ມາດ​ຕະ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຂອງ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ ຍັງ​ມືດ​ມົວ

(VOVWORLD) -     ບັນດາຄວາມຫວັງກ່ຽວກັບຂໍ້ຕົກລົງຢຸດຍິງຍາວນານ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ໃນອາທິດຜ່ານມາໄດ້ຫາຍໄປ ພາຍຫຼັງບັນດາຄວາມມານະພະຍາຍາມທາງການທູດຕົກເຂົ້າສູ່ສະພາບຈົນຕາແຈ. ພ້ອມດຽວກັນນັ້ນ, ຄວາມວິຕົກກັງວົນກ່ຽວກັບວິນາດຊະກຳດ້ານມະນຸດສະທຳໃຫຍ່ສຸດ ນັບແຕ່ເມື່ອການປະທະກັນຢູ່ເຂດກາຊາ ນັບມື້ນັບໄດ້ແຜ່ລາມອອກສູ່ວົງກວ້າງ ແລະ ເມື່ອກອງທັບ ອິດສະຣາແອັນ ປະກາດແຜນການບຸກໂຈມຕີເຂົ້ານະຄອນ Rafah.
ມາດ​ຕະ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຂອງ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ ຍັງ​ມືດ​ມົວ - ảnh 1ທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed Bin Abdulrahman Al Thani (ຜູ້ຢູ່ກາງ) ເຂົ້າຮ່ວມການປຶກສາຫາລືໃນຂອບເຂດກອງປະຊຸມຄວາມໝັ້ນຄົງ  Munich (MSC) (ພາບ:EPA/Anna Szilagyi)

ພາຍຫຼັງການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ເກີດຂຶ້ນຢູ່ເຂດ ກາຊາ ເປັນເວລາ 4 ເດືອນກວ່າ, ບັນດາຄວາມຫວັງກ່ຽວກັບຄຳສັ່ງຢຸດຍິງຍາວນານ ພວມນັບມື້ນັບມືດມົວກວ່າ ພາຍຫຼັງທີ່ບັນດາການເຈລະຈາທາງການທູດສິ້ນສຸດລົງໃນວັນທີ 13 ກຸມພາ ຢູ່ Cairo (ອີຢິບ) ຕົກເຂົ້າສູ່ສະພາບຈົນຕາແຈ.

       ການທູດຕົກເຂົ້າສູ່ທາງຕັນ

        ວັນທີ 18 ກຸມພາ, ກ່າວຄຳເຫັນໃນຂະນະທີ່ເຂົ້າຮ່ວມເວທີປາໄສຄວາມໝັ້ນຄົງ Munich (MSC) ຢູ່ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed Bin Abdulrahman Al Thani, ໄດ້ຍອມຮັບບັນດາຄວາມມານະພະຍາຍາມທາງການທູດ ແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຍາວນານ ລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດສ ພວມຕົກເຂົ້າສູ່ທາງຕັນ ພາຍຫຼັງການເຈລະຈາມາເປັນເວລາເກືອບ 3 ອາທິດ. ພ້ອມກັບ ອາເມລິກາ ແລະ ອີຢິບ, ກາຕາ ແມ່ນໜຶ່ງໃນບັນດາປະເທດທີ່ອຸປະຖຳ ແລະ ຊຸກຍູ້ “ຂໍ້ຕົກລົງຕົວປະກັນ” ລະຫວ່າງ ອິດສະຣາແອັນ ແລະ ຮາມາດສຢ່າງແຮງ, ຕາມນັ້ນແລ້ວ ກຳລັງ ຮາມາດສ ຈະປ່ອຍອິດສະຫຼະພາບໃຫ້ແກ່ບັນດາຕົວປະກັນຊາວ ອິດສະຣາແອັນ ເຊິ່ງກຳລັງນີ້ພວມກັກຂັງ, ເພື່ອແລກເອົານັກໂທດຊາວ ປາແລັດສະຕິນ ແລະ ຄຳສັ່ງຢຸດຍິງຍາວນານ.

        ບັນດາຄວາມຫວັງບັນລຸໄດ້ຂໍ້ຕົກລົງ ເລີ່ມຕົ້ນຂຶ້ນເມື່ອຜູ້ຕາງໜ້າຂອງບັນດາຝ່າຍເຂົ້າຮ່ວມການປະທະກັນ, ພ້ອມທັງເຈົ້າໜ້າທີ່ດ້ານຄວາມໝັ້ນຄົງແຖວໜ້າຂອງ ອາເມລິກາ, ກາຕາ ແລະ ບາງປະເທດຕາເວັນອອກກາງ ມີໜ້າຢູ່ນະຄອນຫຼວງ Cairo (ອີຢິບ) ໃນອາທິດກ່ອນ ເພື່ອເຈລະຈາກັນ. ເຖິງຢ່າງໃດກໍຕາມ, ໄລ່ຮອດວັນທີ 13 ກຸມພາ, ບັນດາຝ່າຍໄດ້ຢຸດຕິການເຈລະຈາ ເຊິ່ງບໍ່ບັນລຸໄດ້ບໍ່ວ່າຄວາມຄືບໜ້າໃດ. ທ່ານນາຍົກລັດຖະມົນຕີ ກາຕາ, Sheikh Mohammed Bin Abdulraman Al Thani, ຍອມຮັບວ່າ:

        “ພວກຂ້າພະເຈົ້າບັນລຸໄດ້ບາງຄວາມຄືບໜ້າໃນການເຈລະຈາໃນ 2 3 ອາທິດຜ່ານມາ ແລະ ພະຍາຍາມບັນລຸໄດ້ຂໍ້ຕົກລົງລະຫວ່າງ 2 ຝ່າຍ. ເຖິງຢ່າງໃດກໍຕາມ, ໃນ 2 3 ມື້ມໍ່ໆມານີ້, ຄວາມຄືບໜ້າບໍ່ບັນລຸໄດ້ດັ່ງທີ່ຫວັງ ແລະ ຂ້າພະເຈົ້າຄິດວ່າ ບັນດາຝ່າຍຍັງມີຫຼາຍທັດສະນະທີ່ແຕກຕ່າງກັນ”.

        ຕາມການນຳ ກາຕາ, ບັນດາການເຈລະຈາຫວ່າງມໍ່ໆມານີ້ ໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍ, ເຊິ່ງລວມມີ: ການເປີດແລວມະນຸດສະທຳຢູ່ເຂດ ກາຊາ ແລະ ຈຳນວນນັກໂທດ ປາແລັດສະຕິນ ໄດ້ຮັບການປ່ອຍຕົວເປັນອິດສະຫຼະພາບ ເພື່ອແລກເອົາຈຳນວນຕົວປະກັນ ໂດຍ ຮາມາດສ ພວມກັກຂັງ. ບັນດາການເຈລະຈາກ່ຽວກັບບັນຫາມະນຸດສະທຳ ມີຄວາມຄືບໜ້າ ແຕ່ ອິດສະຣາແອັນ ແລະ ຮາມາດສ ມີຄວາມບໍ່ລົງລອຍກັນຢ່າງແຮງ ກ່ຽວກັບຈຳນວນນນັກໂທດ ປາແລັດສະຕິນ ທີ່ແລກເອົາຈຳນວນຕົວປະກັນ ອິດສະຣາແອັນ. ກ່າວຄຳເຫັນໃນວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ຖະແຫຼງວ່າ ຈະບໍ່ມີການເຈລະຈາໃດໆຖືກດຳເນີນ ຈົນກວ່າຈະຮອດຈຸດເວລາໃດທີ່ ຮາມາດສ ຍັງບໍ່ທັນປ່ຽນແປງຄຳຮຽກຮ້ອງຂອງກຳລັງນີ້:

        “ການເຈລະຈານີ້ ຕ້ອງມີຫຼັກໝັ້ນທີ່ແຂງກະດ້າງ. ຂ້າພະເຈົ້າຢາກເວົ້າກັບ ບັນດາພົນລະເມືອງ ອິດສະຣາແອັນ ວ່າ ຮອດຈຸດເວລາປັດຈຸບັນ, ບັນດາຄຳຮຽກຮ້ອງຂອງ ຮາມາດສ ແມ່ນບໍ່ແທດຈິງ. ເຂົາເຈົ້າຢາກຕີປະລາໄຊ ອິດສະຣາແອັນ ແລະ ແນ່ນອນວ່າ ພວກຂ້າພະເຈົ້າບໍ່ສາມາດຕົກລົງເຫັນດີນຳໄດ້. ແຕ່ເມື່ອໃດທີ່ ຮາມາດສ ລົບລ້າງຄຳຮຽກຮ້ອງດັ່ງກ່າວ, ພວກຂ້າພະເຈົ້າອາດຈະສືບຕໍ່ພິຈາລະນາຕື່ມ”.

        ໄປຄຽງຄູ່ກັບຖະແຫຼງການ ບໍ່ປະນິປະນອມໃນການເຈລະຈາ, ລັດຖະບານ ອິດສະຣາແອັນ ສືບຕໍ່ຮັກສາທັດສະນະແຂງກະດ້າງອື່ນ, ເຊັ່ນ: ຄັດຄ້ານການຮັບຮອງ “ຕາມລຳຟັງຝ່າຍດຽວ” ຂອງບັນດາປະເທດສຳລັບແຜນການລັດ ປາແລັດສະຕິນ ເອກະລາດ; ປະຕິເສດການຍົກເລີກແຜນການບຸກໂຈມຕີເຂົ້ານະຄອນ Rafah ຢູ່ທາງທິດໃຕ້ເຂດ ກາຊາ. ພ້ອມດຽວກັນນັ້ນ, ໃນທ້າຍອາທິດຜ່ານມາ, ອຳນາດການປົກຄອງ ອາເມລິກາ ກໍ່ສືບຕໍ່ຄັດຄ້ານຮ່າງມະຕິວ່າດ້ວຍການຮຽກຮ້ອງຢຸດຍິງມະນຸດສະທຳຢູ່ເຂດ ກາຊາ, ໂດຍ ອານເຊຣີ ຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງ ສປຊ, ເຮັດໃຫ້ບັນດາຄວາມມານະພະຍາຍາມທາງການທູດຫຼາຍຝ່າຍຍິ່ງປະສົບກັບຄວາມຫຍຸ້ງຍາກຂຶ້ນຕື່ມ.

ມາດ​ຕະ​ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຂອງ​ການ​ປະ​ທະ​ກັນ​ຢູ່​ເຂດ ກາ​ຊາ ຍັງ​ມືດ​ມົວ - ảnh 2ສະພາບການຢູ່ເຂດ ກາຊາ ໃນວັນທີ 16 ກຸມພາ (ພາບ:  AFP)

        ຄວາມສ່ຽງວິກິດການດ້ານມະນຸດສະທຳອາດຈະໃຫຍ່ກວ່າ

        ບັນດາຄວາມມານະພະຍາຍາມທາງການທູດຖືກຕົກເຂົ້າສູ່ສະພາບຈົນຕາແຈ ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນວ່າ ວິກິດການມະນຸດສະທຳທີ່ໃຫຍ່ກວ່າອາດຈະເກີດຂຶ້ນຢູ່ເຂດ ກາຊາ ໃນຊຸມອາທິດຈະມາເຖິງ, ວັນທີ 19 ກຸມພາ, ເມື່ອອຳນາດການປົກຄອງ ອິດສະຣາແອັນ ໃຫ້ຮູ້ວ່າ ຈະບຸກໂຈມຕີນະຄອນ Rafah ນັບແຕ່ຕົ້ນເດືອນ ມີນາ, ຖ້າຫາກວ່າ ກຳລັງ ຮາມາດສ ບໍ່ປ່ອຍອິດສະຫຼະພາບໃຫ້ບັນດາຕົວປະກັນທັງໝົດ.

        Rafah ໄດ້ຮັບຖືວ່າ ເປັນບ່ອນຫຼົບໄພສຸດທ້າຍຂອງຊາວ ປາແລັດສະຕິນ ທີ່ຫຼົບໜີການປະທະກັນ ນັບແຕ່ທ້າຍປີ 2023. ຕາມຕົວເລກຂອງ ສປຊ, ປັດຈຸບັນ, ມີຊາວປາແລັດສະຕິນ ປະມານ 1,4  ລ້ານຄົນ ພວມຫຼົບໄພຢູ່ນະຄອນ Rafah, ເຮັດໃຫ້ບ່ອນນີ້ກາຍເປັນຕົວເມືອງທີ່ມີຈຳນວນປະຊາກອນດຳລົງຊີວິດຢ່າງໜາແໜ້ນທີ່ສຸດໃນໂລກ. ດັ່ງນັ້ນ, ບໍ່ວ່າການເຄື່ອນໄຫວການທະຫານໃດຢູ່ Rafah ກໍສາມາດກໍ່ຜົນເສຍຫາຍທາງຊີວິດອິນຊີ ໂດຍບໍ່ສາມາດຄາດຄະເນລ່ວງໜ້າໄດ້. ກ່າວຄຳເຫັນໃນວັນທີ 16 ກຸມພາ ຢູ່ນະຄອນຫຼວງ ປາຣີ, ພາຍຫຼັງການປຶກສາຫາລືກັບ ກະສັດ ຈໍແດນ ກ່ຽວກັບສະພາບການຢູ່ເຂດ ກາຊາ, ທ່ານປະທານາທິບໍດີ ຝລັ່ງ, Emmanuel Macron ໄດ້ກ່າວເຕືອນ ການບຸກໂຈມຕີ ເລັ່ງໃສ່ Rafah ອາດຈະກໍ່ວິນາດຊະກຳດ້ານມະນຸດສະທຳຂະໜາດໃຫຍ່ ແບບບໍ່ເຄີຍມີມາກ່ອນ.

        ໄປຄຽງຄູ່ກັບຄວາມສ່ຽງດ້ານມະນຸດສະທຳ, ການບຸກໂຈມຕີຂອບຂະໜາດໃຫຍ່ຂອງກອງທັບ ອິດສະຣາແອັນ ເຂົ້ານະຄອນ Rafah ອາດຈະຍູ້ປະຊາຊົນ ປາແລັດສະຕິນ ນັບສິບພັນຄົນ ຕ້ອງໄປຫຼົບໄພຢູ່ເກາະ Sinai ຂອງ ອີຢິບ, ອັນໄດ້ສ້າງບັ້ນວິກິດການໃໝ່ ສຳລັບ ອີຢິບ. ວັນທີ 18 ກຸມພາ, ທ່ານ Sameh Shoukry ລັດຖະມົນຕີການຕ່າງປະເທດ ອີຢິບ ກ່າວເຕືອນວ່າ ອີຢິບ ຖືນີ້ແມ່ນເຂດເສັ້ນແດງ, ສາມາດເຮັດໃຫ້ການພົວພັນລະຫວ່າງ ອີຢິບ ແລະ  ອິດສະຣາແອັນ ພັງທະລາຍ ແລະ ເຮັດໃຫ້ການປະທະກັນແຜ່ລາມອອກສູ່ພາກພື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ