ມະຫາສາມັກຄີທົ່ວປວງຊົນທັງຊາດໃນສະພາບເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ຈາກປະເທດຖືກປິດລ້ອມ, ຂວ້ຳບາດ, ມາຮອດປັດຈຸບັນ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນກັບຕ່າງປະເທດ 189/193 ປະເທດສະມາຊິກຂອງສະຫະປະຊາຊາດ. ຫວຽດນາມ ໄດ້ສ້າງເຄືອຂ່າຍກັບ 30 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ໃນນັ້ນ ມີບັນດາປະເທດພັດທະນາທັງໝົດ.

ວັນທີ 18 ພະຈິກ, ແນວໂຮມປະເທດຊາດຫວຽດນາມ ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງ (18/11/1930 18/11/2020). ໃນໄລຍະ 90 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ແນວໂຮມປະເທດຊາດຫວຽດນາມ ໄດ້ກາຍເປັນສູນເຕົ້າໂຮມຄວາມສາມັກຄີຢ່າງແທ້ຈິງ, ປຸກລຸກກຳລັງແຮງທົ່ວປວງຊົນ, ສ້າງປະຖົມປັດໄຈສຳຄັນ ເພື່ອປະຕິບັດບັນດາໜ້າທີ່ປະຕິວັດທີ່ວາງອອກໄດ້ຢ່າງມີໄຊ, ໃນນັ້ນ ມີໜ້າທີ່ເຊື່ອມໂຍງເຂົ້າກັບສາກົນ.

ມະຫາສາມັກຄີທົ່ວປວງຊົນທັງຊາດໃນສະພາບເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ 

        ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢັ້ງຢືນວ່າ ມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນແນວທາງຍຸດທະສາດຂອງການປະຕິວັດຫວຽດນາມ, ແມ່ນກຳລັງໜູນ ແລະ ແຫຼ່ງກຳລັງອັນໃຫຍ່ຫລວງ ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ແນວທາງຍຸດທະສາດສຳຄັນນັ້ນ ຍາມໃດກໍ່ໄດ້ຮັບການປະຕິບັດ, ຫັນເປັນລະອຽດ ຜ່ານບັນດາການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ດ້ວຍບົດບາດເປັນພັນທະມິດດ້ານການເມືອງ, ເປັນພື້ນຖານດ້ານການເມືອງຂອງອຳນາດການປົກຄອງປະຊາຊົນ.

ຂີດໝາຍຂອງມະຫາສາມັກຄີທົ່ວປວງຊົນໃນການເຊື່ອມໂຍງເຂົ້າກັບສາກົນ

       ການເຊື່ອມໂຍງເຂົ້າກັບສາກົນ ແມ່ນທ່າອ່ຽງໃຫຍ່ ໃນການພັດທະນາຂອງໂລກທັນສະໄໝ. ສຳລັບຫວຽດນາມ ແລ້ວ, ການເຊື່ອມໂຍງເຂົ້າກັບສາກົນ ແມ່ນລັດຖະນະໂຍບາຍຍຸດທະສາດ, ຕິດພັບກັບຄວາມຕ້ອງການພັດທະນາຢູ່ພາຍໃນ ປະເທດ ແລະ ເລີ່ມຈາກການຫັນປ່ຽນຂອງສິ່ງແວດລ້ອມສາກົນ. ຈາກປະເທດຖືກປິດລ້ອມ, ຂວ້ຳບາດ, ມາຮອດປັດຈຸບັນ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນກັບຕ່າງປະເທດ 189/193 ປະເທດສະມາຊິກຂອງສະຫະປະຊາຊາດ. ຫວຽດນາມ ໄດ້ສ້າງເຄືອຂ່າຍກັບ 30 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ໃນນັ້ນ ມີບັນດາປະເທດພັດທະນາທັງໝົດ. 17/20 ສະມາຊິກ G20, ບັນດາປະເທດອາຊຽນທັງໝົດ.

        ໃນການເຊື່ອມໂຍງເຂົ້າກັບສາກົນ, ຈາກພື້ນຖານເສດຖະກິດຖືກປິດແຈບ, ເກື້ອກູນ, ມາຮອດປັດຈຸບັນ ຫວຽດນາມ ໄດ້ກາຍເປັນຕ່ອງໂສ້ສຳຄັນ ໃນເຄືອຂ່າຍການຮ່ວມສຳພັນດ້ານເສດຖະກິດທີ່ກ້ວາງໃຫຍ່ດ້ວຍຂອບຂະໜາດທົ່ວໂລກ ໂດຍມີສັນຍາການຄ້າເສລີ (FTA) 16 ສະບັບ, ໃນນັ້ນ ມີບັນດາສັນຍາ FTA ສະບັບໃໝ່ຄື CPTPP ແລະ EVFTA, ມີ 65 ຄູ່ຮ່ວມມືແມ່ນບັນດາສູນ, ບັນດາພື້ນຖານເສດຖະກິດແຖວໜ້າໂລກ. ຫວຽດນາມ ນັບມື້ນັບເປັນເຈົ້າການໃນການເຂົ້າຮ່ວມ, ມີຂໍ້ລິເລີ່ມຫລາຍຢ່າງ, ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງພາກພື້ນ ແລະ ທົ່ວໂລກຢ່າງແທດຈິງ. ພ້ອມກັນນັ້ນ, ຫວຽດນາມ ກໍ່ພ້ອມກັບບັນດາປະເທດໄດ້ເຂົ້າຮ່ວມວິວັດການສ້າງບັນດາກົນໄກໃໝ່, ຫຼັກການໃໝ່, ຊຸກຍູ້ການສ້າງບັນດາການພົວພັນສາກົນທີ່ມີຄວາມຍຸຕິທຳກ່ວາ, ມີປະຊາທິປະໄຕກ່ວາ.

        ໃນໝາກຜົນການເຊື່ອມໂຍງລວມຂອງປະເທດຊາດນັ້ນ ມີການປະກອບສ່ວນກຳລັງເຫື່ອແຮງບໍ່ໜ້ອຍຂອງແນວໂຮມປະເທດຊາດຫວຽດນາມ ດ້ວຍບົດບາດເຕົ້າໂຮມກຳລັງ, ປຸກລະດົມການສະໜັບສະໜູນຂອງປະຊາຊົນທຸກຊັ້ນວັນນະ, ຂອງຊາວຫວຽດນາມ ອາໄສຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄືຍາດແຍ່ງເອົາການຊ່ວຍເຫຼືອຈາກເພື່ອນມິດສາກົນ. ທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ:

        “ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ໄດ້ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ. ບັນດາບັ້ນຂົນຂວາຍ, ບັນດາຂະບວນການແຂ່ງຂັນຮັກຊາດ ໂດຍແນວໂຮມປະເທດຊາດປຸກລະດົມນັ້ນ ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນ. ແນວໂຮມປະເທດຊາດກໍ່ເປີດກ້ວາງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ, ປະກອບສ່ວນ ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ, ເປັນຕົ້ນແມ່ນບັນດາປະເທດທີ່ມີການພົວພັນທີ່ເປັນມູນເຊື້ອກັບປະເທດເຮົາ.

       ທີ່ພິທີໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ ໃນຕອນເຊົ້າວັນທີ 18 ພະຈິກ, ເມື່ອຕີລາຄາກ່ຽວກັບບົດບາດການພົວພັນຕ່າງປະເທດຂອງແນວໂຮມປະເທດຊາດ ໃນການປຸກລະດົມເອົາການສະໜັບສະໜູນຈາກເພື່ອນມິດສາກົນທີ່ມີຕໍ່ພາລະກິດແຫ່ງການສ້າງສາປະເທດຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຖືວ່າ:

        “ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງແນວໂຮມປະເທດຊາດທຸກຂັ້ນ ນັບມື້ນັບມີຈຸດສຸມ, ຈຸດໃຈກາງ, ເປີດກ້ວາງກ່ຽວກັບບໍລິເວນ, ຂົງເຂດ, ເປົ້າໝາຍມີຫລາຍຮູບຫລາຍແບບ, ປະກອບສ່ວນຫັນແຜນນະໂຍບາຍ, ແນວທາງຮັກສາເອກະລາດ, ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນຈິງ, ຫັນການພົວພັນຕ່າງປະເທດເປັນຫລາຍຝ່າຍ, ຫລາຍຮູບຫລາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ຶ້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມສາກົນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ເວທີສາກົນ.

ມະຫາສາມັກຄີທົ່ວປວງຊົນທັງຊາດໃນສະພາບການໃໝ່

       ໃນສະພາບການສ້າງຄວາມໝັ້ນຄົງ, ການເມືອງໃນໂລກ ແລະ ພາກພື້ນພວມມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ບັນດາປະເທດໃຫຍ່ໄດ້ເພີ່ມທະວີການແກ່ງແຍ້ງຍຸດທະສາດ; ການຂັດແຍ້ງກ່ຽວກັບອະທິປະໄຕຊາຍແດນ, ທະເລໝູ່ເກາະມີການຜັນແປຢ່າງສັບສົນ, ຍິ່ງຮຽກຮ້ອງໃຫ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ຮ່ວມກຳລັງເປັນຈິດໜຶ່ງໃຈດຽວຂອງທົ່ວປວງຊົນ ເພື່ອຜ່ານຜ່າສິ່ງທ້າທາຍ, ພັດທະນາປະເທດຊາດ. ແນວໂຮມປະເທດຊາດຫວຽດນາມ ສືບຕໍ່ພາລະກຳສາມັກຄີຊາດ, ສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ປະຊາຊົນປະກອບສ່ວນເຂົ້າໃນພາລະກິດລວມ. ທ່ານ ເຈິ່ນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢັ້ງຢືນວ່າ:

        “ແນວໂຮມປະເທດຊາດຫວຽດນາມທຸກຂັ້ນ ຈົ່ງສືບຕໍ່ເພີ່ມທະວີການປ່ຽນໃໝ່ເນື້ອໃນ, ວິທີການເຄື່ອນໄຫວ, ສ້າງຄວາມຕັດສິນໃຈໃໝ່, ບັນຍາກາດ ແລະ ຈິດໃຈໃໝ່ໃນໝູ່ປະຊາຊົນທຸກຊັ້ນວັນນະ, ພໍ່ແມ່ປະຊາຊົນຢູ່ພາຍໃນ ແລະ ຕ່າງປະເທດ, ຮ່ວມແຮງຮ່ວມໃຈກັນຜ່ານຜ່າຄວາມຫຍຸ້ງຍາກ. ດ້ວຍຄວາມເຊື່ອໝັ້ນຕໍ່ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຂ້າພະເຈົ້າໝັ້ນໃຈຢ່າງແນວແນ່ວ່າ ປະເທດຊາດຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ກ້າວຂຶ້ນເສັ້ນທາງພັດທະນາເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳສີວິໄລຢ່າງໝັ້ນຄົງ.

        ຜ່ານ 90 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບປະເທດຊາດ ໃນບັນດາບາດລ້ຽວປະຫວັດສາດ, ແມ່ນຮູບພາບອັນສູງສົ່ງຈົບງາມຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ. ໃນໄລຍະເຊື່ອມໂຍງ, ພາຍໃຕ້ຊາຍຄາຂອງແນວໂຮມ, ຈິດໃຈຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງສັງຄົມ ພວມສືບຕໍ່ທະວີຄູນ ແລະ ກາຍເປັນປະຖົມປັດໄຈ ເພື່ອໃຫ້ທັງປະເທດສືບຕໍ່ກ້າວເດີນໄປຂ້າງໜ້າຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ