ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ ໃສແຈ້ງຕະຫຼອດການ

(VOVWORLD) -ເລື່ອງສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນປີ 1962 ລະຫວ່າງ 2 ປະເທດ ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາການພົວພັນລະຫວ່າງ 2 ຊາດ ຫວຽດນາມ  ແລະ ລາວ.

ປີ 2022 ແມ່ນທ່ີ່ໄດ້ຄັດເລືອກເປັນປີສາມັກຄີມິດຕະພາບ ຫວຽດນາມ - ລາວ. ໃນປີນີ້, 2 ປະເທດດຳເນີນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022). ນີ້ແມ່ນບັນດາເຫດການທີມີຄວາມໝາຍປະຫວັດສາດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບແບບພິເສດທີ່ມີຊີວິດຊີວາລະຫວ່າງ ຫວຽດນາມ - ລາວ. ວັນທີ 18 ກໍລະກົດ ນີ້, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢ່າງສົມກຽດ.

ໂດຍແມ່ນ 2 ປະເທດຖານບ້ານໃກ້ເຮືອນຄຽງມີແມ່ນ້ຳຮ່ວມສາຍ ແລະ ພູຜາເຊື່ອມຕໍ່ກັນ, ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການສ້າງຕັ້ງ ແລະ ຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາ ແລະ ສ້າງສາປະເທດຂອງ 2 ຊາດ.

ສາຍພົວພັນໄດ້ຮັບການເພີ່ມພູນຄູນສ້າງຈາກນ້ຳໃຈທີ່ໃສແຈ້ງ, ພ້ອມກັນຮຽງບ່າຮຽງໄຫຼ່

ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ ໃສແຈ້ງຕະຫຼອດການ - ảnh 1(ທ່ານກຳມະການສູນກາງພັກ ທອງສະຫວັນ ພົມວິຫານ)

        ເລື່ອງສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການໃນປີ 1962 ລະຫວ່າງ 2 ປະເທດ ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາການພົວພັນລະຫວ່າງ 2 ຊາດ ຫວຽດນາມ  ແລະ ລາວ. ດ້ວຍຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍທີ່ໃຫຍ່ຫຼວງ ແລະ ຄວາມສຳຄັນພິເສດຂອງການພົວພັນນີ້, 2 ຝ່າຍໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ຢືນຢັນນ້ຳໃຈໃສແຈ້ງ, ໃຫ້ຄຳໝັ້ນສັນຍາພ້ອມກັນຮຽງບ່າຮຽງໄຫຼ່ ໃນພາລະກິດແຫ່ງການປົກປັກຮັກສາເອກະລາດ, ສັນຕິພາບ, ການພັດທະນາ - ສັງຄົມຂອງແຕ່ລະປະເທດ. ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດ ລາວ ຕີລາຄາວ່າ:

(ທ່ານກຳມະການສູນກາງພັກ ທອງສະຫວັນ ພົມວິຫານ)

ນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ ໃສແຈ້ງຕະຫຼອດການ - ảnh 2(ທ່ານເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ)
 
ການພົວພັນຮ່ວມມືລະຫວ່າງ ລາວ - ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ 2 ປະເທດໃນທຸກຂົງເຂດ ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ - ການຄ້າ, ການລົງທຶນ ຕະຫຼອດຮອດການສຶກສາ, ວັດທະນະທຳ. ພິເສດ, ເວລາຜ່ານພົ້ນໄປນັ້ນ ຍິ່ງເຮັດໃຫ້ສາຍພົວພັນແບບພິເສດຍິ່ງສະໜິດແໜ້ນຂຶ້ນຕື່ມ. ທ່ານເອກອັກຄະລັດຖະທູດ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ຖືວ່າ:

(ທ່ານເອກອັກຄະລັດຖະທູດ ແສງເພດ ຮຸ່ງບຸນຍວງ)

        ສ່ວນທ່ານອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮຸ່ງ, ໃຫ້ຮູ້ວ່າ:

        “ສິ່ງທີ່ຂ້າພະເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງນັ້ນແມ່ນ ນ້ຳໃຈພິເສດທີ່ສຸດຂອງປະຊາຊົນ ລາວ ທີ່ສະຫງວນໃຫ້ແກ່ ຫວຽດນາມ. ສະນັ້ນ, ປະຈຸບັນ ການຮ່ວມມືຂອງ ລາວ ກັບບັນດາປະເທດແມ່ນກວ້າງໃຫຍ່, ການລົງທຶນຂອງ ຫວຽດນາມ ເຂົ້າ ລາວ ບໍ່ແມ່ນຍືນອັນດັບທີ 1 ແຕ່ໃນຫົວໃຈຂອງປະຊາຊົນ ລາວ, ຫວຽດນາມ ຍາມໃດກໍ່ຢືນອັນດັບທີ 1. ນີ້ແມ່ນສິ່ງທີ່ລ້ຳຄ່າເຊິ່ງພວກເຮົາຕ້ອງເຄົາລົບ ແລະ ເພີ່ມພູນຄູນສ້າງ”.

ຍົກລະດັບການຮ່ວມມືພ້ອມກັນພັດທະນາ

    ຍາມໃດ ຫວຽດນາມ ແລະ ລາວ ກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບແບບພິເສດ, ທັງແມ່ນເພື່ອນສະຫາຍ, ທັງເປັນອ້າຍນ້ອງຂອງກັນ. ດ້ວຍຄວາມປາດຖະໜາຢາກຍົກລະດັບເສົາຄ້ຳການຮ່ວມມືທາງດ້ານເສດຖະກິດໃຫ້ສົມກັບສາຍພົວພັນແບບພິເສດ, ໃນບັນດາການພົບປະລະຫວ່າງການນຳຂັ້ນສູງຂອງ 2 ປະເທດຫວ່າງມໍ່ໆມານີ້, 2 ຝ່າຍໄດ້ເຫັນດີຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ; ໃນນັ້ນ ມີການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງຂັ້ນຮາກຖານ; ຊ່ວຍ ລາວ ປະຕິບັດສຳເລັດເປົ້າໝາຍກາຍເປັນສູນ logistisc ຢູ່ພາກພື້ນ ແລະ ເຊື່ອມຕໍ່ອອກທາງທະເລ, ມະຫາສະໝຸດ.

        ການນຳ 2 ປະເທດກໍ່ເຫັນດີເປັນເອກະພາບສູງ ໃນການຍົກສູງການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ໃນນັ້ນ ໃຫ້ບຸລິມະສິດການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ບຳລຸງສ້າງພະນັກງານການນຳ, ຄຸ້ມຄອງທຸກຂັ້ນ. 2 ປະເທດຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກຮ່ວມມືເຂດອະນຸພາກພື້ນແມ່ນ້ຳຂອງ. 2 ຝ່າຍຢືນຢັນພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ຮັບດຳລົງຕຳແໜ່ງປະທານ ອາຊຽນ 2022 ໃຫ້ບັນລຸຜົນສຳເລັດ, ຮັກສາຄວາມສາມັກຄີ, ເປັນເອກະພາບໃນ ອາຊຽນ. ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດ ລາວ ຖືວ່າ:

(ທ່ານກຳມະການສູນກາງພັກ ທອງສະຫວັນ ພົມວິຫານ)

        ສາຍພົວພັນແບບພິເສດ ຫວຽດນາມ - ລາວ ແມ່ນຜົນງານເຊິ່ງ 2 ປະເທດຮ່ວມແຮງຮ່ວມໃຈກໍ່ຕັ້ງ, ເພີ່ມພູນຄູນສ້າງ. ສາຍພົວພັນແບບພິເສດນີ້ໄດ້ກາຍເປັນມໍລະດົກ, ພື້ນຖານອັນດີງາມໃຫ້ແກ່ການພົວພັນຂອງ 2 ປະເທດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ