ບັນດາລັດຖະນະໂຍບາຍແກ້ໄຂຂໍ້ຕິດຄັດແຫລ່ງກຳລັງພັດທະນາ

(VOVWORLD) -ສ້າງສາປະເທດຊາດໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ ແມ່ນເປົ້າໝາຍຂອງ ຫວຽດນາມ. ນັບແຕ່ຕົ້ນປີນີ້, ສະພາແຫ່ງຊາດ ໄດ້ຮັບຮອງເອົາບາງນະໂຍບາຍສຳຄັນທີ່ສຸດ, ລັດຖະບານໄດ້ຍູ້ໄວເລື່ອງຫັນເປັນລະອຽດເພື່ອໃຫ້ບັນດານະໂຍບາຍນີ້ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນພຶດຕິກຳຕົວຈິງ, ແກ້ໄຂຂໍ້ຕິດຄັດແຫລ່ງກຳລັງພັດທະນາ.

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມະຕິຫລາຍສະບັບຂອງຄະນະບໍລິຫານງານສູນກາງ, ຂອງກົມການເມືອງ ລ້ວນແຕ່ວາງອອກບັນດາຄວາມຮຽກຮ້ອງຕ້ອງການ: ປັບປຸງຢ່າງຄົບຊຸດ, ມີຄຸນນະພາບລະບົບກົດໝາຍ, ກົນໄກ, ນະໂຍບາຍ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງສະດວກ, ປອດໄສ, ຍຸດຕິທຳ, ລະດົມ ຄຸ້ມຄອງ ແລະນຳໃຊ້ທຸກແຫລ່ງກຳລັງເພື່ອການພັດທະນາຢ່າງມີປະສິດທິຜົນ ເປັນຕົ້ນແມ່ນທີ່ດິນ, ການເງິນ.

ນຳໃຊ້ທຸກແຫລ່ງກຳລັງເພື່ອການພັດທະນາຢ່າງມີປະສິດທິຜົນ,ເປັນຕົ້ນແມ່ນທີ່ດິນ, ການເງິນ.

ແຜນນະໂຍບາຍ, ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນ ແມ່ນມີຄວາມສຳຄັນພິເສດສຳລັບສະຖຽນລະພາບ ແລະ ການພັດທະນາຢ່າງໝັ້ນຄົງຂອງປະເທດຊາດ. ໃນຕົວຈິງໃຫ້ເຫັນວ່າ ຢູ່ ຫວຽດນາມ ເກືອບ 70% ການຮ້ອງຟ້ອງຂອງປະຊາຊົນແມ່ນກ່ຽວຂ້ອງເຖິງບັນຫາທີ່ດິນ. ສະນັ້ນ ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໄດ້ຫັນບັນດາທັດສະນະ ເນື້ອໃນຂອງມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII  ກ່ຽວກັບທີ່ດິນ ເປັນລະບອບລະບຽບການ, ສອດຄ່ອງກັບລັດຖະທຳມະນູນ, ມີຄວາມຄົບຊຸດ ແລະ ເປັນເອກະພາບຕໍ່ກັບລະບົບກົດໝາຍ.

           ໃນຂະນະນັ້ນ, ສະພາບຕົວຈິງໃນຊີວິດກໍ່ວາງອອກຫລາຍບັນຫາຕໍ່ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ. ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ) ໄດ້ຮັບຮອງເອົາແມ່ນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການແກ້ໄຂຫນີ້ເສຍ, ບ້ວງຫນີ້ກ່ຽວຂ້ອງເຖິງພັນທະບັດ; ຫລີກລ້ຽງປັດໄຈຄວາມສ່ຽງໃນລະບົບທະນາຄານ, ຊ່ວຍຕະຫລາດການເງິນເຄື່ອນໄຫວຢ່າງໂປ່ງໃສ.  ບັນດາເນື້ອໃນໃນກົດໝາຍສະບັບນີ້ແມ່ນມີຄວາມໝາຍສຳຄັນ ບໍ່ພຽງແຕ່ສຳລັບການປະຕິບັດແຜນພັດທະນາເສດຖະກິດ ສັງຄົມຂອງປີ 2024 ແລະ ທັງອາຍຸການ ເທົ່ານັ້ນ ຫາກຍັງມີຄວາມໝາຍ ຍຸດທະສາດ, ຍາວນານ. ທ່ານ ຮ່ວາງວັນເກື່ອງ, ກຳມະການ ກຳມາທິການການເງິນ ງົບປະມານຂອງສະພາແຫ່ງຊາດ ຖືວ່າ:

 “ ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ) ແມ່ນກົດໝາຍມີເນື້ອໃນເລິກເຊິ່ງດ້ານວິຊາສະເພາະ. ຄວາມຫວັງຂອງພວກເຮົາກ່ຽວກັບການປ່ຽນແປງຂອງລະບົບທະນາຄານ, ລະບົບສິນເຊື່ອແມ່ນໃຫຍ່ຫລວງ ພິເສດ ແມ່ນບັນຫາກ່ຽວຂ້ອງເຖິງການໝູນໃຊ້ເຕັກໂນໂລຊີໃນການຄຸ້ມຄອງກວດກາທະນາຄານ”

ຊຸກຍູ້ນະໂຍບາຍເພື່ອນຳໄປໝູນໃຊ້ໃນຊີວິດຕົວຈິງໂດຍໄວ

ກົດໝາຍວ່າດ້ວຍທີ່ດິນ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນປີ 2025 ຄືດັ່ງໄດ້ຮັບຮອງເອົາທີ່ກອງປະຊຸມວິສາມັນຄັ້ງທີ 5 ຂອງສະພາແຫ່ງຊາດ. ເພື່ອໃຫ້ກົດໝາຍໄດ້ປະຕິບັດໂດຍໄວ, ວັນທີ 26 ມີນາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ພ້ອມກັບບັນດາກະຊວງ, ຂະແຫນງການ ຍື່ນສະເຫນີລັດຖະບານກ່ຽວກັບບັນດາດຳລັດແນະນຳຢ່າງລະອຽດການປະຕິບັດກົດໝາຍ ແລະ ເອກະສານແນະນຳ. ນີ້ແມ່ນພື້ນຖານເພື່ອໃຫ້ລັດຖະບານສະເຫນີສະພາແຫ່ງຊາດອະນຸຍາດໃຫ້ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນສັກສິດແຕ່ວັນທີ 1 ກໍລະກົດປີ 2024 ແທນທີວັນທີ 1 ມັງກອນປີຫນ້າ.  ທ່ານ ເລມິງເງິນ ຮອງລັດຖະມົນຕີກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ:          

“ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຮັບການມອບໝາຍຫນ້າທີ່ເປັນເຈົ້າພາບຮຽບຮຽງເອກະສານ 10 ສະບັບ, ລວມມີ ດຳລັດ 6 ສະບັບ ແລະ ເອກະສານແນະນຳ 4 ສະບັບ. ບັນດາອົງການຂຶ້ນກັບກະຊວງ ພວມຮີບເຮັ່ງສ້າງຕາມຂັ້ນຕອນ, ຂໍ້ກຳນົດຂອງກົດໝາຍ ແລະ ປະກາດໃຊ້ຕາມສິດອຳນາດຫລືຍື່ນສະເຫນີຂັ້ນມີສິດອຳນາດເພື່ອປະກາດໃຊ້ໃນເດືອນ ພຶດສະພາປີນີ້.”

          ໃນຂະນະນັ້ນ ສຳລັບກົດໝາຍວ່າດ້ວຍອົງການສິນເຊື່ອ (ສະບັບປັບປງຸ), ທະນາຄານແຫ່ງລັດ ໄດ້ສະເຫນີປະກາດໃຊ້ ເອກະສານ 6 ສະບັບໂດຍກຳນົດລະອຽດກ່ຽວກັບການປະຕິບັດກົດໝາຍ. ຄາດວ່າ ໃນເດືອນ ເມສາຈະມາເຖິງ ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຈຳສຳຫລວດກວດກາສຳເລັດບັນດາເອກະສານນິຕິກຳກ່່ຽວຂ້ອງ ແລະ ສະເຫນີປັບປຸງ, ເພີ່ມເຕີມເພື່ອຮັບປະກັນລັກສະນະເປັນເອກະພາບຂອງບັນດາຂໍ້ກຳນົດໃນການຜັນຂະຫຍາຍປະຕິບັດກົດໝາຍ.         

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ປີ 2021 ໄດ້ປຸກລຸກ “ຄວາມຄາດຫວັງການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ”. ຄວາມຄາດຫວັງນີ້ໄດ້ຫັນເປັນລະອຽດດ້ວຍບັນດາເປົ້າໝາຍສັງລວມໃຫ້ແກ່ ອາຍຸການ 2021 – 2025 ແລະ ວິໄສທັດໃນຊຸມທົດສະວັດຕໍ່ໄປ. ບັນດາການກະທຳຢ່າງຂ້ຽວຂາດຂອງທັງລະບົບການເມືອງ, ບັນດາລັດຖະນະໂຍບາຍກ່ຽວກັບຫລາຍບັນຫາທີ່ເປັນພື້ນຖານ, ຍຸດທະສາດ ໃນນັ້ນມີນະໂຍບາຍທີ່ດິນ, ການເງິນ, ພວມສ້າງກຳລັງແຮງດ້ານຈິດໃຈໃຫມ່, ແກ້ໄຂຂໍ້ຕິດຄັດແຫລ່ງກຳລັງເພື່ອການພັດທະນາ, ຫັນຄວາມຄາດຫວັງສ້າງປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ສັນຕິສຸກໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ