ນະໂຍບາຍອັນຖືກຕ້ອງ ແລະ ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) - ໃນເວລາ 2 ວັນ, ຄືວັນທີ 1 2 ກຸມພາ  ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2024”. ນີ້ແມ່ນເຫດການໃຫຍ່ ດຶງດູດການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກກັບຄືນເມືອບ້ານຕ້ອນຮັບບຸນເຕັດ.

ລາຍການແມ່ນໜຶ່ງໃນຫຼາຍການເຄື່ອນໄຫວທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ ແລະ ລັດສະຫງວນໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນຢືນຢັນຄວາມຖືກຕ້ອງ ແລະສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ໃນຫລາຍປີຜ່ານມາ ກ່ຽວກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ຕັດແຍກອອກໄດ້ ແລະ ແມ່ນແຫຼ່ງກຳລັງສຳຄັນຂອງປະຊາຄົມຊາວ ຫວຽດນາມ, ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ.

ນະໂຍບາຍອັນຖືກຕ້ອງ ແລະ ສະເຫມີຕົ້ນສະເຫມີປາຍ

ພາຍຫຼັງ 20 ກວ່າປີນັບແຕ່ເມື່ອມະຕິເລກທີ 23-NQ/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ IX ກ່ຽວກັບການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ (ມະຕິເລກທີ 23) ໄດ້ຮັບການປະກາດໃຊ້, ບັນດາທັດສະນະ ແລະ ແຜນນະໂຍບາຍມະຫາສາມັກຄີສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍ, ລຸລ່ວງໃນເອກະສານຊີ້ນຳຂອງພັກ ແລະລັດທຸກສະບັບ. ເນັ້ນໜັກເຖິງບົດບາດ, ທີ່ຕັ້ງ ແລະ ຄວາມສຳຄັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ເປັນເອກະພາບຢືນຢັນຈິດໃຈ  “ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກ ແລະ ເປັນແຫຼ່ງກຳລັງຂອງປະຊາຄົມຊາວຫວຽດນາມ, ເປັນປະຖົມປັດໄຈສຳຄັນປະກອບສ່ວນເພີ່ມທະວີການພົວພັນຮ່ວມມື   ມິດຕະພາບລະຫວ່າງ ຫວຽດນາມກັບຫລາຍປະເທດ”.

ພ້ອມກັນນັ້ນ ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່ຈາກການນຳທຸກຂັ້ນເທົ່ານັ້ນ, ຫາກຍັງດຶງດູດການ ເຂົ້າຮ່ວມຢ່າງແຮງຂອງບັນດາຄະນະ,ຂະແຫນງການແລະ ທ້ອງຖິ່ນອີກດ້ວຍ.

ຫວ່າງມໍ່ໆມານີ້ (ເດືອນພະຈິກ 2023), ແຜນຮ່າງ “ເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດໃນສະພາບການໃໝ່” ກໍ່ໄດ້ຮັບການປະກາດໃຊ້. ແຜນຮ່າງແມ່ນແນໃສ່ລະດົມແຫຼ່ງກຳລັງຈາກຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການພັດທະນາປະເທດຊາດໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຕິດພັນກັບເປົ້າໝາຍພັດທະນາຂອງ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ແຜນຮ່າງຍັງຍົກສູງຄວາມຮັບຜິດຊອບຂອງທັງລະບົບການເມືອງເພື່ອແນໃສ່ໜູນຊ່ວຍກໍຄືເອົາໃຈໃສ່ເບິ່ງແຍງດູແລໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ພົ້ນເດັ່ນແມ່ນການຫັນບັນດາແຜນນະໂຍບາຍ, ແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ ໃນຂົງເຂດການລົງທຶນ, ທຸລະກິດ, ວິທະຍາສາດ-ເຕັກໂນໂລຊີ, ການເຂົ້າອອກເມືອງ, ສັນຊາດ, ກຳມະສິດເຮືອນຢູ່ໃຫ້ເປັນລະບອບລະບຽບການ.. ເພື່ອໜູນຊ່ວຍ ແລະ ຮັບປະກັນສິດຜົນປະໂຫຍດອັນຖືກຕ້ອງກັບກົດໝາຍຂອງ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເມື່ອເຂົາເຈົ້າກັບເມືອບ້ານເກີດ. ພ້ອມກັນນັ້ນ, ການປັບປຸງເຄືອຂ່າຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນທົ່ວໂລກກໍແມ່ນການຮັບໃຊ້ໃຫ້ແກ່ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ..

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມເຊື່ອໝັ້ນຕໍ່ກັບນະໂຍບາຍຂອງພັກ ແລະລັດ

ພາລະກິດແຫ່ງການປ່ຽນແປງໃຫມ່ ແລະ ນະໂຍບາຍມະຫາສາມັກຄີທົ່ວປວງຊົນທັງຊາດຂອງພັກ ແລະ ລັດ ລ້ວນແຕ່ໄດ້ຮັບການເຫັນດີ ແລະ ສະຫນັບສະຫນູນຈາກຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານ ນິງວຽດທົງ ຊາວຫວຽດນາມ ອາໄສ ຢູ່ ບາງກອກ ປະເທດໄທ ແບ່ງປັນວ່າ:

“ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດຕໍ່ລັດຖະທຳມະນູນປີ 2013, ມາດຕາ 18 ທີ່ໄດ້ກຳນົດຢ່າງຈະແຈ້ງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້. ນີ້ແມ່ນສິ່ງທີ່ ພວກເຮົາພູມໃຈຫຼາຍ. ຍາມໃດພວກຂ້າພະເຈົ້າມີຄວາມເອກອ້າງທະນົງ  ທີ່ພວກເຮົາເປັນຄົນ ຫວຽດນາມ”

ມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນໄດ້ເຂົ້າຮ່ວມການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ, ຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ວັດທະນະທຳ, ສິລະປະ, ກິລາ, ມະນຸດສະທຳ, ການກຸສົນ... ນີ້ກໍ່ແມ່ນທ່າອ່ຽງລວມຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານ ຫງວຽນວັນກິມ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ ແບ່ງປັນວ່າ:

          “ຂ້າພະເຈົ້າໄດ້ກັບຄືນເມືອຢ້ຽມຢາມບ້ານເກີດ ແລະ ຄອບຄົວ, ເຫັນວ່າ ບ້ານເກີດເມືອງນອນພວມພັດທະນາຢ່າງແຮງ. ເມື່ອກັບຄືນເມືອບ້ານເກີດເມືອງນອນ, ພໍ່ແມ່ພີ່ນ້ອງປະຊາຊົນໄດ້ຕ້ອນຮັບຂ້າພະເຈົ້າຢ່າງອົບອຸ່ນໃນບັນຍາກາດເບີກບານມ່ວນຊື່ນ. ຂ້າພະເຈົ້າຢາກປະກອບສ່ວນຊ່ວຍເຫຼືອປະຊາຊົນທຸກຍາກແລະກໍ່ສ້າງບ້ານເກີດເມືອງນອນໃຫ້ໝັ້ນຄົງເຂັ້ມແຂງ.

ເປັນຫນ້າສົນໃຈ, ບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສັງຄົມປະເທດປະຈຳຖິ່ນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ບັນດາປະເທດ. ສະມາຄົມ ແລະ ສະຫະພັນ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ.

ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມີປະມານ 6 ລ້ານຄົນທີ່ດຳລົງຊີວິດຢູ່ 130 ປະເທດ ແລະ ເຂດແຄ້ວນ, ໃນນັ້ນກ່ວາ 80% ແມ່ນບັນດາປະເທດພັດທະນາ, ຈຳນວນຊາວ ຫວຽດນາມ ອອກໄປຕ່າງປະເທດເພື່ອຮ່ຳຮຽນ, ເຮັດວຽກ, ແຕ່ງງານ, ລົງທຶນ... ສືບຕໍ່ເພີ່ມຂຶ້ນ.     

ກໍາລັງແຮງອັນໃຫຍ່ຫຼວງນີ້ ພ້ອມກັບແນວທາງ, ແຜນນະໂຍບາຍແລະ ນະໂຍບາຍສະເໝີຕົ້ນສະເໝີປາຍອັນຖືກຕ້ອງຂອງພັກ ແລະ ລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ແມ່ນປັດໄຈສຳຄັນເພື່ອເສີມຂະຫຍາຍຄວາມສາມັກຄີທົ່ວປວງຊົນທັງຊາດ ແລະ ນຳປະເທດຊາດໃຫ້ນັບມື້ນັບພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ