ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່

(VOVWORLD) -ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ ຢັ້ງຢືນ: ການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ.

ໃນ 2 ມື້ຜ່ານມາ ດ້ວຍບັນດາການເຄື່ອນໄຫວພົບປະສອງຝ່າຍ, ພົບປະໂອ້ລົມ,  ແລກປ່ຽນຄຳເຫັນ ລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກັບ ການນຳພັກ, ລັດ ຫວຽດນາມ ໄດ້ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດສະເຫມີຕົ້ນສະເຫມີປາຍຂອງ ສອງລັດ, ພິເສດ ຖືເປັນສຳຄັນການຮັກສາ ແລະ ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ການພົວພັນສະຫນິດແຫນ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງ ສອງພັກ, ສອງລັດ ໃນອາຍຸການໃຫມ່ຍິ່ງເລິກເຊິ່ງກວ່າ.

ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່ - ảnh 1ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ

ສິ້ນສຸດການຢ້ຽມຢາມຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ພັກປະຊາຊົນປະຕິວັດ ລາວ ໄດ້ມີການແລກປ່ຽນກັບນັກຂ່າວ VOV ແລະ ຢັ້ງຢືນ: ການພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະຂອງປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ. ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ພ້ອມກັນຮ່ວມແຮງຮ່ວມໃຈສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ໃຫ້ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.

ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່ - ảnh 2ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ພ້ອມດ້ວຍຄະນະຜູ້ແທນ ສອງປະເທດ

ນັກຂ່າວ: ຂໍຮຽນທ່ານ: ຂໍທ່ານໃຫ້ຮູ້ ຄວາມໝາຍ ແລະ ໝາກຜົນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ?

 

ທ່ານ ທອງສະຫວັນ ພົມວິຫານ: ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ ແມ່ນການເຄື່ອນໄຫວການຕ່າງປະເທດທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດລາວ. ການຢ້ຽມຢາມກໍ່ດຳເນີນໄປພາຍຫລັງ ສອງພັກ ລາວ ແລະ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຂອງສອງພັກ ຢ່າງສຳເລັດຜົນ. ຜ່ານນັ້ນ ສະແດງໃຫ້ເຫັນການສືບຕໍ່ມູນເຊື້ອອັນດີງາມ ແລະ ມີຊີວິດຊີວາໃນການພົວພັນ ລາວ - ຫວຽດນາມ ເພື່ອເປີດສາກການພັດທະນາລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໃນໄລຍະໃຫມ່. ພ້ອມກັນນັ້ນ ເພື່ອແນໃສ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໃຫ້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່ - ảnh 3ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ ທ່ານ ລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ມີການພົບປະສອງຝ່າຍ ກັບ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ພົບປະແລກປ່ຽນຄຳເຫັນກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ພ້ອມທັງຢ້ຽມຢາມ ອະດິດການນຳພັກ, ລັດ ຫວຽດນາມ, ພົບປະໂອ້ລົມກັບຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ -ລາວ, ຄະນະພົວພັນຕິດຕໍ່ນັກຮົບເກົ່າ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ.

ໃນບັນຍາກາດເຕັມໄປດ້ວຍໄມຕິຈິດມິດຕະພາບ ແລະ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອງຝ່າຍ ເຫັນດີເປັນເອກະສັນສືບຕໍ່ນຳການພົວພັນມິດຕະພາບຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ການຢ້ຽມຢາມຫວຽດນາມ ຄັ້ງນີ້ ບັນລຸຜົນສຳເລັດຢ່າງຈົບງາມ ແມ່ນຂີດໝາຍໃຫມ່ເພື່ອສືບຕໍ່ຮັດແຫນ້ນ ແລະ ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ. ສອງຝ່າຍໄດ້ອອກຖະແຫລງການຮ່ວມ, ລົງນາມໃນຂໍ້ຕົກລົງຍຸດທະສາດການຮ່ວມມື ແລະ ບາງເອກະສານຮ່ວມມືລະຫວ່າງສອງພັກ ສອງລັດ.

ນັກຂ່າວ: ຫນຶ່ງໃນບັນດາໝາກຜົນສຳຄັນໃນການຢ້ຽມຢາມຫວຽດນາມ ຄັ້ງນີ້ ສອງຝ່າຍໄດ້ອອກຖະແຫລງການຮ່ວມ ແລະ ລົງນາມໃນບັນດາເອກະສານສຳຄັນຫລາຍສະບັບ. ຂໍທ່ານໃຫ້ຮູ້: ບັນດາເອກະສານທີ່ໄດ້ລົງນາມຈາກສອງຝ່າຍແມ່ນມີຄວາມໝາຍຄືແນວໃດ? ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນການຢ້ຽມຢາມຄັ້ງນີ້, ເສີມຂະຫຍາຍສາຍພົວພັນ ລາວ - ຫວຽດນາມ ໃນໄລຍະຈະມາເຖິງ ສອງປະເທດ ຕ້ອງເຮັດຫຍັງແດ່?

ທ່ານ ທອງສະຫວັນ ພົມວິຫານ: ການຢ້ຽມຢາມຫວຽດນາມ ຄັ້ງນີ້ ແມ່ນເປີດສາກໄລຍະໃຫມ່ໃນການພັດທະນາການພົວພັນດ້ານການທູດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ, ສອງຝ່າຍໄດ້ອອກຖະແຫລງການຮ່ວມ, ລົງນາມໃນຂໍ້ຕົກລົງຍຸດທະສາດການຮ່ວມມື ລາວ ແລະຫວຽດນາມ ໄລຍະ 10 ປີ ແລະ ບາງເອກະສານການຮ່ວມມືລະຫວ່າງ ສອງພັກ, ສອງລັດ, ປະກອບສ່ວນສຳຄັນເຂົ້າໃນການຮັດແຫນ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ.

ເພື່ອຈັດຕັ້ງຜັນຂະຫຍາຍໝາກຜົນການຢ້ຽມຢາມຄັ້ງນີ້ ແລະ ເສີມຂະຫຍາຍການພົວພັນລະຫວ່າງສອງພັກ, ສອງລັດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ ແລະ ຕອບສະຫນອງໄດ້ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນສອງປະເທດ, ສອງຝ່າຍຄວນສືບຕໍ່ຍົກສູງປະສິດທິຜົນ, ເປີດກວ້າງການຮ່ວມມື, ສົມທົບກັນ ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນລະຫວ່າງບັນດາຄະນະ, ກະຊວງ ຂະແຫນງການຂອງລັດຖະບານ, ບັນດາກຳມາທິການຂອງສະພາແຫ່ງຊາດ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຕ່າງໆຂອງສອງປະເທດ, ສ້າງໂຄງການເຄື່ອນໄຫວເພື່ອຫັນຖະແຫລງການຮ່ວມ ແລະ ບັນດາສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍໃຫ້ເປັນຮູບປະທຳ ແລະ ຈັດຕັ້ງການປະຕິບັດໃຫ້ບັນລຸຄາດໝາຍວາງອອກ.

ນັກຂ່າວ: ຂໍຮຽນທ່ານ! ການຢ້ຽມຢາມຫວຽດນາມ ຂອງທ່ານ ເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ ອີກຄັ້ງຫນຶ່ງ ກໍ່ເປັນການຮັດແຫນ້ນສາຍພົວພັນລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງປະເທດໃນໄລຍະຈະມາເຖິງ.

ທ່ານ ທອງສະຫວັນ ພົມວິຫານ: ພັກ, ລັດ ສປປ ລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ຢຶດໝັ້ນແນວທາງການຕ່າງປະເທດແຫ່ງສັນຕິພາບ, ເອກະລາດ, ມິດຕະພາບ ການຮ່ວມມື ພັດທະນາ. ໃນນັ້ນ ລາວ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພົວພັນ ລາວ - ຫວຽດນາມ. ພ້ອມກັບ ພັກ, ລັດ ສສ ຫວຽດນາມ, ພວກຂ້າພະເຈົ້າຈະສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ເຂົ້າສູ່ລວງເລິກ, ມານະພະຍາຍາມນຳການພົວພັນຮ່ວມມືເສດຖະກິດ ການຄ້າ ໃຫ້ສົມກັບຜົນງານໃນການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ ຄືດັ່ງຄວາມມຸ່ງມາດປາດຖະຫນາຂອງການນຳພັກສອງພັກ ສອງລັດ ລຸ້ນຕ່າງໆ.

ລາວ ແລະ ຫວຽດນາມ ເຖິງວ່າສະພາບການຢູ່ພາຍໃນປະເທດຂອງແຕ່ລະປະເທດ ຍັງປະສົບກັບຄວາມຫຍຸ້ງຍາກບາງຢ່າງກໍ່ຕາມ ແຕ່ການພົວພັນແບບພິເສດ ລາວ ແລະ ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ຫວຽດນາມ ແລະ ລາວ ພ້ອມກັນ ສືບຕໍ່ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່ - ảnh 4ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ  ກ່າວຄຳເຫັນທີ່ສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ

ພວກຂ້າພະເຈົ້າຢັ້ງຢືນວ່າ ສາຍພົວພັນ ລາວ - ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນປັດໄຈຕັດສິນຊີ້ຂາດໄຊຊະນະ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ຈະບໍ່ປ່ຽນແປງ ແລະ ຈະສືບຕໍ່ໄດ້ຮັບການຮັກສາ, ເສີມສ້າງໃຫ້ເຂົ້າສູ່ລວງເລິກ. ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ພວກເຮົາ ຈະພ້ອມກັນຮ່ວມແຮງຮ່ວມໃຈ ຈັບມືກັນຢ່າງແຫນ້ນແຟ້ນເພື່ອສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ພ້ອມກັນກ້າວຂຶ້ນ ເປົ້າໝາຍສັງຄົມນິຍົມ, ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ໝັ້ນຄົງຂະຫນົງແກ່ນຈົນຊົ່ວກາລະນານ.

ນັກຂ່າວ: ຂໍຂອບໃຈທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ