ສ້າງຄວາມອຸ່ນອຽນໃຈໃຫ້ແກ່ພັນທະມິດ, ປອບໃຈຄູ່ແຂ່ງ: ພາລະກຳທີ່ປະຕິບັດບໍ່ທັນສຳເລັດ


(vovworld)-  ​​ວັນ​ທີ 5/12, ທ່ານ Joe Biden ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ສືບ​ຕໍ່​ໄປ​ຢ້ຽມຢາມ​ປັກ​ກິ​ງ ຊື່​ງ​ແມ່ນ​ປະ​ເທດ​ທີ 2 ​ໃນ​ການ​​ເດີນທາງໄປ​ປະຕິບັດ​ງານຢູ່ 3 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຄື: ຍີ່ປຸ່ນ, ຈີນ ​ແລະ ສ​ເກົາຫຼີ. ​ໂດຍ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ​ປິນຂັ້ນ​ໄດ, ກ່ຽວຂ້ອງ​ເຖິງ​ເລື່ອງ​ປັກ​ກິ​ງ ຖະ​ແຫຼ​ງສ້າງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ຢູ່​ທະ​ເລ​ຮວາ​ຕຸ​ງ ພຽງ​ລຳພັງ​ຝ່າຍ​ດຽວ, ບັນດາ​ນັກ​ສັງ​ເກດ​ການ​ມີ​ຄວາມ​ມຸ່ງ​ຫວັງວ່າ, ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ ​ແລະ ສາຍ​ພົວພັນ​ສະໜິດ​ແໜ້ນ​ກັບ​ການ​ນຳ​ຈີນ, ທ່ານ​ສື​ຈິນຜິ​ງ, ການ​ໄປ​ປະຕິບັດ​ງານ​ຂອງ​ທ່ານ Joe Biden ອາດ​ຈະ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໄດ້. ​ແຕ່​ວ່າ​, ສິ່ງ​ທີ່​ພວມ​ເກີດຂຶ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ພາລະ​ກຳ​ໄກ່​ເກ່ຍປອງ​ດອງ​ຂອງ​ທ່ານ Joe Biden ຍາກ​ທີ່​ຈະ​ບັນລຸ​ປະ​ສິດທິ​ຜົນ​ດັ່ງ​ຄວາມ​ລໍຄອຍ​ໄດ້.

ສ້າງຄວາມອຸ່ນອຽນໃຈໃຫ້ແກ່ພັນທະມິດ, ປອບໃຈຄູ່ແຂ່ງ: ພາລະກຳທີ່ປະຕິບັດບໍ່ທັນສຳເລັດ - ảnh 1

ທ່ານ ​ Joe Biden ແລະ ທ່ານ​ສຶຈິນຜິ​ງ

(ພາບ: BBC )

​   ຈາກການ​ຄາດ​ຄະ​ເນ​ກ່ຽວ​ກັບ​ພາລະ​ກຳ​ດ້ານ​ການ​ຄ້າ, ປະຈຸ​ບັນ, ການ​ເດີນທາງ​ໄປ​ປະຕິບັດ​ງານ​ຂອງ​ທ່ານ Joe Biden ​ໄດ້ສຸມ​ໃສ່​​ເລື່ອງ​ຄວາມ​ເຄັ່ງ​ຕຶງ​​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ປິນຂັ້ນ​ໄດ. ປະຈຸ​ບັນ, ຍີ່ປຸ່ນ, ຈີນ ​ແລະ ສ​ເກົາຫຼີ ພວມ​ແມ່ນ​ຈຸດ​ສຸມ​ຂອງ​ການ​ໂຕ້​ຖຽງ​ກັນ​ກ່ຽວຂ້ອງ​ເຖິງ​ເກາະ​ສອງແຫ່ງ​ຊື່​ງທັງ​ໂຕ​ກຽວ ​ແລະ ປັກ​ກິ​ງ ລ້ວນ​ແຕ່​ຖະ​ແຫຼ​ງມີອະທິປະ​ໄຕ. ສະນັ້ນ, ການ​ເລືອກ​ເຟັ້ນປະ​ເທດ​ມາ​ຢ້ຽມຢາມ​ທຳ​ອິດ ​ແລ​ະ ສຸດ​ທ້າຍ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດຈຳນົງ​ຂອງ​ວໍ​ຊິງ​ຕັນ ສ່ວນ​ໃດ​ສ່ວນ​ໜຶ່ງທີ່​ວ່າ: ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ຄວາມ​ເຕັ່ງ​ຕຶງ​ໃນ​ການ​ພົວພັນ​ກັບ​ປັກ​ກິ​ງ ຜ່ອນຄາຍ​ລົງ​ເທົ່າ​ນັ້ນ, ຫາກ​ຍັງ​ຢັ້ງຢືນ​ຄຳໝັ້ນສັນຍາ​ກັບ​ພັນທະ​ມິດ​ໂຕ​ກຽວ ​ແລະ ​ເຊີ​ອູ​ນ ວ່າ: ​ແຜນການ​ຫັນປ່ຽນ​ຍຸດ​ທະ​ສາດ​ໄປ​ຍັງອາຊີ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ​​ແຕ່​ຢ່າງ​ໃດ.

ສ້າງຄວາມອຸ່ນອຽນໃຈໃຫ້ແກ່ພັນທະມິດ, ປອບໃຈຄູ່ແຂ່ງ: ພາລະກຳທີ່ປະຕິບັດບໍ່ທັນສຳເລັດ - ảnh 2

ທ່ານ ​ Joe Biden ແລະ ທ່ານ​ສຶຈິນຜິ​ງພົບ​ປະກັນ​ເມື່ອ​ປີ 2011

(ພາບປະກອບ: dantri.com.vn)

​ຖະ​ແຫຼ​ງ​ໂດຍ​ປາກ​ເປົ່າ ​ແລະ ການກະທຳ​ຕົວ​ຈິງ

  ​ເຖິງ​ວ່າ​ບໍ່​ໄດ້​ຄັດຄ້ານ​ຈີນ ຢ່າງ​ເປັຍ​ທາງ​ການ​ໃນ​ການ​ພິພາດ​ເຂດ​ນ່ານທະ​ເລ​ກັບ​ຍີ່ປຸ່ນ ກໍ່ຕາມ ​ແຕ່​ວໍ​ຊິງ​ຕັນ ​ໄດ້ຢັ້ງຢືນ​ກັບ​ໂຕ​ກຽວ ຫຼາຍ​ເທື່ອ​ແລ້ວວ່າ: ​ເຂດໝູ່​ເກາະ​ແຊນ​ກາ​ກຶ ​ໃນ​ເຂດ​ທະ​ເລ​ຮວາ​ຕຸ​ງ ຍັງ​ນອນ​ໃນ​ສົນທິສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສອງ​ປະ​ເທດ ​ແລະ ອາ​ເມ​ລິ​ກາ ​ຄັດຄ້ານ​ບໍ່​ວ່າຄວາມ​ມານະ​ພະຍາຍາມ​ໃດ ​ເຮັດໃຫ້​ປ່ຽນ​ແປງ​ສິດ​ຄວບຄຸມ​ເຂດ​ໝູ່​ເກາະ​ແຫ່ງ​ດັ່ງກ່າວ​ຂອງ​ຍີ່ປຸ່ນ.

  ພາຍຫຼັງ​ທີ່​ຈີນ ຖະ​ແຫຼ​ງສ້າງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ເປັນ​ເວລາ 3 ວັນ, ວໍ​ຊິງ​ຕັນ​ ໄດ້ສົ່ງ​ເຮືອບິນຖິ້ມ​ລະ​ເບີດ B-52 2 ລຳບິນ​ຜ່ານ​ເຂດ​ນີ້. ຫຼັງ​ຈາກ​ນັ້ນ 3 ວັນ, ວໍ​ຊິງ​ຕັນ ພັດ​ຖະ​ແຫຼ​ງວ່າ​ເຮືອບິນພົນລະ​ເຮືອນ​ຂອງ​ອາ​ເມ​ລິ​ກາ ຄວນ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ຈີນ ຢູ່​ພາກ​ພື້ນ. ທ່າ​ທີ​ບໍ່​ຈະ​ແຈ້ງ​ດັ່ງກ່າວ​ຂອງ​ວໍ​ຊິງ​ຕັນ ​ໄດ້​ເຮັດ​ໃຫ້​ໂຕ​ກຽວ ມີ​ຄວາມ​ໂກດ​ແຄ້ນ ​ແລະ ອອກສຽງ​ຕຳ​ນິຕິ​ຕຽນ​ຢ່າງ​​ແຂງແຮງ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​ມາຮອດ​ຍີ່ປຸ່ນ, ​ທ່ານ Joe Biden ຕ້ອງ​ສ້າງ​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້​ແກ່​ພັນທະ​ມິດໃນ​ທັນ​ທີ່ວ່າ: ພັນທະ​ມິດ​ດ້ານ​ການ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ປີ 1950 ຍັງ​ມີ​ຄຸນຄ່າ​ຢູ່ ​ແລະ ອາ​ເມ​ລິ​ກາ ​ໄດ້ ​ແລະ ພວມ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ບັນດາປະ​ເທດ​ພັນທະ​ມິດ​ຢູ່​ພາກ​ພື້ນ.

ສ້າງຄວາມອຸ່ນອຽນໃຈໃຫ້ແກ່ພັນທະມິດ, ປອບໃຈຄູ່ແຂ່ງ: ພາລະກຳທີ່ປະຕິບັດບໍ່ທັນສຳເລັດ - ảnh 3

ເຂດ​ໝູ່​ເກາະ​ແຊນ​ກາ​ກຶ/ຕຽວອີ​ກໍ່​ນອນ​ໃນ​ເຂ​ດປ້ອງ​ກັນ​ອາກາດ​ໃນ​ທະ​ເລ​ຮວາ​ຕຸ​ງ

(ພາບ:AP)

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຄຳຖະ​ແຫຼ​ງ​ໂດຍ​ປາກ​ເປົ່າ​ແມ່ນ​ເລື່ອງ​ໜຶ່ງ, ສ່ວນ​ການ​ອະທິບາຍ​ບັນດາ​ການ​ກະທຳ​ຕົວ​ຈິງ ​ພັດ​ແມ່ນ​ເລື່ອງ​ຕ່າງຫາກ. ກ່ອນທີ່​ຈະ​ມາ​ຮ​ອດປັກ​ກິ​ງ, ທ່ານ ​ Joe Biden ໄດ້ຮັບການ​ຕ້ອນຮັບ​ດ້ວຍ​ທ່າ​ທີລະ​ມັດ​ລະວັງ​ຈາກ​ວົງການ​ນັກ​ຂ່າວ​ປັກ​ກິ​ງ. ໜັງສືພິມ China Daily ຂອງ​ຈີນ ສະບັບ​ອອກ​ວັນ​ທີ 4/12 ​ໄດ້​ກາວ​ເຕືອນ​ວ່າ: ການ​ສະໜັບສະໜູນ​ຂອງ​ທ່ານ Joe Biden ທີ່​ມີ​ຕໍ່ຍີ່ປຸ່ນ ອາດ​ຈະ​ກໍ່​ຜົນ​ຮ້າຍ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທ່ານ​ຢູ່​ຈີນ, ຖ້າ​ຫາກ​ວ່າ​ອາ​ເມ​ລິ​ກາ​ຢາກ​ຫລຸ​ດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ກພາກ​ພື້ນ, ກ່ອນ​ອື່ນ​ໝົດ, ປະ​ເທດ​ນີ້​ຕ້ອງ​ຢຸດຕິ​ການ​ສະໜັບສະໜູນ​ບັນດາ​ນະ​ໂຍບາຍ “ຂ້ອນ​ຂ້າງ​ສົງຄາມ“ ທີ່​ອັນຕະລາຍ​ຂອງ​ໂຕ​ກຽວ. ​ໃນ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ສື​ຈິນຜິ​ງ ​ແລະ ທ່ານ Joe Biden, ​ເນື້ອ​ໃນ​ຂອງເຂດ​​ປ້ອງ​ກັນ​ອາກາດ (ADIZ) ​ໄດ້​ເຮັບ​ການ​ເຕື້ອງ​ເຖິງ​ໜ້ອຍ​ທີ່​ສຸດ, ​ແທນ​ໃຫ້​ນັ້ນ​ແມ່ນ​ວິທີ​ສຳ​ພັດ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ການ​ພົວພັນ​ລະຫວ່າງປະ​ເທດ​ໃຫ່ຍ​ແບບ​ໃໝ່​ໃນ​ສັດຕະວັດ​ທີ 21 ຄື​ດັ່ງ​ຂໍ້​ສະ​ເໜີ​ຂອງ​ປະທານ​ປະ​ເທດ​ສື​ຈິນຜິ​ງ ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ​ເມື່ອ​ຕົ້ນປີ.

ພາລະ​ກຳ​ທີ່​ຫຍຸ້ງຍາກ

  ​ເປັນ​ທີ່ຈະ​ແຈ້ງ​ແລ້ວ​ວ່າ, ​ເຖິງ​ວ່າ​ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ການ​ພັດທະນາ​ຂອງ​ຈີນ ກໍ່ຕາມຕໍ່​ຕໍ່ໜ້າຄູ່​ແຂ່ງ​ທີ່ໜ້າ​ເກັງ​ຂາມ, ວໍ​ຊິງ​ຕັນ ກໍ່​ບໍ່​ສາມາດ​ຄັດຄ້ານ​ຈີນ​ ໄດ້. ​ເລື່ອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ປາຊີ​ຟິກ 2 ຄັ້ງ​ເມື່ອ​ເດືອນ 10/2013 ຜ່ານ​ມາ ກໍ່​ເຮັດ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​ລະມັດລະວັງ, ຄ່ອງ​ແຄ້ວ​ກ່ວາ​ໃນ​ການ​ພົວພັນທາງ​ການ​ທູດ​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບັນ​ດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ​ສະ​ແດງ​ໃຫ້​ເຫັນ​ວ່າ, ພາລະກຳ​ດ້ານ​ການ​ທູດ​ຂອງ​ທ່ານ​ຮອງ​ປະທານາທິບໍດີ Joe Biden ​ແມ່ນຫຍູ້​ງຍາກ​ທີ່​ສຸດ. ການ​ຢ້ຽມຢາມ​ຂອງ​ທ່ານ Joe Biden ຈະ​ບໍ່ບັນລຸ​ໄດ້​ໝາກຜົນ​ຫຍັງ ​ນອກຈາກ​ເລື່ອງ​ສ້າງ​ຂີດ​ໝາຍ​ກ່ຽວ​ກັບ​ການ​ມີໜ້າ​ຂອງ​ອາ​ເມ​ລິ​ກາ ​ໃນ​ຂະນະ​ທີ່​ໃນ​ພາກ​ພື້ນ​ນີ້​ເກີດ​ຄວາມຂັດ​ແຍ້​ງກັນ​ເທົ່າ​ນັ້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ