ຫວຽດ​ນາມ ສະ​ຖານ​ທີ່​ລົງ​ທຶນ​ຍາວ​ນານ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) -    ທີ່ເວທີປາໄສການລົງທຶນດ່ານັ້ງ ປີ 2022 ທີ່ຫາກໍ່ດຳເນີນກ່ອນນີ້ 2 ວັນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ມີໂຄງການນັບສິບແຫ່ງໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ, ຕົກລົງແຜນນະໂຍບາຍລົງທຶນທີ່ມີມູນຄ່ານັບຮ້ອຍລ້ານ USD. ມີນັກລົງທຶນຫຼາຍທ່ານກໍ່ໃຫ້ຄຳໝັ້ນສັນຍາມາ ລົງທຶນຢູ່ຫວຽດນາມນັບສິບຕື້ USD. ສິ່ງນີ້ຍິ່ງເປັນການຢັ້ງຢືນວ່າ: ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ຫວຽດນາມ ສືບຕໍ່ເພີ່ມຂຶ້ນ, ສ່ອງແສງຖືກຕ້ອງກັບທ່າອ່ຽງລວມຂອງການຟື້ນຟູ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ.
ຫວຽດ​ນາມ ສະ​ຖານ​ທີ່​ລົງ​ທຶນ​ຍາວ​ນານ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ເວທີປາໄສ (ພາບ: TTXVN)

ກົມໃຫຍ່ສະຖິຕິໄດ້ຄັດສະເໜີຂໍ້ມູນ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນໃໝ່ 5 ເດືອນຕົ້ນປີ 2022 ຫຼຸດລົງເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021, ແຕ່ການດັດປັບທຶນ ແລະ ການປະກອບທຶນຊື້ຫຸ້ນຍັງເພີ່ມຂຶ້ນຢ່າງແຮງ. ກະແສເງິນລົງທຶນພວມມຸ່ງໄປວູ່ດ້ານຄຸນນະພາບຫຼາຍກ່ວາ ປະລິມານ. ຂົງເຂດອຸດສາຫະກຳ, ອຸດສາຫະກຳສະໜັບສະໜູນ, ເຕັກໂນໂລຢີສູງ, ເຕັກໂນໂລຢີຂໍ້ມູນຂ່າວສານ…ແມ່ນບັນດາຂົງເຂດພວມໄດ້ຮັບແຫຼ່ງເງິນລົງທຶນຈາກຕ່າງປະເທດເຂົ້າມາຫວຽດນາມ.

ດຶງດູດເງິນລົງທຶນເຂົ້າຫຼາຍຂົງເຂດ

ດ່ານັ້ງ, ນະຄອນພາກກາງ ຫວຽດນາມ, ມີເງື່ອນໄຂທີ່ດີຫຼາຍຢ່າງກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ອຸດສາຫະກຳເຕັກໂນໂລຢີສູງ, ກຳລັງແຮງງານໜຸ່ມ ແລະ ຫຼວງຫຼາຍ, ມີລະດັບຄວາມຮູ້, ມີທີ່ຕັ້ງດ້ານພູມສາດທີ່ອຳນວຍຄວາມສະດວກ ແລະ ພື້ນຖານໂຄງລ່າງຕົວເມືອງຄົບຊຸດ. 2 ປີຜ່ານມາ, ດ່ານັ້ງຄ້ວາໄດ້ລາງວັນກ່ຽວກັບນະຄອນອັດສະລິຍະຢ່າງຕໍ່ເນື່ອງ. ປັດຈຸບັນ, ນະຄອນມີແຮງງານດ້ານເຕັກໂນໂລຢີຂໍ້ມູນຂ່າວສານ 44 ພັນຄົນ, ໃນນັ້ນມີເຄິ່ງໜຶ່ງແມ່ນນັກສ້າງໂປແກຼມຂອງວິສາຫະກິດດີຈີຕອນ 24.000ແຫ່ງ. ຕາມທ່ານປະທານກຸ່ມບໍລິສັດເຕັກໂນໂລຢີ FPT ເຈື່ອງຢາບິ່ງແລ້ວ, ດ່ານັ້ງ ພວມນັບມື້ນັບມີຄວາມດຶງດູດໃຈຕໍ່ບັນດານັກລົງທຶນເຕັກໂນໂລຢີໂລກ ແລະ ໜຶ່ງໃນບັນດາປາຍແຫຼມຍຸດທະສາດແມ່ນ ດ່ານັ້ງຕ້ອງກາຍເປັນສູນ ເລີ່ມຕົ້ນ Startup, ສູນທົດລອງຂອງບັນດາເຕັກໂນໂລຢີໃໝ່, ສູນພັດທະນາ Game ເພື່ອແນໃສ່ພັດທະນາເສດຖະກິດດີຈີຕອນ.

ພື້ນຖານໂຄງລ່າງຂອງ ດ່ານັ້ງ ກໍ່ມີການປ່ຽນແປງຫຼາຍຢ່າງ, ບັນດານັກຊ່ຽວຊານສາກົນ ມີຄວາມພໍໃຈທີ່ສຸດເມື່ອມາດ່ານັ້ງ. ລາຍຮັບຈາກການສົ່ງອອກ ຊອບແວຂອງ ດ່ານັ້ງບັນລຸ 100 ລ້ານ USD ແລະ ມີການເຕີບໂຕຢ່າງຕໍ່ເນື່ອງດ້ວຍ 2 ຕົວເລກ. ວິສາຫະກິດ ເຕັກໂນໂລຢີຂໍ້ມູນຂ່າວສານຂອງດ່ານັ້ງກວມເອົາ 8,2% GRDP.

ປັດຈຸບັນ, ມີຫຼາຍກຸ່ມບໍລິສັດໃຫຍ່ໄດ້ເຂົ້າມາເຄື່ອນໄຫວຢູ່ດ່ານັ້ງຄື Sumitomo Corporation ຂອງຍີ່ປຸ່ນ, ກຸ່ມບໍລິສັດ Adani Ports & SEV ຂອງ ອິນເດຍ ແລະ ຢູ່ເວທີປາໄສການລົງທຶນ ດ່ານັ້ງທີ່ຫາກໍ່ດຳເນີນ. ທ່ານ Sandeep Mehta ປະທານກຸ່ມບໍລິສັດນີ້ ກໍ່ປະກາດໃຫ້ຮູ້ກ່ຽວກັບເງິນລົງທຶນຈຳນວນ 10 ຕື້ USD ທີ່ຈະລົງທຶນໃນຂົງເຂດທ່າກຳປັ່ນ, ພື້ນຖານໂຄງລ່າງຢູ່ ຫວຽດນາມ.

ໃນຂະນະນັ້ນ, ກະແສເງິນທຶນ FDI ກໍ່ຫຼັ່ງໄຫຼເຂົ້າແຂວງ, ນະຄອນທາງພາກໃຕ້ ຫວຽດນາມ ໃນຊຸມເດືອນຕົ້ນປີ 2022, ກວມເອົາ 88% ຍອດທຶນຈົດທະບຽນ. ອາດເວົ້າເຖິງບ້ວງເງິນລົງທຶນທີ່ມີມູນຄ່າ 1,3 ຕື້ USD ຂອງກຸ່ມບໍລິສັດ Lego ຢູ່ແຂວງບິ່ງເຢືອງ, Coca – Cola ທີ່ມີມູນຄ່າ 136 ລ້ານ USD ຢູ່ລອງອານ… ນອກຈາກນັ້ນ, ເຂດເສດຖະກິດຈຸດສຸມທາງພາກໃຕ້ກໍ່ນຳໜ້າທົ່ວປະເທດກ່ຽວກັບຍອດເງິນລົງທຶນຈົດທະບຽນໃໝ່ຂອງບັນດາໂຄງການໂຮງງານປຸງແຕ່ງ, ປະດິດສ້າງ. ລະອຽດແມ່ນ, ນະຄອນໄຕນິງ ໄດ້ອອກໃບຢັ້ງຢືນການລົງທຶນໃຫ້ແກ່ບໍລິສັດ Libra International Investment (ມີສຳນັກງານໃຫຍ່ຕັ້ງຢູ່ ສິງກະໂປ) ດ້ວຍໂຄງການຜະລິດແຜ່ນແພຄຸນນະພາບສູງຢູ່ເຂດອຸດສາຫະກຳ ແທັງກົງ, ທີ່ມີມູນຄ່າ 210 ລ້ານ USD ແຂວງບ່າເຣ້ຍ ຫວຸງເຕົ່າ, ກໍ່ສາມາດສ້າງລາຍຮັບ 85 ລ້ານ USD ຈາກບໍລິສັດໃຫຍ່ Shinkong Synethetic Fibers, ໂດຍແມ່ນວິສາຫະກິດມີການເຄື່ອນໄຫວຕົ້ນຕໍໃນການຜະລິດເສັ້ນຝ້າຍ, ຕຳແຜ່ນແພ ແລະ ຂົງເຂດຕ່າງໆ.

ຄຳໝັ້ນສັນຍາຢ່າງແຮງຂອງລັດຖະບານ ຫວຽດນາມ

ຫວ່າງມໍ່ໆມານີ້, ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງການເງິນສາກົນ, ນັກຊ່ຽວຊານຢ່າງຕໍ່ເນື່ອງກ່ຽວກັບລະດັບປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສະຖຽນລະພາບດ້ານການເມືອງ ແລະ ການຟື້ນຟູຢ່າງແຮງ ແລະ ໝັ້ນຄົງຂອງພື້ນຖານເສດຖະກິດ. ຕາມດັດຊະນີ ລັດຖະບານທີ່ດີ ທີ່ສະຖາບັນບໍລິຫານ Chandler (ສິງກະໂປ) ປະກາດ ຫວ່າງມໍ່ໆມານີ້ແລ້ວ, ການດຶງດູດເງິນລົງທຶນຂອງຫວຽດນາມ ຢືນຢູ່ອັນດັບທີ 39 ໃນຈຳນວນ 104 ປະເທດໄດ້ຮັບການຈັດອັນດັບ, ເພີ່ມຂຶ້ນ 18 ຂັ້ນເມື່ອທຽບໃສ່ກັບປີ 2021. ການຮັກສາຄວາມສົນໃຈເປີດກວ້າງການລົງທຶນນັບຫຼາຍຕື້ USD ຂອງກຸ່ມບໍລິສັດນາໆຊາດ ແລະ ບັນດາເຄື່ອງໝາຍການຄ້າໃຫຍ່ໃນໂລກ ແມ່ນພະຍານຫຼັກຖານຢ່າງແທດຈິງ.

ໄປຄຽງຄູ່ກັບບັນດາປັດໄຈທາງດ້ານພູມສາດການເມືອງ, ທີ່ຕັ້ງພູມສາດ, ຄວາມຂະຫຍາຍຂັບເຄື່ອນຂອງພື້ນຖານເສດຖະກິດ, ຄຳໝັ້ນສັນຍາສະເໝີຕົ້ນສະເໝີປາຍ ແລະ ສານຢ່າງຈະແຈ້ງຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດານັກລົງທຶນ ກໍ່ແມ່ນພື້ນຖານສ້າງຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນທີ່ມາລົງທຶນຢູ່ ຫວຽດນາມ. ທີ່ເວທີປາໄສການລົງທຶນດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ສຳລັບວິສາຫະກິດ, ພວກຂ້າພະເຈົ້າຢາກ ໃຫ້ພວກເພື່ອນມາລົງທຶນຫຼາຍກ່ວາອີກ ດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຕໍ່ກັນ, ແລະ ພວກເຮົາຈະພ້ອມກັນຍາດໄດ້ໄຊຊະນະ, ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ພວກເພື່ອນຈະພ້ອມກັບພວກຂ້າພະເຈົ້າປະຕິບັດລະບອບລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມໃຫ້ສຳເລັດຜົນ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແຕ່ກໍ່ເປັນເຈົ້າການຢ່າງຕັ້ງໜ້າ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

ອາດເຫັນໄດ້ວ່າ ບັນດາການຜັນແປໃນທົ່ວໂລກພວມເຮັດໃຫ້ກະແສເງິນລົງທຶນ, ບໍລິສັດນາໆຊາດ ກຳນົດສະຖານທີ່ລົງທຶນຄືນໃໝ່, ຮັບປະກັນ ຄວາມປອດໄພ ແລະ ລັກສະນະເຄື່ອນທີ່ຂອງເຂດຜະລິດ. ຫວຽດນາມ ດ້ວຍທ່າໄດ້ປ່ຽບ ຫຼາຍຢ່າງແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ພ້ອມກັບນະໂຍບາຍດຶງດູດການລົງທຶນທີ່ມີການຄັດເລືອກຂອງ ຫວຽດນາມ, ໄດ້ກາຍເປັນສະຖານທີ່ລົງທຶນທີ່ປອດໄພ, ມີຄວາມດຶງດູດໃຈ ແລະ ມີຄວາມສາມາດບົ່ມຊ້ອນຕໍ່ບັນດານັກລົງທຶນຕ່າງປະເທດ, ເປັນສະຖານທີ່ທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ຍືນຍົງຂອງບັນດາເຄື່ອງໝາຍການຄ້າໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ