ມ້າງທຳລາຍບັນດາຖ້ອຍທຳນອງທີ່ຜິດພາດກ່ຽວກັບການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ

(VOVWORLD) -ນັບແຕ່ເມື່ອປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 02 ກັນຍາ 1945 ມາຮອດປະຈຸບັນ, ເລື່ອງສ້າງລັດແຫ່ງກົດໝາຍສັງຄົມນິຍົມ ໃຫ້ສົມບູນແບບ ແມ່ນບັນຫາທິດສະດີ ແລະ ພຶດຕິກຳຕົວຈິງທີ່ໃໝ່ອ່ຽມ, ບໍ່ເຄີຍມີມາກ່ອນ
ມ້າງທຳລາຍບັນດາຖ້ອຍທຳນອງທີ່ຜິດພາດກ່ຽວກັບການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ - ảnh 1ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ
(ພາບ: TTXVN)

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢືນຢັນ “ສືບຕໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໂດຍພັກນຳພາໃຫ້ສົມບູນແບບ ແມ່ນໜ້າທີ່ຈຸດສຸມຂອງການປ່ຽນແປງໃໝ່ລະບົບການເມືອງ...”, ພ້ອມທັງກຳນົດວິໄສທັດ, ກຳນົດທິດຍຸດທະສາດ, ໃນນັ້ນ “ຄົ້ນຄວ້າ, ປະກາດໃຊ້ ຍຸດທະສາດສ້າງລັດແຫ່ງກົດໝາຍສັງຄົມນິຍົມໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045”. ໂດຍສວຍໃຊ້ບັນຫາດັ່ງກ່າວ, ບັນດາກຳລັງທີ່ເປັນປໍລະປັກ, ສວຍໂອກາດທາງການເມືອງໄດ້ຍົກອອກບັນດາທັດສະນະ, ຖ້ອຍທຳນອງເພື່ອແນໃສ່ຕຳໜິຕິຕຽນ, ປະຕິເສດບົດບາດ, ຄຸນລັກສະນະລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ.

        ບັນດາກຳລັງທີ່ເປັນປໍລະປັກ, ສວຍໂອກາດທາງການເມືອງຖືວ່າ, ລັດແຫ່ງກົດໝາຍແມ່ນຄຸນຄ່າທີ່ກ້າວໜ້າເຊິ່ງບັນດາປະເທດທຶນນິຍົມນຳໃຊ້, ກໍ່ສ້າງ, ປະຕິບັດແຕ່ດົນນານ. ເຂົາເຈົ້າເສກສັ້ນປັ້ນແຕ່ງວ່າ ລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ບໍ່ມີຄວາມເສລີ, ປະຊາທິປະໄຕ, ສິດທິມະນຸດ. ເຂົາເຈົ້າຍັງຖືວ່າ ມີພຽງແຕ່ລັດແຫ່ງກົດໝາຍທຶນນິຍົມ, ບໍ່ມີນິຍາມລັດແຫ່ງກົດໝາຍສັງຄົມນິຍົມ, ຈາກນັ້ນກໍ່ປະຕິເສດບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ຕໍ່ກັບລັດ.

        ເມື່ອບັນດາກຳລັງທີ່ເປັນປໍລະປັກ, ສວຍໂອກາດທາງການເມືອງຍົກອອກຖ້ອຍທຳນອງຢ່າງຜິດພາດ, ບຸງໂຈມຕີເນື້ອແທ້, ບົດບາດຂອງລັດແຫ່ງກົດໝາຍສັງຄົມນິຍົມຢູ່ ຫວຽດນາມ ເບິ່ງຄືວ່າໄດ້ລືນມາດຕາທີ່ລະບຸຢ່າງຈະແຈ້ງໃນລັດຖະທຳມະນູນຂອງປະເທດ ຫວຽດນາມ ຜ່ານສະໄໝຕ່າງໆ ແມ່ນລັດແຫ່ງກົດໝາຍສັງຄົມນິຍົມ ແມ່ນປະເທດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານປະທານ ໂຮ່ຈີມິນ ເຄີຍເນັ້ນໜັກວ່າ: “ຫວຽດນາມ ແມ່ນປະເທດປະຊາທິປະໄຕ, ທີ່ຕັ້ງສູງສຸດແມ່ນປະຊາຊົນ, ຍ້ອນປະຊາຊົນເປັນເຈົ້າ”; “ລະບອບຂອງເຮົາແມ່ນລະບອບປະຊາທິປະໄຕ, ໝາຍຄວາມວ່າປະຊາຊົນເປັນເຈົ້າ”. ສິດອຳນາດທັງໝົດຂອງລັດແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ. ໃນລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ, ກົດໝາຍບໍ່ແມ່ນເພື່ອລົງໂທດມະນຸດ, ຫາກແມ່ນເຄື່ອງມືເພື່ອປົກປ້ອງ, ປະຕິບັດຜົນປະໂຫຍດຂອງມະນຸດ.

        ບັນດາກຳລັງທີ່ເປັນປໍລະປັກ, ສວຍໂອກາດທາງການເມືອງ ຕັ້ງໃຈລືມວ່າ, ນັບແຕ່ເມື່ອການປະຕິວັດເດືອນ ສິງຫາ (19 ສິງຫາ 1945) ບັນລຸຜົນສຳເລັດ, ປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ, ລັດແຫ່ງກຳມະກອນ ແລະ ຊາວນາທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການກຳເນີດມາຮອດປະຈຸບັນ, ຍາມໃດພັກກອມມູນິດ ຫວຽດນາມ ກໍ່ຮັບເອົາ, ສືບທອດບັນດາແນວຄິດກ້າວໜ້າຂອງມວນມະນຸດ ແລະ ພັດທະນາ, ສ້າງທິດສະດີ, ທັດສະນະ, ແນວທາງກ່ຽວກັບລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ. ບັນດາທັດສະນະ, ແນວທາງກ່ຽວກັບລັດແຫ່ງກົດໝາຍສັງຄົມນິຍົມໄດ້ຫັນເປັນລະອຽດໃນລັດຖະທຳມະນູນສະບັບຕ່າງໆຄືປີ 1946, 1959, 1980, 1992 ແລະ 2013. ພິເສດ, ໃນໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມປີ 1991 (ເພີ່ມເຕີມປີ 2021) ແລະ ລັດຖະທຳມະນູນ (2013), ພັກ, ລັດ ຫວຽດນາມ ຢືນຢັນວ່າ ໜຶ່ງໃນບັນດາຈຸດທີ່ເປັນເອກະລັກສະເພາະຂອງລະບອບແມ່ນ “ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ”. ໂຄງການການເມືອງຊີ້ແຈ້ງວ່າ: ລັດ ຫວຽດນາມ ແມ່ນລັດແຫ່ງກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ. “ລັດຮັບປະກັນ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ; ຮັບຮູ້, ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດທິພົນລະເມືອງ; ປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ປະຊາຊົນໝົດທຸກຄົນມີຊີວິດອີ່ມໜຳສຳລານ, ສົມບູນພູນສຸກ, ເສລີ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ”. ຕ້ອງຢືນຢັນວ່າ, ລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ແມ່ນລັດມຸ່ງໄປເຖິງບັນດາຄຸນຄ່າທີ່ກ້າວໜ້າ, ມະນຸດສະທຳ, ອີງໃສ່ພື້ນຖານຜົນປະໂຫຍດລວມຂອງທົ່ວສັງຄົມປະສົມກົມກຽວກັບຜົນປະໂຫຍດອັນຊອບທຳຂອງມະນຸດ, ມັນຕ່າງກັບທາດແທ້ເມື່ອທຽບໃສ່ສັງຄົມແກ່ງແຍ້ງເພື່ອຢຶດເອົາຜົນປະໂຫຍດສະເພາະລະຫວ່າງສ່ວນບຸກຄົນ ແລະ ກຸ່ມຝ່າຍ.

ນັບແຕ່ເມື່ອປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 02 ກັນຍາ 1945 ມາຮອດປະຈຸບັນ, ເລື່ອງສ້າງລັດແຫ່ງກົດໝາຍສັງຄົມນິຍົມ ໃຫ້ສົມບູນແບບ ແມ່ນບັນຫາທິດສະດີ ແລະ ພຶດຕິກຳຕົວຈິງທີ່ໃໝ່ອ່ຽມ, ບໍ່ເຄີຍມີມາກ່ອນ, ຮຽກຮ້ອງຕ້ອງມີຄວາມຮັບຮູ້ທາງດ້ານທິດສະດີວິທະຍາສາດ, ປະຕິວັດ. ຜົນງານ ແລະ ເປົ້າໝາຍເພື່ອມຸ່ງໄປເຖິງວິວັດການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ນັບແຕ່ເມື່ອໄດ້ຮັບການສ້າງຂຶ້ນພາຍຫຼັງການປະຕິວັດເດືອນ ສິງຫາ 1945 ມາຮອດປະຈຸບັນ ແມ່ນການໂຕ້ຕອບຢ່າງແຮງ, ມ້າງທຳລາຍບັນດາຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບລັດແຫ່ງກົດໝາຍ. ເຖິງວ່າໄດ້ເລີ່ມແຕ່ຈຸດເວລາ ແລະ ຖ້ອຍທຳນອງໃດກໍ່ຕາມ ບັນດາຖ້ອຍທຳນອງນີ້ບໍ່ສາມາດບິດເບືອນເນື້ອແທ້, ລັກສະນະກ້າວກະໂດດຂອງລະບອບສັງຄົມນິຍົມ, ເຮັດໃຫ້ຫຼຸດຜ່ອນອິດທິພົນຊື່ສຽງ, ທີ່ຕັ້ງຂອງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ບົນເວທີສາກົນໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ