ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ

(vovworld)- ໃນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​​ເສດຖະກິດ​ສັງຄົມ​ປີ 2012 ​ແລະ ຫນ້າ​ທີ່​ປີ 2013 ທີ່​ວາລະ​ໄຂ​ກອງ​ປະຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13,  ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ຈະ​ສູ້​ຊົນ​​ເພື່ອບັນລຸໝາກຜົນ​ສູງ​ສຸດ​ໃນ​ການ​ປະຕິບັດ​ບັນດາ​ຫນ້າ​ທີ່​ໃນ​ຊຸມ​ເດືອນ​ຍັງ​ເຫລືອ​ຂອງ​ປີ 2012. ຄຽງ​ຄູ່​ກັນ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ​ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະການ​ເພື່ອ​ປະຕິບັດ​ຫນ້າ​ທີ່, ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013. ​ໃນ​ລາຍການ​ສະຖານະ​ການ​ການ​ເມືອງ​ພາກ​ນີ້ ພວກ​ເຮົາ​ຄັດ​ສະ​ເຫ​ນີ​ບາງ​ເນື້ອ​ໃນ​ຕົ້ນຕໍ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານໂດຍ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເຫ​ນີ.

        ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ​ໃນ​ສະພາບ​ການ​ເສດຖະກິດ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ແລະ ຄວາມຫຍຸ້ງຍາກ​ນັ້ນ​ໄດ້​ເປັນ​ການ​ທ້າ​ທາຍ​ອັນ​ໃຫຍ່​ຫລວງໃນການ​ເລືອກ​ເຟັ້ນນະ​ໂຍບາຍ​ບໍລິຫານ​​ແຜນ​ພັດທະນາ​ເສດຖະກິດ ສັງຄົມ​ປີ 2012. ສະ​ນັ້ນ ລັດຖະບານ​ໄດ້​ຜັນ​ຂະຫຍາຍ​ຫລາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ປະຕິບັດ​ຄາດໝາຍ​ທີ່​ວາງ​ອອກ​ໃນ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ ນັ້ນແມ່ນ ​ໃຫ້ບຸລິມະສິດ​ແກ່​ການ​ຄວບຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການ​ເຕີບ​ໂຕ​ຢູ່​​ໃນລະດັບ​ເໝາະ​ສົມ​ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ ​ແລະ ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່,​ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ແກ້ງ​ແຍ້​ງ,​ ຮັບປະກັນ​ສະຫວັດດີ​ການ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ກ່ຽວ​ກັບໝາກຜົນ​​ໃນ 9 ​ເດືອນ​ຕົ້ນ​ປີ 2012, ​ຕາມ ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ​ແລ້ວ, ​ເສດຖະກິດ​ມະຫາ​ພາກ​ມີ​ຄວາມ​ຄືບ​ຫນ້າ​ໃນ​ບາງ​ມາດຖານ​ສຳຄັນ, ​ໃນ​ນັ້ນ ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ເບື້ອງ​ຕົ້ນ, ລາຄາ​ໃຊ້​ສອຍ​​ໃນ 9 ​ເດືອ​ນຕົ້ນ​ປີ​ເພີ່ມ​ຂຶ້ນ 5,13 %, ​ລາຍ​ຮັບ​ງົບປະມານ​ບັນລຸ 67,3 %, ຍອດ​ເງິນ​ລົງທຶນ​ພັດທະນາ​ໃນ​ທົ່ວ​ສັງຄົມ​ຄາດ​ວ່າ​ບັນລຸ​ເທົ່າ​ກັບ 29,5 % GDP, ການຈະ​ເລີ​ນ​ເຕີບ​ໂຕ​​ເສດຖະກິດໃນ 9 ​ເດືອນຕົ້ນ​ປີ ບັນລຸ 4,73% GDP ທັງ​ປີ​ບັນລຸ 5,2%. ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ:

        “​ເບິ່ງ​ລວມ​ແລ້ວ, ​ໃນ​ເງື່ອ​ນ​ໄຂ​ຕ້ອງ​ປ​ະ​ເຊີນ​ຫນ້າ​ກັບ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ວຽກ​ງານ​ຊີ້​ນຳ​ບໍລິຫານ​ປະຕິບັດ​ຫນ້າ​ທີ່​ພັດທະນາ​ເສດຖະກິ​ດສັງຄົມ​ປີ 2012 ​​ແມ່ນ​​​ໃກ້ຊິດ​ກັບ​ຄາດໝາຍ, ຫນ້າ​ທີ່​ວາງ​ອອກ​ໃນ​ມະຕິ​ຂອງ​ພັກ ​ແລະ ສະພາ​ແຫ່ງ​ຊາດ, ບັນລຸ ​ແລະ ລື່ນ​ກາຍ 10/15 ຄາດໝາຍ​ຂອງ​ແຜນການ. ​ໄພ​ເງິນ​ເຟິ້​ໄດ້​ຮັບ​ການ​ຄວບ​ຄຸມ, ​ເສດຖະກິດ​ມະຫາ​ພາກ​ຫັນປ່ຽນ​ຕາມ​ທິດ​ປົກກະຕິ​ກວ່າ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ໃນ​ໄຕ​ມາດ​ນີ້​ສູງ​ກວ່າ​ໄຕ​ມາດ​ກ່ອນ. ກະສິກຳ​ສືບ​ຕໍ່​ບັນລຸ​ການ​ເຕີບ​ໂຕ​ສູງ. ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ, ປ່ຽນ​​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ກໍ​ບັນລຸ​ໄດ້​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ການຮັບປະກັນ​ຊີວິດ​ສັງຄົມ. ວຽກ​ງານ​ການ​ຕ່າ​ງປະ​ເທດ ​ແລະ ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ກໍບັນລຸ​ໄດ້​ໝາກຜົນ​ຕັ້ງຫນ້າ. ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຮັບ​ການ​ເພີ່ມ​ທະວີ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ມີ​ຄວາມກ້າວຫນ້າ.”

ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1
ບົດ​ລາຍ​ງານ​ຂອງ​ລັດຖະບານໂດຍ​ທ່ານ​ນາຍົກລັດຖະມົນຕີ
Nguyen Tan Dung ສະ​ເຫ​ນີ
ພາບ:dantri.com

        ຕາມ​ ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung, ປີ 2013 ​ແມ່ນ​ປີ​ບານພັບ​ຂອງ​ແຜນການ 5 ປີ ຄື​ແຕ່​ປີ 2011 - 2015. ​ໃນ​ປີ 2013, ລັດຖະບານ​ສະ​ເຫ​ນີສະພາ​ແຫ່ງ​ຊາດ ພິຈາລະນາ​ກຳນົດ​ບັນດາ​ຄາດໝາຍ​ສັງ​ລວມ:

        ​“​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ລະດັບ​ອັດຕາ​ເງິນ​ເຟີ້​ຕຳ່​ກວ່າ, ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ສູງ​ກວ່າ​ປີ 2012.​ຍູ້​ແຮງ​ການ​ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການສ​້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ຫັນປ່ຽນ​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ. ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດ​ດີການ​ສັງຄົມ. ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງຄົມ. ສ​້າງພື້ນຖານ​ພັດທະນາ​ຢ່າງ​ໝັ້ນຄົງ​ຫນັກ​ແຫນ້ນ​ກວ່າ​ໃຫ້​ແກ່​ຊຸມ​ປີ​ຕໍ່​ໄປ.”

        ​ໃນ​ບົດ​ລາຍ​ງານ​ຂອງ​ລັດຖະບານ, ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ກໍ​ຊີ້​ແຈ້ງວ່າ: ດ້ວຍ​ຖານະ​ແມ່ນ​ກຳມະການ​ກົມ​ການ​ເມ​ືອງ, ​ນາ​ຍົກ​ລັດຖະມົນຕີ ຮັບຜິດຊອບ​ຫນ້າ​ທີ່​ການ​ເມືອງອັນ​​ໃຫຍ່ຫລວງຂອງ​ຜູ້ນຳ​​ລັດຖະບານ ​ແລະ ຍອມຮັບ​ຄວາມ​ຜິດ​ຕໍ່​ສະພາ​ແຫ່​ງຊາດ, ຕໍ່​ທົ່ວ​ພັກ, ທົ່ວ​ປະຊາຊົນ ກ່ຽວ​ກັບ​ຄວາມ​ອ່ອນ​ດອ້ຍ, ຂໍ້ຂາດ​ຕົກ​ບົກຜ່ອງ​ທັງ​ໝົດຂອງ​ລັດຖະບານ​ໃນ​ການ​ຊີ້​ນຳ​ນຳພາ, ການ​ຄຸ້ມ​ຄອງ​ບໍລິຫານ, ​ເປັນ​ຕົ້ນ​​ແມ່ນຄວາມ​ອ່ອນ​ດ້ອຍ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ກວດກາ, ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ບໍລິສັດເສດຖະກິດ, ​ບໍລິສັດ​ໃຫຍ່​ຂອງລັດ. ທ່ານ​ ທ່ານ​ນາ​ຍົກ​ລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ: ລັດຖະບານ, ນາຍົກລັດ​ຖະມົນຕີ, ສະມາຊິກ​ລັດຖະບານ​ແຕ່ລະ​ທ່ານ ຈະ​ມີ​ສະຕິເຂັ້ມ​ງວດ​ສຳລັບ​ຕົນ​ເອງ​ກວ່າ, ສາມັກຄີ, ​ເຫັນ​ດີ, ສຸດ​ຈິດ​ສຸດ​ໃຈ​ໃນ​ວຽກ​ງານ, ​ເຊີດ​ຊູ​ຄວາມ​ຮັບຜິດຊອບ, ມານະ​ພະຍາຍາມ​ເພື່ອ​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ສູ້​ຊົນ​ປະຕິບັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ, ມີ​ການ​ກະທຳ​ຢ່າງ​ຂ້ຽວຂາດ, ທັງ​ໝົດ​​ເຫລົ່າ​ນັ້ນແມ່ນ​ເພື່ອ​ປະ​ເທດ​ຊາດ ​ເພື່ອ​ປະຊາຊົນ, ​ເພື່ອ​ພັກ ​ເພື່ອ​ລະບອບ ​ເພື່ອ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ