ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ດ້ວຍ​ສັນ​ຍານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ

(VOVWORLD) -ວັນທີ 14 ມິຖຸນາ, ທະນາຄານ ໂລກ (WB) ໄດ້ປະກາດບົດລາຍງານອັບເດດເສດຖະກິດມະຫາພາກ ຫວຽດນາມ ນັບແຕ່ຕົ້ນເດືອນມິຖຸນາ ປີ 2022 ໃນນັ້ນໄດ້ຕີລາຄາເສດຖະກິດ ຫວຽດນາມ ຍັງຢູ່ໃນທ່າຟື້ນຟູຢ່າງຕັ້ງໜ້າ. ນັບແຕ່ຕົ້ນປີມານີ້, ບັນດາອົງການຈັດຕັ້ງສາກົນ ກໍ່ໄດ້ຍົກອອກບາງຮ່າງຄາດຄະເນທີ່ເປັນໜ້າປະເອີບໃຈ ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ, ມີຫຼາຍສັນຍານທີ່ເປັນໜ້າຊື່ນຊົມຢູ່ບາງຂະແໜງການ, ຂົງເຂດ. ໂດຍບໍ່ຫົວຊາຕໍ່ສະພາບການຂາດສະຖຽນລະພາບໃນທົ່ວໂລກເພີ່ມຂຶ້ນ.
ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ດ້ວຍ​ສັນ​ຍານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ - ảnh 1ພາບປະກອບ: baochinhphu.vn

ເສດຖະກິດ ຫວຽດນາມ ຟື້ນຟູພາຍຫຼັງພະຍາດໂຄວິດ - 19

ບົດລາຍງານຂອງ WB ໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຫຼາຍຈຸດພົ້ນເດັ່ນ ເສດຖະກິດ. ຕາມນັ້ນແລ້ວ, ດັດຊະນີການຜະລິດອຸດສາຫະກຳ ເດືອນພຶດສະພາຢູ່ ຫວຽດນາມ ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ລະດັບການເຕີບໂຕນີ້ທຽບເທົ່າກັບກ່ອນເກີດພະຍາດ ໂຄວິດ - 19. ດັດຊະນີ PMI ຂະແໜງອຸດສາຫະກຳ ປຸງແຕ່ງ, ປະດິດສ້າງເພີ່ມຂຶ້ນຢູ່ລະດັບສູງທີ່ສຸດໃນ 12 ເດືອນຜ່ານມາ. ການຜະລິດເຄື່ອງຕັດຫຍິບ, ເກີບໜັງ ແລະ ເຄື່ອງຄອມພິວເຕີ, ເອເລັກໂຕນິກ ແລະ ຜະລິດຕະພັນການແສງ ກໍ່ຮັກສາໄດ້ການເຕີບໂຕຢ່າງໝັ້ນແກ່ນ. ບັນດາດັດຊະນີເຄື່ອນໄຫວຫຼັກໄດ້ຟື້ນຟູໂດຍສົມບູນ. ຈຳນວນແຂກເຂົ້າຮ້ານອາຫານ, ຮ້ານກາເຟ, ສູນການຄ້າ ແລະ ສະຖານທີ່ຂາຍຍ່ອຍ, ລະຫລີ້ນບັນເທີງ ໄດ້ບັນລຸລະດັບຄ້າຍຄືກັນກັບໄລຍະກ່ອນເກີດໂລລະບາດ.

ບົດລາຍງານຂອງ WB ກໍ່ຊີ້ໃຫ້ເຫັນວ່າ, ສິນເຊື່ອມີການເຕີບໂຕຢ່າງແຮງດ້ວຍລະດັບ 16,9% (ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້) ໃນຂະນະທີ່ດອກເບ້ຍລະຫວ່າງທະນາຄານຫຼຸດລົງຢ່າງແຮງແຕ່ 1,73% ໃນທ້າຍເດືອນເມສາ ລົງເຫຼືອພຽງ 0,33% ໃນທ້າຍເດືອນພຶດສະພາ.

ກ່ອນໜ້ານັ້ນ, ທະນາຄານພັດທະນາອາຊີ (ADB) ຄາດວ່າ ການເຕີບໂຕເສດຖະກິດ ຫວຽດນາມ ຈະຟື້ນຟູຢູ່ລະດັບ 6,5%ໃນປີ 2022 ແລະ ບັນລຸໄດ້ 6,7% ໃນທ້າຍປີ 2023. ໃນຂະນະນັ້ນ, ກອງທຶນເງິນຕາສາກົນ (IMF) ກໍ່ຍົກອອກບາງການຄາດຄະເນທີ່ຄ້າຍຄືກັນ. ຢູ່ເວທີປາໄສ “ຄາດຄະເນເສດຖະກິດ ຫວຽດນາມ 2022 - 2023: ແຜນການເຕີບໂຕ ແລະ ແງ່ຫວັງໃນບາງຂະແໜງເສດຖະກິດຫຼັກ” ໄດ້ດຳເນີນໃນເດືອນ ພຶດສະພາ ປີ 2022, ທ່ານ Francois Painchaud ຫົວໜ້າຄະນະຜູ້ຕາງໜ້າກອງທຶນ IMF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:

ຫວຽດນາມ ໄດ້ຮັກສາສະຖຽນລະພາບກ່ຽວກັບປີການເງິນ, ດູນການຕ່າງປະເທດ ແລະ ສະຖຽນລະພາບທາງດ້ານງົບປະມານຢ່າງສຳເລັດຜົນ ແລະ ຄາດຄະເນວ່າ ການເຕີບໂຕຂອງຫວຽດນາມ ຈະບັນລຸໄດ້ 6% ໃນປີ 2022  ແລະ 7,2%ໃນປີ 2023. ໄພເງິນເຟີ້ຄາດວ່າຈະເພີ່ມຂຶ້ນ, ແຕ່ຍັງຕ່ຳເມື່ອທຽບໃສ່ກັບເປົ້າໝາຍຂອງທະນາຄານແຫ່ງລັດ ແມ່ນ 4%. ພິເສດ, ການປະກາດໃຊ້ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມແມ່ນທັນການ ແລະ ເໝາະສົມ ເພື່ອຊຸກຍູ້ການຟື້ນຟູເສດຖະກິດ. ກະຕຸກຊຸກຍູ້ປີການເງິນໃນຂອບເຂດໂຄງການນີ້ໃນປີ 2022 2023 ຊ່ວຍເພີ່ມທະວີການຟື້ນຟູ, ແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ - 19, ຊ່ວຍການເຕີບໂຕແບບ ຍືນຍົງ ແລະ ກວມລວມ.

ທ້າຍເດືອນພຶດສະພາ ປີ 2022, ອົງການຈັດອັນດັບຄວາມໄວ້ວາງໃຈສາກົນແມ່ນ S&P (Global Ratings) ໄດ້ຍົກລະດັບຄວາມໄວ້ວາງໃຈແຫ່ງຊາດໄລຍະຍາວຂອງ ຫວຽດນາມ ຂຶ້ນລະດັບ BB+ ດ້ວຍແງ່ຫວັງ “ມີສະຖຽນລະພາບ”. ໃນສະພາບການສາກົນ ສືບຕໍ່ມີການຜັນແປຢ່າງສັບສົນ ແລະ ມີຜົນກະທົບອັນເລິກເຊິ່ງຈາກພະຍາດໂຄວິດ - 19, ຫວຽດນາມແມ່ນໜຶ່ງໃນສອງປະເທດຢູ່ພາກພື້ນ ອາຊີ - ປາຊີຟິກ ໄດ້ຍົກລະດັບຄວາມໄວ້ວາງໃຈນັບແຕ່ຕົ້ນປີມານີ້.

ຮັກສາການຄວບຄຸມ, ສ້າງການທ່າບຸກທະລຸໃຫ້ແກ່ພື້ນຖານເສດຖະກິດ

ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ດ້ວຍ​ສັນ​ຍານ​ທີ່​ເປັນ​ໜ້າ​ຊື່ນ​ຊົມ - ảnh 2ທ່ານ ດ່າວມິງຕູ້ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ

ໃນຕົວຈິງ, ໄລຍະຜ່ານມາໂດຍສະເພາະແມ່ນໄລຍະເກີດພະຍາດໂຄວິດ - 19, ຫວຽດນາມ ໄດ້ປະກາດໃຊ້ຫຼາຍນະໂຍບາຍເສດຖະກິດມະຫາພາກ, ນະໂຍບາຍປີການເງິນຢ່າງມີໄຫວພິບ, ໜູນຊ່ວຍບັນດາຄອບຄົວ ແລະ ວິສາຫະກິດໂດຍຜ່ານການລຸດຜ່ອນ, ແກ່ຍາວເວລາເກັບພາສີ ແລະ ຄ່າທຳນຽມ, ພ້ອມທັງເພີ່ມລາຍຈ່າຍປົກກະຕິ ແລະ ລາຍຈ່າຍການລົງທຶນ.

ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂອງ ລັດຖະບານ ໄດ້ສ້າງກາລະໂອກາດເພື່ອຟື້ນຟູລະບົບການຜະລິດ, ສະໜອງ, ແຮງງານ ໂດຍໄວ, ຊຸກຍູ້ບັນດາກຳລັງໜູນການເຕີບໂຕ. ທ່ານ ດ່າວມິງຕູ້ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ: ທະນາຄານແຫ່ງລັດ ຮັກສາການຊຳລະ, ຫຼຸດຜ່ອນຄ່າດອກເບ້ຍນະໂຍບາຍ ແລະ ນີ້ແມ່ນປັດໄຈທີ່ຈຳເປັນເພື່ອຊ່ວຍໃຫ້ບັນດາທະນາຄານຜ່ານຜ່າວິກິດການຢ່າງປອດໄພ ແລະ ສະກັດກັ້ນການຮັດກຸ່ມສິນເຊື່ອ. ທ່ານກ່າວວ່າ:

ນັບແຕ່ຕົ້ນປີມານີ້, ທະນາຄານແຫ່ງລັດກໍ່ກຳນົດໜ້າທີ່ສຳຄັນແມ່ນສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ, ສຸມໃສ່ແຫຼ່ງກຳລັງສິນເຊື່ອ, ນຳສິນເຊື່ອມຸ່ງໄປເຖິງຂົງເຂດຈຸດສຸມ, ບັນດາຂົງເຂດຈຳເປັນເພື່ອຟື້ນຟູໂດຍໄວ, ແກ້ໄຂຄວາມຫຍຸ້ງຍາກຂອງວິສາຫະກິດ ແລະ ຟື້ນຟູພື້ນຖານເສດຖະກິດໂດຍໄວທີ່ສຸດ, ຍອດສິນເຊື່ອຂອງພື້ນຖານເສດຖະກິດ ໄດ້ເພີ່ມຂຶ້ນປະມານ 7,75%. ເມື່ອທຽບໃສ່ກັບຊ່ວງເວລາດຽວກັນ ຂອງປີ 2021, ສິນເຊື່ອໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ສິນເຊື່ອເພີ່ມຂຶ້ນໃນຫຼາຍຂົງເຂດທີ່ຈຳເປັນຄື: ກະສິກຳ, ອຸດສາຫະກຳ, ຂົງເຂດການບໍລິການການຄ້າ, ຂົງເຂດຮ້ານອາຫານແມ່ນ ບັນດາຂົງເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບຜົນກະທົບຈາກພະຍາດໂຄວິດ - 19, ທຸກນະໂຍບາຍ ພ້ອມກັບນະໂຍບາຍນຳກະແສທຶນເຂົ້າຂົງເຂດບຸລິມະສິດ, ຟື້ນຟູພື້ນຖານເສດຖະກິດ ນຳມາເຊິ່ງໝາກຜົນເບື້ອງຕົ້ນ ໃນ 5 ເດືອນຜ່ານມາ.

ໃນສະພາບການທົ່ວໂລກມີການຜັນແປ ແລະ ສິ່ງທ້າທາຍຫຼາຍຢ່າງ, ໝາກຜົນທີ່ບັນລຸໄດ້ໃນຊຸມເດືອນຕົ້ນປີ 2022 ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມໃນການຊີ້ນຳ, ບໍລິຫານຂອງ ຫວຽດນາມ ພວມກ້າວເດີນຢ່າງຖືກທິດ, ມີສະຖຽນລະພາບ ແລະ ຟື້ນຟູເສດຖະກິດມະຫາພາກ, ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ