ປະ​ທານ ຄຳ​ໄຕ ສີ​ພັນ​ດອນ: ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ລາວ, ຜູ້​ເສີມ​ສ້າງ​ການ​ພົວ​ພັນ ລາວ - ຫວຽດ​ນາມ

(VOVWORLD) - ວັນທີ 8 ກຸມພາ ແມ່ນຄົບຮອບ 100 ປີແຫ່ງວັນຄ້າຍວັນເກີດທ່ານອະດີດປະທານພັກ , ອະດີດປະທານປະເທດ ສປປ.ລາວ ຄຳໄຕ ສີພັນດອນ (8/2/1924 - 8/2/2024). ທ່ານແມ່ນໜຶ່ງໃນບັນດາການນຳທຳອິດຂອງການປະຕິວັດລາວ, ພ້ອມກັບການນຳຕ່າງໆ ນຳພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນລາວ ບັນດາເຜົ່າ ປະສົບຜົນສຳເລັດ, ນຳປະເທດຊາດກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ທ່ານປະທານ ຄຳໄຕ ສີພັນດອນ ກໍ່ແມ່ນເພື່ອນຜູ້ສະໜິດສະໜົມຂອງປະຊາຊົນ ຫວຽດນາມ.

ປະ​ທານ ຄຳ​ໄຕ ສີ​ພັນ​ດອນ: ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ລາວ, ຜູ້​ເສີມ​ສ້າງ​ການ​ພົວ​ພັນ ລາວ - ຫວຽດ​ນາມ - ảnh 1ທ່ານປະທານ ຄຳໄຕ ສີພັນດອນ ແລະ ທ່ານພົນເອກ ຫວໍຫງວຽນຢາບ (ພາບ: TTXVN)

ທ່ານປະທານ ຄຳໄຕ ສີພັນດອນ ເກີດວັນທີ 8 ກຸມພາ 1924 ໃນຄອບຄົວຊາວກະສິກອນ. ຊີວິດ ແລະ ພາລະກິດແຫ່ງການເຄື່ອນໄຫວປະຕິວັດ ເພິ່ນ ແມ່ນ ຕິດພັນກັບການພັດທະນາຂອງປະເທດລາວ.

ບົດບາດອັນຍິ່ງໃຫຍ່ຕໍ່ການປະຕິວັດລາວ

ທ່ານປະທານ ຄຳໄຕ ສີພັນດອນ ແມ່ນການນຳຮັກຊາດທີ່ສຸດ, ມີຄວາມສຸດຈິດສຸດໃຈ ແລະ ອອກເຫື່ອເທແຮງ, ຮ່ຽງບາຮ່ຽງໄຫຼ່ກັບການນຳຕ່າງໆຂອງລາວ ຈັດຕັ້ງປະຕິບັດ, ຊີ້ນຳນຳພາ ຂະບວນການປະຕິວັດໃຫ້ເຕີບໃຫຍ່ພັດທະນາ ແລະ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ຫຼາຍຢ່າງ.

ທ່ານໄດ້ດຳລົງຫຼາຍຕຳແໜ່ງສຳຄັນ, ແຕ່ຜູ້ແທນລັດຖະບານລາວ ອິດສະລະ ເຂດພາກໃຕ້ລາວ, ປະທານກຳມະການຕໍ່ຕ້ານເຂດພາກກາງ, ກຳມະການສູນກາງແນວລາວ ອິດສະລະ ແລະ ແນວລາວສ້າງຊາດ, ກຳມະການສູນກາງພັກ; ໄດ້ຮັບການເລື່ອນຊັ້ນເປັນພົນເອກ ແລະກາຍເປັນການນຳສູງສຸດຂອງືທະຫານປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວ. ຢູ່ໃນທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ສຸມໃສ່ຊີ້ນຳ, ນຳພາຈັດຕັ້ງປະຕິບັດບັນລຸໝາກຜົນດີ, ພິເສດແມ່ນການກໍ່ສ້າງ ແລະ ປັບປຸງກຳລັງກອງທັບລາວ ອິດສະລະ ໃຫ້ກຳລັງເຂັ້ມແຂງ.

ທ້າຍປີ 1953, ຜ່ານການສົມທົບກັນລະຫວ່າງກຳລັງຕໍ່ຕ້ານ ລານ ແລະ ຫວຽດນາມ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ເປີດບັ້ນຮົບພາກກາງລາວ ແລະ ໄດ້ຮັບການແຕ່ງຕັ້ງເປັນຜູ້ບັນຊາການບັ້ນຮົບນີ້. ທ້າຍເດືອນເມສາ 1954, ບັ້ນຮົບພາກກາງລາວສິ້ນສຸດ, ສັດຕຸຖືກປະລາໄຊໃນທຸກແນວຮົມ 3 ປະເທດ ອິນດູຈິນ, ກອງທັບ ຝລັ່ງຕ້ອງເຊັ່ນສົນທິສັນຍາ ເຊີແນວປີ 1954 ກ່ຽວກັບອິນດູຈິິນ.

ວັນທີ 03 ກຸມພາ ປີ 1972, ໃນກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງ ສູນກາງພັກ. ທ່ານປະທານ ຄຳໄຕ ສີພັນດອນ ສືບຕໍ່ຊີ້ນຳການຕໍ່ສູ້ຕ້ານກອງທັບ ອາເມລິກາ ເພື່ອຍາດເອົາໄຊຊະນະ, ພາໄປເຖິງການເຊັນສັນຍາ ວຽງຈັນ ໃນວັນທີ 21 ກຸມພາ 1973. ນີ້ແມ່ນໄຊຊະນະທີ່ໃຫຍ່ຫຼວງຂອງການປະຕິວັັດລາວ, ແມ່ນພື້ນຖານດ້ານການເມືອງ ແລະ ກົດໝາຍເພື່ອໃຫ້ປະຊາຊົນ ລາວ ສືບຕໍ່ຕໍ່ສູ້ປະຕິບັດສຳລັດການປະຕິວັດປົດປ່ອຍຊາດ.

ປະ​ທານ ຄຳ​ໄຕ ສີ​ພັນ​ດອນ: ການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ ລາວ, ຜູ້​ເສີມ​ສ້າງ​ການ​ພົວ​ພັນ ລາວ - ຫວຽດ​ນາມ - ảnh 2ທ່ານປະທານ ຄຳໄຕ ສີພັນດອນ (ພາບ: TTXVN)

ວັນທີ 15 ສິງຫາ ປີ 1991, ກອງປະຊຸມສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາລັດຖະທຳມະນຸດສະບັບທຳອິດຂອງປະເທດ ສປປ ລາວ, ພ້ອມທັງໄດ້ຮັບຮອງເອົາການເລືອກຕັ້ງທ່ານປະທານ ຄຳໄຕ ສີພັນດອນ ເປັນນາຍົກລັດຖະມົນຕີ. ວັນທີ 24 ພະຈິກ ປີ 1992, ກອງປະຊຸມຂອງກົມການເມືອງສູນກາງພັກ ໄດ້ເຫັນດີເປັນເອກະພາບ ເລືອກຕັ້ງທ່ານປະທານ ຄຳໄຕ ສີພັນດອນ ເປັນປະທານພັກປະຊາຊົນປະຕິວັດລາວ.

ດ້ວຍຖານະເປັນຜູ້ນຳໜ້າລັດຖະບານ ແລະ ຕໍ່ຈາກນັ້ນແມ່ນການນຳສູງສຸດຂອງພັກ ແລະ ແມ່ນປະທານປະເທດ, ທ່ານປະທານ ຄຳໄຕ ສີພັນດອນ ໄດ້ຊີ້ນຳການຄົ້ນຄ້ວາທິດສະດີຂອງພັກ, ວິໄສທັດ, ຍຸດທະສາດ, ແນວທາງ, ນະໂຍບາຍພັດທະນາປະເທດຊາດໃນໄລຍະຍາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະ ໃຫ້ເໝາະສົມກັບເງື່ອນໄຂກົນໄກໃໝ່, ກົນໄກເສດຖະກິດການຕະຫຼາດໂດຍມີການຄຸ້ມຄອງຂອງລັດ.

ດ້ວຍບັນດາການປະກອບສ່ວນໃຫ້ແກ່ພາລະກິດການປະຕິວັດ ແລະ ການສ້າງສາປະເທດຊາດ, ທ່ານປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈຈາກບັນດາການນຳ ກໍ່ຄືພະນັກງານ, ນັກຮົບ ແລະ ປະຊາຊົນລາວທຸກຄົນ.

ຜູ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນລະຫວ່າງລາວ - ຫວຽດນາມ

ທ່ານປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳທີ່ໄດ້ສ້າງພື້ນຖານ ໃນການພົວພັນລະຫວ່າງລາວ - ຫວຽດນາມ. ປີ 1947, ປະທານ ຄຳໄຕ ສີພັນດອນ ໄດ້ພົບປະກັບທ່ານ ຟ້າມວັນດົ່ງ, ຄາວນັ້ນແມ່ນຜູ້ແທນປະຈຳການລັດຖະບານ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ພາກໃຕ້ ຫວຽດນາມ ຢູ່ແຂວງ ກ໋ວາງຫງາຍ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບນະໂຍບາຍ, ວີທີການສົມທົບຊ່ວຍເຫຼືອກັນ ພ້ອມກັນຕ້ານກອງທັບ ຝລັ່ງ ເພື່ອພາລະກິດແຫ່ງການປົດປ່ອຍຊາດຂອງສອງປະເທດ. ນີ້ແມ່ນການພົບປະມີຄວາມໝາຍສຳຄັນ, ເປັນຂີດໝາຍປະກອບສ່ວນສ້າງສຳພັນສູ້ຮົບ ລາວ - ຫວຽດນາມ.

ບັນດາການປະກອບສ່ວນສຳຄັນ, ພູມປັນຍາ ແລະ ແນວຄິດປະດິດຄິດສ້າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ຂອງປະທານ ຄຳໄຕ ສີພັນດອນ  ໃນພາລະກິດແຫ່ງການປົກປ້ອງ, ສ້າງສາ, ພັດທະນາປະເທດລາວ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງ.

ນ້ຳໃຈຮັກຊາດສູງສົ່ງ ແລະ ການອຸທິດສ່ວນເພື່ອປະເທດຊາດ ຂອງບັນດາການນຳລຸ້ນກ່ອນຂອງສອງປະເທດ, ໃນນັ້ນ ມີ ປະທານ ຄຳໄຕ ສີພັນດອນ, ໄດ້ຮ່ວມແຮງຮ່ວມໃຈປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ເຮັດໃຫ້ສາຍພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ, ຫວຽດນາມ - ລາວ ສວຍສົດງົດງາມ, ໝັ້ນຄົງທະໜົງແກ່ນຕະຫຼອດກາລະນານ

ຕອບກັບ

ຂ່າວ/ບົດ​ອື່ນ