ພັດທະນາພື້ນຖານກະສິກຳແບບຍືນຍົງ: ທິດກ້າວເດີນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ

(VOVWORLD) - ອາດເວົ້າໄດ້ວ່າ, ການປ່ຽນແປງຈິນຕະນາການໄປສູ່ການເຕີບໂຕສີຂຽວໄດ້ເລີ່ມສ້າງຂຶ້ນຢ່າງຄົບຊຸດ ຈາກຜູ້ຜະລິດ, ດຳເນີນທຸລະກິດ, ປຸງແຕ່ງ ຕະຫຼອດຮອດຜູ້ບໍລິໂພກແລ້ວ.
ພັດທະນາພື້ນຖານກະສິກຳແບບຍືນຍົງ: ທິດກ້າວເດີນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ - ảnh 1ຫວຽດນາມ ສືບຕໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບກັບບັນດາປະເທດກ່ຽວກັບເປົ້າໝາຍພັດທະນາກະສິກຳແບບຍືນຍົງ
(ພາບປະກອບ: congthuong.vn)

        ວັນທີ 19 ກຸມພາ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີ ອົງການອາຫານ ແລະ ການກະເສດສະຫະປະຊາຊາດ (FAO) ພາກພື້ນ ອາຊີ - ປາຊີຟິກ (APRC) ຄັ້ງທີ 37 ຢູ່ ສີລັງກາ. ໂດຍຈັດຂຶ້ນເປັນເວລາ 3 ວັນ, ກອງປະຊຸມໄດ້ປຶກສາຫາລືບັນດາສິ່ງທ້າທາຍ ແລະ ບຸລິມະສິດກ່ຽວຂ້ອງເຖິງທັນຍາຫານ ແລະ ກະສິກຳແບບຍືນຍົງ, ຊຸກຍູ້ການສະໜິດຕິດພັນໃນພາກພື້ນ. ຢູ່ທີ່ນີ້, ຫວຽດນາມ ສືບຕໍ່ຢືນຢັນໜ້າທີ່ຄວາມຮັບຜິດຊອບກັບບັນດາປະເທດກ່ຽວກັບເປົ້າໝາຍພັດທະນາກະສິກຳແບບຍືນຍົງ, ການເຕີບໂຕສີຂຽວໃນຂະແໜງກະສິກຳ.

        ການພັດທະນາກະສິກຳ ແລະ ຊົນນະບົດແບບຍືນຍົງແມ່ນການກຳນົດທິດພື້ນຖານ, ເສົາຄ້ຳເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ປະກອບສ່ວນເຊື່ອມໂຍງເຂົ້າກັບສາກົນ, ສ້າງທ່ວງທ່າສົ່ງອອກ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ.

ທິດທາງກ່ຽວກັບການເຕີບໂຕສີຂຽວ, ການພັດທະນາກະສິກຳຊີວະພາບ

        ຫວຽດນາມ ພວມມຸ່ງໄປເຖິງການເຕີບໂຕສີຂຽວ, ພັດທະນາກະສິກຳຊີວະພາບ. ຫຼຸດຜ່ອນການປ່ອຍອາຍພິດກາກບອນ ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ, ຫາກຍັງໄດ້ກາຍເປັນຄາດໝາຍເພື່ອນຳເຂົ້າແຜນຮ່າງພັດທະນາອີກດ້ວຍ. ອາດເວົ້າໄດ້ວ່າ, ການປ່ຽນແປງຈິນຕະນາການໄປສູ່ການເຕີບໂຕສີຂຽວໄດ້ເລີ່ມສ້າງຂຶ້ນຢ່າງຄົບຊຸດ ຈາກຜູ້ຜະລິດ, ດຳເນີນທຸລະກິດ, ປຸງແຕ່ງ ຕະຫຼອດຮອດຜູ້ບໍລິໂພກແລ້ວ. ນີ້ແມ່ນທ່າອຽງຕັ້ງໜ້າ, ສອດຄ່ອງກັບສາກົນ. ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ, ໃຫ້ຮູ້ວ່າ:

        “ກະສິກຳສີຂຽວແມ່ນທ່າອ່ຽງທີ່ບໍ່ສາມາດຕ່າວປິ້ນໄດ້, ພວກເຮົາຕ້ອງເປັນເຈົ້າປັບຕົວໃຫ້ແທດເໝາະ ແລະ ໃນຕົວຈິງແມ່ນພໍ່ແມ່ປະຊາຊົນໄດ້ປັບຕົວໃຫ້ແທດເໝາະແລ້ວ. ຕົວຢ່າງຄື: ຢູ່ ຕືກີ, ແຂວງ ຫາຍເຢືອງ, ຊາວກະສິກອນຜະລິດເຂົ້າ - ຂີ້ກະເດືອນ (clam worm) - ກະປູກ້າມແດງ, ມີມູນຄ່າ 3 ຊັ້ນ. ຊາວກະສິກອນຂາຍຂີ້ກະເດືອນຫຼາຍກວ່າຂາຍເຂົ້າ, ແຕ່ບໍ່ມີເຂົ້າກໍ່ຈະບໍ່ມີ 2 ຜະລິດຕະພັນດັ່ງກ່າວ. ຫຼືຮູບແບບ ເຂົ້າ - ກຸ້ງ, ເຂົ້າ - ປາ ຢູ່ແຂວງ ບາກລຽວ, ກ່າເມົາ… ຊາວກະສິກອນ ຫວຽດນາມ ພວມມຸ່ງໄປເຖິງພື້ນຖານກະສິກຳຊີວະພາບ”.

         ໃນຄວາມມານະພະຍາຍາມເຕີບໂຕສີຂຽວ, ປີ 2024 ແມ່ນປີທຳອິດທີ່ ຫວຽດນາມ ຜັນຂະຫຍາຍໄລຍະທີ 1 (2024 – 2025) ຂອງແຜນຮ່າງ “ພັດທະນາເຂດປູກເຂົ້າ 1 ລ້ານເຮັກຕາທີ່ມີຄຸນນະພາບສູງ ແລະ ປ່ອຍອາຍພິດຕ່ຳ ຕິດພັນກັບການເຕີບໂຕສີຂຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮອດປີ 2030”. ແຜນຮ່າງສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ປະຊາຄົມສາກົນໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ສ້າງພື້ນຖານກະສິກຳປ່ອຍອາຍພິດຕ່ຳ.

        ກ່ອນໜ້ານັ້ນ, ໃນເດືອນ ເມສາ 2023, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ແຜນການດຳເນີນງານລະດັບຊາດ ຫັນປ່ຽນລະບົບທັນຍາຫານ, ສະບຽງອາຫານຮອດປີ 2030 ດ້ວຍເປົ້າໝາຍກາຍເປັນປະເທດຜະລິດ ແລະ ສະໜອງທັນຍາຫານທີ່ໂປ່ງໃສ, ມີຄວາມຮັບຜິດຊອບ, ຍືນຍົງ ເຊິ່ງ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາທີ່ກອງປະຊຸມສຸດຍອດຂອງສະຫະປະຊາຊາດກ່ຽວກັບລະບົບທັນຍາຫານ, ອາຫານ 2021.

ພັດທະນາຕາມລວງເລິກ

        ເພື່ອພັດທະນາຂະແໜງກະສິກຳແບບຍືນຍົງ, ການຫັນເປັນດີຈີຕອນໄດ້ຮັບຖືວ່າແມ່ນມາດຕະການແກ້ໄຂບຸກທະລຸ, ສ້າງກຳລັງໜູນໃໝ່ແກ່ການເຕີບໂຕ, ພັດທະນາເສດຖະກິດກະສິກຳ. ການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງ, ຜະລິດ, ດຳເນີນທຸລະກິດ, ຄົ້ນຫາຕົ້ນກຳເນີດ, ລະບົບສະໜອງຜະລິດຕະພັນ ໄດ້ນຳມາເຊິ່ງຄວາມໂປ່ງໃສ, ຊັດເຈນໃນຕົ້ນກຳເນີດທັນຍາຫານ, ຊຸກຍູ້ການຜະລິດສິນຄ້າ, ຈຳໜ່າຍຜະລິດຕະພັນ ແລະ ສ້າງໂອກາດພັດທະນາກະສິກຳແບບຍືນຍົງ. ພ້ອມທັງ, ຍູ້ແຮງການສົ່ງເສີມການຄ້າ, ເຈລະຈາແກ້ໄຂຮົ້ວກີດຂວາງດ້ານເຕັກນິກ, ການຄ້າ ແລະ ເປີດປະຕູຕະຫຼາດສົ່ງອອກ… ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ໃຫ້ຮູ້ວ່າ:

        “ທົ່ວຂະແໜງຈະປະຕິບັດກົດໝາຍ, ຍຸດທະສາດ, ໂຄງການ, ແຜນຮ່າງ, ການວາງແຜນ, ແຜນການພັດທະນາຂະແໜງ, ໂດຍສະເພາະແມ່ນຍຸດທະສາດພັດທະນາກະສິກຳ ແລະ ຊົນນະບົດແບບຍືນຍົງໄລຍະ 2021 2030; ແຜນການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ໄລຍະ 2021 2025, ໂຄງການເປົ້າໝາຍລະດັບຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ໄລຍະ 2021 2025… ຫັນປ່ຽນຈິນຕະນາການການຜະລິດກະສິກຳໄປສູ່ຈິນຕະນາການເສດຖະກິດກະສິກຳ; ພັດທະນາຫຼາຍຂະແໜງ; ຊຸກຍູ້ການສົມທົບຫຼາຍຄຸນຄ່າໃນຜະລິດຕະພັນ ຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ

        ຄວາມມີສະຖຽນລະພາບ ແລະ ການພັດທະນາຕາມລວງເລິກຂອງຂະແໜງກະສິກຳ ແມ່ນໜຶ່ງໃນບັນດາກຳລັງໜູນເຕີບໂຕເສດຖະກິດ ຫວຽດນາມ ໃນປີ 2024. ນອກນັ້ນ, ເລື່ອງຂະແໜງກະສິກຳຂອງ ຫວຽດນາມ ພັດທະນາແບບຍືນຍົງ ຍັງປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ