ຫວຽດນາມ ແລະ ລາວ ກ້າວຂຶ້ນບົນເສັ້ນທາງແຫ່ງການພັດທະນາຢ່າງໝັ້ນຄົງໜັກແໜ້ນ

(VOVWORLD) -60 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ນ້ຳໃຈຄວາມສາມັກຄີ, ການຮ່ວມມື, ການໜູນຊ່ວຍລະຫວ່າງ ຫວຽດນາມ ແລະ ລາວ ຍາມໃດກໍ່ແມ່ນປັດໄຈເປັນຕາຍໃນການພົວພັນຂອງແຕ່ລະພັກ, ແຕ່ລະປະເທດ.
ຫວຽດນາມ ແລະ ລາວ ກ້າວຂຶ້ນບົນເສັ້ນທາງແຫ່ງການພັດທະນາຢ່າງໝັ້ນຄົງໜັກແໜ້ນ - ảnh 1ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ
(ພາບ: TTXVN)

ວັນທີ 05 ກັນຍາ 1962, ຫວຽດນາມ ແລະ ລາວ ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ, ເຊິ່ງເປັນຂີດໝາຍສຳຄັນໃນປະຫວັດສາດຂອງການພົວພັນ ຫວຽດນາມ - ລາວ ໃນສະໄໝໃໝ່. 60 ປີໄດ້ຜ່ານພົ້ນໄປແລ້ວ, ແຕ່ນ້ຳໃຈຄວາມສາມັກຄີ, ການຮ່ວມມື, ການໜູນຊ່ວຍລະຫວ່າງ ຫວຽດນາມ ແລະ ລາວ ຍາມໃດກໍ່ແມ່ນປັດໄຈເປັນຕາຍໃນການພົວພັນຂອງແຕ່ລະພັກ, ແຕ່ລະປະເທດ.

        ຜົນງານພົ້ນເດັ່ນທີ່ສຸດໃນໄລຍະ 60 ປີພາຍຫຼັງວັນສ້າງຕັ້ງສາຍພົວພັນທາງການທູດແມ່ນ ຫວຽດນາມ ແລະ ລາວ ໄດ້ພ້ອມກັນຕໍ່ສູ້ຕ້ານສັດຕູຜູ້ເຂົ້າມາຮຸກຮານ, ຍາດເອົາເອກະລາດ ແລະ ປົດປ່ອຍປະເທດຊາດຢ່າງສົມບູນໃນປີ 1975. 2 ປີຕໍ່ມາ, ປີ 1977, ຫວຽດນາມ ແລະ ລາວ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ນີ້ແມ່ນພື້ນຖານຢ່າງໝັ້ນຄົງໜັກແໜ້ນເພື່ອເພີ່ມທະວີ ແລະ ເປີດກວ້າງການພົວພັນລະຫວ່າງ 2 ປະເທດ, ສ້າງປະຖົມປັດໄຈໃຫ້ແກ່ຂໍ້ຕົກລົງຫຼາຍສະບັບໃນອະນາຄົດ.

ຜົນງານຂອງການຮ່ວມມື

        ນ້ຳໃຈສາມັກຄີ, ການໜູນຊ່ວຍເຊິ່ງກັນ ແລະ ກັນລະຫວ່າງ 2 ຊາດໄດ້ສະແດງໃຫ້ເຫັນຜ່ານເລື່ອງການສືບທອດຢ່າງຕໍ່ເນື່ອງໃນຕະຫຼອດໄລຍະ 6 ທົດສະວັດຜ່ານມາ, ສະແດງໃຫ້ເຫັນການສືບຕໍ່ຢ່າງຕໍ່ເນື່ອງຂອງສຳພັນທະມິດແຫ່ງການສູ້ຮົບລະຫວ່າງ ຫວຽດນາມ - ລາວ ກໍຄືນ້ຳໃຈສາມັກຄີ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງ 2 ຊາດໃນທັງທາງດ້ານການທະຫານ ແລະ ການພົວພັນຕ່າງປະເທດ. ການພົວພັນດ້ານການເມືອງ 2 ຝ່າຍ ຫວຽດນາມ - ລາວ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຈາກ “ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່” ແຕ່ເດືອນ ກຸມພາ 2019, ສືບຕໍ່ເປັນການກຳນົດທິດໃຫ້ແກ່ຂົງເຂດຮ່ວມມືອື່ນໆ.

        ໃນຂົງເຂດການພົວພັນຕ່າງປະເທດ, ການສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ ໄດ້ປະກອບສ່ວນຍົກສູງທີ່ຕັ້ງຂອງ ລາວ ແລະ ຫວຽດນາມ ຢູ່ພາກພື້ນ ແລະ ໃນເວທີສາກົນ, ກໍຄືປະກອບສ່ວນປັບປຸງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງປະຊາຄົມ ອາຊຽນ.

        ການຮ່ວມມືທາງດ້ານເສດຖະກິດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ໃນລະດັບ 2 ຕົວເລກໃນຊຸມປີມໍ່ໆມານີ້. ແຕ່ເດືອນ ມັງກອນ ຫາເດືອນ ກໍລະກົດ 2022, ວົງເງິນການຄ້າ 2 ສົ້ນລະຫວ່າງ 2 ປະເທດບັນລຸເກືອບ 949 ລ້ານ USD, ເພີ່ມຂຶ້ນ 24,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ຫວຽດນາມ ຮັກສາທີ່ຕັ້ງເປັນນັກລົງທຶນໃຫຍ່ອັນດັບ 3 ຢູ່ ລາວ ດ້ວຍຍອດທຶນຈົດທະບຽນປະມານ 5,4 ຕື້ USD.

        ກ່ຽວກັບການຮ່ວມມືດ້ານການສຶກສາ ບຳລຸງສ້າງ, ເຊິ່ງແມ່ນຂົງເຂດຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ກໍຄືການຮ່ວມມືທາງດ້ານວັດທະນະທຳ, ສາທາລະນະສຸກ, ຄົມມະນາຄົມຂົນສົ່ງ, ພະລັງງານນັບມື້ນັບໄດ້ຮັບການປັບປຸງ ແລະ ຍູ້ແຮງ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ຮັບນັກຮຽນ, ນັກສຶກສາ ລາວ ມາບຳລຸງສຶກສາ, ໄລ່ສະເພາະໃນໄລຍະ 10 ປີຜ່ານມາ ມີຈຳນວນກວ່າ 50.000 ຄົນ. ການພົວພັນລະຫວ່າງທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນມີເສັ້ນຊາຍແດນຕິດຈອດກັນລະຫວ່າງ 2 ປະເທດນັບມື້ນັບມີຄວາມສະໜິດແໜ້ນກວ່າ.

        ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ (ດຳເນີນໃນເດືອນ ກໍລະກົດ 2022, ຢູ່ ຮ່າໂນ້ຍ), ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ສະແດງຄວາມໃນໃຈວ່າ:

(ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ)

 

ພ້ອມກັນກ້າວຂຶ້ນພັດທະນາຢ່າງໝັ້ນຄົງໜັກແໜ້ນ

        ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງໄວວາ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ການນຳ 2 ປະເທດກຳນົດວ່າ ຍິ່ງຕ້ອງສາມັກຄີກັນ, ສະໜິດຕິດພັນກວ່າ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ ເພື່ອຜ່ານຜ່ານຄວາມຫຍຸ້ງຍາກນາໆປະການ, ປົກປ້ອງ ແລະ ເພີ່ມພູມຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຫວຽດນາມ ແລະ ລາວ ກ້າວຂຶ້ນບົນເສັ້ນທາງແຫ່ງການພັດທະນາຢ່າງໝັ້ນຄົງໜັກແໜ້ນ - ảnh 2ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນໃນການຢ້ຽມຢາມ
(ພາບ: TTXVN)

ກ່າວຄຳເຫັນໃນການຢ້ຽມຢາມມິດຕະພາບຢູ່ປະເທດ ສປປ.ລາວ ຢ່າງເປັນທາງການ (ເດືອນ ສິງຫາ 2021), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງເລື່ອງຍົກລະດັບເສົາຄ້ຳການຮ່ວມມືເສດຖະກິດດ້ວຍບັນດາບາດກ້າວບຸກທະລຸໃໝ່, ເພື່ອສອດຄ່ອງກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງ 2 ປະເທດ.

        “ພວກເຮົາຕ້ອງຮ່ວມມືກັນເພື່ອພ້ອມກັນເຂັ້ມແຂງ, ຮັ່ງມີກວ່າອີກ. ຈາກປະສົບການ, ບົດຮຽນໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ, ພວກຂ້າພະເຈົ້າເຫັນໄດ້ວ່າ 2 ປະເທດຕ້ອງມີຈີນຕະນາການຮ່ວມມືໃໝ່, ບັນດາມາດຕະການທີ່ເຂັ້ມແຂງກວ່າ, ມີລັກສະນະບຸກທະລຸ “ພິເສດ” ເພື່ອປົດປ່ອຍແຫຼ່ງກຳລັງສຳລັບການຮ່ວມມືເສດຖະກິດ, ຊຸກຍູ້ດ້ານການຄ້າ, ການລົງທຶນ, ດຳເນີນທຸລະກິດ. ຂ້າພະເຈົ້າສະເໜີໃຫ້ທັງ ຫວຽດນາມ ແລະ ລາວ ຈົ່ງເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຍາດແຍ່ງແຫຼ່ງກຳລັງຈາກພາຍນອກໃຫ້ແກ່ການພັດທະນາ. ໄປພ້ອມກັນ, ແນ່ນອນວ່າພວກເຮົາຈະພັດທະນາຢ່າງເຂັ້ມແຮງ”.

        ເລື່ອງສ້າງຕັ້ງສາຍພົວພັນທາງການທູດປີ 1962 ຢ່າງເປັນທາງການນັ້ນ ໄດ້ເປີດໜ້າໃໝ່ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາສາຍພົວພັນລະຫວ່າງ 2 ຊາດ ຫວຽດນາມ ແລະ ລາວ. ປະຊາຊົນ 2 ປະເທດຍັງພວມມານະພະຍາຍາມເສີມຂະຫຍາຍຜົນງານດັ່ງກ່າວຄືດັ່ງຄຳກ່າວປາໄສຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເດືອນ ກໍລະກົດ 2022 ທີ່ວ່າ: ເຖິງແມ່ນວ່າໂລກມີການປ່ຽນແປງໄປຄືແນວໃດກໍ່ຕາມ, ພວກເຮົາຍັງຕັດສິນໃຈພ້ອມກັນຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດທີ່ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ