ວັນທີ 27/8, ກອງປະຊຸມສຸດຍອດພາກພື້ນໂບຄານຕາເວັນຕົກໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງວຽນຂອງອົດຕະລິດ. ຕາມແຜນການແລ້ວ, ບັນດາຜູ້ນຳລັດຖະບານ, ບັນດາລັດຖະມົນຕີ ແລະ ຜູ້ຕາງໜ້າຂັ້ນສູງສະຫະພາບເອີລົບ EU ໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ ແລະ ແງ່ຫວັງຂອງບັນດາປະເທດທີ່ຂຶ້ນກັບພາກພື້ນໂບຄານຕາເວັນຕົກທີ່ຢາກເຂົ້າເປັນສະມາຊິກ EU. ແຕ່ວິກິດການຊາວອົບພະຍົບຢູ່ເອີລົບ ອາດຈະເຮັດໃຫ້ກອງປະຊຸມສຸດຍອດຄັ້ງນີ້ຖືກເຂວທິດ.
ຊາວອົບພະຍົບຢູ່ເກາະ Kos - ປະເທດເກຼັກ.
(ພາບ: GREEK REPORTER)
|
ຊຸມມື້ມໍ່ໆມານີ້, ເອີລົບຖືກຕົກຢູ່ໃນສະພາບສັບສົນປົນເປຕໍ່ໜ້າກະແສຟອງຄົນເຂົ້າເມືອງຈາກຕາເວັນອອກກາງ, ອາຟະລິກາເໜືອ ແລະ ພາກພື້ນໂບຄານຕາເວັນຕົກໄດ້ຫຼັ່ງໄຫຼເຂົ້າມາເອີລົບທີ່ນັບມື້ນັບຫຼາຍຂຶ້ນ. ໃນສະພາວະທີ່ພື້ນຖານເສດຖະກິດທີ່ຍັງອຶດອາດຊັກຊ້າ, ອັດຕາການວ່າງງານສູງ, ກະແສຟອງຄົນເຂົ້າເມືອງ ພວມເພີ່ມຄວາມໜັກໜ່ວງໃຫ້ແກ່ເອີລົບບໍ່ພຽງແຕ່ກ່ຽວກັບເສດຖະກິດເທົ່ານັ້ນ, ຫາກຍັງກ່ຽວກັບບັນຫາຄວາມສະຫງົບ ແລະ ສັງຄົມອີກດ້ວຍ.
ວິກິດການຊາວອົບພະຍົບທີ່ຊົ່ວຄ້າຍທີ່ສຸດ
ວິກິດການຊາວອົບພະຍົບຊຶ່ງເອີລົບພວມຕ້ອງປະເຊີນໜ້າແມ່ນຮ້າຍແຮງທີ່ສຸດຢູ່ເອີລົບນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 . ຕາມການສະຖີຕິຂອງອົງການຊາຍແດນ EU, ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ມີຊາວອົບພະຍົບປະມານ 102.000 ຄົນເຂົ້າມາ EU ຜ່ານ ມາກເຊໂດເນຍ, ແຊກເບຍ, ອານບາເນຍ, ໂກໂຊໂວ, ຮຸ່ງກາຣີ, ສູງກວ່າຫຼາຍເມື່ອທຽບໃສ່ຈຳນວນ 8000 ຄົນໃນໄລຍະດຽວກັນຂອງປີ 2014. ພິເສດ, ຮຸງກາຣີໄດ້ກາຍເປັນຈຸດຮ້ອນໃໝ່ໃນ ວິກິດການຊາວອົບພະຍົບທີ່ຊົ່ວຄ້າຍທີ່ສຸດໃນກວ່າເຄິງສະຕະວັດທີ່ຜ່ານມາຢູ່ເອີລົບ ດ້ວຍເລື່ອງຕ້ອງຮັບເອົາຊາວອົບພະຍົບນັບໝື່ນຄົນຕໍ່ວັນ. ໂດຍແມ່ນສະມາຊິກຂອງພາກພື້ນ 26 ປະເທດ Schengen ທີ່ສາມາດໄປມາຜ່ານຊາຍແດນຢ່າງເສລີໂດຍບໍ່ຕ້ອງການວີຊາ, ຮຸງກາຣີ ພວມເປັນເປົ້າໝາຍປາຍທາງເບີໜຶ່ງຂອງຊາວອົບພະຍົບຜ່ານບັນດາປະເທດພາກພື້ນໂບຄານ. ຕາມເຈົ້າໜ້າທີ່ຕຳຫຼວດຂອງປະເທດນີ້, ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ມີຊາວອົບພະຍົບ 140000 ຄົນຂ້າມຊາຍແດນແຊກເບຍໄປຍັງ ຮຸງກາຣີ, ຫຼາຍທົບກວ່າ 3 ເທົ່າເມື່ອທຽບໃສ່ຈຳນວນຂອງທັງປີກາຍ. ວັນທີ 26/8, ຄວາມເຄັ່ງຕຶງໄດ້ຂຶ້ນຮອດຍອດສູງ ຂະນະທີ່ຕຳຫຼວດຂອງປະເທດນີ້ຕ້ອງນຳໃຊ້ແກັສນ້ຳຕາເພື່ອສະກັດກັ້ນຂະບວນຊາວອົບພະຍົບຢາກອອກຈາກສູນຮັບຊາວອົບພະຍົບຢູ່ມໍ່ກັບຊາຍແດນຕິດກັບແຊກເບຍ.
ຂະບວນຊາວອົບພະຍົບຂ້າມຊາຍແດນ ໄດ້ເຮັດໃຫ້ຫຼາຍປະເທດບໍ່ສາມາດສະກັດກັ້ນໄດ້ ແລະ ເອີລົບພວມຕົກຢູ່ໃນສະພາບສັບສົນປົນເປໃນການແກ້ໄຂບັນຫານີ້. ຫຼາຍປະເທດໄດ້ປະຕິບັດບັນດາມາດຕະການເພື່ອສະກັດກັ້ນຂະບວນຊາວອົບພະຍົບທີ່ຫຼັ່ງໄຫຼເຂົ້າມາດ້ວຍທາງນ້ຳ ແລະ ທາງບົກ.
ສິ່ງໃດທີ່ພາໄປເຖິງສະພາບການຊົ່ວຮ້າຍ
ສາຍເຫດຂອງວິກິດການຊາວອົບພະຍົບ ຖືກບັນດານັກໄຈ້ແຍກຖືວ່າ ແມ່ນຍ້ອນສະພາບທຸກຍາກຢູ່ບັນດາປະເທດພາກພື້ນໂບຄານຕາເວັນຕົກ. ແຕ່ສາຍເຫດທີ່ເລິກເຊິ່ງຂອງສະພາບການດັ່ງກ່າວ ກໍແມ່ນບັນດາຂະບວນການ “ລະດູບານໃໝ່ອາຣັບ” ຢູ່ຕາເວັນອອກກາງ, ອາຟະລິກາເໜືອ, ຫຼືບັນດາ “ການປະຕິວັດດອກຊ້ອນ” ຢູ່ປະເທດຕ່າງໆຄື ລີບີ, ເອຢິບ, ຊີຣີ. ການປະຕິວັດເຫຼົ່ານັ້ນໄດ້ເຮັດໃຫ້ຫຼາຍປະເທດຕົກຢູ່ໃນສະພາບກໍ່ຈະລາຈົນ ແລະ ກໍ່ໃຫ້ເກີດກະແສຟອງຊາວອົບພະຍົບຢ່າງຫຼວງຫຼາຍ. ກະແສຟອງຊາວອົບພະຍົບໄປຍັງເອີລົບໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນໃນປີ 2014 ຍ້ອນບັນດາການປະທະກັນ ແລະ ສະພາບຂາດສະຖຽນລະພາບໄດ້ເກີດຂຶ້ນຢ່າງລຽນຕິດຢູ່ຊີຣີ, ອີຣັກ ແລະ ບາງປະເທດອາຟະລິກາເໜືອ.
ຜົນພາຍຫຼັງຈາກ ກະແສຟອງເຂົ້າເມືອງຂອງຊາວອົບພະຍົບ
ບັນຫາຊາວອົບພະຍົບພວມເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງສຳລັບບໍ່ພຽງແຕ່ ແຕ່ປະເທດເທົ່ານັ້ນ, ຫາກນັບທັງພາກພື້ນອີກດ້ວຍ. ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ , EU ພວມຕ້ອງປະເຊີນໜ້າວິກິດການທັງ 2. ໃນຂະນະທີ່ວິກິດການເສດຖະກິດພຽງແຕ່ຜ່ອນຄາຍລົງຊົ່ວຄາວ ແລະ ບັນຫາໜີ້ສາທາລະນະຂອງເກຼັກ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊິ່ງນັ້ນ, ວິກິດການຄົນເຂົ້າເມືອງພັດເພີ່ມຄວາມໜັກໜ່ວງຕື່ມອີກ, ຊຶ່ງອາດຈະເຮັດໃຫ້ເສດຖະກິດ, ສັງຄົມຂາດສະຖຽນລະພາບ. ແຕ່ເຖິງວ່າ ເຢຍລະມັນ ແລະ ຝະລັ່ງຮຽກຮ້ອງໃຫ້ເປັນເອກະພາບກັນດ້ານຫຼັກໝັ້ນໃນ EU ກ່ຽວກັບຊາວຫຼົບໄພກໍຕາມ, ແຕ່ວິທີແກ້ໄຂບັນຫານີ້ ກໍພວມເຮັດໃຫ້ພາຍໃນບັນດາປະເທດ EU ບໍ່ລົງລອຍກັນ. ໃນມໍ່ໆມານີ້, EC ໄດ້ຍົກອອກຂໍ້ສະເໜີແນະທີ່ກໍ່ຄວາມໂຕ້ຖຽງກັນ, ນັ້ນແມ່ນບັນດາປະເທດສະມາຊິກ EU ຕ້ອງຮັບຊາວຫຼົບໄພຕາມຂໍ້ກຳນົດຈັດແບ່ງຈຳນວນຄົນ. ແຕ່ມາຮອດປະຈຸບັນ, ອັງກິດ ແລະ ບາງປະເທດຍັງຄົງຄັດຄ້ານແຜນການນີ້. ໃນຂະນະທີ່ຍັງບໍ່ທັນມີວິທີການແກ້ໄຂລວມນັ້ນ, ເອີລົບຍັງພວມແກ້ໄຂບັນຫາຕາມແບບຂອງໃຜຂອງລາວ.
ທີ່ກອງປະຊຸມສຸດຍອດພາກພື້ນໂບຄານຕາເວັນຕົກທີ່ຈັດຂືຶ້ນໃນວັນທີ 27/8, ປະເທດເຈົ້າພາບໂອຕະລິດໄດ້ນຳສະເໜີແຜນການດຳເນີນງານ 5 ຂໍ້ຊຶ່ງລວມມີການລົບລ້າງອາດຊະຍາກຳຄ້າມະນຸດ, ຈັດແບ່ງຈຳນວນຜູ້ຫຼົບໄພໃນ EU ຢ່າງຍຸດຕິທຳ, ຮ່ວມມືດ້ານປ້ອງກັນຄວາມສະຫງົບຢ່າງກວ້າງຂວາງກ່ວາ, ການໜູນຊ່ວຍບັນດາປະເທດ ແມ່ນຈຸດເລີ່ມຕົ້ນຂອງຂະບວນຊາວອົບພະຍົບ. ນັກໄຈ້ແຍກຫຼາຍຄົນຖືວ່າ ສຳລັບ EU ແລ້ວ, ບັນຫາຄົນເຂົ້າເມືອງບໍ່ພຽງແຕ່ເປັນບັນຫາຫຍຸ້ງຍາກໃນຂົງເຂດເສດຖະກິດ, ວຽກເຮັດງານທຳ ແລະ ຄວາມສະຫງົບເທົ່ານັ້ນ, ຫາກຍັງເປັນບັນຫາກ່ຽວກັບລະບອບລະບຽບການອີກດ້ວຍ. ການໂຕ້ຖຽງກັນເພື່ອນຳມາເຊິ່ງວິທີການແກ້ໄຂທີ່ດີນັ້ນ, ເບິ່ງຄືວ່າ ຄົງຈະແມ່ນບັນຫາທີ່ຍັງບໍ່ທັນຮອດວັນສິ້ນສຸດ.