ລົງ​ທຶນ​ກໍ່​ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ມະຕິເລກທີ 27 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 10 ວ່າດ້ວຍ “ການກໍ່ສ້າງຖັນແຖວປັນຍາຊົນໃນສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ເປັນທັນສະໄໝ”, ພາຍຫຼັງ 15 ປີແຫ່ງການຜັນຂະຫຍາຍ, ມາຮອດປັດຈຸບັນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ພິເສດແມ່ນການປະຕິບັດບັນດານະໂຍບາຍດຶງດູດ ຜູ້ມີຄວາມເກັ່ງກ້າສາມາດ, ເຊີດຊູປັນຍາຊົນ. ເພື່ອລົງທຶນໃຫ້ແກ່ການພັດທະນາແບບຍືນຍົງປະເທດຊາດໃນອະນາຄົດ, ຫວຽດນາມ ພວມສືບຕໍ່ຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ຊຸກຍູຸ້ຖັນແຖວປັນຍາຊົນເສີມຂະຫຍາຍຄວາມສາມາດຢ່າງສຸດຂີດ, ລັກສະນະປະດິດຄິດສ້າງ, ຄວາມສາມາດໃນການຄົ້ນຄ້ວາວິທະຍາສາດ.



ລົງ​ທຶນ​ກໍ່​ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານສາດສະດາຈານ ຫງວຽນເລິນຢຸງ, ກຳມະການສະພາ ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຂອງ ຫວຽດນາມ

ກ່ວາ 40 ປີແຫ່ງການຄົ້ນຄ້ວາວິທະຍາສາດ, ທ່ານຮອງສາດສະດາຈານ, ປ.ອ ເລເຕິດເຄືອງ, ຫົວໜ້າສະຖາບັນຄົ້ນຄ້ວາ ແລະ ພັດທະນາເຂດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ບໍ່ສາມາດຈຳໄດ້ວ່າຕົນເອງໄດ້ໄປຢ້ຽມຢາມເຂດດິນແດນຈັກບ່ອນແລ້ວ, ພົບປະກັບຊາວກະສິກອນຈັກຄົນແລ້ວ. ເມື່ອຜັນຂະຫຍາຍຫົວຂໍ້ວິທະຍາສາດຢູ່ທ້ອງຖິ່ນໜຶ່ງ ແຕ່ລະຄັ້ງທ່ານລ້ວນແຕ່ມີຄວາມມຸ່ງຫວັງຊ່ວຍປະຊາຊົນຢູ່ບ່ອນນັ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຫວ່າງແລ້ວນີ້, ທ່ານເປັນຫົວໜ້າຂອງແຜນຮ່າງ: “ພັດທະນາເບ້ຍໝາກກ້ຽງນ້ອຍ, ໝາກສົ້ມໂອກບາງຊະນິດທີ່ມີຄຸນນະພາບສູງຢູ່ເມືອງບັກເຊີນ, ແຂວງລ້າງເຊີນ”, “ສ້າງຮູບແບບປູກທົດລອງອາໂວກາໂດບາງຊະນິດຢູ່ແຂວງບັກຢາງ” ແລະ “ຄົ້ນຄ້ວາຮູບແບບຜະລິດຄົບວົງຈອນຕາມທິດອົງຄະທາດຜະລິດຕະພັນກະສິກຳຈຳນວນໜຶ່ງທີ່ອາດຈະແມ່ນທ່າແຮງ ຢູ່ເຂດຕອນເໜືອພາກກາງ”…ໝາກຜົນຂອງບັນດາແຜນຮ່າງແມ່ນພື້ນຖານສຳຄັນເພື່ອໃຫ້ປະຊາຊົນຄົ້ນຄ້ວາ, ນຳໃຊ້ເຂົ້າຊີການຜະລິດຕົວຈິງ. ທ່ານຮອງສາດສະດາຈານ, ປ.ອ ເລເຕິດເຄືອງ ເປັນກຽດແມ່ນໜຶ່ງ ໃນ ປັນຍາຊົນດີເດັ່ນ 112 ຄົນໂດຍລັດເຊີດຊູໃນປີ 2019. ທ່ານໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ຄົ້ນຄ້ວາກ່ຽວກັບກະສິກຳ ຂອງແຕ່ລະເຂດ ແລະ ກຳນົດບັນດາຜະລິດຕະພັນກະສິກຳຫຼັກແຫຼ່ງຂອງເຂົາເຈົ້າ, ຊ່ວຍເຂົາເຈົ້າສ້າງແຜນການ, ໂຄງການຄົ້ນຄ້ວາເພື່ອພັດທະນາບັນດາຜະລິດຕະພັນກະສິກຳແບບຍືນຍົງ. ພວກຂ້າພະເຈົ້າກໍ່ໄດ້ຄົ້ນຄ້ວາຄັດເລືອກຕົ້ນໄມ້ຕ່າງໆ ເພື່ອເພີ່ມເຕີມເຂົ້າໂຄງປະກອບແນວປູກໃຫ້ແກ່ແຕ່ລະເຂດ

ບໍ່ພຽງແຕ່ທ່ານສາດສະດາຈານ, ປ.ອ ເລເຕິດເຄືອງເທົ່ານັ້ນ, ຍັງມີປັນຍາຊົນນັບພັນຄົນພວມຕັ້ງໜ້າເຂົ້າຮ່ວມການຄົ້ນຄ້ວາ, ໝູນໃຊ້, ປະດິດຄິດສ້າງວິທະຍາສາດເຕັກນິກ ແລະ ກາຍເປັນກຳລັງສຳຄັນຊຸກຍູ້, ຫັນເປົ້າໝາຍ, ໜ້າທີ່, ຍຸດທະສາດ, ແຜນການພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງໂດຍໄວ ແລະ ຍືນຍົງໃນໄລຍະຜ່ານມາ. ພາຍຫຼັງ 15 ປີປະຕິບັດມະຕິເລກທີ 27, ຖັນແຖວປັນຍາຊົນ ຫວຽດນາມ ພັດທະນາໂດຍໄວກ່ຽວກັບຈຳນວນ ແລະ ຄຸນນະພາບ, ປັດຈຸບັນແມ່ນກຳລັງນຳໜ້າໃນການປະຕິວັດອຸດສາຫະກຳ 4.0. ທ່ານສາດສະດາຈານ ຫງວຽນເລິນຢຸງ, ກຳມະການສະພາ ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຂອງ ຫວຽດນາມ ຢັ້ງຢືນວ່າ:

ຜູ້ມີຄວາມເກັ່ງກ້າສາມາດແມ່ນແຫຼ່ງຊັບສົມບັດອັນລ້ຳຄ່າຂອງຊາດ. ສະໄໝປະຕິວັດອຸດສາຫະກຳ 4.0, ພວກເຮົາພວມຕ້ອງການກຳລັງນີ້. ເຂົາເຈົ້າແມ່ນປັນຍາຊົນທີ່ມີຊື່ສຽງ, ມີບັນດາການປະກອບສ່ວນຫຼາຍທີ່ສຸດໃນສະໄໝດີຈີຕອນ. ຕ້ອງມີນະໂຍບາຍເພື່ອເຂົາເຈົ້າມີບ່ອນຢືນ, ສາມາດປະກອບສ່ວນໃຫ້ແກ່ປະເທດຊາດ, ເພີ່ມກຳລັງເພື່ອໃຫ້ແນວທາງນະໂຍບາຍຂອງພັກ, ລັດໃຫ້ປະກົດຜົນເປັນຈິງ.

ລົງ​ທຶນ​ກໍ່​ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 2ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ

ເປັນອັນວ່າ ເພື່ອໃຫ້ບັນດາປັນຍາຊົນ, ນັກວິທະຍາສາດປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ການພັດທະນາຂອງປະເທດ, ຈຳເປັນຕ້ອງມີກົນໄກ, ນະໂຍບາຍມີລັກສະນະບຸກທະລຸ, ເປັນຕົ້ນແມ່ນນະໂຍບາຍລະດົມບັນດາແຫຼ່ງກຳລັງ, ດຶງດູດ, ເຊີດຊູປັນຍາຊົນ, ພິເສດແມ່ນປັນຍາຊົນດີເດັ່ນ, ບັນດານັກວິທະຍາສາດຊັ້ນນຳຂະແໜງ. ສິ່ງນີ້ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງເນັ້ນໜັກວ່າ:

ສ້າງຖັນແຖວປັນຍາຊົນທີ່ເຂັ້ມແຂງແມ່ນ ຍົກສູງພູມປັນຍາຂອງຊາດ, ກຳລັງແຮງຂອງປະເທດຊາດໂດຍກົງ, ຍົກສູງຄວາມສາມາດບົ່ມຊ້ອນການນຳຂອງພັກ ແລະ ຄຸນນະພາບໃນການເຄື່ອນໄຫວຂອງລະບົບການເມືອງ. ການລົງທຶນໃຫ້ແກ່ການກໍ່ສ້າງແຖນແຖວປັນຊາຊົນແມ່ນການລົງທຶນໃຫ້ແກ່ການພັດທະນາແບບຍືນຍົງ.

ສ້າງຖັນແຖວປັນຍາຊົນຢ່າງເຂັ້ມແຂງແຮງກ້າກ່ຽວກັບຈຳນວນ, ຄຸນນະພາບ, ມີໂຄງປະກອບທີ່ເໝາະສົມທີ່ຕິດພັນກັບການເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ ແລະ ຄວາມສາມາດຂອງປັນຍາຊົນໃນການປະຕິບັດບັນດາເປົ້າໝາຍ, ໜ້າທີ່, ຍຸດທະສາດພັດທະນາເສດຖະກິດສັງຄົມ… ແມ່ນຄວາມຮັບຜິດຊອບຂອງພັກ, ລັດ, ຂອງລະບົບການເມືອງ ແລະ ທົ່ວສັງຄົມໃນປັດຈຸບັນ. ທ່ານປ.ອ ວິທະຍາສາດ ຟານຊວັນຢຸງ ປະທານສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຖືວ່າ:

ທຸກປະເທດໃນໂລກຢາກພັດທະນາລ້ວນແຕ່ຕ້ອງຖືວິທະຍາສາດ ແລະ ເຕັກໂນໂລຢີແມ່ນລັດຖະນະໂຍບາຍແຖວໜ້າ. ນີ້ແມ່ນແຜນນະໂຍບາຍໃຫຍ່, ແຜນນະໂຍບາຍນີ້ຕ້ອງຫັນບັນດາແຜນນະໂຍບາຍ, ມາດຕະການເພື່ອນຳໃຊ້ໃຫ້ປະກົດຜົນເປັນຈິງ. ນີ້ແມ່ນຕ້ອງເຄົາລົບປັນຍາຊົນ, ນຳໃຊ້ປັນຍາຊົນ, ເຊີດຊູປັນຍາຊົນ ແລະ ສ້າງເງື່ອນໄຂເພື່ອໃຫ້ປັນຍາຊົນເຮັດວຽກ. ນີ້ບໍ່ພຽງແຕ່ແມ່ນເງິນເດືອນເທົ່ານັ້ນ ຫາກຍັງແມ່ນເງື່ອນໄຂເຮັດວຽດ, ການເຄົາລົບເຂົາເຈົ້າ, ມອບວຽກໃຫ້ເຂົາເຈົ້າ, ສຳຄັນແມ່ນຜະລິດຕະພັນໂດຍເຂົາເຈົ້າຜະລິດອອກຕ້ອງໄດ້ຮັບການນຳໃຊ້.

ໃນໄລຍະ 15 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິເລກທີ 27, ຖັນແຖວປັນຍາຊົນ ຫວຽດນາມໄດ້ປະກອບສ່ວນໂດຍກົງເຂົ້າໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ. ເສີມຂະຫຍາຍໝາກຜົນນີ້, ຫວຽດນາມ ໄດ້ ແລະ ພວມສ້າງບັນດາກົນໄກນະໂຍບາຍຊຸກຍູ້ເພື່ອສືບຕໍ່ເພີ່ມທະວີການຊຸກຍູ້ຖັນແຖວປັນຍາຊົນຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກນິກເພື່ອການພັດທະນາປະເທດຊາດແບບຍືນຍົງໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ