ຫວຽດນາມມານະພະຍາຍາມປະກອບສ່ວນສ້າງປະຊາຄົມຄວາມໝັ້ນຄົງ- ການເມືອງ ອາຊຽນ


(vovworld)- ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ຂີດ​ໝາຍ​ໃຫມ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຍິ່ງ, ດ້ວຍ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31/12/2015 ຈະ​ມາ​ເຖິງ. ປະ​ຊາ​ຄົມ ການ​ເມືອງ ຄວາມ​ໝັ້​ນ​ຄົງ ອາ​ຊຽນ ແມ່ນ ເສົາ​ຄ້ຳ​ມີ​ບົດ​ບາດ​ສຳ​ຄັນ, ພິ​ເສດ ໃນ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ ການ​ເມືອງ ຢູ່ ພາກ​ພື້ນ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ເປັນ​ຕົ້ນ​ ແມ່ນຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ. ອ​າ​ຊຽນ ພວມ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ກໍ​ຄື​ທີ່​ຕັ້ງ​ຂອ​ງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ສາ​ກົນ. ໂດຍ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫ​ນ້າ​ຂອງ ອາ​ຊຽນ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການນີ້.

ຫວຽດນາມມານະພະຍາຍາມປະກອບສ່ວນສ້າງປະຊາຄົມຄວາມໝັ້ນຄົງ- ການເມືອງ ອາຊຽນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ພ້ອມ​ກັບ​ບັນ​ດາ​ການ​ນຳ
ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນຄັ້ງ​ທີ 26
ພາບ:congluan.vn

ເລື່ອງ​ສ້າງ​ປະ​ຊາ​ຄົມ​ຄວາມ​ໝັ້​ນ​ຄົງ ການ​ເມືອງ ເພື່ອ​ຈຸດ​ປະ​ສົງ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ຄວາມໝັ້ນ​ຄົງ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໂດຍ​ມີ​ການ​ເຂົ້າ​ຮ່ວມ ແລະ ການ​ປະ​ກອບ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ, ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອາ​ຊຽນ​​ຮ່ວມດຳ​ລົງ​ຊີ​ວິດໃນ​ສັນ​ຕິ​ພາບ ດ້ວຍ​ຄວາມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ປ່ອງດ​ອ່ງ. ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້​ນ​ຄົງ ຊຸກ​ຍູ້​ວິ​ທີ​ສຳ​ພັດ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ຊື່ງ​ລວມ​ມີ ດ້ານການ​ເມືອງ ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ກໍ່​ສ້າງ ແລະ ແບ່ງ​ປັນ​ບ​ັນ​ດາ​ມາດ​ຖານ​ການ​ປະ​ພຶດ​ລວມ, ຊຸກ​ຍູ້​ທ່າ​ອ່ຽງ​ບໍ່​ນຳ​ໃຊ້​ອາ​ວຸດ ແລະ ແກ້​ໄຂ​ທຸກ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ການ​ປະ​ທະ​ກັນ, ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ ແລະ ຮັກ​ສາ​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ປະ​ກອບ​ພາກ​ພື້ນໃຫ້​ໝັ້ນ​ຄົງ.

ບົດ​ບາດ​ຂອງ​ອາ​ຊຽນ ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ

          ພາຍ​ຫລັງ​ເກືອບ 43 ປີ, ອາ​ຊຽນ ໄດ້​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ ເນື້ອ​ໃນ, ສະ​ມາ​ຊິກ, ຮູບ​ການ ແລະ ເນື້ອ​ໃນ​ຮ່ວມ​ມື, ມາ​ຮອດ​ປະ​ຈຸ​ບັນ ໄດ້​ກາຍ​ເປັນ​ອົງ​ການ​ຮ່ວມ​ມື​ພາກ​ພື້ນ ຊື່ງ​ລວມ​ມີ 10 ປະ​ເທດ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເພື່ອ​ແນ​ໃສ່​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ພາກ​ພື້ນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເປີດກວ້າງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ປະ​ຈຸ​ບັນ ບົດ​ບາດ​ຂອງ ອາ​ຊຽນ ໃນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ນັບ​ມື້​ນັບ​ໃຫ​ຍ່​ຫລວງ. ການ​ຮ່ວມ​ມື ອາ​ຊຽນ ປະ​ຈຸ​ບັນ ບໍ່​ພຽງ​ແຕ່​ລະ​ຫວ່າງ 10 ປະ​ເທດ​ສະ​ມາ​ຊິກ ແລະ ໃນ​ຂອບ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເທົ່າ​ນັ້ນ, ຫາກ​ນັບ​ທັງ​ວິ​ວັດ​ທະ​ນາ​ການ ໂດຍ ອາ​ຊຽນ ຖື​ບົດ​ບາດ​ຫລັກ​ແຫລ່ງ​ຄື: ອາ​ຊຽນ + 1  ອາ​ຊຽນ +3, EAS và ARF…

          ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຊຽນ ພວມ​ປະ​ເຊີນ​ຫ​ນ້າ​​ກັບສິ່ງ​ທ້າ​ທາຍບໍ່​ແມ່ນ​ຫ​ນ້ອຍ, ໃນ​ນັ້ນ ພົ້ນ​ເດັ່ນ ແມ່ນ​ບັນ​ດາ​ຄວາ​ມ​ຂັດ​ແຍ້ງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ. ສິ່ງ​ດັ່ງ​ກ່າວ ຍິ່ງວາງ​ອອກ​ໃຫ້​ອາ​ຊຽນ​ຕົກ​ເຂົ້າ​ສູ່​ທ່າ​ເປັນ​ເຈົ້າ​ການ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາກ​ພື້ນ, ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອ​ງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອ​ໂດຍ​ໄວ COC, ເຄົາ​ລົບ​ກົດໝາຍ​ສາ​ກົນ ແລະ ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ໃນ​ພາກ​ພື້ນ. ທີ່ກອ​ງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 26 ຫວ່າງ​ແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Najib Tun Abdul Razak, ປະ​ທ​ານ ອາ​ຊຽນ 2015 ອີກ​ຄັ້ງ​ຫ​ນຶ່ງ​ໄດ້​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ສາ​ມັກ​ຄີ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ພວມ​ເກີດ​ຂຶ້ນ​ໃນ​ພາກ​ພື້ນ.

        “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ສືບ​ຕໍ່​ໝັ້ນ​ໝາຍ​ຕິດ​ພັນ​ນຳ​ກັນ ແລະ ພ້ອມ​ກັນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ພາຍນອກ, ອາ​ຊຽນ  ຕ້ອງ​ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​ຕ່າງ​ໃນ​ພາກ​ພື້ນ​ໂດຍ​ສັນ​ຕິ, ໃນ​ນັ້ນ ນັບ​ທັງ​ບັນ​ດາ​ຄຳ​ຖະ​ແຫລງ​ອະ​ທິ​ປະ​ໄຕ​ຢູ່​ບັນ​ດາ​ເຂດ​ທະ​ເລ​ຊື່ງບໍ່​ເຮັດ​ໃຫ້​ສະ​ພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ການ​ຜັນ​ແປ​ຫວ່າງ​ແລ້ວນີ້ ໄດ້​ເພີ່ມ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ເສັ້ນ​ທາງ​ຂົນ​ສົ່ງ​ນີ້​ສຳ​ລັບ​ການ​ແລກ​ປ່ຽນ​ການ​ຄ້າ​ສາ​ກົນ. ສະ​ນັ້ນ ອາ​ຊຽນ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຜັນ​ແປນີ້ ແຕ່​ຕ້ອງ​ຕາມ​ວິ​ທີ​ສ້າງ​ສັນ ແລະ ຕັ້ງ​ຫ​ນ້າ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຕ້ອງ​ແມ່ນ​ພື້ນ​ຖານ​, ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ການ​ເຄື່ອນ​ໄຫວ​ບົນ​ທະ​ເລ​ຕາ​ເວັນ​ອອກ.”

ຫວຽດ​ນາມ ຕັ້ງ​ຫ​ນ້າ​ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມ​ການ​ເມືອງ ຄວາມ​ໝັ້ນ​ຄົງ ອາ​ຊຽ​ນ

 

​ໂດຍ​ແມ່ນ​ພາກ​ສ່ວນ​ຫ​ນຶ່ງ​ທີ່​ສະ​ຫ​ນິດ​ຕິດ​ພັນ, ແມ່ນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ອ​າ​ຊຽນ ໃນ​ເກືອບ 20 ປີ​ຜ່ານ​ມາ, ອະ​ນາ​ຄົດ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ຕິດ​ພັນ​ກັບ ອາ​ຊຽນ. ຊື່ງ​ແມ່ນ​ປະ​ຊາ​ຄົມ ອາ​ຊຽນ​ເຂັ້ມ​ແຂງ, ຮ່ວມ​ສຳ​ພັນ​ຢ່າງ​ແຫ​ນ້ນ​ແຟ້ນ ນັ້ນ​ແມ່ນ​ການ​ໃຫ້​ບຸ​ລິ​ມະ​ສິດ ແລະ ຜົນ​ປະ​ໂຫຍດ​ຊື່ງ​ຫວຽດ​ນາມ​ສືບ​ຕາມ.

ຕໍ່​ຫ​ນ້າ​ບັນ​ດາ​ການ​ເຄື່ອນ​ໄຫ​ຍ​ຖົມ​ດິນກໍ່​ສ້າງ​ເປີດກວ້າງ​ດ້ວຍ​ຂອບ​ຂະ​ຫ​ນາດ​ໃຫ​ຍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ໄວ້​ວາງ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ, ​ສົ່ງຜົນ​ສະ​ທ້ອນ​ເຖິງ​ສັນ​ຕິ​ພາບ ແລະ ຄວາມໝັ້ນ​ຄົງ​ໃນ​ພາກ​ພື້ນ, ​ໂດຍແມ່ນ​ປະ​ເທດ​ກ່ຽວ​ຂ້ອງ​ໂດຍ​ກົງ​ເຖິງ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍາມ​ໃດ​ຫວຽດ​ນາມ ກ​ໍ​ເຊີດ​ຊູ​ນ້ຳ​ໃຈ​ສາ​ມັກ​ຄີ​ໃນ ອາ​ຊຽນ, ຢືດ​ໝັ້ນ ເຄົາ​ລົບ​ບັນ​ດາ​ຫລັກ​ການ​ລະ​ງັບ​ໃຈ, ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ປະ​ຕິ​ບັດ​​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງ​ເຂັ້​ມງວດ, ຄົບ​ຖ້ວນ ແລະ ຮັບ​ຮອງ​ເອົາ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ.

ທີ່ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຫວ່າງ​ແລ້ວນີ້ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ກາ​ນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ໃຫ້​ຮູ້​ວ່າ:

“ບັນ​ດາ​ປະ​ເທດ ອາ​ຊຽນ ເປັນ​ເອກ​ະ​ພາບ​ສູງ ຕ້ອງ​ຍູ້​ແຮງວິ​ວັດ​ການ​ກ້າວ​ໄປ​ເຖິງ​ການ​ສ້າງ COC​ ລະ​ຫວ່າງ ອາ​ຊຽນ ແລະ ຈີນ. COC ຈະ​ແມ່ນ​ເຄື່ອງ​ມື​ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ ກໍ​ຄື ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ. ນີ້ບໍ່​ພຽງ​ແຕ່ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ລ​ວມ​ຂອງ​ຫວຽດ​ນາມ, ບັນ​ດາ​ປະ​ເທດ​ໃນ​ພ​າ​ກ​ພື​້ນ​ເທົ່າ​ນັ້ນ ຫາກ​​ນັບ​ທັງບັນ​ດາ​ປະ​ເທ​ດ​ພາຍ​ນອກ​ອີກ​ດ້ວຍ. ​ໂດຍແມ່ນ​ສະ​ມາ​ຊິກ​ຕັ້ງ​ຫ​ນ້າ​ຂອງ ອາ​ຊຽນ, ຫວຽດ​ນາມ ໄດ້​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເຫ​ນີ, ໃນ​ນັ້ນ ມີ​ຂໍ້​ສະ​ເຫ​ນີ​ກ່ຽວ​ຂ້ອງ​ເຖິງ ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ນຳ​ບັນ​ດາ​ມາດ​ຖານ​ຂອງ​ອາ​ຊຽນ​ຄື: ຖະ​ແຫລງ​ການ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ​ໄມ​ຕິ​ຈິດ​ອາ​ຊຽນ ບໍ່​ພຽງ​ແຕ່​ບັນ​ດາ​ປະ​ເທດ ອາ​ຊຽນ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ມາດ​ຖານ​ຂອງ​ທົ່ວ​ພາກ​ພື້ນ ດ້ວຍ​ຈຸດ​ໝາຍ​ສ້າງ​ພາກ​ພື້ນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຫລັງ​ປີ 2015.”

ອາ​ຊຽນ ພວມ​ສືບ​ຕໍ່​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໃຈ​ກາງ​ຢ່າງ​ແຮງ ແລະ ປະ​ກອບ​ສ່ວນ​ຕັ້ງ​ຫ​ນ້າ​​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ຢູ່​ພາກ​ພື້ນ. ຫວຽດ​ນາມ ພວມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ, ຍູ້​ແຮງ​ຄວາມ​ສາ​ມັກ​ຄີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ເພື່ອ​ເຮັດ​ໃຫ້​ການ​ຫັນເປັນວິ​ໄສ​ທັດ​​ປະ​ຊາ​ຄົມ​ອາ​ຊຽນ ຕິດ​ພັນ​​ດ້ານ​ການ​ເມືອງ, ຮ່ວມ​ສຳ​ພັນ​ດ້ານເສດ​ຖະ​ກິດ ແລະ ມີ​ຄວາມ​ຮັ​ບ​ຜິດ​ຊອບ​​ຕໍ່ສັງ​ຄົມ”​​ປະ​ກົດ​ຜົນ​ເປັນ​ຈິງ​ຢ່າງ​ສຳ​ເລັດ​ຜົນ ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໄດ້​ຮ່ວມ​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢ່າງ​ໝັ້ນ​ຄົງ, ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຍາວ​ນານ, ມີວ​ັດ​ທະ​ນ​າ​ຖາ​ວອນ ແລະ ມີ​ຄວາມກ້າວ​ຫ​ນ້າ​ໃນ​ສັງ​ຄົມ..

 

 

ຕອບກັບ

ຂ່າວ/ບົດ​ອື່ນ