແມ່ນ, ໃນວັນທີ 15 ພະຈິກ 2020, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເຊິ່ງ 10 ປະເທດອາຊຽນ ແລະ 5 ປະເທດຄູ່ຮ່ວມມືລວມມີ: ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ອົດສະຕາລີ ແລະ ນິວຊີແລນ ໄດ້ຮັບການລົງນາມ ພາຍຫຼັງດຳເນີນການເຈລະຈາມາເປັນເວລາ 8 ປີ. ສັນຍາ RCEP ໄດ້ສ້າງເຂດການຄ້າເສລີກວ້າງໃຫຍ່ທີ່ສຸດໃນໂລກ ດ້ວຍພົນລະເມືອງ 2,2 ຕື້ຄົນ, ກວມເອົາ 30% ພົນລະເມືອງໃນໂລກ, ຍອດ GDP 26.200 ຕື້ USD, ເທົ່າກັບ 30% GDP ແລະ ເກືອບ 28% ມູນຄ່າການຄ້າທົ່ວໂລກ. ເລື່ອງລົງນາມໃນສັນຍາ RCEP ໄດ້ຮັບຖືວ່າແມ່ນກຳລັງໜູນຊຸກຍູ້ການເຊື່ອມໂຍງ ເສດຖະກິດ, ປົກປ້ອງລະບົບການຄ້າຫຼາຍຝ່າຍ ໃນຈຸດເວລາລັດທິຫຼາຍຝ່າຍພວມຄ່ອຍໆຖືກສູນເສຍທີ່ຕັ້ງ ແລະ ລະດັບການເຕີບໂຕທົ່ວໂລກຖືກຫຼຸດລົງ.

ຫັນການຄ້າເປັນໂລກາພິວັດຍັງຄົງແມ່ນທ່າອຽງຕ້ອງເປັນໄປ

        ຕົ້ນປີ 2020, ໃນສະພາບເກີດໂລກລະບາດໂຄວິດ-19, WTO ໄດ້ຄາດຄະເນວ່າ ການເຕີບໂຕດ້ານການຄ້າທົ່ວໂລກອາດຈະຖືກຫຼຸດລົງເຖິງ 32% ໃນປີ 2020, ໝາຍຄວາມວ່າລື່ນກາຍລະດັບຊຸດໂຊມຮ້າຍແຮງທີ່ສຸດໃນການຊຸດໂຊມຄັ້ງໃຫຍ່. ໃນຂະນະນັ້ນ, ການຜັນແປຕົວຈິງບໍ່ເຖິງຂະໜາດນັ້ນ. ໃນການຄາດຄະເນຄັ້ງຫຼ້າສຸດ, WTO ຖືວ່າ, ການຄ້າສິນຄ້າຂາຍທົ່ວໂລກພຽງແຕ່ຫຼຸດລົງປະມານ 9,2% ໃນປີ 2020 ເທົ່ານັ້ນ, ໝາຍຄວາມວ່າຕ່ຳກວ່າລະດັບຊຸດໂຊມທີ່ຫຼຸດລົງ 12% ຂອງການຄ້າທົ່ວໂລກເມື່ອປີ 2009, ເຊິ່ງເປັນປີວິກິດການດ້ານການເງິນທົ່ວໂລກເກີດຂຶ້ນຢ່າງຮ້າຍແຮງທີ່ສຸດ ກ່ອນນີ້ກວ່າ 1 ທົດສະວັດ.

        ເພື່ອຮັບມືກັບໂລກລະບາດໂຄວິດ-19, ບັນດາປະເທດພວມຕັ້ງໜ້າຫັນການລົງທຶນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຍູ້ແຮງການຜະລິດຢູ່ພາຍໃນປະເທດ ແລະ ພາກພື້ນ ເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງ, ຮັບປະກັນລະບົບສະໜອງເຄື່ອນໄຫວຢ່າງເປັນປົກກະຕິ. ມີນັກຊ່ຽວຊານຫຼາຍທ່ານໃຫ້ຂໍ້ສັງເກດວ່າ, ໂລກລະບາດໂຄວິດ-19 ແລະ ຄວາມເຄັ່ງຕຶງລະຫວ່າງອາເມລິກາ - ຈີນ ໃນແງ່ມູມໃດໜຶ່ງແມ່ນຄືດັ່ງ “ທາດເລັງ” ຍູ້ໄວທ່າອຽງຫັນປ່ຽນການເຄື່ອນໄຫວຜະລິດໄປສູ່ປະເທດອື່ນໆ ຫຼື ນຳກັບຄືນປະເທດເພື່ອຂຸດຄົ້ນທ່າໄດ້ປຽບດ້ານຄ່າລາຍຈ່າຍ, ແຮງງານ ຫຼື ການບໍລິການພະລາທິການ.

        ຄາດຄະເນວ່າ, ຜົນຮ້າຍຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ເສດຖະກິດໂລກ ຍັງບໍ່ທັນຮູ້ວ່າຈະຢຸດເຊົາໃນຈຸດເວລາໃດ. ເຖິງຢ່າງໃດກໍ່ຕາມ, ເພື່ອຊ່ວຍໃຫ້ລະບົບການຄ້າທົ່ວໂລກມີຄວາມສາມາດຟື້ນຟູດີນັ້ນ, ບັນດາສັນຍານຕັ້ງໜ້າໃນເບື້ອງຕົ້ນຂອງທ່າອຽງຫັນການຄ້າເປັນເສລີໃນທ້າຍປີ 2020 ຈະນຳມາເຊິ່ງຄວາມປະເອີບໃຈໃຫ້ແກ່ການຄ້າໂລກປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ